ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງຈຳປາສັກ ວາງແຜນ ຈະດຶງດູດ ເອົານັກທ່ອງທ່ຽວ ຕ່າງປະເທດ ໃຫ້ໄດ້ ເກີນກວ່າ 9 ແສນຄົນ


ງານບຸນແຫ່ຊ້າງ ຢູ່ໃນເຂດທ້ອງຖິ່ນ ເປັນກິດຈະການນຶ່ງ ທີ່ທາງການແຂວງຈຳປາສັກ ຈະໄດ້ຈັດຂຶ້ນ ເພື່ອດຶງດູດເອົາ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຊົມໃນແຂວງຂອງຕົນ.
ງານບຸນແຫ່ຊ້າງ ຢູ່ໃນເຂດທ້ອງຖິ່ນ ເປັນກິດຈະການນຶ່ງ ທີ່ທາງການແຂວງຈຳປາສັກ ຈະໄດ້ຈັດຂຶ້ນ ເພື່ອດຶງດູດເອົາ ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຊົມໃນແຂວງຂອງຕົນ.

ທາງການແຂວງຈຳປາສັກ ວາງແຜນການຈະດຶງດູດນັກທ່ອງທ່ຽວຊາວຕ່າງປະເທດ ໃຫ້
ໄດ້ເກີນກວ່າ 9 ແສນຄົນ ໃນປີທ່ອງທ່ຽວລາວ 2018 ດ້ວຍການເຊື່ອມໂຍງ ການທ່ອງ
ທ່ຽວກັບ ໄທ ກຳປູເຈຍ ແລະຫວຽດນາມ.

ທ່ານນາງມາລາ ຈັນທະລາມ ຮອງຫົວໜ້າພະແນກຖະແຫລງຂ່າວ-ວັດທະນະທຳ ແລະ
ທ່ອງທ່ຽວ ແຂວງຈຳປາສັກ ຖະແຫລງວ່າ ເປົ້າໝາຍສຳຄັນ ຂອງອຳນາດການປົກຄອງ
ແຂວງຈຳປາສັກ ໃນປີທ່ອງທ່ຽວລາວ 2018 ນີ້ ຄືການດຶງດູດຊາວຕ່າງຊາດ ໃຫ້ເຂົ້າມາ
ທ່ອງທ່ຽວ ໃນແຂວງຈຳປາສັກ ໃຫ້ໄດ້ຫຼາຍກວ່າ 9 ແສນຄົນ ດ້ວຍການຈັດງານເພື່ອສົ່ງ
ເສີມການທ່ອງທ່ຽວໃນ 8 ກິດຈະກຳ ຊຶ່ງປະກອບດ້ວຍ ງານບຸນນະມັດສະການຜາສາດ
ຫີນວັດພູ ບຸນຊ້າງບ້ານກຽດໂງ້ງ ເມືອງປະທຸມພອນ ບຸນພະເວດ ເມືອງຊະນະສົມບູນ
ງານສົງການ ປີໃໝ່ລາວ ເມືອງປາກເຊ ບຸນບັ້ງໄຟ ເມືອງໂພນທອງ ງານເທດສະການ
ໝາກໄມ້ສົດ ເມືອງບາຈຽງ ຄາລາວານລົດຖືບ ແລະບຸນອອກພັນຊາ ຕາມລຳດັບ.

ການທ່ອງທ່ຽວ ແບບວັດທະນະທຳ ຊີວິດການເປັນຢູ່ຂອງຊົນເຜົ່າພື້ນເມືອງຕ່າງໆ ຂອງລາວ ກໍເປັນການທ່ອງທ່ຽວອັນນຶ່ງ ທີ່ອາດສາມາດດຶງເອົານັກທ່ອງທ່ຽວ ມາຢ້ຽມຢາມເບິ່ງ ກໍເປັນໄດ້
ການທ່ອງທ່ຽວ ແບບວັດທະນະທຳ ຊີວິດການເປັນຢູ່ຂອງຊົນເຜົ່າພື້ນເມືອງຕ່າງໆ ຂອງລາວ ກໍເປັນການທ່ອງທ່ຽວອັນນຶ່ງ ທີ່ອາດສາມາດດຶງເອົານັກທ່ອງທ່ຽວ ມາຢ້ຽມຢາມເບິ່ງ ກໍເປັນໄດ້

ທັງນີ້ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ທາງການແຂວງ
ຈຳປາສັກ ກໍໄດ້ເສີມສ້າງການຮ່ວມມື ແລະເຊື່ອມໂຍງການທ່ອງທ່ຽວກັບປະເທດໄທ
ກຳປູເຈຍ ແລະຫວຽດນາມ ທັງຍັງໄດ້ຂະຫຍາຍ ການໂຄສະນາໄປໃນສະຫະພາບ
ຢູໂຣບ ອີກດ້ວຍ ດັ່ງທີ່ທ່ານນາງມາລາ ໃຫ້ການຢືນຢັນວ່າ:

“ພວກເຮົາກະເຮັດການເຊື່ອມໂຍງກັບບັນດາປະເທດຊາຍແດນເພື່ອນບ້ານ
ຣາຊະອານາຈັກໄທ ຣາຊະອານາຈັກກຳປະເຈຍ ສ່ວນນຶ່ງ ພວກເຮົາກະພົວ
ພັນກັບ ສສ ຫວຽດນາມ ເພື່ອວ່າ ພວກເຮົາຈະບັນລຸເປົ້າໝາຍ 9 ແສນ ແຕ່
ວ່າ ສຳລັບກະແສການທ່ອງທ່ຽວ ທີ່ເປັນນັກທ່ອງທ່ຽວ ທີ່ມີລາຍຈ່າຍຫຼາຍ
ໂດຍສະເພາະແມ່ນ ແຂກຢູໂຣບ ພວກເຮົາກະພະຍາຍາມໂຄສະນາຫຼາຍ
ຮູບແບບ ໂດຍດຶງດູດເອົາຫຼາຍພາກສ່ວນ ພາກລັດຖະບານ ແລະອົງການ
ຕ່າງປະເທດໃຫ້ການຊ່ວຍເຫຼືອສະໜັບສະໜູນ ເພື່ອໂຄສະນາການທ່ອງທ່ຽວ
ພວກເຮົາ.”

ຄອນພະເພັງ ເປັນແຫລ່ງທ່ອງທ່ຽວທຳມະຊາດ ແຫ່ງນຶ່ງ ທີ່ນິຍົມຊົມຊອບຫຼາຍທີ່ສຸດ ໃນບັນດານັກທ່ອງທ່ຽວ ຊາວລາວ ແລະຕ່າງປະເທດ ໃນແຂວງຈຳປາສັກ
ຄອນພະເພັງ ເປັນແຫລ່ງທ່ອງທ່ຽວທຳມະຊາດ ແຫ່ງນຶ່ງ ທີ່ນິຍົມຊົມຊອບຫຼາຍທີ່ສຸດ ໃນບັນດານັກທ່ອງທ່ຽວ ຊາວລາວ ແລະຕ່າງປະເທດ ໃນແຂວງຈຳປາສັກ

ໃນປັດຈຸບັນ ແຂວງຈຳປາສັກ ມີສະຖານທີ່ທ່ອງທ່ຽວ 216 ແຫ່ງ ໃນນີ້ ເປັນແຫລ່ງທ່ອງ
ທ່ຽວທຳມະຊາດ 116 ແຫ່ງ ແຫລ່ງທ່ອງທ່ຽວປະວັດສາດ 40 ແຫ່ງ ແລະແຫລ່ງທ່ອງທ່ຽວ
ວັດທະນະທຳ 60 ແຫ່ງ ໂດຍມີນັກທ່ອງທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນແຂວງ
ຈຳປາສັກ 799,054 ຄົນ ໃນປີ 2017 ເຮັດໃຫ້ພາກບໍລິການມີລາຍຮັບລວມ 123 ລ້ານ
ໂດລາ ແລະຄາດວ່າ ຈະເພີ່ມຂຶ້ນເປັນ 140 ລ້ານໂດລາ ໃນປີ 2018 ນີ້.

ທາງດ້ານທ່ານສົມພົງ ເດດວຽງໄຊ ປະທານສະມາຄົມທຸລະກິດທ່ອງທ່ຽວ ຢືນຢັນວ່າ
ຄະນະບໍລິຫານງານ ຂອງສະມາຄົມທຸລະກິດທ່ອງທ່ຽວລາວ ຈະຈັດກິດຈະກຳ ລະດັບ
ຊາດ 3 ລາຍການ ເພື່ອເປັນການສົ່ງເສີມປີການທ່ອງທ່ຽວລາວ 2018 ຊຶ່ງປະກອບດ້ວຍ
ຂະບວນຄາລາວານລົດຍົນ ເພື່ອທ່ອງທ່ຽວຈາກພາກເໜືອລົງໄປຍັງພາກໃຕ້ ການຈັດ
ການແຂ່ງຂັນລົດວິບາກ ແລະການທ່ອງທ່ຽວທຳມະຊາດ ແບບພັກຄ້າງຄືນ ຫຼື
Camping ຢູ່ຕາມອຸດທະຍານແຫ່ງຊາດຕ່າງໆ ໃນທົ່ວປະເທດລາວ.

ທາງການລາວ ໄດ້ຈັດພິທີເປີດປີການທ່ອງທ່ຽວລາວ 2018 ຢາງເປັນທາງການໃນແລງ
ວັນທີ 28 ຕຸລາ ທີ່ຜ່ານມາ ໂດຍຈັດຂຶ້ນໃນໂອກາດດຽວກັນ ກັບງານບຸນນະມັດສະການ
ພະທາດຫລວງປະຈຳປີ 2017 ພາຍໃຕ້ເປົ້າໝາຍ ຈະດຶງດູດເອົານັກທ່ອງທ່ຽວຊາວ
ຕ່າງຊາດໃຫ້ໄດ້ 5 ລ້ານຄົນ ເພື່ອເຮັດໃຫ້ພາກບໍລິການຂອງລາວ ມີລາຍຮັບເກີນກວ່າ
900 ລ້ານໂດລາ ດ້ວຍການຈັດກິດຈະກຳ ແລະງານບຸນປະເພນີຕ່າງໆ ໃນທັງ 18 ແຂວງ
ທົ່ວປະເທດ ເຊັ່ນການຈັດຄາລາວານລົດທ່ອງທ່ຽວ ແຕ່ເໜືອຮອດໃຕ້ ບຸນມະໂຫລານ
ການສະແດງວັດທະນະທຳພື້ນເມືອງບັນດາເຜົ່າ ການແຂ່ງລົດວິບາກ ການປີນໜ້າຜາ
ການຈັດງານວັນລາວ ຢູ່ໃນຕ່າງປະເທດ ເຊັ່ນໄທ ຫວຽດນາມ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ
ແລະອັງກິດ ເປັນຕົ້ນ.

ທາງດ້ານທະນາຄານພັດທະນາເອເຊຍ ຫຼື ADB ລາຍງານວ່າ ນັກທ່ອງທ່ຽວຊາວຕ່າງ
ຊາດ ເດີນທາງເຂົ້າມາໃນລາວ ໃນປີ 2017 ລົດລົງ 9.8 ເປີເຊັນ ທຽບໃສ່ປີ 2016 ໂດຍ
ສະເພາະແມ່ນນັກທ່ອງທ່ຽວຈາກປະເທດໃນກຸ່ມອາຊຽນດ້ວຍກັນ ຖືເປັນກຸ່ມທີ່ເດີນທາງ
ມາໃນລາວ ລົດລົງຫຼາຍທີ່ສຸດ ເນື່ອງຈາກຜະລິດຕະພັນການທ່ອງທ່ຽວຂອງລາວ ຍັງບໍ່
ຫລາກຫລາຍ ທັງຍັງມີຄ່າໃຊ້ຈ່າຍສູງກວ່າ ປະເທດເພື່ອນບ້ານອີກດ້ວຍ.

ສ່ວນສະມາຄົມວິໄຈການທ່ອງທ່ຽວອາຊຽນ ຫຼື ATRA ລາຍງານວ່າ ລາຍຮັບພາກບໍລິ
ການ ແລະທ່ອງທ່ຽວຂອງລາວ ຍັງຕ່ຳກວ່າອັດຕາສະເລ່ຍຂອງອາຊຽນ ກໍຄືໃນຂະນະ
ທີ່ ລາຍຮັບການທ່ອງທ່ຽວຂອງອາຊຽນ ຢູ່ທີ່ອັດຕາສະເລ່ຍ 12 ເປີເຊັນ ຂອງຍອດຜະ
ລິດຕະພັນລວມພາຍໃນ ຫຼື GDP ຫາກແຕ່ວ່າ ລາຍຮັບໃນພາກການທ່ອງທ່ຽວຂອງ
ລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນ ສະນັ້ນ ເປົ້າໝາຍທີ່ຈະດຶງເອົານັກ
ທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 5 ລ້ານຄົນໃນປີ 2018 ຈຶ່ງບໍ່ແມ່ນເລື່ອງງ່າຍ ຖ້າຫາກ
ທາງການລາວ ບໍ່ສາມາດພັດທະນາຜະລິດຕະພັນການທ່ອງທ່ຽວ ແລະອຳນວຍຄວາມ
ສະດວກໃຫ້ເປັນທີ່ຍອມຮັບ ຂອງນັກທ່ອງທ່ຽວໄດ້ຢ່າງແທ້ຈິງ.

XS
SM
MD
LG