ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະມາຊິກສະພາສູງ ສະຫະລັດ ທີ່ນິຍົມແນວທາງປານກາງ ປະກາດຄັດຄ້ານ ຕໍ່ຮ່າງກົດໝາຍນິຕິບັນຍັດ ສະຫວັດດີການສັງຄົມ ຂອງທ່ານ ໄບເດັນ


ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ໂຈ ແມນຊິນ ກ່າວຄຳປາໄສຕໍ່ນັກຂ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ຫໍລັດຖະສະພາ. ວັນທີ 1 ພະຈິກ, 2021.
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານ ໂຈ ແມນຊິນ ກ່າວຄຳປາໄສຕໍ່ນັກຂ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວຢູ່ຫໍລັດຖະສະພາ. ວັນທີ 1 ພະຈິກ, 2021.

ສະມາຊິກສະພາ ສະຫະລັດ ສັງກັດພັກເດໂມແຣັດ ທີ່ນິຍົມແນວທາງເປັນກາງ ທ່ານ ໂຈ ແມນຊິນ ຈາກລັດ ເວີຈິເນຍ ຕາເວັນຕົກ ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານຄັດຄ້ານຢ່າງແນ່ນອນຕໍ່ແຜນ ການໃຊ້ຈ່າຍໂຄງການສະຫວັດດີການສັງຄົມທີ່ມີມູນຄ່າປະມານ ສອງພັນຕື້ໂດລາ ຂອງປະທານາ ທິບໍດີ ໂຈ ໄບເດັນ, ມີຄວາມເປັນໄປໄດ້ວ່າຈະເຮັດໃຫ້ການຮັບຜ່ານຂອງພັກພັງລົງໂດຍປາສະຈາການທົບທວນຢ່າງກະທັນຫັນຕໍ່ໄປໃນຂອບເຂດ ແລະ ມູນຄ່າຂອງມັນ.

ຄະແນນສຽງຂອງທ່ານ ແມນຊິນ ແມ່ນສຳຄັນໃນສະພາສູງທີ່ໄດ້ມີການແຕກແຍກການທາງການເມືອງ ສຳລັບການຮັບຜ່ານນຶ່ງໃນອົງປະກອບທີ່ສຳຄັນຂອງວາລະແຜນການທາງກົດໝາຍນິຕິບັນ ຍັດຂອງປະທານາທິບໍດີສັງກັດພັກເດໂມແຄຣັດນັ້ນ. ບໍ່ມີຄົນໃດໃນພັກຣີພັບບລີກັນທີ່ມີສະມາຊິກ 50 ຄົນໃນສະພາທີ່ມີສະມາຊິກ 100 ຄົນສະໜັບສະໜູນແຜນການເພື່ອຂະຫຍາຍການປິ່ນປົວສຸຂະພາບສຳລັບຄົນຊະລາ ອາເມຣິກັນ, ສະໜອງຫ້ອງຮຽນກ່ອນຊັ້ນອະນຸບານທົ່ວໄປ, ອະນຸມັດເງິນຊ່ວຍເຫຼືອໃໝ່ເພື່ອຕໍ່ສູ້ກັບສະພາບອາກາດປ່ຽນແປງ ແລະ ສະໜອງການສະໜັບສະໜູນດ້ານການເງິນສຳລັບຄົນອາເມຣິກັນທີ່ມີລາຍໄດ້ຕໍ່າ.

ສະມາຊິກພັກເດໂມແຄຣັດ ໄດ້ຫວັງທີ່ຈະຜັກດັນກົດໝາຍນິຕິບັນຍັດດ້ວຍຄະແນນສຽງ 51-50 ກ່ອນວັນຄຣິສມາສ, ດ້ວຍຮອງປະທານາທິບໍດີ ຄາມາລາ ແຮຣິສ ສະໜອງຄະແນນສຽງຊີ້ຂາດ. ສະພາຕໍ່າແມ່ນໄດ້ອະນຸມັດຮ່າງກົດໝາຍສະບັບນຶ່ງແລ້ວ.

ແຕ່ທ່ານ ແມນຊິນ, ຜູ້ທີ່ໄດ້ປຶກສາຫາລືມາດຕະການດັ່ງກ່າວເປັນເວລາດົນນານກັບທ່ານ ໄບເດັນ ໃນອາທິດທີ່ຜ່ານມາ, ໄດ້ກ່າວຕໍ່ລາຍການ Fox News Sunday ວ່າ “ຖ້າຂ້າພະເຈົ້າບໍ່ສາມາດກັບບ້ານ ແລະ ອະທິບາຍມັນໃຫ້ປະຊາ ຊົນ ລັດເວີຈິເນຍ ຕາເວັນຕົກຟັງ, ຂ້າພະເຈົ້າຈະບໍ່ສາມາດລົງຄະແນນສຽງໃຫ້ມັນໄດ້. ແລະ ຂ້າພະເຈົ້າບໍ່ສາມາດລົງຄະແນນສຽງເພື່ອດຳເນີນຕໍ່ກັບຮ່າງກົດ ໝາຍນິຕິບັນຍັດສະບັບນີ້.”

ທ່ານ ແມນຊິນ ໄດ້ກ່າວວ່າ “ຂ້າພະເຈົ້າເຮັດບໍ່ໄດ້, ຂ້າພະເຈົ້າໄດ້ພະຍາຍາມທຸກຢ່າງຕາມພຶດຕິກຳຂອງມະນຸດທີ່ເປັນໄປໄດ້. ຂ້າພະເຈົ້າບໍ່ສາມາດໄປຮອດຫັ້ນໄດ້. ນີ້ແມ່ນ “ຄວາມບໍ່ເຫັນພ້ອມ” ກ່ຽວ ກັບຮ່າງກົດໝາຍນິຕິບັນຍັດນີ້.”

ທຳນຽບຂາວໄດ້ກ່າວວ່າ ສະມາຊິກສະພາທີ່ວ່ານັ້ນ ໃນອາທິດແລ້ວນີ້ໄດ້ສະເໜີໂຄງຮ່າງນຶ່ງ ສຳລັບການປະນີປະນອມກັນ ກ່ຽວກັບ ຮ່າງກົດໝາຍນິຕິບັນຍັດດັ່ງກ່າວ ແລະ “ໄດ້ສັນຍາທີ່ຈະສືບຕໍ່ສົນ ທະນາໃນວັນຂ້າງໜ້າ, ແລະ ເພື່ອເຮັດວຽກກັບພວກເຮົາໃຫ້ບັນລຸຜົນປະໂຫຍດຮ່ວມກັນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG