ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນໍາເອເຊຍກາງ ເບິ່ງຂ້າມຊະຕາກຳຂອງຊາວ ວີເກີ ເພື່ອເອົາໃຈຈີນ


ແຟ້ມພາບ - ບັນດາແມ່ຍິງ ນັ່ງຖືຮູບພາບຂອງຜູ້ເຄາະຮ້າຍ ແລະ ແຜ່ນປ້າຍທີ່ມີຂໍ້ຄວາມປະທ້ວງ ໃນລະຫວ່າງການປະທ້ວງ ຕໍ່ຕ້ານການປາບປາມ ຊາວວີເກີ ຢ່າງໂຫດຮ້າຍຂອງຈີນ, ຢູ່ຕໍ່ໜ້າກົງສຸນຈີນໃນ ອິສຕັນບູລ, ເທີກີ, ວັນທີ 30 ພະຈິກ 2022.
ແຟ້ມພາບ - ບັນດາແມ່ຍິງ ນັ່ງຖືຮູບພາບຂອງຜູ້ເຄາະຮ້າຍ ແລະ ແຜ່ນປ້າຍທີ່ມີຂໍ້ຄວາມປະທ້ວງ ໃນລະຫວ່າງການປະທ້ວງ ຕໍ່ຕ້ານການປາບປາມ ຊາວວີເກີ ຢ່າງໂຫດຮ້າຍຂອງຈີນ, ຢູ່ຕໍ່ໜ້າກົງສຸນຈີນໃນ ອິສຕັນບູລ, ເທີກີ, ວັນທີ 30 ພະຈິກ 2022.

ຄວາມ​ບໍ່ພໍໃຈ​ໃດໆ ​ໃນ​ບັນດາ​ຜູ້ນຳເອເຊຍ​ກາງ ກ່ຽວກັບ​ການ​ກະທຳ​ຂອງ​ຈີນ​ຕໍ່​ຊົນ​ເຜົ່າ​ກຸ່ມນ້ອຍ ວີເກີ (Uyghur) ​ໄດ້​ຖືກ​ລົບ​ລ້າງ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ພາກ​ພື້ນດັ່ງກ່າວ ​ເມື່ອ​ບໍ່​ດົນ​ມາ​ນີ້​ ໂດຍ​ປະທານ​ເຂດ​ປົກຄອງ​ຕົນ​ເອງ ຊິນຈຽງ ວີເກີ ແລະ ​ລັດຖະມົນຕີປ້ອງກັນຄວາມສະຫງົບ​ຂອງ​ຈີນ.

ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ທີ່ມອບໃຫ້ກັບເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ສະທ້ອນ​ໃຫ້ເຫັນເຖິງການເພີ້ມຂຶ້ນຂອງຄວາມສຳພັນດ້ານ​ເສດຖະກິດ​ຂອງ​ພາກ​ພື້ນດັ່ງກ່າວ​ກັບ​ປັກ​ກິ່ງ ​ແລະ ຄວາມ​ບໍ່​ສະບາຍ​ໃຈ​ກັບຣັດ​ເຊຍ ​ເຊິ່ງ​ເປັນ​ຜູ້​ຮັບປະກັນໃນ​ການ​ຕໍ່ຕ້ານ​ການກໍ່ກະບົດ​ພາຍ​ໃນ​ປະ​ເທດ​ ມາ​ດົນ​ນານ​ຂອງ​ພາກ​ພື້ນ ​ໃນ​ຂະນະ​ທີ່​ປະ​ເທດ​ດັ່ງກ່າວ​ນັ້ນ ຕ້ອງດິ້ນຮົນຢູ່ສະໜາມລົບ​ໃນ​ຢູ​ເຄຣນ.

ຄວາມຢ້ານກົວວ່າຄວາມທະເຍີທະຍານດ້ານອານາເຂດຂອງມົສກູ ອາດຈະຂະຫຍາຍໄປເຖິງອະດີດສາທາລະນະລັດໂຊວຽດອື່ນໆ ໄດ້ຮັບແຮງສະໜັບສະໜູນຈາກການຕອບໂຕ້ຊາວເອເຊຍກາງ ໃນຣັດເຊຍຫຼັງຈາກການໂຈມຕີ ໃສ່ສະຖານທີ່ສະແດງດົນຕີແຫ່ງນຶ່ງໃນມົສກູ ເມື່ອວັນທີ 22 ມີນາ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 140 ຄົນແລະບາດເຈັບເກືອບ 100 ຄົນ.

ສື່ມວນຊົນຂອງຣັດເຊຍ ໄດ້ລາຍງານກ່ຽວກັບອາຊະຍາກຳທີ່ເກີດຈາກຄວາມກຽດຊັງ ແລະຄວາມຮຸນແຮງຕໍ່ພວກອົບພະຍົບຈາກເອເຊຍກາງ ທີ່ເພີ້ມສູງຂຶ້ນ ນັບຕັ້ງແຕ່ການໂຈມຕີດັ່ງກ່າວ, ເຊິ່ງໄດ້ເຮັດໃຫ້ເຈົ້າໜ້າທີ່ຣັດເຊຍ ຈັບຕົວຜູ້ຕ້ອງສົງໄສຫຼາຍກວ່າ 10 ຄົນ, ໂດຍສ່ວນໃຫຍ່ແລ້ວ ພວກເຂົາມີຄວາມກ່ຽວຂ້ອງກັບພາກພື້ນນີ້.

​ຄວາມ​ຮັບຜິດຊອບຕໍ່ການໂຈມຕີດັ່ງກາວ ໄດ້ຖືກອ້າງເອົາໂດຍ ກຸ່ມລັດອິສລາມຂອງແຂວງໂຄຣາຊານ ​ເຊິ່ງ​ເປັນ​ສາຂາ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມ ​ທີ່​ມີ​ການ​ເຄື່ອນ​ໄຫວ​ຢູ່​ໃນ​ພາກ​ພື້ນ​ເອເຊຍໃຕ້, ໂດຍສະເພາະແມ່ນໃນ​ອັຟກາ​ນີສຖານ, ​ແລະ​ຮວມທັງ​ພວກສະມາຊິກ​ຂອງ​ເອເຊຍ​ກາງ.

ອ່ານຂ່າວນເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG