ອົງການສະຫະປະຊາຊາດ ແລະ ສະຫະພາບ ອາຟຣິກາ ໄດ້ກ່າວໃນວັນເສົາວານນີ້ວ່າ
ການເຈລະຈາໃນນະຄອນຫຼວງ ຄາທຸມ ໄດ້ນຳໄປສູ່ການບັນລຸຂໍ້ຕົກລົງສັນຕິພາບຂອງ
ປະເທດສາທາລະນະລັດ ອາຟຣິກາກາງ ກັບ ກຸ່ມຕິດອາວຸດ 14 ກຸ່ມ, ເຊິ່ງແມ່ນການ
ເລີ່ມຕົ້ນທີ່ເປັນຄວາມຫວັງຕໍ່ສັນຕິພາບ ຫຼັງຈາກຄວາມຂັດແຍ້ງຫຼາຍປີ.
ທ່ານ ສເມລ ເຊີກຸຍ, ຜູ້ກວດກາພິເສດຂອງ ສະຫະພາບ ອາຟຣິກາ ສຳລັບສັນຕິພາບ
ແລະ ຄວາມປອດໄພກ່າວວ່າ “ມັນແມ່ນວັນທີ່ດີຫຼາຍສຳລັບສາທາລະນະລັດ ອາຟຣິກາ
ກາງ ແລະ ປະຊາຊົນຂອງເຂົາເຈົ້າໝົດທຸກຄົນ.”
ເງື່ອນໄຂຂອງຂໍ້ຕົກລົງລົງນັ້ນຍັງບໍ່ໄດ້ຖືກເປີດເຜີຍໃນທັນທີ.
ທ່ານ ອາບາກາ ຊາບັອມ, ໂຄສົກຂອງກຸ່ມ FPRC, ເຊິ່ງແມ່ນນຶ່ງໃນກຸ່ມທີ່ສຳຄັນຫຼາຍ
ກຸ່ມນັ້ນໄດ້ກ່າວວ່າ “ພວກເຮົາສາມາດທີ່ຈະຕົກລົງ ກ່ຽວກັບ ສິ່ງທີ່ມີຄວາມສຳຄັນສຳ
ລັບຊາວອາຟຣິກາກາງ, ເຊິ່ງແມ່ນສັນຕິພາບ.”
ຂໍ້ຕົກລົງທີ່ຄ້າຍຄືກັນໃນສອງສາມປີທີ່ຜ່ານມາ ແມ່ນໄດ້ພັງທະລາຍທັງໝົດ.
ສາທາລະນະລັດ ອາຟຣິກາກາງ ໄດ້ຖືກຫຸ້ມລ້ອມດ້ວຍບັນຫາຄວາມຂັດແຍ້ງນັບຕັ້ງ
ແຕ່ພັນທະພິດ ເຊເລກາ (Seleka), ເຊິ່ງແມ່ນພັນທະມິດຂອງກຸ່ມມຸສລິມ, ໄດ້ບັງຄັບ
ປະທານາທິບໍດີ ຟຣັງຊົວ ໂບຊິເຊ ອອກຈາກຕຳແໜ່ງໃນປີ 2013. ນັບຕັ້ງແຕ່ນັ້ນມາ
ປະເທດດັ່ງກ່າວ ໄດ້ຖືກລົບກວນໂດຍຄວາມຮຸນແຮງຈາກສັງຄົມ ສ່ວນໃຫຍ່ລະຫວ່າງ
ຊາວຄຣິສຕຽນ ກັບພວກຫົວຮຸນແຮງມຸສລິມ. ປະຊາຊົນຫຼາຍພັນຄົນໄດ້ຖືກຂ້າຕາຍ.
ວັດອິສລາມ ແລະ ໂບດຕ່າງໆໄດ້ຖືກຈູດຖິ້ມ.
ຫ້ອງການຂອງຂ້າຫຼວງໃຫຍ່ສຳລັບອົບພະຍົບອົງການສະຫະປະຊາຊາດ ກ່າວວ່າ
ການຕໍ່ສູ້ໃນ ສາທາລະນະລັດ ອາຟຣິກາກາງ ໄດ້ກໍ່ໃຫ້ມີອົບພະຍົບຫຼາຍກວ່າເຄິ່ງ
ລ້ານຄົນ ແລະ ໄດ້ເຮັດໃຫ້ປະຊາຊົນຍິ່ງຫຼາຍກວ່ານັ້ນບໍ່ມີທີ່ຢູ່ອາໄສ.
ຄວາມສະຫງົບໃນບາງຂົງເຂດໄດ້ເຮັດໃຫ້ປະຊາຊົນເກືອບສອງແສນຫ້າສິບພັນຄົນ
ທີ່ບໍ່ມີບ່ອນຢູ່ອາໄສ ເດີນທາງກັບບ້ານຂອງເຂົາເຈົ້າໃນປີ 2018, ແຕ່ຄົນອື່ນໄດ້ສືບ
ຕໍ່ຫຼົບໜີຄວາມວຸ້ນວາຍດັ່ງກ່າວ.
ຫຼາຍກວ່າເຄິ່ງນຶ່ງຂອງປະຊາກອນ, ເກືອບ 3 ລ້ານຄົນນັ້ນ, ແມ່ນອາໄສການຊ່ວຍ
ເຫຼືອ.