ຄະນະປະຕິບັດງານ ສະຫະປະຊາຊາດ ຢູ່ໃນສາທາລະນະລັດ
ອາຟຣິກາກາງກ່າວວ່າ ຕົນກຳລັງສືບສວນເບິ່ງການກ່າວຫາຄັ້ງ
ໃໝ່ກ່ຽວກັບການສວຍໃຊ້ ແລະລ່ວງລະເມີດທາງເພດໂດຍກໍາ
ລັງຮັກສາສັນຕິພາບສະຫະປະຊາຊາດແລະກຳລັງນາໆຊາດຢູ່
ໃນນະຄອນຫລວງຂອງປະເທດດັ່ງກ່າວ.
ຄະນະປະຕິບັດງານສະຫະປະຊາຊາດທີ່ເອີ້ນວ່າ MINUSCA
ບໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບການກ່າວຫາ ໃນຖະແຫຼງການທີ່ນຳ
ອອກເຜີຍແຜ່ໃນວັນອັງຄານວານນີ້ແຕ່ໄດ້ກ່າວວ່າ ພະນັກງານ
ຂອງອົງການກອງທຶນເດັກສະຫະປະຊາຊາດ ພົບພໍ້ກັບຜູ້ເຄາະ
ຮ້າຍສີ່ຄົນທັງໝົດເປັນແມ່ຍິງແລະພວມໃຫ້ການຊ່ວຍເຫຼືອເຂົາ
ເຈົ້າ ໃຫ້ໄດ້ຮັບການປິ່ນປົວ ແລະຊັ່ງຊາກ່ຽວກັບຄວາມຕ້ອງການທາງດ້ານຈິດຕະແພດ.
ມີການກ່າວຫາກ່ອນໜ້ານີ້ຢ່າງໜ້ອຍ 17 ເທື່ອ ກ່ຽວກັບການປະພຶດທີ່ບໍ່ຖືກຕ້ອງທາງເພດ
ໂດຍສະມາຊິກຂອງຄະນະປະຕິບັດງານສະຫະປະຊາຊາດ ຢູ່ໃນສາທາລະນະລັດອາຟຣິ
ກາກາງ. ການກ່າວຫາເຫຼົ່ານີ້ ໄດ້ພາໃຫ້ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban
Ki-moon ປົດຜູ້ຕາງໜ້າພິເສດສູງສຸດປະຈຳອາຟຣິກາກາງທ່ານ Babacar Gaye ອອກ
ຈາກໜ້າທີ່ ໃນເດືອນສິງຫາປີກາຍ.
ຄະນະປະຕິບັດງານສະຫະປະຊາຊາດຫຼຶຶ MINSUCA ກ່າວໃນວັນອັງຄານວານນີ້ວ່າ ຫົວ
ໜ້າປະຕິບັດງານ ທ່ານ Parfait Onanga-Anyanga ໄດ້ພົບປະກັບເຈົ້າໜ້າທີ່ທະຫານ
ສະຫະປະຊາຊາດແລະຕຳຫລວດທີ່ນະຄອນ Bangui ແລະເຕືອນເຂົາເຈົ້າວ່າ ສະຫະປະ
ຊາຊາດຈະບໍ່ເພິງພໍໃຈກ່ຽວກັບຜູ້ກະທຳຜິດທາງເພດຫລືພວກສົມຮູ້ຮ່ວມຄິດຂອງເຂົາເຈົ້າ.
ມີການອ້າງຄຳເວົ້າຂອງທ່ານທີ່ກ່າວວ່າ “ບໍ່ມີບ່ອນໃດ ຢູ່ໃນກໍາລັງຮັກສາສັນຕິພາບສະຫະ
ປະຊາຊາດແກ່ບັນດາຜູ້ທໍລະຍົດຕໍ່ຄວາມໄວ້ວາງໃຈຂອງບັນດາຜູ້ຄົນທີ່ພວກເຮົາມາຊ່ວຍ
ຢູ່ທີ່ນີ້.”
ຫົວໜ້າປະຕິບັດງານກ່າວວ່າ ການຊອກຄົ້ນຫາຄວາມຈິງ ກຳລັງດຳເນີນໄປຢູ່ແລະໄດ້ຮຽກ
ຮ້ອງໃຫ້ບັນດາປະເທດ ທີ່ເປັນບ່ອນຢູ່ຂອງຜູ້ຕ້ອງສົງໄສຈົ່ງທຳການສືບສວນຂອງເຂົາເຈົ້າ
ເອງ.