ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຂໍ​ຄ​ວາ​ມ​ກະ​ຈ່າງ​ແຈ້ງ ຈາກ​ລ​ັດ​ຖະ​ບານ ທີ່ປ່ຽນ​ໃຈ ໃຫ້​ເອົາ​ຄຳ​ຖາມ​ດ້ານ​ສັນ​ຊາດ​ ເຂົ້າ​ໃນ​ໃບ​ສຳ​ຫລວດ ພົນ​ລະ​ເມືອງຄືນ


ເສື້ອ​ຍືດ​ວາງ​ສະ​ແດງ​ຢູ່ໃນ​ງານທີ່​ຈັດ​ໂດຍ​ພວກ​ນັກ​ເຄື່ອນ​ໄຫວ​ ແລະ​ຜູ້​ນຳໃນ​ປະ​ຊາ​ຄົມ ເພື່ອ​ເປັນ​ຂີດ​ໝາຍໃນການເລີ້ມດຳ​ເນີນ​ຄວາ​ມ​ພະ​ຍາ​ຍາມ ​​ສຳ​ຫລວດພົນ​ລະ​ເມືອງປີ 2020 ຢູ່​ເມືອງບອ​ສ​ຕັນ, ລັດແມັ​ສ​ຊາ​ຈູ​ແຊັ​ສ
ເສື້ອ​ຍືດ​ວາງ​ສະ​ແດງ​ຢູ່ໃນ​ງານທີ່​ຈັດ​ໂດຍ​ພວກ​ນັກ​ເຄື່ອນ​ໄຫວ​ ແລະ​ຜູ້​ນຳໃນ​ປະ​ຊາ​ຄົມ ເພື່ອ​ເປັນ​ຂີດ​ໝາຍໃນການເລີ້ມດຳ​ເນີນ​ຄວາ​ມ​ພະ​ຍາ​ຍາມ ​​ສຳ​ຫລວດພົນ​ລະ​ເມືອງປີ 2020 ຢູ່​ເມືອງບອ​ສ​ຕັນ, ລັດແມັ​ສ​ຊາ​ຈູ​ແຊັ​ສ

ສານລັດ​ຖະ​ບານ​ກາງສະ​ຫະ​ລັດ ແລະລັດ​ຕ່າງໆ ທີ່ໄດ້​ຄັດ​ຄ້ານ​ການ​ຕັດ​ສິນ​ໃຈ​ຂອງລັດ​ຖະ​ບານ​ທ່ານ​ທ​ຣຳ ໃນ​ການ​ເອົາ​ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ເຂົ້າໃສ່​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ຂອງ​ຊາດ​ໃນປີ 2020 ນີ້ ກຳ​ລັງ​ຂໍ​ໃຫ້​ມີ​ຄຳ​ອະ​ທິ​ບາຍ​ທີ່ຈະ​ແຈ້ງ ພາຍ​ຫລັງ​ທີ່​ກະ​ຊວງ​ຍຸ​ຕິ​ທຳ ແລະ​ກະ​ຊວງ​ການ​ຄ້າໄດ້​ຕ່າວ​ປີ້ນ​ຢ່າງ ກະ​ທັນ​ຫັນ​ຕໍ່​ສິ່ງ​ທີ່​ໄດ້​ຮັບ​ຮູ້ເອົາແລ້ວ​ວ່າ ​ໃຫ້ເຮັດຟອມ​ສຳ​ຫລວດທີ່​ບໍ່ມີ​ຄຳ​ຖາມ​ກ່ຽວ​ກັບສະ​ຖາ​ນະ​ພາບ​ດ້ານສັນ​ຊາດ.

ສານ​ສູງ​ສຸດ​ໄດ້​ຕັດ​ສິນໄປ​ແລ້ວ​ວ່າ ຄຳ​ອະ​ທິ​ບາຍ​ຂອງ​ລັດ​ຖະ​ບານ​ທີ່ເປັນ​ເຫດ​ຜົນ​ໃນການ​ເອົາ​ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ເຂົ້າ​ໃນ​ແບບຟອມ​ສຳ​ຫລວດນັ້ນ ບໍ່ໄດ້​ຕາມ​ມາດ​ຕະ​ຖານໃນ​ດ້ານ​ຄຳ​ອະ​ທິ​ບາຍທີ່​ຈະ​ແຈ້ງວ່າ ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຖາມ​ ຢູ່ໃນ​ລະ​ຫວ່າງ​ການ​ນັບ​ຫົວ​ຄົນຂອງພົນ​ລະ​ເມືອງ​ໃນ​ສະ​ຫະ​ລັດ ​ທີ່​ມີ​ຂຶ້ນ​ໃນ​ທຸກໆ 10 ປີນັ້ນ.

ບັນຫາ​ດັ່ງ​ກ່າວ​ປາ​ກົດ​ວ່າ ໄດ້​ຖືກ​ແກ້​ໄຂ​ໃຫ້​ໝົດ​ໄປ ​ເພີ້ມ​ອີກໃນ​ວັນ​ອັງ​ຄານ ຜ່ານ​ມາ ເມື່ອ​ກະ​ຊວງ​ຍຸ​ຕິ​ທຳ ແລະ​ກະ​ຊວງ​ການ​ຄ້າ ໄດ້​ປະ​ກາດ​ຄຳ​ຖະ​ແຫລງ​ການ ແລະ​ຄຳ​ເຫັນ​ຕໍ່​ກໍ​ລະ​ນີທາງ​ກົດ​ໝາຍ​ວ່າ ການ​ດຳ​ເນີນ​ງານ​ໃນການ​ພິມ​ເອ​ກະ​ສານໃຊ້​ໃນ​ການ​ສຳ​ຫລວດແມ່ນກ້າວ​ໄປ ໂດຍ​ປາດ​ສະ​ຈາກ​ການ​ຕື່ມ​ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ໃສ່ ເພື່ອ​ໃຫ້​ທັນ​ກັບ​ກຳ​ນົດ​ວັນ​ເວ​ລາຂອງ​ການ​ນັບ​ຫົວ​ພົນ​ລະ​ເມືອງໃຫ້​ແລ້ວ​ຕາມເວ​ລາ​ທີ່ໄດ້​ກຳ​ນົດໄວ້.

​ແຕ່​ວ່າ ໂດຍ​ການ​ຂຽນຂໍ້​ຄວາມ​ຫລາຍ​ອັນ ລົງ​ໃນ​ທວີດ​ເຕີນັ້ນ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເອົາ​ຄວາມບໍ່​ແນ່ນອນ​ມາ​ສີດ​ເຂົ້າ​ໃສ່​ຂັ້ນ​ຕອນ​ດັ່ງ​ກ່າວ​ຄືນ​ອີກ ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ປະ​ກາດ​ວ່າ "ພວກ​ເຮົາ​ຈະ​ຕ້ອງ​ເດີນ​ໜ້າ​ຕໍ່​ໄປ ເພາະພວກ​ເຮົາ​ຕ້ອງໄດ້ເຮັດ, ຍ້ອນວ່າ ​ຄຳ​ຕອບ​ຕໍ່​ຄຳ​ຖາມນີ້ມີຄວາມ​ສຳ​ຄັນ​ຫລາຍ."

ຜູ້​ພິ​ພາກ​ສາປະ​ຈຳ​ເຂດຂອ​ງສະ​ຫະ​ລັດ ທ່ານ ຈອດ ເຮ​ໂຊ​ລ (George Hazel) ໃນ​ລັດ​ແມ​ຣີ​ແລນ ໄດ້ວາງ​ກຳ​ນົດເວ​ລ​າວ່າ ບ່າຍ 2 ໂມງ​ຂອງວັນ​ສຸກມື້​ອື່ນນີ້ ລັດ​ຖະ​ບານຈະ​ຕ້ອງບອກໃຫ້​ຮູ້ວ່າ ຄຳ​ຖາມ​ກ່ຽວ​ກັບ​ສັນ​ຊາດ​ຈະ​ຕ້ອງ​ມີ​ຢູ່​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງ​ຫລືບໍ່ ຖ້າບໍ່​ດັ່ງ​ນັ້ນ​ ກໍ​ໃຫ້​ອະ​ທິ​ບາຍ​ວ່າ ສານ​ຕ້ອງ​ໄດ້​ດຳ​ເນີນ​ການ​ແບບ​ໃດຕໍ່​ບັນ​ຫາ​ທ້າ​ທາຍ​ທີ່​ບໍ່​ຮັບ​ການ​ແກ້​ໄຂ ທີ່ລັດ​ຖະ​ບານ​ໄດ້​ລະ​ເມີດກົດລະ​ບຽບ​ກ່ຽວ​ກັບສິດ​ ໃນ​ການ​ໄດ້​ຮັບ​ການ​ປົກ​ປ້ອງ​ແບບ​ເທົ່າ​ທຽມ​ກັນ ທີ່​ລະ​ບຸ​ໄວ​ໃນ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດນັ້ນ.

ເທົ່າ​ທີ່​ຜ່ານ​ມາ, ການ​ຕັດ​ສິນ​ແມ່ນ​ເພັ່ງເລັງ​ໃສ່ຂັ້ນ​ຕອນ​ດຳ​ເນີນ​ງານ​ທາງ​ດ້ານ​ບໍ​ລິ​ຫານ ແລະ ເບິ່ງວ່າ ທ່ານ ວິ​ລ​ເບີ ຣັອ​ສ (Wilbur Ross), ລັດ​ຖະ​ມົນ​ຕີ​ກະ ​ຊ​ວງ​ການ​ຄ້າ ໄດ້ກະ​ທຳ​ການ​ຢ່າງ​ສົມ​ເຫດ​ສົມ​ຜົນ​ຫລືບໍ່​ ໃນ​ການປະ​ຕິ​ບັດ​ງານ​ໃຫ້ໄດ້​ຕາມ​ເປົ້າ​ໝາຍ​ຂອງ​ກະ​ຊວງ​ຕົນ. ການກວດ​ເບິ່ງບັນ​ຫາ​ທ້າ​ທາຍ​ຕໍ່​ສິດ​ໃນ​ການ​ໄດ້​ຮັບ​ການ​ປົກ​ປ້ອງ​ເທົ່າ​ທຽມ​ກັນ ຈະ​ມີການຖາມ​ວ່າ ລັດ​ຖະ​ບານໄດ້​ຫາ​ທາງ​ທີ່​ຈະຍົກ​ເລີກ​ການ​ນັບ​ຫົວ​ຄົນ​ທີ່​ເປັນ​ຊົນ​ສ່ວນ​ນ້ອຍ​ ຢູ່​ໃນ​ການ​ສຳ​ຫລວດ​ພົນ​ລະ​ເມືອງນີ້ ​ຫລືບໍ່.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG