ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ CDC ແນະນໍາໃຫ້ແຍກໂຕ ແລະກັກໂຕ ສໍາລັບກໍລະນີຜູ້ຕິດ ໄວຣັສໂຄວິດ-19 ໃຫ້ສັ້ນລົງ


ແຟ້ມຮູບ-ຜູ້ອໍານວຍການໂຮງຮຽນມັນທະຍົມຕົ້ນແຫ່ງນຶ່ງ ຍ່າງຢູ່ໃນທາງຍ່າງຂອງໂຮງຮຽນທີ່ເປົ່າຫວ່າງຂອງໂຮງຮຽນທ່ານ ໃນຂະນະທີ່ລົມໂທລະສັບກັບຄູຜູ້ນຶ່ງກ່ຽວກັບອາການໂຄວິດ-19 ຂອງນາງ, ໃນເມືອງ ໄວຣທ໌ວີລ (Wrightsville), ລັດ ຈໍເຈຍ, ວັນທີ 20 ສິງຫາ 2021. ໃນວັນທີ 27 ທັນວາ 2021, ເຈົ້າໜ້າທີ່ສາທາລະນະສຸກຂອງສະຫະ....
ແຟ້ມຮູບ-ຜູ້ອໍານວຍການໂຮງຮຽນມັນທະຍົມຕົ້ນແຫ່ງນຶ່ງ ຍ່າງຢູ່ໃນທາງຍ່າງຂອງໂຮງຮຽນທີ່ເປົ່າຫວ່າງຂອງໂຮງຮຽນທ່ານ ໃນຂະນະທີ່ລົມໂທລະສັບກັບຄູຜູ້ນຶ່ງກ່ຽວກັບອາການໂຄວິດ-19 ຂອງນາງ, ໃນເມືອງ ໄວຣທ໌ວີລ (Wrightsville), ລັດ ຈໍເຈຍ, ວັນທີ 20 ສິງຫາ 2021. ໃນວັນທີ 27 ທັນວາ 2021, ເຈົ້າໜ້າທີ່ສາທາລະນະສຸກຂອງສະຫະ....

ໃນມື້ວັນຈັນວານນີ້ ເຈົ້າໜ້າທີ່ສາທາລະນະສຸກໄດ້ຕັດຂໍ້ຈໍາກັດຂອງການແຍກໂຕຢູ່ໂດດດ່ຽວ ສໍາລັບຊາວອາເມຣິກັນ ຜູ້ທີ່ຕິດເຊື້ອໄວຣັສໂຄໂຣນາ ຈາກ 10 ມື້ລົງມາເປັນ 5 ມື້, ແລະກໍໄດ້ຫຼຸດໄລຍະເວລາທີ່ຈຳເປັນຕ້ອງໄດ້ກັກໂຕຂອງຜູ້ທີ່ສໍາພັດໃກ້ຊິດ ລົງມາເຊັ່ນກັນ ອີງຕາມອົງການຂ່າວ AP.
ແນວທາງດັ່ງກ່າວແມ່ນສອດຄ່ອງກັບຂໍ້ມູນຫຼັກຖານທີ່ເພີ້ມຂຶ້ນວ່າ ຜູ້ຕິດເຊື້ອໄວຣັສໂຄໂຣນາສ່ວນຫຼາຍ ແມ່ນຢູ່ໃນເວລາສອງມື້ທໍາອິດ ແລະຫຼັງຈາກນັ້ນ ອາດຈະສະແດງອາການອອກມາພາຍໃນສາມມື້, ອີງຕາມການລາຍງານຂອງເຈົ້າໜ້າທີ່ ສູນຄວາມຄຸມແລະປ້ອງກັນໂຣກຕິດຕໍ່ ຫຼື CDC ທີ່ໄດ້ກ່າວ.

ການຕັດສິນໃຈດັ່ງກ່າວ ແມ່ນຍັງໄດ້ຮັບແຮງກະຕຸ້ນຈາກການເພີ້ມຂຶ້ນຂອງກໍລະນີຜູ້ປ່ວຍໂຄວິດ-19 ໃນມໍ່ໆມານີ້, ເຊິ່ງມີຜົນມາຈາກໄວຣັສສາຍພັນ ໂອໄມຄຣອນ.

ຜູ້ຊ່ຽວຊານກ່າວວ່າ ການວິໄຈເບື້ອງຕົ້ນຊີ້ໃຫ້ເຫັນວ່າ ໄວຣັສສາຍພັນໂອໄມຄຣອນ ອາດຈະເຮັດໃຫ້ເກີດການເຈັບປ່ວຍທີ່ບໍ່ຮຸນແຮງຫຼາຍກວ່າໄວຣັສສາຍພັນກ່ອນໜ້ານີ້. ແຕ່ຈໍານວນຜູ້ຕິດເຊື້ອທີ່ເພີ້ມຂຶ້ນຢ່າງຫຼວງຫຼາຍ ແລະດ້ວຍເຫດນີ້ຈຶ່ງຕ້ອງມີການແຍກໂຕຢູ່ໂດດດ່ຽວ ຫຼືກັກໂຕ ອັນຈະກໍ່ໃຫ້ເກີດຄວາມຫຍຸ້ງຍາກຕໍ່ສັກກະຍະພາບຂອງໂຮງໝໍຫຼາຍໆແຫ່ງ, ສະໜາມບິນ ແລະບັນດາທຸລະກິດທີ່ຍັງຄົງເປີດດໍາເນີນການ.

ຜູ້ອໍານວຍການຂອງ CDC ທ່ານນາງໂຣແຊລ ວອລເລັນສະກີ (Rochelle Walensky) ກ່າວວ່າ ປະເທດຂອງພວກເຮົາກໍາລັງຈະເຫັນກໍລະນີຜູ້ປ່ວຍໂອໄມຄຣອນເປັນຈໍານວນຫຼາຍ.

“ບໍ່ແມ່ນທຸກກໍລະນີຈະມີອາການທີ່ຮ້າຍແຮງ. ຄວາມຈິງແລ້ວ, ໃນຫຼາຍກໍລະນີແມ່ນຈະບໍ່ສະແດງອາການໃດໆເລີຍ,” ທ່ານນາງໄດ້ບອກກັບນັກຂ່າວໃນມື້ວັນຈັນວານນີ້. “ພວກເຮົາຕ້ອງການໃຫ້ມີຄວາມແນ່ນອນວ່າ ພວກເຮົາສາມາດຈະດໍາເນີນໄປຕາມກົນໄກຂອງສັງຄົມທີ່ປອດໄພ ໃນລະຫວ່າງທີ່ດໍາເນີນການຕາມແນວທາງດ້ານວິທະຍາສາດ.”

ເມື່ອອາທິດທີ່ຜ່ານມາ, ທາງໜ່ວຍງານໄດ້ຫຼຸດຜ່ອນກົດລະບຽບໃນກ່ອນໜ້ານີ້ ທີ່ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ທາງການແພດ ຕ້ອງໄດ້ພັກວຽກເປັນເວລາ 10 ມື້ຫາກຜົນກວດຂອງພວກເຂົາເຈົ້າອອກມາເປັນບວກ. ແຕ່ຄໍາແນະນໍາອັນໃໝ່ໄດ້ລະບຸວ່າ ພະນັກງານທັງຫຼາຍສາມາດກັບຄືນໄປເຮັດວຽກໄດ້ ຫຼັງຈາກເຈັດມື້ ຖ້າຫາກຜົນກວດອອກມາເປັນລົບ ແລະບໍ່ມີອາການໃດໆ ແລະທາງໜ່ວຍງານກ່າວວ່າ ການແຍກໂຕນັ້ນ ອາດຈະຫຼຸດລົງມາເປັນ 5 ມື້ ຫຼືໜ້ອຍກວ່ານັ້ນ ຖ້າຫາກມີການຂາດແຄນພະນັກງານຫຼາຍຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG