ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນການລົງປະຊາມະຕິ ສົ່ງເສີມແຄວ້ນ Catalonia ແຍກຕົວອອກຈາກ ສເປນ ເປັນໄປຢ່າງຖ້ວມລົ້ນ


ປະທານແຄວ້ນ Catalan ທ່ານ Carles Puigdemont, ກາງ, ໃຫ້ສຳພາດສື່ມວນຊົນ ທີ່ສະໜາມກິລາແຫ່ງນຶ່ງ ທີ່ໄດ້ຖືກຈັດ
ຕັ້ງໃຫ້ເປັນສະຖານທີ່ປ່ອນບັດໂດຍລັດຖະບານ Catalan, ຊຸມຊົນ Sant Julia de Ramis, ໃກ້ກັບແຂວງ Girona, ສເປນ. 1 ຕຸລາ, 2017.
ປະທານແຄວ້ນ Catalan ທ່ານ Carles Puigdemont, ກາງ, ໃຫ້ສຳພາດສື່ມວນຊົນ ທີ່ສະໜາມກິລາແຫ່ງນຶ່ງ ທີ່ໄດ້ຖືກຈັດ ຕັ້ງໃຫ້ເປັນສະຖານທີ່ປ່ອນບັດໂດຍລັດຖະບານ Catalan, ຊຸມຊົນ Sant Julia de Ramis, ໃກ້ກັບແຂວງ Girona, ສເປນ. 1 ຕຸລາ, 2017.

ລັດຖະບານຂອງແຄວ້ນ Catalonia ໄດ້ກ່າວໃນຕອນເຊົ້າຂອງວັນຈັນມື້ນີ້ວ່າ ຜົນເບື້ອງ
ຕົ້ນ ໄດ້ສະແດງໃຫ້ເຫັນວ່າ ຜູ້ລົງຄະແນນສຽງ 90 ເປີເຊັນ ໃນການລົງປະຊາມະຕິໃນ
ວັນອາທິດວານນີ້ ຢາກໃຫ້ພາກພື້ນດັ່ງກ່າວປະກາດການແຍກຕົວຈາກ ສເປນ.

ໂຄສົກລັດຖະບານແຄວ້ນ ທ່ານ Jordi Turull ກ່າວວ່າ ບັດຄະແນນສຽງ ທີ່ໄດ້ຖືກປ່ອນ
2,020,000 ກວ່າໃບ ຈາກ 2,260,000 ກວ່າໃບ ແມ່ນສະໜັບສະໜູນການແຍກຕົວ
ອອກເປັນເອກະລາດ. ທ່ານໄດ້ກ່າວວ່າ ຜູ້ລົງຄະແນນສຽງເກືອບ 8 ເປີເຊັນ ໄດ້ຄັດຄ້ານ
ການແຍກຕົວເປັນເອກະລາດ ແລະ ສ່ວນທີ່ຍັງເຫຼືອ ໃນຫີບປ່ອນບັດ ແມ່ນເປົ່າຫວ່າງ
ຫຼື ເປັນໂມຄະ.

ຜູ້ອອກມາລົງຄະແນນສຽງ ໃນແຄວ້ນ Catalonia ແມ່ນປະມານ 42 ເປີເຊັນ ເຊິ່ງມີຜູ້
ມີສິດເລືອກຕັ້ງທັງໝົດ 5 ລ້ານ 3 ແສນຄົນ.

ປະທານແຄວ້ນ Catalonia ທ່ານ Carles Puigdemont ກ່າວວ່າ ທ່ານຈະຮັກສາຄຳ
ສັນຍາຂອງທ່ານໄວ້ ເພື່ອປະກາດການແຍກຕົວອອກເປັນເອກະລາດແຕ່ຝ່າຍດຽວ ຖ້າ
ຝ່າຍທີ່ລົງຄະແນນສຽງ ວ່າ “ເຫັນດີ” ໄດ້ຊະນະໃນການລົງປະຊາມະຕິແຍກຕົວອອກ
ຈາກ ສເປນ.

ໃນການກ່າວຄຳປາໄສອອກໂທລະພາບ ຫຼັງຈາກສະຖານທີ່ປ່ອນບັດໄດ້ປິດລົງແລ້ວ,
ທ່ານ Puigdemont ໄດ້ກ່າວວ່າ ແຄວ້ນ Catalonia “ໄດ້ຮັບສິດທິ ທີ່ຈະກາຍເປັນລັດ
ເອກະລາດ”
ແລະ ໄດ້ຮຽກຮ້ອງໃຫ້ສະຫະພາບ ຢູໂຣບ ຢຸດເຊົາ “ບໍ່ໃຫ້ມອງເຫັນເປັນ
ທາງອື່ນ”

ແນວໃດກໍຕາມ, ລັດຖະບານຂອງ ສເປນ ແມ່ນບໍ່ເຫັນດີເປັນຢ່າງຍິ່ງ. ນາຍົກລັດຖະມົນ
ຕີ ສເປນ ທ່ານ Mariano Rajoy ຜູ້ທີ່ໄດ້ກ່າວຈາກນະຄອນຫຼວງ ມາດຣິດ ໃນວັນອາ
ທິດວານນີ້ ໄດ້ກ່າວໂຈມຕີການລົງຄະແນນສຽງດັ່ງກ່າວ ໂດຍເອີ້ນມັນວ່າຜິດກົດໝາຍ
ແລະ ເປັນການໂຈມຕີລະບຽບກົດໝາຍ.

ທ່ານ Rajoy ໄດ້ກ່າວວ່າ “ໃນເວລານີ້, ຂ້າພະເຈົ້າສາມາດກ່າວຕໍ່ພວກທ່ານໃນຄຳເວົ້າ
ທີ່ຮຸນແຮງທີ່ສຸດ ກ່ຽວກັບ ສິ່ງທີ່ພວກທ່ານຮູ້ຢູ່ແລ້ວ ແລະ ສິ່ງທີ່ພວກເຮົາໄດ້ເຫັນແລ້ວ
ໃນມື້ທີ່ຜ່ານມາ. ມັນບໍ່ໄດ້ມີການລົງປະຊາມະຕິ ກ່ຽວກັບ ການຕັດສິນໃຈເອງໃນແຄວ້ນ
Catalonia ມື້ນີ້.”

ທ່ານ Puigdemont ຕອບຄືນວ່າ ທ່ານ Rahoy ໄດ້ນຳເອົາຄວາມອັບອາຍຂາຍໜ້າ
ມາສູ່ປະເທດນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Clashes Between Police, Protesters During Catalonia Referendum
please wait

No media source currently available

0:00 0:00:32 0:00

XS
SM
MD
LG