ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຖິງແກ່ກຳ ຂອງທ່ານຄາສໂຕຣ ເນັ້ນເຖິງ ຂໍ້ແຕກຕ່າງ ລະຫວ່າງ ປ. ໂອບາມາ ແລະ ທ່ານທຣຳ ກ່ຽວກັບ ຄິວບາ


Castro's Death Highlights Contrast Between Obama, Trump on Cuba
please wait

No media source currently available

0:00 0:02:24 0:00

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຍົກຍ້ອງການເປີດສາຍສຳພັນ ລະຫວ່າງ ສະຫະລັດ ກັບ ຄິວບາ ຢ່າງພາກພູມໃຈ ຫຼັງຈາກ 50 ປີ ແຫ່ງການເປັນ ຄູ່ປໍລະປັກກັນ ແຕ່ໄດ້ມີປະຕິກີລິຍາທາງດ້ານການທູດ ຕໍ່ການເສຍຊີວິດ ຂອງ ອະດີດປະທານປະເທດ ຟີແດລ ຄາສໂຕຣ ດ້ວຍການສະແດງຄວາມໂສກເສົ້າ
ເສຍໃຈ ໄປຍັງຄອບຄົວຂອງທ່ານ. ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານດໍໂນລ
ທຣຳ ໄດ້ຕຳນິນະໂຍບາຍທັງຫຼາຍ ກ່ຽວກັບຄິວບາ ຂອງທ່ານໂອບາມາ ແລະ ໄດ້
ເປີດເຜີຍ ຖະແຫລງການ ດ້ວຍວາຈາໂອຫັງ ທີ່ເອີ້ນ ທ່ານຟີແດລ ຄາສໂຕຣ ວ່າ ເປັນຈອມຜະເດັດການ ທີ່ໂຫດຫ້ຽມ.

ຄວາມແຕກຕ່າງທັງຫຼາຍ ໃນນ້ຳສຽງດັ່ງກ່າວ ອາດເປັນຮ່ອງຮອຍທີ່ສຳຄັນ ໃນການ ຫັນປ່ຽນສາຍສຳພັນ ລະຫວ່າງວໍຊິງຕັນ ກັບ ຮາວານາ ດັ່ງທີ່ນັກຂ່າວຂອງວີໂອເອ
ປະຈຳ ທຳນຽບຂາວ Cindy Saine ລາຍງານມາ ດັ່ງໄຊຈະເລີນສຸກ ຈະນຳເອົາ ລາຍລະອຽດ ມາສະເໜີທ່ານ.

ປະທານາທິບໍດີ ໂອບາມາ ໄດ້ພິຈາລະນາເຫັນວ່າ ການເປີດສາຍສຳພັນ ລະຫວ່າງ ສະຫະລັດ ກັບ ຄິວບາ ຫຼັງຈາກໄດ້ມີຄວາມບາດໝາງອັນຂົມຂື່ນມາ ຫຼາຍກວ່າ 50 ປີ ແລ້ວນັ້ນ ເປັນໜຶ່ງ ໃນນະໂຍບາຍການຕ່າງປະເທດ ທີ່ເປັນສັນຍະລັກສ່ວນຕົວ ຂອງ ທ່ານເອງ ທີ່ປະສົບຜົນສຳເລັດ. ທ່ານໄດ້ເດີນທາງໄປຢ້ຽມຢາມ ປະເທດເກາະດອນ ກາຣິບຽນ ດັ່ງກ່າວ ໃນເດືອນມີນາ ຜ່ານມາ ອັນເປັນເທື່ອທຳອິດ ທີ່ປະທານາທິບໍດີ ສະຫະລັດ ທີ່ຍັງດຳລົງຕຳແໜ່ງຢູ່ ໄດ້ເຮັດເຊັ່ນນັ້ນ ນັບຕັ້ງແຕ່ປີ 1928 ເປັນຕົ້ນມາ.

ທ່ານປະທານາທິບໍດີ ບາຣັກ ໂອບາມາ ເວົ້າວ່າ “ຂ້າພະເຈົ້າ ໄດ້ມານະທີ່ນີ້ ເພື່ອ ຝັງຖົມສ່ວນເສດເຫຼືອອັນສຸດທ້າຍ ຂອງສົງຄາມເຢັນ ໃນອາເມຣິກາ.”

ທັງສອງປະເທດ ໄດ້ເປີດສະຖານທູດຂອງພວກຕົນຄືນໃໝ່ ຫຼັງຈາກທີ່ໄດ້ປິດມາ
ຫຼາຍກວ່າ 50 ປີ ແລ້ວ. ພວກເຮືອນຳທ່ຽວຂອງສະຫະລັດ ກຳລັງຈອດຢູ່ທ່າເຮືອ ໃນປະເທດຄິວບາ ໃນປັດຈຸບັນນີ້ ແລະມີຖ້ຽວບິນຫຼາຍຖ້ຽວ ຈາກສາຍການບິນ
ສະຫະລັດ ທີ່ບິນໄປຍັງເກາະດັ່ງກ່າວ ເປັນປະຈຳ. ແຕ່ການເສຍຊີວິດ ຄົບອາຍຸໄດ້
90 ປີ ຂອງ ທ່ານຟີແດລ ຄາສໂຕຣ ແລະ ການເລືອກຕັ້ງ ເອົາ ທ່ານດໍໂນລ ທຣຳ ຈາກພັກຣີພັບບລີກັນ ແມ່ນໄດ້ກໍ່ໃຫ້ເກີດມີຄຳຖາມຕ່າງໆນາໆຂຶ້ນມາ ກ່ຽວກັບ ອັນທີ່ຈະເກີດຂຶ້ນ ຕໍ່ສາຍສຳພັນອັນອົບອຸ່ນ ລະຫວ່າງສະຫະລັດ ກັບຄິວບາ. ທ່ານ
ນາງ Kellyanne Conway ທີ່ປຶກສາຜູ້ອາວຸໂສ ຂອງທ່ານທຣຳ ໄດ້ກ່າວ ໃນລາຍ ການຂ່າວ This Week Sunday ຂອງໂທລະພາບ ABC ວ່າ ທ່ານທຣຳ ແມ່ນເປີດ ອົກເປີດໃຈ ຕໍ່ຄວາມເປັນໄປໄດ້ ໃດໆ ກ່ຽວກັບການຈັດຕັ້ງສາຍສຳພັນ ຂອງສະຫະລັດ ກັບຄິວບາ ຄືນໃໝ່ ແຕ່ວ່າທ່ານຈະຮຽກຮ້ອງໃຫ້ມີການຍິນຍອມ ເປັນການຕອບແທນ.

ທ່ານນາງ Conway ເວົ້າວ່າ “ແຕ່ພວກເຮົາຍັງຄົງ ມີຄວາມໜັກແໜ້ນຫຼາຍ ຊຶ່ງ ໃນເວລາໃດ ທ່ານເປີດສາຍສຳພັນທາງການທູດ ດັ່ງທີ່ປະທານາທິບໍດີ ໂອບາມາ
ເຮັດໄປແລ້ວ ກັບຄິວບາ ແລະ ຟີແດລ ຄາສໂຕຣ ສອງສາມປີທີ່ຜ່ານມາ ຊຶ່ງບໍ່
ໄດ້ ມີຫຍັງໄດ້ມາເປັນການຕອບແທນເລີຍ ລວມທັງ ພວກນັກໂທດທາງການເມືອງ ແລະ ການຮັບ ປະກັນວ່າ ປະຊາຊົນຢູ່ໃນເກາະຄິວບາ ຈະໄດ້ຮັບອິດສະຫລະ ທາງດ້ານການເມືອງ ແລະ ດ້ານເສດຖະກິດ -- ຂ້າພະເຈົ້າໝາຍເຖິງ, ຂ້າພະເຈົ້າ ໄດ້ພົບປະເປັນສ່ວນຕົວ ແລະ ຂ້າພະເຈົ້າແນ່ໃຈວ່າ ທ່ານກໍໄດ້ພົບ ກັບພວກຜູ້ທີ່ ໄດ້ຮັບເຄາະ ຈາກການກົດຂີ່ຂົ່ມເຫັງ ແລະການຖືກທໍລະມານ ແລະ ການຖືກຄຸມ
ຂັງ ຂອງ ຟີແດລ ຄາສໂຕຣ.”

ການຫັນປ່ຽນນະໂຍບາຍ ເຂົ້າຫາ ຮາວານາ ຍັງໄດ້ຖືກວິພາກວິຈານ ໂດຍບັນດາ ສະມາຊິກສະພາ ຈາກທັງສອງພັກການເມືອງ ຈຳນວນໜຶ່ງ ໂດຍປະກອບມີ ສະມາຊິກ ສະພາສູງ ທ່ານ Ted Cruz ຜູ້ທີ່ມີບິດາ ທີ່ມາຈາກປະເທດຄິວບາ.

ທ່ານ Ted Cruz ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ເວົ້າວ່າ “ຂ້າພະເຈົ້າ
ຫວັງຢ່າງຍິ່ງວ່າ ພວກເຮົາ ຈະບໍ່ເຫັນ ບັນດາເຈົ້າໜ້າທີ່ ລັດຖະກອນສະຫະລັດ ໃດໆ ໄປຮ່ວມພິທີສົ່ງສະການ ຂອງ ຟີແດວລ ແຄສໂຕຣ. ຂ້າພະເຈົ້າຫວັງວ່າ ພວກເຮົາ ຈະບໍ່ເຫັນ ທ່ານ ບາຣັກ ໂອບາມາ ແລະ ທ່ານ ໂຈ ໄບເດນ ແລະ ທ່ານນາງ ຮີລເລິຣີ ຄລິນຕັນ ແລະ ສະມາຊິກພັກເດໂມແຄຣັດ ລຽນແຖວກັນໄປຍົກຍ້ອງ ຜູ້ທີ່ເປັນຄາດ ຕະກອນ ຜະເດັດການ ແລະ ອັນຕະພານ”
ນັ້ນ.

ທຳນຽບຂາວ ບໍ່ໄດ້ປະກາດອອກໄປ ຜູ້ທີ່ຈະເດີນທາງໄປຮ່ວມພິທີສົ່ງສະການ ຂອງ
ທ່ານ ຟີແດລ ຄາສໂຕຣ ໃນວັນທີ 4 ທັນວາ ຈະມາເຖິງນີ້. ເຖິງຢ່າງໃດກໍຕາມ ອະນາຄົດຂອງນະໂຍບາຍ ສະຫະລັດ ທີ່ຫັນເຂົ້າຫາ ຮາວານາ ນັ້ນ ແມ່ນບໍ່ມີຄວາມ ແນ່ນອນ ທ່ານທຣຳ ເບິ່ງຄືວ່າ ທ່ານທຣຳ ຈະເຫັນດີເຫັນພ້ອມ ກັບຖະແຫລງການ ຂອງ ທ່ານໂອບາມາ ທີ່ວ່າ ປະຊາຊົນຄິວບາ ຕ້ອງຮູ້ດີວ່າ ພວກເຂົາເຈົ້າມີເພື່ອນມິດ ແລະ
ພາຄີ ຢູ່ໃນສະຫະລັດ.

U.S. President Barack Obama proudly hailed the opening of U.S. ties with Cuba after 50 years of hostility and reacted diplomatically to the death of former President Fidel Castro, expressing condolences to his family. President-elect Donald Trump has criticized Obama's Cuba policies, and released a toughly worded statement calling Fidel Castro a brutal dictator. The differences in tone may signal a major shift in relations between Washington and Havana, as VOA White House Correspondent Cindy Saine reports.

President Obama considers opening up U.S. ties to Cuba after more than 50 years of bitter estrangement one of his signature foreign policy achievements. He visited the Caribbean island nation in March the first sitting U.S. president to do so since 1928.

((PRESIDENT BARACK OBAMA))
"I have come here to bury the last remnants of the Cold War in the Americas."

The two countries have reopened their embassies after more than 50 years. U.S. cruise ships are now docking in Cuba, and there are regular flights by U.S. airlines to the island. But the death of 90-year-old Fidel Castro, and the election of Republican Donald Trump, are raising questions about what will happen to the warming of U.S.-Cuban ties.A senior Trump adviser, Kellyanne Conway, told ABC News This Week Sunday that Trump is open to any number of possibilities on resetting U.S relations with Cuba, but that he will demand concessions in return.

((KELLYANNE CONWAY, TRUMP ADVISER))
"But we remain very firm that when you open up diplomatic relations, as President Obama has, with Cuba and Fidel Castro in the last several years, that to get nothing in return, including political prisoners and assurances that people on the island of Cuba will be free politically and economically -- I mean, I've personally met, and I'm sure you have, victims of Fidel Castro's oppression and his torture and his imprisonment."

Obama's shift in policy toward Havana also has been criticized by a number of lawmakers from both major parties, including Senator Ted Cruz, whose father is from Cuba.

((SENATOR TED CRUZ, REPUBLICAN))
"I very much hope that we don't see any U.S. government officials going to Fidel Castro's funeral. I hope we don't see Barack Obama and Joe Biden and Hillary Clinton and Democrats lining up to lionize a murderous tyrant and thug."

The White House has not announced who will be traveling to Fidel Castro's funeral on December 4. Although future U.S. policy toward Havana is uncertain, Trump likely would agree with Obama's statement that the Cuban people must know they have a friend and partner in the United States.

XS
SM
MD
LG