ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານ Cassini ຈະບິນດິ່ງລົງ​​ໃສ່ ດາວພະເສົາ ເພື່ອຮັກສາໄວ້ ສິ່ງທີ່ມີຊີວິດ


Cassini Spacecraft On Course for Final Death Dive into Saturn
please wait

No media source currently available

0:00 0:02:25 0:00

ຫຼັງຈາກ ທີ່​ໄດ້​ປະຕິບັດ​ງານເປັນ​ເວລາ 20 ປີ ຮວມທັງ​ການ​ຕໍ່​ອາຍຸ 2 ຄັ້ງນັ້ນ ຍານອະ
ວະກາດ Cassini ກຳລັງກະກຽມ ທີ່ຈະບິນດິ່ງລົງ​ ເປັນຄັ້ງສຸດທ້າຍ ເຂົ້າ​ໃສ່ ດາວພະ
ເສົາຫຼື Saturn ໃນວັນສຸກ ມື້ອື່ນນີ້.

ພວກນັກວິທະຍາສາດ ແລະ ວິສະວະກອນ ຢູ່ທີ່ ສູນກາງ​ຄວບ​ຄຸມ Jet Propulsion
Laboratory ຂອງອົງການອະວະກາດ ສະຫະລັດ ຫຼື NASA ໄດ້ກ່າວວ່າ ການຕັດສິນ
ໃຈຂອງພວກເຂົາເຈົ້າ ເພື່ອຍຸຕິຊີວິດ ຂອງຍານອະວະກາດ ແບບນີ້ ກໍເປັນຍ້ອນ ສິ່ງທີ່
ພວກເຂົາເຈົ້າໄດ້ພົບເຫັນ ໃນລະຫວ່າງປະຕິບັດງານດັ່ງກ່າວ ທີ່​ອາດຈະ​ເປັນສ່ວນ​ປະ
ກອບ​ ຂອງສິ່ງທີ່ມີຊີວິດ ຢູ່​ໃນເດືອນບາງ​ໜ່ວຍ ຂອງດາວພະເສົາ.

Cassinia Saturn Mission
please wait

No media source currently available

0:00 0:01:21 0:00

ທ່ານ Morgan Cable ຮອງ​ຫົວໜ້າໂຄງການວິທະຍາສາດ ຂອງລະບົບວິສະວະກຳ
ຍານ Cassini ໄດ້ກ່າວວ່າ “ໃນເວລາ ຂອງການອອກແບບຍານນັ້ນ ພວກເຮົາບໍ່ຮູ້
ຫຍັງເລີຍວ່າ ມີມະຫາສະໝຸດ ຢູ່ໄກ​ອອກ​ໄປ ຂອງລະບົບສຸລິ ຍະຈັກກະວານ.”

ການຄົ້ນພົບ ມະຫາສະໝຸດ ຢູ່​ໃນເດືອນບາງ​ໜ່ວຍ ຂອງດາວພະເສົາ ອາດໝາຍ
ຄວາມວ່າ ມີສິ່ງທີ່ມີຊີວິດ. ການຄົ້ນພົບທີ່ບໍ່ໄດ້ຄາດຄິດອັນນຶ່ງ ​ແມ່ນມີຂຶ້ນ ​ໃນ​ເຂດ
ຂົ້ວໃຕ້ຂອງເດືອນ Enceladus ເຊິ່ງເປັນດວງເດືອນນຶ່ງ ທີ່ຕິດ ຢູ່ໃນວົງ​ແຫວນ ຂອງ
ດາວພະເສົາ.

ທ່ານນາງ Molly Bittner ນັກວິສະວະກອນກ່ຽວ​ກັບ​ລະບົບປະຕິບັດງານ ຂອງຍານ
Cassini ໄດ້ກ່າວວ່າ “ມີມະຫາ​ສະໝຸດນ້ຳທີ່​ເປັນຂອງແ​ຫລວຢູ່ໃຕ້ພື້ນຜິວ ແລະ
ມັນໄດ້ສົ່ງສາຍນ້ຳພຸຮ້ອນ ຂຶ້ນມາ ແລະຮອຍແຕກເຫຼົ່ານີ້ເຮັດໃຫ້ນ້ຳພຸຮ້ອນພຸ່ງ​
ອອກມາ.”

ພາບສະໄລດ໌: ພາບທີ່ໜ້າມະຫັດສະຈັນ ຂອງ ວົງແຫວນ ແລະ ດວງເດືອນ ຂອງດາວ
ພະເສົາ ຈາກຍານ Cassini

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG