ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະເປີດໂອກາດ ໃຫ້ພວກທະຫານເພດຍິງ ມີບົດບາດ ໃນການສູ້ລົບ ທັງໝົດ

ສິບຕີ Janelle Zalkovsky ຈາກໜ່ວຍກິດຈະການດ້ານພົນລະເຮືອນ ຂອງກອງພັນທີ​ 1 ກອງປືນໃຫຍ່ທີ 320 ກອງພົນທະຫານໂຕນຈ້ອງ 101 ໃຫ້ການຮັກສາຄວາມປອດໄພ ໃນຂະນະທີ່ທະຫານຄົນອື່ນໆ ສຳຫລວດ ສະຖານທີ່ກໍ່ສ້າງທາງໃໝ່ ຢູ່ທີ່ເມືອງ Ibriam Jaffes ໃນອີຣັກ.

ສະຫະລັດ ໄດ້ທັບມ້າງ ກຳແພງກີດກັນທາງເພດ ທີ່ສຳຄັນລົງ
ໂດຍການເປີດກວ້າງ ທຸກຕຳແໜ່ງໃນການສູ້ລົບ ຂອງທະຫານ
ທັງໝົດໃຫ້ແກ່ພວກແມ່ຍິງ. ຜູ່ສື່ຂ່າວວີໂອເອ ດ້ານຄວາມໝັ້ນ
ຄົງແຫ່ງຊາດ Jeff Seldin ມີລາຍລະອຽດເພີ້ມຕື່ມ ກ່ຽວກັບ
ການປະກາດ ທີ່ເປັນປະຫວັດການດັ່ງກ່າວ ຊຶ່ງອາດເຮັດໃຫ້
ພວກແມ່ຍິງມີບົດບາດ ທີ່ສຳຄັນໃນການສູ້ລົບ ຕໍ່ຕ້ານລັດ
ອິສລາມ. ໄຊຈະເລີນສຸກ ຈະນຳເອົາລາຍລະອຽດນັ້ນ ມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ພວກແມ່ຍິງ ໄດ້ສ່ຽງຊີວິດຂອງເຂົາເຈົ້າ ໃນແຫ່ງຕ່າງໆ ເຊັ່ນອັຟການິສຖານ ແລະ ອີຣັກ
ມາໄດ້ຫຼາຍປີແລ້ວ.

ໃນໄວ້ໆນີ້ ພວກເຂົາເຈົ້າ ກໍຈະສາມາດເຂົ້າຮ່ວມຕໍ່ສູ້ ໃນທຸກແນວໜ້າສະໜາມລົບ.

ທ່ານ Ash Carter ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ເວົ້າວ່າ “ເພື່ອຜົນສຳເລັດ
ໃນພາລະກິດການປ້ອງກັນຊາດຂອງພວກເຮົາ ພວກເຮົາບໍ່ຄວນປະຖິ້ມ ປະຊາກອນ
ເຄິ່ງໜຶ່ງຂອງຊາດ ຜູ້ມີສະມັດຖະພາບ ແລະ ຄວາມຊຳນານ ຂອງພວກເຮົາເອງ.
ພວກເຮົາຕ້ອງນຳໃຊ້ ຜົນປະໂຫຍດຂອງແຕ່ລະຄົນ ຢ່າງຄົບຖ້ວນ ຜູ້ທີ່ສາມາດຜ່ານ
ມາດຕະຖານຕ່າງໆ ຂອງພວກເຮົາ.”

ຄຳສັ່ງທີ່ໄດ້ປະກາດນຳໃຊ້ ເມື່ອວັນພະຫັດຜ່ານມາ ໂດຍລັດຖະມົນຕີປ້ອງກັນປະເທດ
ທ່ານ Ash Carter ໃຫ້ກຳນົດເວລາ 30 ມື້ ຕໍ່ຂະແໜງກອງທະຫານຕ່າງໆ ຂອງສະຫະລັດ ເພື່ອໃຫ້ເປີດທຸກຕຳແໜ່ງທັງໝົດ ໃຫ້ແກ່ພວກແມ່ຍິງ ທີ່ລວມທັງ ທຸກໜ່ວຍທະຫານລາບ ແລະ ກຳລັງໜ່ວຍພິເສດ ນຳດ້ວຍ.

US Opens All Military Combat Roles to Women
please wait

No media source currently available

0:00 0:02:03 0:00

ທ່ານ Carter ເວົ້າວ່າ “ບັດນີ້ ຫຼາຍກວ່າທີ່ເຄີຍມີມາ ພວກເຮົາບໍ່ຄວນຈະມີກຳແພງ ທີ່ ຈຳກັດການນຳໃຊ້ ສະມັດຖະພາບ ຂອງພວກເຮົາທີ່ມີຢູ່ແລ້ວນັ້ນ.”

ການຕັດສິນໃຈດັ່ງກ່າວ ເປັນຜົນມາຈາກ ຂະບວນການໄລຍະ 3 ປີ ທີ່ໄດ້ກາຍມາເປັນຈຸດ
ເດັ່ນ ໃນເວລາ ທະຫານເພດຍິງສອງຄົນ ໄດ້ຜ່ານການທົດສອບຄຸນສົມບັດ ເປັນທະຫານ
Rangers ຂອງກອງທັບບົກ.

ພົນໂທກອງທັບບົກ Shaye Haver ເວົ້າວ່າ “ກໍຄືກັນກັບ ຜູ້ໃດຜູ້ໜຶ່ງ ທີ່ໄດ້ເຂົ້າໄປແລ້ວ
ກໍເພື່ອເອົາຊະນະມັນ ອັນນັ້ນ ແມ່ນອັນທີ່ພວກເຮົາໄດ້ຕັດສິນໃຈວ່າຈະເຮັດໃຫ້ໄດ້.”

ໃນຂະນະທີ່ຫຼາຍໆຄົນ ໃນຫ້ອງຮຽນເປັນ Ranger ນັ້ນ ບໍ່ມີບັນຫາຫຍັງກັບພວກເຮົາ ສ່ວນ
ຄົນອື່ນໆ ແມ່ນມີຄວາມເປັນຫ່ວງຢູ່ ລວມທັງ ນາຍພົນທະຫານຂັ້ນສູງສະຫະລັດ, ປະທານ
ເສນາທິການຮ່ວມ ທ່ານ Joseph Dunford ຜູ້ທີ່ເປັນ ພົນເອກທະຫານນາວີກະໂຍທິນ
ໄດ້ຮຽກຮ້ອງໃຫ້ຍົກເວັ້ນຕຳແໜ່ງຈຳນວນໜຶ່ງ ຢູ່ແນວໜ້າ.

ທະຫານນາວີກະໂຍທິນ ແລະ ຫົວໜ້າທິມຕໍ່ສູ້ ສິບເອກຍິງ Sheena Adams (ຊ້າຍ) ແລະ ນາງແພດທະຫານເຮືອ Shannon Crowley ຈາກກອງພັນທີ 1, ກອງທະຫານນາວີກະໂຍທິນ ທີ 8 ນັ່ງໃນລົດຫຸ້ມເກາະ ກ່ອນໜ້າ ຈະມຸ້ງອອກໄປຈາກຖານທັບຂອງພວກເຂົາເຈົ້າ ຢູ່ທີ່ Musa Qala ໃນພາກໃຕ້ຂອງແຂວງ Helmand ປະເທດອັຟການິສຖານ ເພື່ອໄປປະຕິບັດພາລະກິດ.

ລັດຖະສະພາ ກໍຍັງມີຄວາມລະມັດລະວັງຢູ່.

ປະທານຂອງຄະນະກຳມະການ ດ້ານການທະຫານຂອງລັດຖະສະພາ ໄດ້ເຕືອນ ເຖິງ
“ຜົນສະທ້ອນທີ່ຈະກະທົບກະເທືອນຕໍ່ ບັນດາພະນັກງານທະຫານ ແລະ ຄວາມອາດ
ສາມາດຂອງການສູ້ລົບຂອງທະຫານພວກເຮົາ.”

ແລະ ໄດ້ໃຫ້ ສັນຍາ ວ່າ ຈະທົບທວນຄືນຢ່າງລະອຽດ.

ເຖິງຂະໜາດນັ້ນກໍຕາມ ພວກຄົນບາງສ່ວນ ກ່າວວ່າ ພວກພະນັກງານທະຫານ ຈະປັບຕົວ
ເຂົ້າກັບສະພາບການ.

ຂະບວນລົດຫຸ້ມເກາະຂອງກອງທັບບົກ ສະຫະລັດ ໄດ້ຮັບ ສັນຍານຍົກໂປ ຈາກເພື່ອນທະຫານ ເປັນການອະນຸຍາດໃຫ້ຜ່ານ ຫຼັງຈາກຂ້າມຊາຍແດນເຂົ້າໄປຍັງ ປະເທດຄູເວດ ໃນລະຫວ່າງ ການເຄື່ອນຫຍ້າຍອອກຈາກອີຣັກ.
ຂະບວນລົດຫຸ້ມເກາະຂອງກອງທັບບົກ ສະຫະລັດ ໄດ້ຮັບ ສັນຍານຍົກໂປ ຈາກເພື່ອນທະຫານ ເປັນການອະນຸຍາດໃຫ້ຜ່ານ ຫຼັງຈາກຂ້າມຊາຍແດນເຂົ້າໄປຍັງ ປະເທດຄູເວດ ໃນລະຫວ່າງ ການເຄື່ອນຫຍ້າຍອອກຈາກອີຣັກ.

ທ່ານນາງ Lori Manning ພັນເອກທະຫານເຮືອ ຜູ້ກະສຽນແລ້ວ ເວົ້າວ່າ “ຂ້າພະເຈົ້າ
ຄາດໝາຍວ່າ ມີພວກຜູ້ຊາຍ ແລະພວກແມ່ຍິງ ບາງສ່ວນ ຜູ້ອາດຕັດສິນໃຈບໍ່ໄດ້ ວ່າ
ຈະເຂົ້າ ຫຼືບໍ່ ແຕ່ການຕັດສິນໃຈ ຂອງພວກເຂົາເຈົ້າ ຈະເປັນຄືດັ່ງນີ້ ‘ບັດນີ້ ສິ່ງທີ່ໄດ້ເກີດ
ຂຶ້ນໄປແລ້ວນັ້ນ ຂ້າພະເຈົ້າຄວນຈະຢູ່ ຫຼື ບໍ່ຢູ່.’”

ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ກ່າວວ່າ ເຖິງແມ່ນວ່າ ຈະມີຄວາມກັງວົນກໍຕາມ ບັນດາຝ່າຍທີ່ກ່ຽວຂ້ອງ ບັດນີ້ແມ່ນເຫັນດີເຫັນພ້ອມ ແຕ່ຫາກວ່າ ມັນອາດຍັງອີກຫຼາຍເດືອນຢູ່ ກ່ອນພວກແມ່ຍິງ ຈະມີຄວາມພ້ອມທີ່ຈະໂດດເຂົ້າໄປເປັນໜ່ວຍຫົວກະທິ ແລະ ໃນວຽກງານທີ່ເປັນອັນຕະລາຍ.

XS
SM
MD
LG