ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຳ​ລັງ​ມີ​ການ​ຄົ້ນ​ຄວ້າຫາ​ວິ​ທີເຮັດ​ໃຫ້ ​ລົດ​ບໍ່​ມີ​ຄົນ​ຂັບ ມີ​ຄວາມ​ປອດ​ໄພ​ຫລາຍ​ຂຶ້ນ ສຳ​ລັບ​ຄົນ​ຍ່າງຕາມທາງ


ລົດບໍ່​ມີ​ຄົນ​ຂັບ​ຂ​ອງບໍ​ລິ​ສັດ Google ວາງ​ສະ​ແດງ​ຢູ່​ໃນງານ​ເອັກສໂປ ຢູ່ໃນ​ເມືອງ Mountain View, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 18 ພຶດ​ສະ​ພາ, 2016.
ລົດບໍ່​ມີ​ຄົນ​ຂັບ​ຂ​ອງບໍ​ລິ​ສັດ Google ວາງ​ສະ​ແດງ​ຢູ່​ໃນງານ​ເອັກສໂປ ຢູ່ໃນ​ເມືອງ Mountain View, ລັດ​ຄາ​ລິ​ຟໍ​ເນຍ, ວັນ​ທີ 18 ພຶດ​ສະ​ພາ, 2016.

ບັນ​ຫາ​ໃຫຍ່​ອັນ​ນຶ່ງ​ກ່ຽວ​ກັບ​ພາ​ຫະ​ນະທີ່​ຂັບເຄື່ອນ​ດ້ວຍ​ຕົວ​ເອງ ຫລື​ຂັບແບບ​ອັດ​ຕະ​ໂນ​ມັດ​ນັ້ນກໍ​ຄື ​ຄອມ​ພິວ​ເຕີ​ທີ່ປະ​ຕິ​ບັດ​ແບບຊື່ກົງນັ້ນ ບາງ​ຄັ້ງ​ຄາວ ​ກໍອາດ​ມີ​ບັນ​ຫາ​ໃນ​ການ​ຮັບ​ມື​ກັບ​ໂລກ​ທີ່​ມີຄວາມ​ສັບ​ສົນນີ້. ມັນ​ເຖິງ​ຂັ້ນ​ວ່າຄົນ​ຍ່າງ ​ຖືກພາ​ຫະ​ນະທີ່​ຂັບ​ດ້ວຍ​ຕົວ​ເອງຕຳ ແລະ​ເສຍ​ຊີ​ວິດ​ໄປ ຢູ່​ໃນ​ລັດ​ອາ​ຣີ​ໂຊ​ນາ​ ​ປີ​ກາຍນີ້. ແຕ່​ວ່າ ລະ​ບົບ​ຄຳ​ສັ່ງ​ໃໝ່ກໍ​າ​ລັງ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາທີ່ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ ທີ່ອາດ​ເກີດ​ຂຶ້ນນີ້​ຢູ່. Kevin Enochs ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ພາ​ຫະ​ນະທີ່​ຂັບເຄື່ອນດ້ວຍ​ຕົວ​ເອງ ຫລື​ແບບ​ອັດ​ຕະ​ໂນ​ມັດ​ ແມ່ນ​ໃຫ້​ຄວາມ​ຫວັງ​ສູງ​ຫລາຍ: ເຮັດ​ໃຫ້​ມີ​ການ​ຂັບ​ຂີ່​ຕາມ​ທ້ອງ​ຖະ​ໜົນ​ໜ້ອຍ​ລົງ, ມີ​ມົນ​ລະ​ພິດ​ໃນ​ອາ​ກາດ​ຫລຸດ​ລົງ, ມີ​ອຸ​ປະ​ຕິ​ເຫດ​ທີ່​ເປັນ​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ​ໜ້ອຍກວ່າເກົ່າ.

​ແຕ່​ວ່າ ພາ​ຫະ​ນະທີ່​ຂັບເຄື່ອນດ້ວຍ​ຕົວ​ເອງ ຍັງ​ມີ​ຫລາຍ​ສິ່ງ ຫລາຍ​ຢ່າງ​ທີ່​ຕ້ອງ​ໄດ້​ຮຽນ​ຮູ້ສະ​ນັ້ນພວກ
​ນັກ​ຄົ້ນ​ຄວ້າ ແລະ​ນັກ​ວິ​ສະ​ວະ​ກອນທັງ​ຫລາຍຈຶ່ງກຳ​ລັງ​ສ້າງເດີ່ນກວ້າງໃຫຍ່ເພື່ອ​ທົດ​ສອບຂັບຂີ່​ທີ່ຄື​ກັນ​ກັບ​ອັນ​ນີ້ ຢູ່​ໃນ​ສະ​ວີ​ເດັນ ເພື່ອ​ຊ່ວຍ​ພາ​ຫະ​ນະທີ່​ຂັບເຄື່ອນ​ໄປໄດ້​ດ້ວຍ​ຕົວ​ເອງ​ໃຫ້​ຮູ້​ຈັກ​ວິ​ທີ​ຂັບ​ລົດ​ທີ່​ປອດ​ໄພ.

ທ່ານ ພີ​ເຄີ ແຈນ​ເນ​ວິກ (Peter Janevik) ຈາກ​ບໍ​ລິ​ສັດ ​ແອັ​ສ​ຕາ​ຊີ​ໂຣ (Astazero) ໃຫ້​ຄຳ​ເຫັນ​ວ່າ: "ພວກ​ເຮົາ​ເວົ້າ​ເຖິງ​ເລື້ອງ​ພາ​ຫະ​ນະທີ່​ຂັບໄປດ້ວຍ​ຕົວ​ເອງທັງ​ໝົດ​ເລີຍ. ເພາະ​ສະ​ນັ້ນ ພວກ​ເຮົາ​ຈຶ່ງໄດ້​ມີ​ການ​ທົດ​ລອງຂັບ​ຢູ່ໃນສະ​ພາບແວດ​ລ້ອມ​ສີ່ແບບ: ອັນ​ນຶ່ງ ແມ່ນ​ຢູ່​ໃນ​ເມືອງ, ຢູ່​ໃນ​ຫົນ​ທາງ​ຂອງເຂດ​ຊົນ​ນະ​ບົດ ຫລື​ເຂດ​ນອກ​ເມືອງ, ໃນ​ເຂດ​ທີ່​ເປັນເສັ້ນທາງ​ເປີດກວ້າງ ໃຫ້​ຂັບ​ໃນ​ຄວາມ​ໄວ​ສູງ​ທີ່​ມີ​ການ​ປ່ຽນ​ແປງ​ໄດ້​ງ່າຍ ແລະ​ຈາກນັ້ນ ​ກໍ​ມີຍ່ານ​ທາງ​ດ່ວນສອງ​ສາມ​ແຫ່ງ ພ້ອມ​ທັງ​ຖະ​ໜົນ​ທີ່​ມີ​ສະ​ພາບ​ທຳ​ມະ​ດາ ​ທີ່​ທ່ານ​ຢາກ​ຈະ​ຝຶກ​ຂັບ​ໃຫ້​ທະ​ນັດເມື່ອ​ກ້າວ​ໄປ​ສູ່​ການ​ຂັບ​ຂີ່ຂອງ​ລົດ​ດ້ວຍ​ຕົວ​ເອງ. ອັນ​ນີ້​ເປັນ​ເລື້ອງ​ທີ່ແຕກ​ຕ່າງຈາກອັນ​ອື່ນ."

ແຕ່​ວ່າ ກໍ​ຍັງ​ມີ​ບັນ​ຫາ​ຄົນ​ຍ່າງ​ນຳ​ອີກ. ຜູ້​ຄົນ​ຢູ່​ຕາມ​ທ້ອງ​ຖະ​ໜົນ​ບາງ​ຄັ້ງ​ກໍ​ສາ​ມາດ ທີ່​ຈະ​ຕອບ​ໂຕ້​ຕໍ່​ສະ​ພາບ​ການ​ຕ່າງໆ ໄດ້​ໄວ​ກວ່າ​ພາ​ຫະ​ນະທີ່​ຂັບໄປ​ໄດ້​ດ້ວຍ​ຕົວ​ເອງ ​ອີກ​ດ້ວຍ. ສະ​ນັ້ນການ​ທົດ​ລອງ​ໃນ​ທຸກວັນ​ນີ້ ຈຶ່ງແມ່ນ​ກ່ຽວ​ຂ້ອງ​ກັບ​ຜູ້​ຄົນ ຫລື​ຢ່າງ​ໜ້ອຍ ກໍ​ແມ່ນ​ການ​ໃຊ້​ຫຸ່ນ​ຈຳ​ລອງ​ໃນ​ການ​ທົດ​ລອງ​ເຮັດ​ລົດ​ຕຳ.

ລົດ​ຂັບ​ດ້ວຍ​ຕົນ​ເອງ Argo ຖືກ​ເອົາ​ໄປ​ທົດ​ລອງ​ຂັບໃນ​ເມືອງ Pittsburgh ຂອງ​ລັດ Pennsylvania, ວັນ​ທີ 22 ມັງ​ກອນ 2018
ລົດ​ຂັບ​ດ້ວຍ​ຕົນ​ເອງ Argo ຖືກ​ເອົາ​ໄປ​ທົດ​ລອງ​ຂັບໃນ​ເມືອງ Pittsburgh ຂອງ​ລັດ Pennsylvania, ວັນ​ທີ 22 ມັງ​ກອນ 2018

ແລະ​ ການ​ຕັ້ງ​ໂປ​ຣ​ແກມ​ຂອງ​ພາ​ຫະ​ນະ​ແບບ​ນີ້ ມັກ​ຈະ​ມີ​ຂຶ້ນ​ຢູ່​ໃນ​ສະ​ພາບທີ່​ມີ​ຄົນ​ຍ່າງທີ່​ມີ​ຢູ່​ຕະ​ຫລອດ​ເວ​ລາ​ບັງ​ຄັບ​ໃຫ້​ລົດ​ມີປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ຢ່າງວ່ອງ​ໄວ.

ແລະ​ບັນ​ດາ​ບໍ​ລິ​ສັດ​ຜ​ະ​ລິດພາ​ຫະ​ນະ​ເຫລົ່າ​ນີ້ເວົ້າ​ວ່າ ພວກ​ເຂົາ​ເຈົ້າ​ກຳ​ລັງ ແກ້​ໄຂ​ບັນ​ຫາ​ໄປ​ເທື່ອ​ລະ​ເລັກ ລະ​ໜ້ອຍ​ທີ່​ຈະ​ເຮັດ​ໃຫ້​ພາ​ຫະ​ນະທີ່​ຂັບ​ດ້ວຍ​ຕົວ​ເອງໄປ​ຢູ່​ໃນ​ເສັ້ນ​ທາງ​ຂອງ​ສາ​ທາ​ລະ​ນະໄດ້.


ທ່ານ ເດັນ​ນິ​ສ ໂນ​ແບ​ລ​ລ​ຽ​ສ (Dennis Nobelius), ຈາກ​ບໍ​ລິ​ສັດຊີ​ນູ​ອີ​ທີ (Zenuity) ບອກວ່າ:
"ພວກ​ເຮົາ​ໄດ້​ແກ້​ໄຂ​ບັນ​ຫາສາມ​ຢ່າງ. ພວກ​ເຮົາ​ແກ້​ໄຂ​ບັນ​ຫາ​ລົດ​ຕິດ, ພວກ​ເຮົາ​ແກ້​ໄຂ​ການ​ເດີນ​ທາງ​ໄປ​ມາ ແລະ​ແກ້​ໄຂ​ບັນ​ຫາ​ບ່ອນ​ຈອດ​ລົດ. ພວ​ກ​ເຮົາ​ເຊື່ອ​ວ່າ ບັນ​ຫາ​ທັງ​ສາມ​ຢ່າງນັ້ນ ເປັນ​ຈຸດ​ທີ່​ຫຍຸ້ງ​ຍາກ​ຫລາຍສຳ​ລັບ​ການ​ຂັບ​ຂີ່​ລົດ ຫລື ລູກ​ຄ້າ​ປົກ​ກະ​ຕິ​ ຢູ່​ໃນ​ທຸກວັນ​ນີ້.”

ແລະ​ການ​ແກ້​ໄຂ​ບັນ​ຫາ​ເຫລົ່າ​ນີ້ ແມ່ນ​ການ​ເປີດ​ເສັ້ນ​ທາງ​ໃຫ້​ແກ່​ໂລກ​ທີ່​ມີ​ການ​ຂັບ​ຂີ່​ພາ​ຫະ​ນະທຸກ​ແບບ- ນັບ​ແຕ່​ການ​ບໍ​ລິ​ການ​ຂອງ​ລົ​ດ​ແທັກ​ຊີ ຈົນ​ເຖິງ​ການ​ຂັບ​ລົດ​ບັນ​ທຸກ - ແມ່ນບໍ່​ມີ​ຄົນ​ຂັບ.

ທ່ານ ແມັກ​ນັ​ສ ແຄັ​ສ​ແທ​ລ (Magnus Castell) ຈາກບໍ​ລິ​ສັດ ອີ​ເຣັກ​ສັນ (Ericsson) ໃຫ້​ຄຳ​ເຫັນ​ວ່າ:
"ພວກ​ເຮົາ​ຍັງ​ຈະ​ໄດ້​ເຫັນພາ​ຫະ​ນະທີ່​ຂັບໄປ​ໄດ້​ດ້ວຍ​ຕົວ​ເອງ ເຊັ່ນ ລົດອາຍ​ນ໌ ໄຣ​ດ໌ (Einride) ທ່ານເວົ້າ​ໄດ້​ວ່າ ຈະ​ເດີນ​ໄປ​ເປັນ​ໄລ​ຍະ​ຍາວ​ຈາກ​ຈຸດ​ນຶ່ງ​ໄປ​ຫາ ອີກ​ຈຸດ​ນຶ່ງ, ລະ​ຫວ່າງສູນ​ກາງ​ດ້ານ​ການສັນ​ຈອນ. ສະ​ນັ້ນ​ ສິ່ງນັ້ນກໍ​ຄືເລື້ອງ​ທີ່​ພວກ​ເຮົາ​ເຫັ​ນ​ວ່າ​ເປັນ​ອະ​ນາ​ຄົດ​ທີ່​ດີ​ຫລາຍ."

ຫລັກ​ການ​ດ້ານ​ຄວາມ​ປອດ​ໄພ​ອີກ​ອັນ​ນຶ່ງ ກໍ​ຄືການ​ຮັບ​ປະ​ກັນ​ວ່າ ມະ​ນຸດ​ສາ​ມາດ ທີ່​ຈະ​ທຳ​ການ​ຄວບ​ຄຸມໄດ້ເມື່ອ​ມີ​ຄວາມ​ຈຳ​ເປັນ.

ລົດ​ບັນ​ທຸກ​ອັນ​ນີ້ ຍົກຕົວ​ຢ່າງ ​ຖືກຂັບ​ຈາກ​ສະ​ຖາ​ນີ​ແຫ່ງ​ນຶ່ງທີ່​ຢູ່​ຫ່າງ​ຈາກ​ແລວ​ທາງ​ທົດ​ລອງ​ລົດ​ນີ້ຫລາຍ​ຮ້ອຍ​ໄມ​ລ໌.

ທ່ານ ແຄັ​ສ​ແທ​ລ (Castell) ຈາກບໍ​ລິ​ສັດ ອີ​ເຣັກ​ສັນ (Ericsson) ກ່າວ​ອີກວ່າ: "ໃນ​ອີກ​ປະ​ມານ 10 ຫາ 15 ປີ​ຕໍ່​ໜ້ານີ້, ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຈະ​ເຫັນ​ວ່າ ມີ​ການ​ເພີ້ມ​ຂຶ້ນ​ ຂອງ​ສິ່ງ​ທີ່​ເຊື່ອມ​ໂຍງ​ໃສ່​ກັນ ໂດຍ​ຜ່ານເຄືອ​ຂ່າຍ​ອິນ​ເຕີ​ແນັດລະ​ບົບ 5G. ມັນ​ອາດ​ຈະ​ແມ່ນພາ​ຫະ​ນະ, ມັນ​ອາດ​ຈະ​ແມ່ນ​ຄົນ ຫລື​ຜູ້​ທີ່​ ໃຊ້​ຖະ​ໜົນຫົນ​ທາງ ​ທີ່​ໄດ້​ຮັບ​ອັນ​ຕະ​ລາຍງ່າຍເຊັ່​ນ​ຄົນ​ຍ່າງ ຫລື​ລົດ​ຖີບ. ມັນ​ອາດ​ຈະ​ຢູ່​ໃນ​ຂອດ​ການ​ຈັດ​ການ​ດ້ານ​ການ​ເດີນ​ທາງ ທີ່​ທ່ານ​ໄປ​ສົ່ງ​ຫໍ່​ສິ່ງ​ຂອງ, ອຸ​ປະ​ມາ​ວ່າ ຢູ່​ໃນເສັ້ນ​ທາງໄລ​ຍະໄມ​ລ໌ສຸດ​ທ້າຍ​ໄປ​ຫາ​ເຮືອນທ່ານ ຫລືໄລ​ຍະໄມ​ລ໌ສຸດ​ທ້າຍ​ໄປຫາ​ບ່ອນ​ສົ່ງ​ສິ່ງ​ຂອງ ດັ່ງ​ທີ່​ເອີ້ນ​ກັນ."

ເຄືອ​ຂ່າຍອິນ​ເຕີ​ແນັດລະ​ບົບ 5G ຈະ​ປ່ອຍ​ໃຫ້​ມະ​ນຸດຄວ້າ​ເອົາ​ພວງ​ມະ​ໄລ​ໄດ້ ຫາກ​ເມື່ອ​ໃດ​ພາ​ຫະ​ນະ​ແລ່ນ​ໄປ​ຫາ​ສິ່ງ​ກີດ​ຂວາງ​ທີ່​ຜິດ​ປົກ​ກະ​ຕິ ຫລື ທີ່​ມີ​ຄວາມ​ສ່ຽງ​ໄພ​ສູງ.

ການ​ທຳ​ນາຍ​ຂອງ​ຜູ້​ຊົມ​ໃຊ້ບອກວ່າ ມັນ​ອາດ​ຈະ​ມີ​ພາ​ຫະ​ນະທີ່​ຂັບ​ຂີ່​ດ້ວຍ​ຕົວ​ເອງຫລາຍ​ເຖິງ 5 ລ້ານຄັນ​ອອກ​ມາ​ໃຊ້​ຢູ່​ຕາມ​ທ້ອງ​ຖະ​ໜົນ​ໃນ​ປີ 2022 ນີ້.

​ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

One big concern about autonomous vehicles is that logical computers sometimes have trouble dealing with a messy world. To the point, a pedestrian was struck and killed by an autonomous vehicle in Arizona last year. But new algorithms are trying to solve that potentially deadly problem. VOA's Kevin Enochs reports.

The promise of autonomous vehicles is profound: less traffic, less pollution, fewer deadly accidents.

But autonomous vehicles still have a lot to learn so researchers and engineers are building huge test tracks like this one in Sweden to teach autonomous vehicles how to be safe.

Peter Janevik, Astazero:
"We're all about the self-driving vehicles. So we have four test environments: one city, rural road or countryside road, the very flexible open high-speed area and then there's a few stretches of highway as well and those are the typical situations that you want to master when going towards self-driving. This is unique."

But there's also the pedestrian problem. People on the streets can sometimes at more quickly than an autonomous car is able to react too. So testing these days involves people, or at least crash test dummies.

And this vehicle's programing routinely puts in situations with virtual pedestrians that force the car to react quickly.

And bit by bit, these automakers say they are solving the problems that are keeping autonomous vehicles off public roads.

Dennis Nobelius, Zenuity:
"We solved three problems. We solved the traffic jam problem, we solved the commute problem and we solved the parking problem. We believe that those three are the pain points for normal driving or customers today.

And solving these problems is opening the way for a world in which all kinds of driving - from taxi services to trucking - is unmanned.

Magnus Castell, Ericsson:
"We'll also see autonomously-driven vehicles like the Einride car going the long haul from point to point, between the logistics hubs you can say. So that's also a thing where we see a great future."

Another safety protocol is ensuring humans can take control when necessary.

This truck for instance is being driven from a station hundreds of miles away from this test track.

Magnus Castell, Ericsson:
"In ten to fifteen years, I think we will see a slight increase of things that are connected over the 5G cellular networks. It could be vehicles, it could be persons or vulnerable road users like pedestrians or bicycles. It could also be in the logistics chain where you're delivering packages, let's say the last mile to your home or the last mile delivery as it's called."

New 5G networks will allow humans take the wheel when the vehicles run into unusual or tricky obstacles.

Consumer forecasts predict there may be as many as 5 million autonomous vehicles on the road by 2022.

XS
SM
MD
LG