ເດັກຊາຍຄົນນຶ່ງຢູ່ນະຄອນ Los Angeles ລັດແຄລິຟໍເນຍ ໄດ້
ເຮັດຮ້ານກະດາດຫຼິ້ນເກມນ້ອຍໆ ທີ່ເປັນແຖວຫຼິ້ນເກມແບບ
ງ່າຍໆ ທີ່ລາວສ້າງຂຶ້ນ ດ້ວຍກ່ອງເຈ້ຍແຂງຫຼືຄາດບອດບ໊ອກຊ໌.
ຮ້ານກະດາດຫຼິ້ນເກມທີ່ວ່ານີ້ໄດ້ ຮັບຄວາມສົນໃຈ ຈາກຜູ້ສ້າງ
ຮູບເງົາຄົນນຶ່ງ ທີ່ສ້າງຮູບເງົາສັ້ນໆກ່ຽວກັບ ຮ້ານຫຼິ້ນເກມຂອງ
ເດັກຊາຍ Caine ແລະເອົາຮູບເງົາເລຶ່ອງນີ້ລົງໃນເວັບໄຊ້ທ໌.
ສິ່ງທີ່ເກີດຂຶ້ນຕໍ່ຈາກນັ້ນ ບໍ່ພຽງແຕ່ໄດ້ປ່ຽນແປງຊີວິດຂອງເດັກ
ຊາຍ ຄົນນີ້ເທົ່ານັ້ນ ແຕ່ມັນໄດ້ດົນຈິດດົນໃຈເດັກນ້ອຍທັງຫຼາຍ
ໃນທົ່ວໂລກ. Elizabeth Lee ຜູ້ສື່ຂ່າວວີໂອເອ ມີລາຍງານ
ເລຶ່ອງນີ້ຈາກ Los Angeles ຊຶ່ງທອງປານຈະນໍາມາສະເໜີ
ທ່ານ.
ຢູ່ຄຸ້ມນຶ່ງທີ່ເປັນຄຸ້ມຊົນຊັ້ນກໍາມະກອນ ຕັ້ງຢູ່ກໍ້າຕາເວັນອອກຂອງນະຄອນ Los Angeles ລັດແຄລິຟໍເນຍ ຮ້ານຂາຍເຄຶ່ອງອາໄຫຼ່ລົດຂອງນາຍ George Monroy ໄດ້ມີຊື່ສຽງໂດ່ງ
ດັງຂຶ້ນມາ.
George Monroy (ພໍ່ຂອງ Caine) ເວົ້າວ່າ: “ພວກຄົນພາກັນບິນມາຈາກທົ່ວໂລກ ແລ້ວກໍຂີ່ລົດ ແທ໊ກຊີ້ມາທີ່ນີ້.”
ພວກຄົນເຫລົ່ານັ້ນບໍ່ແມ່ນມາຊື້ເຄຶ່ອງອາໄຫຼ່ລົດ ແຕ່ພວກເຂົາເຈົ້າມາຫຼິ້ນເກມ ຢູ່ຮ້ານ ກະດາດຫລີ້ນເກມນ້ອຍໆ ທີ່ລູກຊາຍຂອງລາວສ້າງຂຶ້ນ.
“ສະບາຍດີ ຂ້ອຍຊື່ເຄນ ມັນຣອຍ ແລະຂ້ອຍເປັນຜູ້ເຮັດຮ້ານກະດາດຫຼິ້ນເກມອັນນີ້”
ໃນລະດູຮ້ອນປີ 2011 ຕອນທ້າວເຄນອາຍຸໄດ້ 9 ປີ ລາວໄດ້ສ້າງບ່ອນຫຼິ້ນເກມນີ້ ດ້ວຍ ກ່ອງເຈ້ຍແຂງ ຫຼືກ່ອງ cardboard ທີ່ມີຢູ່ໃນຮ້ານຂອງພໍ່. ທ້າວເຄນເປີດໃຫ້ຄົນມາຫຼິ້ນ ແຕ່ກໍບໍ່ປາກົດມີໃຜມາຫຼິ້ນ ຈົນຕົກມາມື້ສຸດທ້າຍ ກ່ອນໂຮງຮຽນເປີດ.
George Monroy ພໍ່ທ້າວເຄນເວົ້າວ່າ ມື້ສຸດທ້າຍຂອງລະດູຮ້ອນ ເປັນມື້ທີ່ທ້າວເຄນໄດ້ ພົບກັບນາຍ Nirvan Mullick ນັກສ້າງຮູບເງົາ. ນາຍ Nirvan ເວົ້າວ່າ:
“ຂ້ອຍຢາກໄດ້ໄລປະຕູລົດໂຕໂຢຕ້າ ລຸ້ນປີ 96 ຂອງຂ້ອຍ. ຂ້ອຍກໍເລີຍໄປແວ່
ຮ້ານຂາຍອາໄຫຼ່ລົດຮ້ານນີ້.”
ແລະນາຍ Nirvan Mullick ຜູ້ສ້າງຮູບເງົາ ກໍກາຍເປັນລູກຄ້າຂອງທ້າວເຄນ ຄົນທໍາອິດ.
ນາຍ ມັລລິກ ເວົ້າວ່າ: “ເວລາຂ້ອຍຫຼິ້ນໄດ້ແຕ້ມນຶ່ງ ທ້າວເຄນກໍຈະຄານ ເຂົ້າໄປໃນ
ກ່ອງກະດາດ ແລ້ວກໍຍູ້ຕົ໋ວອອກຈາກຂ້າງໃນກ່ອງ ນັ້ນຫຼ່ະຄື ເວລາທີ່ຫົວໃຈຂ້ອຍ
ແທບວ່າຢຸດເຕັ້ນ. ມັນພາໃຫ້ຂ້ອຍຫວນຄິດເຖິງເວລາຂ້ອຍ ອາຍຸໄດ້ເກົ້າປີ ແລະ
ຄິດເຖິງຕອນທີ່ເປັນເດັກ.”
ຫຼັງຈາກນັ້ນ Mullick ຕັດສິນໃຈສ້າງຮູບເງົາເລຶ່ອງສັ້ນໆ ກ່ຽວກັບຮ້ານກະດາດຫຼິ້ນເກມ ຂອງທ້າວເຄນຂຶ້ນມາ ແລ້ວກໍເອົາລົງໃນອິນເທີເນັດ ແລະ ຂ້ອງຂໍເງິນບໍລິຈາກ ສົມທົບເຂົ້າໃສ່ກອງທຶນສຶກສາ ສໍາລັບເດັກຊາຍເຄນ ໂດຍຕັ້ງເປົ້າໝາຍໄວ້ວ່າ ຈະຫາທຶນໃຫ້ໄດ້ຮອດ 25,000 ໂດລ່າ.
ນາຍ ມັລລິກ ເວົ້າວ່າ: “ຮູບເງົາລົງເວັບໃຊ້ມື້ທໍາອິດ ກໍສ້າງລາຍໄດ້ຮອດ 60,000 ກວ່າໂດລ່າ ຈາກຜູ້ເຂົ້າຊົມນຶ່ງລ້ານກວ່າຄົນ. ຫ້າມື້ຫຼັງຈາກນັ້ນ ກໍໄດ້ເພີ້ມຂຶ້ນ ເປັນ 152,000 ໂດລ່າ.”
ຮ້ານກະດາດຫຼິ້ນເກມຂອງທ້າວເຄນນີ້ ຍັງດົນໃຈ ມູນນິທິຈິນຕະນາການ ຊຶ່ງເປັນມູນທິນິ ທີ່ຊຸກຍູ້ສົ່ງເສີມຄວາມຄິດປະດິດສ້າງ ແລະຄວາມເປັນນັກວິສາຫະກິດຂອງເດັກນ້ອຍຢູ່ ໃນທົ່ວໂລກ
ພວກເດັກນ້ອຍ ຈາກຕັ້ງແຕ່ ສີລັງກາ ໄປຈົນເຖິງສິງຄະໂປ ແລະຮອດດູບາຍ ໄດ້ພາກັນ ສ້າງສັນສິ່ງຕ່າງໆຈາກຄາດບອດ ໂດຍໄດ້ຮັບຄວາມດົນໃຈຈາກທ້າວເຄນນັ້ນ. ຕົວຢ່າງ
ທ້າວ Ziyah Parramore-Andrade ທີ່ໄດ້ສ້າງເກມປິດສະໜາ ຈາກຄາດບອດ ແລະ ເວົ້າກັບວີໂອເອ ຜ່ານສໄກ້ພ໌.
ທ້າວ Ziyah Parramore ເວົ້າວ່າ:“ເຮັດບໍ່ຍາກ ພຽງໃຫ້ມີກາວຮ້ອນທາ ແລະ
ເຈ້ຍແຂງ ຕັດເປັນແຜ່ນໆ ແລ້ວກໍວາງມັນລົງໃຫ້ຖືກວ່າງຂອງມັນກໍໃຊ້ໄດ້.”
ພວກແມ່ທີ່ປາກເວົ້າພາສາອັງກິດຢູ່ໃນດູບາຍຈຸນຶ່ງ ໄດ້ຊັກຊວນພວກເດັກນ້ອຍໃຫ້ປະດິດ ສ້າງສັນສິ່ງໃດສິ່ງນຶ່ງ ທີ່ໃຊ້ເຈ້ຍແຂງ ແລະກໍເອົາມາວາງສະແດງໃຫ້ເບິ່ງໃນງານສັງສັນກັນ ຂອງເຂົາເຈົ້າ. ນາງ Maeve Butler ເປັນຜູ້ສ້າງຫໍປະສາດກະດາດແຂງອັນນີ້ ທີ່ນາງໄດ້ ເອົາມາສະແດງຢູ່ງານສັງສັນດັ່ງກ່າວ. ນາງນ້ອຍ Maeve ເວົ້າຕໍ່ວີໂອເອ ຜ່ານສະໄກ້ພ໌ ວ່າ:
“ເຮົາເອົາສິ່ງຕະຫຼົກໆມາໃສ່ໄດ້ ເຊັ່ນໜ້າກາກ ຫຼືແວ່ນຕາ ຕິດໜວດຕິດເຄົາ
ທີ່ເບິ່ງຕະຫຼົກໆ ແລ້ວກໍຖ່າຍຮູບຢູ່ທີວີປອມທີ່ເຮັດ ຈາກເຈ້ຍແຂງ ຄືກັນ.”
ທ້າວເຄນ ມັນຣອຍ ເວົ້າວ່າ : “ມັນກະຄັກຢູ່ໄດ໋ເນາະ ທີ່ຂ້ອຍດົນໃຈຜູ້ຄົນໄດ້.”
George Monroy ຜູ້ເປັນພໍ່ເວົ້າວ່າ ເຄນປ່ຽນແປງໄປຫຼາຍ ຈາກແຕ່ກ່ອນ ຊຶ່ງລາວເປັນ ຄົນປາກຜໍ້າ.
George Monroy ກ່າວຕໍ່ໄປວ່າ: “ບັດນີ້ເຄນບໍ່ເວົ້າຜໍ້າອີກແລ້ວ ບໍ່ເປັນເດັກຂີ້ອາຍ ຄືເມື່ອນຶ່ງປີຜ່ານມາ ແບບວ່າປ່ຽນແປງໄປຮ້ອຍເປີເຊັນພຸ້ນຫຼ່ະ ຮຽນກໍເກັ່ງຂຶ້ນອີກ ແລະກໍມີຄວາມໝັ້ນໃຈຫຼາຍຂຶ້ນ.”
ເວລານີ້ ທ້າວເຄນ ມັນຣອຍ ຍັງເປີດຮ້ານກະດາດຫຼິ້ນເກມຂອງລາວ ໃນວັນສຸດສັບປະດາ ເກືອບທຸກໆສັບປະດາ ສໍາລັບໃຫ້ຜູ້ໃດກໍຕາມ ມາຢຸດແວ່ຫຼິ້ນເກມ.
ເບິ່ງວີດິໂອລາຍງານນີ້ ເປັນພາສາອັງກິດ: