ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງກຳແພງ ນະຄອນ Caracas ຖືກຈັບ ໃນຂໍ້ຫາ ວາງ​ແຜນ ເຮັດລັດຖະປະຫານ


ທ່ານນາງ Mitzy Capriles ພັນລະຍາ ເຈົ້າຄອງນະຄອນ ທ່ານ Antonio Ledezma ຮຽກຮ້ອງໃຫ້ປ່ອຍໂຕສາມີທ່ານນາງ.
ທ່ານນາງ Mitzy Capriles ພັນລະຍາ ເຈົ້າຄອງນະຄອນ ທ່ານ Antonio Ledezma ຮຽກຮ້ອງໃຫ້ປ່ອຍໂຕສາມີທ່ານນາງ.

ຕຳຫລວດເວ​ເນ​ຊູ​ເອລາ ​ໄດ້​ຈັບ​ເຈົ້າ​ຄອງ​ນະຄອນຫລວງ
Caracas ​ແລະຜູ້ນຳ​ຝ່າຍ​ຄ້ານ ທ່ານ Antonio Ledezma
ຊຶ່ງ​ເປັນ​ຜູ້​ທີ່ ລັດຖະບານ​ເວ​ເນ​ຊູ​ເອລາ ​ໄດ້​ກ່າວ​ຫາ​ວ່າ ຊ່ວຍ​
ວາງ​ແຜນ​ ໃນອັນ​ທີ່ລັດຖະບານ​ຮ້ອງວ່າ ​ການເຮັດລັດຖະປະ
ຫານ ທີ່ໄດ້ຮັບການ​ສະໜັບສະໜູນ​ຈາກສະຫະລັດ ​ຕ້ານ​ລັດ
ຖະບານ​ສັງຄົມ​ນິຍົມ.

ກໍ​າລັງ​ຮັກສາ​ຄວາມ​ປອດ​ໄພ ທີ່​ຕິດ​ອາວຸດ​ໜັກ ໃສ່ໜ້າກາກ
ລະນຸ່ງເຄື່ອງແບບ​ລາຍ ​ໄດ້ບຸກເຂົ້າໄປຈັບທ່ານ Ledezma
ຫຼັງ​ຈາກ​ມ້າງ​ພັງ​ປະຕູ​ເຂົ້າ​ໄປ​ໃນ​ຫ້ອງ ການ​ຂອງ​ທ່ານ ຢູ່​ໃນ​
ເຂດທຸລະ​ກິດ​ທະນາຄານ ​ແລະ​ຍິງ​ປືນ​ເຕືອນ​ຂຶ້ນ​ຟ້າ.

ປະທານາທິບໍດີ Nicolas Maduro ກ່າວ​ຫາ​ເຈົ້າ​ຄອງນະຄອນ ອາຍຸ 59 ປີ ທ່ານນີ້ວ່າ
ຢູ່ເບື້ອງ​ຫລັງ​ການເຮັດລັດຖະປະຫານ ຊຶ່ງ​ທ່ານ​ກ່າວ​ວ່າ ຍັງ​ພົວພັນ​ກັບ​ບັນດາ​ນາຍທະ
ຫານອາກາດ.

ທ່ານ Maduro ກ່າວ​ວ່າ “​ໃນ​ຄຳ​ສັ່ງ ​ຂອງບັນດາ​ໄອ​ຍະ​ການລັດຖະບານນັ້ນ​ ​ເຈົ້າຄອງ
ນະຄອນ Ledezma ​ໄດ້​ຖືກ​ຈັບ ​ແລະ​ຖືກ​ດຳ​ເນີນ​ການໂດ​ຍລະ​ບົບ ຍຸຕິ​ທຳ​ເວ​ເນ​ຊູ​ເອລາ
​ໃນ​ຖານ​ກະທຳ​ຄວາມ​ຜິດ​ຕ້ານຄວາມສະຫງົບສຸກ​ຂອງ​ປະ​ເທດ.”

ປະທານາທິບໍດີກ່າວ​ວ່າ ​ແຜນ​ດັ່ງກ່າວແມ່ນໄດ້​ຮັບການສະໜັບສະໜຸນດ້ານການ​ເງິນ
ແລະ ສັ່ງການຈາກວໍ​ຊິງ​ຕັນ. ​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ​ໃນ​ວັນ​ພະຫັດ​ວານ
​ນີ້ຮ້ອງ​ການກ່າວຫານີ້​ວ່າ “ບໍ່​ມີມູນ​ຄວາ​ມຈິງ ​ແລະ​ບໍ່ຖືກຕ້ອງ.”

ປະທານາທິບໍດີ Maduro ​ແລະ​ປະທານາທິບໍດີຄົນກ່ອນຂອງເວເນຊູເອລາ ມື້​ລາງທ່ານ
Hugo Chavez ​ໄດ້​ກ່າວກ່າວຫາ​ເປັນ​ປະຈຳ​ ກ່ຽວກັບການພະຍາ ຍາມເຮັດລັດຖະປະ
ຫານທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ​ແຕ່​ວ່າ​ບໍ່​ໄດ້​ສະ ໜອງຫລັກ​ຖານ​ໃດໆ ເພື່ອ
ສະໜັບສະ​ໜູນ​ການກ່າວ​ອ້າງເຫລົ່າ​ນີ້.

VENEZUELA VO
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG