ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

31 ຄົນເສຍຊີວິດ ໃນການວາງລະເບີດລົດ ຫລາຍຄັນ ໃນອີຣັກ (ເບິ່ງວີດີໂອ/ສະໄລດ໌)


ຢ່າງໜ້ອຍລົດ 8 ຄັນ ຖືກວາງລະເບີດໃນ ກຸງ Baghdad ເມືອງຫລວງຂອງ ອີຣັກ ແລະອີກສອງຄັນ ທີ່ເມືອງ Basra.
ຢ່າງໜ້ອຍລົດ 8 ຄັນ ຖືກວາງລະເບີດໃນ ກຸງ Baghdad ເມືອງຫລວງຂອງ ອີຣັກ ແລະອີກສອງຄັນ ທີ່ເມືອງ Basra.
ໄດ້​ມີ​ການວາງລະ​ເບີດ​ລົດ​ຫລາຍ​ຄັນ ​ຢູ່​ໃນ​ຄຸ້​ມທີ່​ມີ​ຊາວ Shi’ite ​
ອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່ ໃນ​ເມືອງ​ຫລວງຂອງອີຣັກ ​ແລະ​ໃນ​
ເມືອງ Basra ທາງ​ພາກ​ໃຕ້​ຂອງປະ​ເທດ ທີ່​ໄດ້​ສັງຫານ​ຢ່າງ​
ໜ້ອຍ 31 ຄົນ ​ແລະເຮັດ​ໃຫ້​ຮັບ​ບາດ​ເຈັບ ​ຫລາຍ​ສິບ​ຄົນ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດຢ່າງ​ໜ້ອຍ 8 ຄັນ​ໄດ້​ລະ​ເບີດ​ຂື້ນ ​
ຢູ່ໃນກຸງ Baghdad ​ໃນ​ວັນ​ຈັນມື້ນີ້. ອີກ​ສອງ​ຄັນ​ລະ​ເບີດ​ຂື້ນ​ທີ່​
ເມືອງ Basra ຊຶ່ງມີຊາວ Shi’ite ອາ​ໄສ​ຢູ່​ເປັນສ່ວນ​ຫລາຍ
ແລະ​ເປັນເມືອງ​ໃຫຍ່​ເມືອງ​ນຶ່ງ​ ຂອງອີຣັກ.

ການ​ໂຈ​ມຕີ​ໄດ້​ເກີດ​ຂື້ນ ​ທ່າມກາງຄວາມ​ຮຸນ​ແຮງ​ທີ່​ທະວີ​ຂຶ້ນ
​ໃນປະ​ເທດ ແລະ​ຄວາມ​ເຄັ່ງ ຕຶງ​ໃນ​ລະດັບ​ສູງ ລະຫວ່າງ​ຊາວ
Shi’ite ທີ່​ເປັນ​ຊົນກຸ່ມ​ໃຫຍ່ ​ແລະ​ຊາວ Sunni ​ຊົນກຸ່ມ​ນ້ອຍ.

ການວາງ​ລະ​ເບີດ ​ແລະ​ຄວາມ​ຮຸນ​ແຮງອື່ນ​ໆ ​ໄດ້ເອົາ​ເສຍ​ຊີວິດ
ຜູ້​ຄົນ​ໄປ ຫລາຍ​ກວ່າ 150 ຄົນ​ໃນອີ​ຣັກ ​ໃນ​ອາທິດ​ທີ່​ຜ່ານ​ມາ
ຮວມ​ທັງ 70 ຄົນ​ທີ່​ເສຍ​ຊີວິດ ​ໃນ​ວັນ​ສຸກ​ທີ່​ຜ່ານມາ ຈາກ​ການວາງ​ລ​ະ​ເບີດ​ຕໍ່​ເນື່ອງ​ກັນ ທີ່​ແນ່ໃສ່ ຊາວ Sunni.


​ເປັນ​ເວລາ​ຫລາຍ​ເດືອນມາ​ແລ້ວ​ທີ່ ຊາວ Sunni ​ໄດ້​ພາກັນ​ປະ​ທ້ວງ​ຕໍ່ຕ້ານ ນາຍົກລັດ
ຖະມົນຕີ Nouri al-Maliki ​ແລະກ່າວ​ຫາ​ລັດຖບານ​ຂອງ​ທ່ານ​ ວ່າ ບໍ່ເອົາຫົວຊານໍາ
​ຄວາມຕ້ອງການ​ຂອງ​ເຂົາ​ເຈົ້າ ​ແລະ​ຫາ​ເລື້ອງ​ທໍາ​ການ​ຈັບ​ກຸມ​ເຂົາ​ເຈົ້າ. ຄວາມ​ບໍ່ສະຫງົບ​
ໄດ້​ເພີ້​ມຄວາມ​ຢ້ານ​ກົວ ທີ່​ວ່າການ​ຕໍ່ສູ້ກັນຈະ​ກັບ​ຄືນ​ມາ​ອີກ ລະຫວ່າງກຸ່ມສາສະໜາ ທີ່
​ເຮັດ​ໃຫ້​ຫລາຍໝື່ນ​ຄົນ​ເສຍ​ຊີວິດ ​ໃນ​ປີ 2006 ​ແລະ 2007.

ຄວາມ​ຮຸນ​ແຮງ​ໄດ້ຫລຸດລົງ​ມາ​ຈາກຂັ້ນ​ສູງ​ສຸດຂອງ​ໄລຍະ​ນັ້ນ ​ແຕ່ສະຫະ​ປະຊາ​ຊາດກ່າວ​
ວ່າ ມີ 712 ຄົນ​ໄດ້​ເສຍ​ຊີວິດ​ໃນ​ເດືອນ​ເມສາ ຊຶ່ງເຮັດ​ໃຫ້​ເປັນເດືອນ​ ທີ່​ມີ​ຄົນ​ຕາຍ​ຫລາຍ​
ທີ່​ສຸດໃນ​ອີຣັກ ນັບ​ແຕ່​ເດືອນ​ມິຖຸນາ ປີ 2008.

Iraq Violence
please wait
Embed

No media source currently available

0:00 0:00:52 0:00
XS
SM
MD
LG