ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ໂຈມ​ຕີ ສະລະຊີບ ຢູ່​ເລ​ບາ​ນອນ ສັງຫານນຶ່ງຄົນ ແລະອີກ 19 ຄົນ ບາດເຈັບ (ສະ​ໄລ​ດ໌/ວີດີໂອ)


ທະຫານເລບານອນ ແລະປະຊາຊົນ ພາກັນຫູ້ມເບິ່ງ ຢູ່ບ່ອນເກີດເຫດ.
ທະຫານເລບານອນ ແລະປະຊາຊົນ ພາກັນຫູ້ມເບິ່ງ ຢູ່ບ່ອນເກີດເຫດ.
ບັນດາ​ເຈົ້າ​ໜ້າ​ທີ່ເລ​ບາ​ນອນກ່າວ​ວ່າ ການໂຈມຕີດ້ວຍລົດ
​ສະລະ​ຊີບ​ໄດ້​ສັງຫານ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຄົນ
​ນຶ່ງ ​ແລະເຮັດໃຫ້ຜູ້ຄົນ​ໄດ້​ຮັບ​ບາດ​ເຈັບ​ຢ່າງ ໜ້​ອຍອີກ 19
ຄົນ​ ຢູ່​ໃກ້​ຮ້ານ​ກາ​ເຟ​ແຫ່ງ​ນຶ່ງ ​ທາງ​ພາກ​ໃຕ້​ຂອງ​ນະຄອນ
ຫລວງ​ເບຣຸດລະ​ເບີດ​ໄດ້​ແຕກ​ຂື້ນໃນຕອນ​ທ່ຽງ​ຄືນ ຂະນະ
ທີ່​ຝຸງ​ຊົນ​ໄປເຕົ້າ​ໂຮມກັນຢູ່​ຮ້ານ​ກາ​ເຟ ​ເພຶ່ອ​ເບິ່ງການ​ແຂ່ງ
ຂັນ​ເຕະບານ​ໂລກ.

ຜູ້​ເຫັນ​ເຫດການ​ຄົນ​ນຶ່ງ Jihad Alaaeddine ​ໄດ້​ບັນ​ລະ
​ຍາຍໃຫ້ຟັງ ເຖິງ​ບ່ອນ ທີ່ເກີດລະ​ເບີດ​ແຕກ​ວ່າ ​ຕຶກຫລາຍ
​ຫລັງ​ທີ່ຢູ່​ໃກ້​ນັ້ນໄດ້ຖືກທຳລາຍ ​ແລະ​ເຮັດ​ໃຫ້​ລົດ​ຫລາຍ​
ຄັນ​ທີ່ຈອດຢູ່ຕາມແຄມຖະໜົນໄດ້ຮັບຄວາມເສຍຫາຍ ແລະຖືກໄຟໄໝ້.

ນີ້ແມ່ນເຫດລະເບີດ​ເທື່ອທີສອງ​ ໃນຮອບນຶ່ງ​ອາທິດຜ່ານ​ມາ ທີ່​ໂຈມ​ຕີ​ຂົງ​ເຂດດັ່ງກ່າວ
​ແລະ​ເກີດ​ຂື້ນ​ ໃນ​ຂະນະ​ທີ່ຄວາມ​ເຄັ່ງ​ຕຶງ​ທາງສາສະໜາ ເພີ້ມທະວີ​ຂື້ນກ່ຽວ​ກັບສົງຄາມ
​ກາງ​ເມືອງ​ຢູ່ໃນ​ຊີ​ເຣຍ ​ແລະ​ສະຖານະ​ການ​ຊຸດ​ໂຊມ​ລົງ​ຢ່າງ​ວ່ອງ​ໄວ​ ຢູ່​ໃນເຂດ​ພາກ​ຕາ
ເວັນ​ຕົກ​ຂອງ​ອີຣັກທີ່ຕັ້ງຢູ່ໃກ້ຄຽງ ບ່ອນ​ທີ່ພວກຫົວຮຸນແຮງ ທີ່ ໄດ້ຮັບແຮງດົນໃຈຈາກ
ກຸ່ມກໍ່ການຮ້າຍ Al-Qaida ໄດ້ເຂົ້າຄວບຄຸມບໍລິເວນອັນ ກວ້າງຂວາງຂອງປະເທດ
ດັ່ງກ່າວ.

​ໃນ​ວັນ​ສຸກ​ທີ່​ຜ່ານ​ມານີ້ ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ໂຈມຕີດ້ວຍ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ
​ໄດ້​ຄະນວນລະ​ເບີດ​ໃຫ້ແຕກຂຶ້ນ​ ຢູ່​ທີ່ດ່ານ​ກວດ ຂອງຕຳຫລວດແຫ່ງນຶ່ງ ເທິງທາງຫຼວງ
ສາຍ​ເບ​ຣຸດ-ດາ​ມັສກັສ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງເລ​ບາ​ນອນທີ່ໄດ້ ສັງຫານ​ຢ່າງໜ້ອຍ
​ນຶ່ງ​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 30 ກວ່າຄົນ.
LEBANON BLAST VO
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG