ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດລະເບີດ ທີ່ເມືອງ Deir el-Zour ຂອງຊີເຣຍ


ລະເບີດລົດຄັນນຶ່ງທີ່ແຕກຂຶ້ນ ໄດ້ສ້າງຄວາມສັ່ນສະເທຶອນທີ່ເມືອງ Deir el-Zour ພາກຕາເວັນອອກຂອງຊີເຣຍ.
ລະເບີດລົດຄັນນຶ່ງທີ່ແຕກຂຶ້ນ ໄດ້ສ້າງຄວາມສັ່ນສະເທຶອນທີ່ເມືອງ Deir el-Zour ພາກຕາເວັນອອກຂອງຊີເຣຍ.

ລະ​ເບີດລົດ​ຄັນ​ນຶ່ງ​ທີ່ແຕກ​ຂຶ້ນ ​ໄດ້ສັ່ນ​ສະ​ເທືອ​ນ​ເມືອງ Deir el-Zour ​ໃນ​ພາກ
​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.

ບັນດາ​ນັກ​ເຄື່​ອນໄຫວກ່າວ​ວ່າ ​ເຫດລະ​ເບີດ​ແຕກໃນ​ວັນ​ເສົາມື້ນີ້​ ເກີດ​ຂຶ້ນ​ໃກ້ໆ​ກັບ
ຫ້ອງການ​ຮັກສາ​ຄວາມ​ປອດໄພ. ສື່​ມວນ​ຊົນ​ຂອງ​ລັດຖະບານ​ກ່າວ​ວ່າ ມີ​ພວກ​ທີ່​
ໄດ້​ຮັບ​ບາດ​ເຈັບລົ້ມຕາຍທີ່​ຍັງ​ບໍ່​ຊາບ​ຈຳນວນ. ​

​ໃນສັບປະດາ​ແລ້ວ​ນີ້ ​ເຫດລະ​ເບີດ​ແຕກຊ້ອນ​ກັນ​ສອງ​ຄັ້ງ ​ໃນ​ກຸງ Damascus
​ເຮັດໃຫ້ 55 ຄົນເສຍ​ຊີວິດ. ​ເຫດລ​ະ​ເບີດ​ເຫຼົ່ານີ້​ໄດ້​ເຮັດ​ໃຫ້​ການ​ຢຸດ​ຍິງທີ່​ສັ່ນ​ຄອນ​
ຢູ່​ແລ້ວ​ມີ​ຄວາມ​ເຄັ່ງ​ຕຶງ​ຕື່ມ​ຂື້ນ ລະຫວ່າງ​ລັດຖະບານແລະ​ພວກ​ຝ່າຍ​ຄ້ານ ຊຶ່ງໄດ້
ໄກ່​ເກ່ຍ​ໂດຍທູດ​ພິ​ເສດ​ນາໆ ຊາດ ທ່ານ Kofi Annan.

​ໃນ​ວັນ​ພະຫັດຜ່ານ​ມາ​ນີ້ ​ເລຂາທິການ​ໃຫ່ຍອົງການ​ສະຫະ​ປະຊາ​ຊາດ ທ່ານ Ban
Ki-Moon ​ໄດ້​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ກຸ່ມ​ກໍ່​ການ​ຮ້າຍ al-Qaida ເປັນຜູ້ຢູ່​ເບື້ອງ
ຫລັງ​ການວາງ​ລະ​ເບີດ​ ໃນ​ກຸງ Damascus. ​ແຕ່ໃນ​ວັນສຸກວານ​ນີ້ ທ່ານ​ໄດ້ກ່າວ
​ຕໍ່​ພວກນັກ​ຂ່າວຈຸ​ນ້ອຍໆ​ຈຸ​ນຶ່ງ​ວ່າ “ລະ​ດັບແລະ​ຄວາມ​ສະລັບ​ຊັບຊ້ອນ” ຂອງ​ການ​
ໂຈມ​ຕີ ​ສະ​ແດງ​ໃຫ້​ເຫັນວ່າ ​ໄດ້​ດຳ​ເນີນ​ການ​ໂດຍ “ກຸ່​ມ​ໃດ​ກຸ່​ມນຶ່ງ​ທີ່​ມີ​ການຈັດ​ຕັ້ງ
​ແລະມີ ​ເປົ້າໝາຍ​ທີ່​ຈະ​ແຈ້ງ.​” ທ່ານ​ກ່າວ​ວ່າ ສະຫະ​ປະຊາ​ຊາດ ຍັງ​ກໍາລັງ​ສຶກສາ
ເບິ່ງເລື່ອງ​ນີ້ຕື່ມ​ອີກ.

ບັນດາ​ນັກ​ເຄື່ອນໄຫວກ່າວ​ວ່າ ກໍາລັງ​ຂອງ​ຊີ​ເຣຍ ​ໄດ້​ໃຊ້ລະ​ເບີີດນໍ້າຕາ ​ແລະ
​ລູກປືນ​ແທ້​ຍິງ​ໃສ່​ພວກ​ປະ​ທ້ວງ​ທີ່​ເມືອງ Aleppo ​ໃນ​ວັນ​ສຸກ ​ໃນ ອັນ​ທີ່ພວກ​ຝ່າຍ​
ຄ້ານຮ້ອງວ່າ ​ເປັນ​ການປະ​ທ້ວງ​ຄັ້ງ​ໃຫ່ຍທີ່​ສຸດ ນັບ​ຕັ້ງ​ແຕ່ໄດ້​ມີ​ການ​ລຸກ​ຮື​ຂຶ້ນຕໍ່ຕ້ານ
ລັດຖະບານ​ ທີ່​ໄດ້​ເລີ້ມມາ​ເປັນເວລາ 15 ເດືອນແລ້ວນັ້ນ.

ການ​ປະ​ທ້ວງ​ທີ່ເມືອງ Aleppo ​ໄດ້ລະ​ເບີດ​ຂື້ນ​ນຶ່ງ​ມື້ຫລັງ​ຈາກ​ກໍາລັງ​ຮັກສາ​ຄວາມ
​ປອດໄພຂອງ​ຊີ​ເຣຍ ​ໄດ້​ເຂົ້າ​ທັບ​ມ້າງ​ການ​ເດີນ​ຂະ​ບວນ ປະ​ທ້ວງຂອງ​ພວກ​ນັກ​ສຶກ
ສາ​ໃນ​ວັນພະຫັດຜ່ານ​ມາ. ພາບ​ຖ່າຍ​ວີ​ດີ​ໂອ ຈາກ​ລົດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ
ສະ​ແດງໃຫ້​ເຫັນ​ກໍາລັງ​ຮັກສາ​ຄວາມ​ປອດໄພ​ໄດ້​ທຸບຕີ​ບັນດາ​ນັກ​ສຶກສາ.

​ນອກ​ນັ້ນ​ແລ້ວ​ໃນ​ມື້ວານ​ນີ້ ບັນດາ​ນັກ​ເຄື່ອນໄຫວກ່າວ​ວ່າ ​ລັດຖະບານ ​ໄດ້​ຍິງ​ປືນ​
ໃຫຍ່ໂຈມ​ຕີ​ຢ່າງ​ໜັກ​ໃສ່​ທີ່​ໝັ້ນຂອງ​ພວກ​ຝ່າຍ​ຄ້ານ​ຢູ່ທີ່​ເມືອງ Raston ​ທີ່​ຕັ້ງຢູ່​ໃກ້ໆ
​ກັບເມືອງ Homs ນັ້ນ.

XS
SM
MD
LG