ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

100 ຄົນເສຍຊີວິດ ໃນການໂຈມຕີ ດ້ວຍລະເບີດ ສະຫຼະຊີບ ທີ່ແຂວງ Diyala


ເຈົ້າໜ້າທີ່ຮັກສາຄວາມປອດໄພອີຣັກຄົນນຶ່ງ ຢືນຍາມຢູ່ນອກ ວັດອິສລາມຂອງຊາວ Sunni ໃນລະຫວ່າງສະຫລອງບຸນ Eid al-Fitr.
ເຈົ້າໜ້າທີ່ຮັກສາຄວາມປອດໄພອີຣັກຄົນນຶ່ງ ຢືນຍາມຢູ່ນອກ ວັດອິສລາມຂອງຊາວ Sunni ໃນລະຫວ່າງສະຫລອງບຸນ Eid al-Fitr.

ບັນດາ​ເຈົ້າ​ໜ້າ​ທີ່ອີຣັກ ກ່າວ​ວ່າ ປະມານ 100 ​ຄົນໄດ້ເສຍ​ຊີວິດ
​ຈາກ​ການໂຈມຕີດ້ວຍ​ລະ​ເບີດ​ລົດ​ສະຫລະ​ຊິ​ບທີ່ແຂວງ Diyala
​ທາງ​ພາກ​ຕາ​ເວັນ​ອອກຂອງ​ປະເທດ ຊຶ່ງ​ເປັນນຶ່ງໃນ​ການ​ໂຈມ​ຕີ​
ທີ່​ຮ້າຍ​ແຮງ​ສຸດ ທີ່ໄດ້ກະທຳໂດຍ​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມ
ນັບ​ແຕ່​ເຂົາ​ເຈົ້າໄດ້ເຂົ້າ​ຍຶດ​ເອົາ​ພາກສ່ວນໃຫຍ່​ຂອງອີຣັກ.

ບັນດາ​ພວກ​ນາຍ​ແພດກ່າວ​ວ່າ ລະ​ເບີດ​ໄດ້ແຕກ​ໃນ​ວັນ​ສຸກ​ວານ
​ນີ້ ຢູ່​ຕະຫລາດ​ໃນ​ເມືອງ​ Khan Bani Saad ​ຊຶ່ງມີຊາວ Shi’ite
ອາໄສຢູ່ເປັນສ່ວນໃຫຍ່ ​ແລະຍັງ​ໄດ້​ເຮັດ​ໃຫ້​ 70 ກວ່າຄົນ​ໄດ້​ຮັບ​
ບາດ​ເຈັບ. ຫລາຍໆ​ຄົນ​ໄດ້​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່​ຕະຫລາດເພື່ອ
​ສ​ະຫລອງວັນ​ສີ້​ນສຸດ​ເດືອນ​ສັກສິດ Ramadan​ ຂອງຊາວມຸສລິ​ມ.

ມີລາຍງານວ່າ ເຫດລະ​ເບີດ​ໃນຄັ້ງນີ້ ​ຍັງໄດ້​ທຳ​ລາຍ​ຕຶກ​ຫລາຍ​ຫລັງ ຊຶ່ງໄດ້ລົ້ມ​ທັບ​ບັນ​ດາ​
ຜູ້​ເຄາະ​ຮ້າຍ ​ແລະ​ເຮັດ​ໃຫ້​ຖະໜົນ​ຫົນທາງ​ເຕັມ​ໄປ​ດ້ວຍ​ຊາກຫັກ​ພັງ. ບັນດາ​ເຈົ້າ​ໜ້າ​ທີ່ຍັງ​ສືບຕໍ່ປະຕິບັດ​ງານ​ຊ​ອກຄົ້ນ​ຫາ​ ບັນດາ​ຜູ້​ເຄາະ​ຮ້າຍທີ່ຍັງ ຕົກຄ້າງ​ຢູ່​ກ້ອງ​ຕຶກ​ທີ່​ເພພັງເຫລົ່າ
​ນັ້ນ.

ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນການວາງ​ລະ​ເບີດດັ່ງກ່າວ ຢູ່​ໃນໜ້າ
​ສື່ສັງຄົມ ​ແລະ​ກ່າວ​ວ່າ ​ເປົ້າ​ໝາຍ​ແມ່ນ​ແນ່ໃສ່ຊາວ Shi’ite ມຸສລິ​ມ.

ກຸ່ມດັ່ງກ່າວ ​ໄດ້​ກ່າວອ້າງຜ່ານທາງ twitter ວ່າ ​ຜູ້​ໂຈມຕີ​ໄດ້ບັນທຸກ​ດິນລະ​ເບີດ ໜັກສາມ
​ໂຕນ​ ​ຢູ່​ໃນ​ລົດ​ຂອງ​ລາວ.

​ເມືອງ Khan Bani Saad ຕັ້ງຢູ່ປະມານ 30 ກິ​ໂລ​ແມັດ ທາງ​ພາກ​ຕາ​ເວັນ​ອອກ​ ຂອງ
ນະຄອນຫຼວງ Baghdad.

Iraq Blast
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG