ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດລະເບີດແຕກຂຶ້ນ ໃນນະຄອນຫຼວງ ຂອງປະເທດ ໂຊມາເລຍ


ແຜນທີ່ປະເທດ ໂຊມາເລຍ.
ແຜນທີ່ປະເທດ ໂຊມາເລຍ.

ພວກຜູ້ເຫັນເຫດການ ໃນນະຄອນຫຼວງປະເທດ ໂຊມາເລຍ ເວົ້າວ່າ ລົດລະເບີດຄັນ
ນຶ່ງ ໄດ້ແຕກຢູ່ໃກ້ໆກັບບໍລິເວນອາຄານໃນເມືອງ ຮໍວາດັກ ຂອງນະຄອນ ຫຼວງ ໂມກາ
ດິຊູ ໃນວັນອາທິດມື້ນີ້.

ບໍລິເວນດັ່ງກ່າວນັ້ນ ໄດ້ຖືກໃຊ້ເປັນສຳນັກງານໃຫຍ່ ຂອງເມືອງ, ຕັ້ງຢູ່ໃຈກາງຂອງ
ຕົວເມືອງ.

ແຫຼ່ງຂ່າວຕ່າງໆຂອງ ໂຊມາເລຍ ເວົ້າວ່າ ປະຊາຊົນຢ່າງໜ້ອຍ 3 ຄົນໄດ້ເສຍຊີວິດ.

ດຣ. ອັບດູລຄາເດຍ ອັບດີຣາມັນ ອາເດັນ (Abdulkadir Abdirahman Aden) ຈາກ
ໜ່ວຍລົດສຸກເສີນນະຄອນຫຼວງ ໂມກາດິຊູ ໄດ້ກ່າວຕໍ່ວີໂອເອພາສາ ໂຊມາເລຍ ວ່າ
ເຂົາເຈົ້າໄດ້ອົບພະຍົບຄົນເຈັບ 14 ຄົນ ລວມທັງເດັກນ້ອຍ 6 ຄົນ ແລະ ຜູ້ເສຍຊີວິດຄົນ
ນຶ່ງ.

ພວກຜູ້ເຫັນເຫດການເວົ້າວ່າ ລົດລະເບີດສະຫຼະຊີບ ທີ່ຕ້ອງສົງໄສນັ້ນ ໄດ້ທຳລາຍບໍລິ
ເວນສ່ວນໃຫຍ່ຂອງອາຄານ. ຕຶກຕ່າງໆທີ່ຕັ້ງຢູ່ໃກ້ຄຽງກໍໄດ້ພັງລົງເຊັ່ນກັນ. ຮູບພາບ
ຕ່າງໆທີ່ຖືກຖ່າຍ ຈາກຈຸດເກີດເຫດ ໄດ້ສະແດງໃຫ້ເຫັນການທຳລາຍຂະໜາດໃຫຍ່.

ເຊື່ອວ່າ ຜູ້ເຄາະຮ້າຍຫຼາຍຄົນ ຍັງຢູ່ກ້ອງຊາກຫັກພັງນັ້ນ.

ກຸ່ມ ອາລ ຊາບັບ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີດັ່ງກ່າວ. ເວັບ
ໄຊພັນທະມິດຂອງພວກເຂົາໄດ້ເວົ້າວ່າ ມັນແມ່ນການລະເບີດສະຫຼະຊີບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG