ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ລົບ ລັດ​ອິ​ສ​ລາມ ທີ່​ຖືກ​ຈັບ​ໄດ້ ບໍ່​ແມ່ນ ຄົນ​ອາ​ເມ​ຣິ​ກັນ


ທະ​ຫານ​ບ້ານ ຈາກກອງ​ກຳ​ລັງ​ປົກ​ປ້ອງປະ​ຊາ​ຊົນ​ຊາວ​ເຄີດ​ໃນ​ຊີ​ເຣຍ ຫຼື YPG ລາດ​ຕະ​ເວນ ຢູ່​ບ້ານ​ເອ​ສ​ເມ ໃນ​ແຂວງ​ອາ​ເລັບ​ໂປ ​ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 22 ກຸມ​ພາ 2015.
ທະ​ຫານ​ບ້ານ ຈາກກອງ​ກຳ​ລັງ​ປົກ​ປ້ອງປະ​ຊາ​ຊົນ​ຊາວ​ເຄີດ​ໃນ​ຊີ​ເຣຍ ຫຼື YPG ລາດ​ຕະ​ເວນ ຢູ່​ບ້ານ​ເອ​ສ​ເມ ໃນ​ແຂວງ​ອາ​ເລັບ​ໂປ ​ປະ​ເທດ​ຊີ​ເຣຍ ເມື່ອ​ວັນ​ທີ 22 ກຸມ​ພາ 2015.

ຜູ້​ຊາຍ​ແລະ​ໜຸ່ມ​ນ້ອຍ​ຄົນ​ນຶ່ງ ທີ່​ຖືກ​ຈັບ​ໄດ້ ໃນ​ຮອບ​ສັບ​ປະ​ດາ​ຜ່ານ​ມາ ໂດຍ​ກຳລັງ​ຊາວ​ເຄີດ​ໃນ​ຊີ​ເຣຍ ​ແລະມີ​ການ​ລະ​ບຸ​ໂຕວ່າ ເປັນ​ພົນ​ລະ​ເມືອງ​ສະ​ຫະ​ລັດ ທີ່​ສູ້​ລົບ​ໃຫ້​ແກ່​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມນັ້ນ ມີ​ທ່າ​ທາງວ່າ​ ຈະ​ບໍ່​ແມ່ນ​ຄົນ​ອາ​ເມ​ຣິ​ກັນ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ທ່ານ​ນຶ່ງ ກ່າວ​ຕໍ່​ວີ​ໂອ​ເອ​ໂດຍ​ຂໍ​ສະ​ຫງວນ​ຊື່​ ຍ້ອນ​ຄວາມ​ສຳຄັນ​ກ່ຽວ​ກັບ​ຂໍ້​ມູນ​ດັ່ງ​ກ່າວ ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ້າວ​ຊູ​ລາຍ ໂນ​ອາ ຊູ ອາ​ຍຸ 16 ປີ ບໍ່​ແມ່ນ​ພົນ​ລະ​ເມືອງ​ ອາເມ​ຣິ​ກັນ.

ພວກ​ນັກ​ລົບ​ຊາວ​ເຄີດ ທີ່​ສັງ​ກັດ​ຢູ່​ໃນ​ກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ​ຊາວ​ເຄີດ​ໃນ​ຊີ​ເຣຍ ທີ່​ເອີ້ນ​ຫຍໍ້​ເປັນ​ພາ​ສາ​ອັງ​ກິດ​ວ່າ YPG ນັ້ນ ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ຈັບກຸມ​ທ້າວ​ຊູ ໃນ​ວັນ​ພຸດ​ແລ້ວ.

ການ​ຖະ​ແຫຼງ​ຂ່າວ​ຂອງ​ກຳ​ລັງ YPG ເວົ້າ​ວ່າ ທ້າວ​ຊູ ແມ່ນ​ນຶ່ງ​ໃນ​ພວກ​ນັກ​ລົບຂອງ​ກຸ່ມ​ລັດ​ອິ​ສ​ລາມ​ຈຳ​ນວນ 8 ຄົນ ທີ່​ຖືກ​ຈັບ​ໄດ້ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ​ພິ​ເສດເມື່ອ​ຕົ້ນ​ອາ​ທິດນີ້. ເຈົ້າ​ໜ້າ​ທີ່​ຂອງ​ກຳ​ລັງ YPG ກ່າວ​ວ່າ ພວກ​ນັກລົບ​ຈຸນີ້​ແມ່ນ​ສ່ວນ​ນຶ່ງ​ຂອງ​ກຸ່ມ​ລັດ​ອິ​ສ​ລາມທີ່​ວາງ​ແຜນ​ໂຈມ​ຕີ ເພື່ອ​ເຮັດໃຫ້​ການ​ ບຸກ​ຄືບ​ໜ້າ​ຂອງ​ກຳ​ລັງ​ຊາວ​ເຄີດ ເຂົ້າ​ໄປ​ໃນ​ດິນ​ແດນ​ທີ່ຖືກ​ປະ​ກາດ​ໃຫ້​ເປັນ​ລັດອິ​ສ​ລາມ​ທີ່ຍັງ​ເຫຼືອ​ຢູ່​ໃນ​ເວ​ລານີ້ ມີ​ການ​ຊັກ​ຊ້າ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ສ່ວນ​ນັກ​ລົບ​ອີກ​ຄົນ​ນຶ່ງ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ທີ່​ຖືກ

ຈັບ​ໄດ້​ໂດຍ​ກຳ​ລັງ​ຊາວ​ເຄີດແລະ​ຖືກ​ລະ​ບຸ​ໂຕ​ໃນ​ຂັ້ນ​ຕົ້ນ​ວ່າ​ເປັນພົນ​ລະ​ເມື​ອງ​ສະ​ຫະ​ລັດ ນັ້ນ ກໍ​ມີ​ທ່າ​ທາງວ່າ​ຈະ​ບໍ່​ແມ່ນ​ຄົນ​ອາ​ເມ​ຣິ​ກັນ ທັງໆ​ທີ່​ຊື່​ປອມ​ຂອງ​ຜູ້​ກ່ຽວແມ່ນ​ອາ​ເມ​ຣິ​ກັນ.

ໃນ​ຂະ​ນະ​ດຽວ​ກັນ ກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ໃນ​ຊີ​ເຣຍ ຫຼື SDF ທີ່​ໄດ້​ຮັບ​ການໜຸນ​ຫຼັງ​ຈາກ​ສະ​ຫະ​ລັດ ກໍ​ຈັບ​ໄດ້​ທ້າວ​ຊາ​ອີດ ອາ​ແບັດ ອາ​ລ-ຮາ​ມິດ ອາ​ຍຸ 35 ປີ ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ອາ​ບູ ຊາ​ອີດ ອາ​ລ-ອາ​ເມ​ຣິ​ກີ ໃນ​ມື້​ວັນ​ອາ​ທິດ​ແລ້ວ.

ໂຄ​ສົກ​ຂອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ໃນ​ຊີ​ເຣຍ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ທ້າວ​ຮາ​ມິດ​ພ້ອມກັບ​ທ້າວ​ວໍ​ເຣັນ ຄ​ຣິ​ສ​ໂຕ​ເຟີ ຄ​ລາກ ແລະ​ນັກ​ລົບ​ຕ່າງ​ປະ​ເທດ ອື່ນໆ​ອີກ 3 ຄົນ ແມ່ນ​ຖືກ​ຈັບ​ໄດ້​ເມື່ອ​ວັນ​ທີ 30 ທັນ​ວາ​ຜ່ານ​ມາ ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ງານ​ທີ່ແຂວງ​ເດຍ ແອ​ລ-ຊົວ.

ໂຄ​ສົກ​ຍັງ​ເວົ້າ​ວ່າ ກຸ່ມ​ດັ່ງ​ກ່າວ​ໄດ້​ວາງ​ແຜນ​ໂຈມ​ຕີ​ຕໍ່​ພວກ​ພົ​ນ​ລະ​ເຮືອນ ຂະ​ນະ​ທີ່ພວກ​ເຂົາ​ເຈົ້າ​ພາ​ກັນ​ຫຼົບ​ໜີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG