ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ກຳ​ມະ​ການ ສືບ​ສວນ​ການ​ກໍ່​ຈະ​ລາ​ຈົນ ຈະ​ຟັງ​ຄຳ​ໃຫ້​ການ ກ່ຽວ​ກັບ ວິ​ທີ​ທີ່​ທ່ານ ທ​ຣຳ ພະ​ຍາ​ຍາມ​ຕ່າວ​ປີ້ນ​ ໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ


ເລ​ຂາ​ທິ​ການ​ລັດ ຈໍ​ເຈຍ ທ່ານ ແບ​ຣດ ຣາ​ຟ​ເຟັນ​ສ​ເພີ​ເກີ ໃຫ້​ຂໍ້​ມູນ​​ໃໝ່ ກ່ຽວ​ກັບ ການ​ນັບ​ຄະ​ແນນ​ສ​ຽງ​ຢູ່​ລັດ​ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ນະ​ຄອນ ແອັດ​ແລນ​ຕ້າ, ລັດ ຈໍ​ເຈຍ. 6 ພະ​ຈິກ, 2020.
ເລ​ຂາ​ທິ​ການ​ລັດ ຈໍ​ເຈຍ ທ່ານ ແບ​ຣດ ຣາ​ຟ​ເຟັນ​ສ​ເພີ​ເກີ ໃຫ້​ຂໍ້​ມູນ​​ໃໝ່ ກ່ຽວ​ກັບ ການ​ນັບ​ຄະ​ແນນ​ສ​ຽງ​ຢູ່​ລັດ​ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ນະ​ຄອນ ແອັດ​ແລນ​ຕ້າ, ລັດ ຈໍ​ເຈຍ. 6 ພະ​ຈິກ, 2020.

ການ​ສືບ​ສວນ​ສອບ​ສວນ​ຂອງ​ສະ​ພາ ກ່ຽວ​ກັບ ການ​ກໍ່​ຈະ​ລາ​ຈົນ​ຢູ່​ຫໍ​ລັດ​ຖະ​ສ​ະ​ພາ ສະ​ຫະ​ລັດ ເມື່ອ​ວັນ​ທີ 6 ມັງ​ກອນ, 2021 ​ໃນ​ວັນ​ອັງ​ຄານ​ມື້ນີ້ ແມ່ນ​ກຳ​ລັງ​ຫັນ​ຄວາມ​ສົນ​ໃຈ​ໄປ​ໃສ່ການ​ກ່າວ​ຫາ​ທີ່​ວ່າ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ພະ​ຍາ​ຍາມ​ໃຫ້​ພວກ​ເລືອ​ກ​ຕັ້ງປອມ​ໃນ​ລັດທີ່​ທ່ານ​ໄດ້​ຜ່າຍ​ແພ້ ຢືນ​ຢັນ​ວ່າ​ທ່ານ​ໄດ້​ຊະ​ນະ​ການ​ລົງ​ຄະ​ແນນ​ສຽງ​ຢ່າງບໍ່​ຖືກ​ຕ້ອງ, ແລະ ໄດ້​ກົດ​ດັນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ຂອງ​ລັດ ເພື່ອ​ປ່ຽນ​ແປງ​ການ​ນັບ​ຄະ​ແນນ​ສຽງ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ໄດ້​ຜ່າຍ​ແພ້​ໃຫ້​ທ່ານ ໂຈ ໄບ​ເດັນ ສັງ​ກັ​ດພັກ​ເດ​ໂມ​ແຄ​ຣັດ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ເລືອກ​ຕັ້ງ​ທີ່​ສຳ​ຄັນ​ຈາກ​ລັດ ຈໍ​ເຈຍ ຢູ່​ພາກ​ໃຕ້​ຂອງ​ປະ​ເທດ ແລະ ລັດອາ​ຣິ​ໂຊ​ນາ ທາງ​ພາກ​ຕາ​ເວັນ​ຕົກ, ທັງ​ສອງ​ລັດ​ແມ່ນ​ບ່ອນ​ທີ່​ທ່ານທ​ຣຳ ໄດ້​ຜ່າຍ​ແພ້​ນັ້ນ, ແມ່ນ​ຄາດ​ວ່າ ​ຈະ​ໃຫ້​ການ ກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ເພື່ອ​ຕ່າວ​ປີ້ນ​ຜົນ​ການ​ນັບ​ຄະ​ແນນ​.

ຄ​ະ​ນະ​ກຳ​ມະ​ການ​ສືບ​ສວນ​ສະ​ພາ​ຕ່ຳ ແມ່ນ​ໄດ້​ຟັງ​ການ​ໃຫ້ການແລ້ວ​ ທີ່​ຜູ້​ຊ່ວຍ​ຄົນ​ສຳ​ຄັນ​ຂອງ​ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ທ່ານ​ວ່າ​ທ່ານ​ໄດ້​ຜ່າຍ​ແພ້​ໃນ​ການ​ເລືອກ​ຕັ້ງ 2020 ແລະ ວ່າ​ມັນ​ມີ​ຄວາມ​ຜິດປົກ​ກະ​ຕິ​ໃນ​ການ​ລົງ​ຄະ​ແນນ​ສຽງ​ພຽງ​ເລັກ​ນ້ອຍ, ເຊິ່ງມັນ​ບໍ່​ພຽງ​ພໍ​ທີ່​ຈະ​ຕ່າວປີ້ນ​ຄ​ະ​ແນນ​ສຽງ​ຂອງ​ຜູ້​ແທນ​ລັດ​ສຳ​ລັບ​ທ່ານ ໄບ​ເດັນ.

ນອກ​ຈາກ​ນັ້ນ, ທ່ານ ທ​ຣຳ ໄດ້​ຖືກບອກວ່າ​ມັນ​ເປັນ​ສິ່ງ​ຜິດ​ກົດ​ໝາຍ​ສຳ​ລັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໄມ​ຄ໌ ເພັນ​ສ໌ ທີ່​ຈະ​ກີດ​ກັ້ນ​ໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ ໂດຍ​ຜູ້​ດຽວ, ໃນ​ຂະ​ນະ​ທີ່​ທ່ານ​ ທ​ຣຳ ໄດ້​ຂໍ​ຮ້ອງ​ທ່ານ ເພັນ​ສ໌ ​ໃຫ້​ເຮັດທັງ​ໂດຍ​ສ່ວນ​ຕົວ ແລະ ຢ່າງ​ເປີດ​ເຜີຍ.

ຈຸດ​ໃຈ​ກາງ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ທ​ຣຳ ​ກໍແມ່ນ​ແຜນ​ຮ້າຍ​ເພື່ອ​ໃຫ້​ມີ​ຜູ້​ເລືອກ​ຕັ້ງ​ປອມ ​ທີ່​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ ມີ​ຊື່​ໃນ​ບັນ​ດາ​ລັດ​ທີ່​ທ່ານ ໄບ​ເດັນ ໄດ້​ຊະ​ນະ​ທ່ານ​ຢ່າງ​ຫວຸດ​ຫວິດ ເພື່ອ​ຢືນ​ຢັນ​ວ່າ​ທ່ານ ທ​ຣຳ ໄດ້​ຊະ​ນະຫຼາຍ​ລັດ​ພໍ​ທີ່​ຈະ​ຮັກ​ສາ​ທ່ານ​ຢູ່​ໃນ​ອຳ​ນາດ​ອີກ​ສີ່​ປີ.

ໃນ​ ສະ​ຫະ​ລັດ, ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​ຖືກ​ເລືອກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ເລືອກ​ຕັ້ງ​ຕ່າງ​ຫາກ​ໃນ​ແຕ່​ລະ​ລັດ​ຂອງ 50 ລັດ, ບໍ່​ແມ່ນ​ຜ່ານ​ການ​ລົງ​ຄະ​ແນນ​ສຽງໂດຍ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ຄະ​ແນນ​ສຽງ​ຂອງ​ຜູ້​ນຳ​ລັດ​ແຕ່​ລະ​ລັດ​ແມ່ນ​ຂຶ້ນ​ກັບ​ປະ​ຊາ​ກອນ​ຂອງ​ເຂົາ​ເຈົ້າ, ດ້ວຍ​ລັດ​ທີ່​ໃຫຍ່​ທີ່​ສຸດ​ມີ​ຄະ​ແນນ​ຫຼາຍ​ທີ່​ສຸດ.

ຜູ້​ສະ​ໜັບ​ສະ​ໜູນ​ທ່ານ​ ທ​ຣຳ ປະ​ມານ 2,000 ຄົນ​ໄດ້​ໂຈມ​ຕີ​ຫໍ​ລັດ​ຖະ​ສະ​ພາ​ໃນ​ວັນ​ທີ 6 ມັງ​ກອນເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ, ກີດ​ກັ້ນ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ເພື່ອບໍ່​ໃຫ້​ຢືນ​ຢັນ​ໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ​ ໃນ​ທີ່​ສຸດ ໃນ​ຄະ​ແນນ​ສຽງ​ຂອງ​ຜູ້​ນຳ​ລັດ​ 306 ຕໍ່ 232.

ແຕ່​ໃນຫຼາຍ​ວັນ ແລະ ອາ​ທິດ​ກ່ອນ​ການ​ຢືນ​ຢັນ​ນັ້ນ, ທ່ານ ທ​ຣຳ ໄດ້​ເຮັດ​ວຽກ​ເພື່ອ​ຕ່າວ​ປີ້ນ ​ການ​ລົງ​ຄະ​ແນນ​ສຽງ​ໃນ​ລັດ​ຕ່າງໆ​ທີ່​ທ່ານ​ໄດ້​ຜ່າຍ​ແພ້​ຢ່າງ​ຫວຸດ​ຫວິດ, ໂດຍ​ຫວັງ​ທີ່​ຈະ​ປ່ຽນ​ຜົນ​ໂດຍ​ລວມ​ທົ່​ວ​ປະ​ເທດ. ຄວາມ​ພະ​ຍາ​ຍາມ​ສ່ວນຫຼາຍ​ຂອງ​ທ່ານ​ແມ່ນ​ຢູ່​ໃນ​ລັດ​ ຈໍ​ເຈຍ, ເຊິ່ງ​ທ່ານ​ໄດ້​ຜ່າຍ​ແພ້​ດ້ວຍ 11,779 ຄະ​ແນນ​ສຽງ ຈາກ 5 ລ້ານ​ບັດທີ່​ໄດ້​ຖືກ​ປ່ອນ. ການ​ຜ່າຍ​ແພ້​ຂອງ​ທ່ານ ທ​ຣຳ ໃນ​ລັດ ຈໍ​ເຈຍ ເປັນ​ຄັ້ງ​ທຳ​ອິດ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ຜ່າຍ​ແພ້​ໃນ​ລັດ​ດັ່ງ​ກ່າວ​ນັບ​ຕັ້ງ​ແຕ່​ປີ 1992.

XS
SM
MD
LG