ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໂຮງ​ໝໍ​ຄິດ​ຫາ​ວິ​ທີ ຊ່ວຍ​ຄົນ​ປ່ວຍ​ ​ໂຣກ​ມະ​ເຮັງ ໃຫ້​ຈ່າຍ​ຄ່າ​ຢາ ຖືກ​ລົງ


ນັກ​ວິ​ທະ​ຍາ​ສາດ​ທ່ານ​ນຶ່ງ ກຳ​ລັງ​ສຶກ​ສາ​ເບິ່ງ​ໂຣກ​ມະ​ເຮັງ ຢູ່​ໃນ​ເມັດ​ເລືອດ​ຂາວ ໂດຍ​ຜ່ານ​ກ້ອງ​ສ່ອງ​ຈຸນ​ລະ​ທັດ ຢູ່​ສູນ​ກາງ ຄົ້ນ​ຄວ້າ GlaxoSmithKline (GSK) ໃນເມືອງ Stevenage ຂອງ​ອັງ​ກິດ, ວັນ​ທີ 26 ພະ​ຈິກ, 2019.
ນັກ​ວິ​ທະ​ຍາ​ສາດ​ທ່ານ​ນຶ່ງ ກຳ​ລັງ​ສຶກ​ສາ​ເບິ່ງ​ໂຣກ​ມະ​ເຮັງ ຢູ່​ໃນ​ເມັດ​ເລືອດ​ຂາວ ໂດຍ​ຜ່ານ​ກ້ອງ​ສ່ອງ​ຈຸນ​ລະ​ທັດ ຢູ່​ສູນ​ກາງ ຄົ້ນ​ຄວ້າ GlaxoSmithKline (GSK) ໃນເມືອງ Stevenage ຂອງ​ອັງ​ກິດ, ວັນ​ທີ 26 ພະ​ຈິກ, 2019.

ມີ​ຫຼາຍ​ຄົນສາ​ມາດ​ລອດຊີ​ວິດ​ຈາກ​ການ​ເປັນ​ໂຣກ​ມະ​ເຮັງມາໄດ້ ຍ້ອນ ​ວ່າມີ​ວິ​ທີ​ປິ່ນ​ປົວ​ໃໝ່ທີ່ມີ​ປະ​ສິດ​ທິ​ຜົນ​ຫລາຍ. ແຕ່​ວ່າ ​ສິ່ງກີດ​ຂວາງອັນ​ດຽວທີ່ເຮັດ​ໃຫ້​ຫລາຍ​ຄົນ​ບໍ່ສ​າ​ມາດເຮັດ​ແນວນີ້​ໄດ້ ແລະນັ້ນ​ກໍ​ຄືການ​ມີເງິນ​ຈ່າຍ​ຄ່​າ​ຢາ​ເພື່ອສູ້ກັບ​ໂຣກ​ມະ​ເຮັງ. ໃນນີ້ລວມທັງຄົນຢູ່​ໃນ​ສະ​ຫະ​ລັດອີກ​ດ້ວຍ. Carol Pearson ລາຍ​ງານ​ມາ​ວ່າ ຢ່າງ​ໜ້ອຍກໍ​ມີ​ໂຮງ​ໝໍ​ແຫ່ງ​ນຶ່ງທີ່​ກຳ​ລັງ​ເຮັດ​ໃຫ້​ການ​ປິ່ນ​ປົວ​ໂຣກ​ມະ​ເຮັງມີ​ຄ່າ​ທີ່​ຍ່ອມ​ເຍົາ​ຂຶ້ນ ຊຶ່ງບົວ​ສະ​ຫວັນ ​ຈະ​ນຳ​ມາ​ສ​ະເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ການ​ປິ່​ນ​ປົວ​ສຸ​ຂະ​ພາບຢູ່​ໃນ​ສະ​ຫະ​ລັດ ​ແມ່ນ​ມີ​ຄ່າ​ໃຊ້​ຈ່າຍ​ສູງ​ຫລາຍກວ່າຢູ່​ໃນ​ປະ​ເທດ​ພັດ​ທະ​ນາ​ແລ້ວອື່ນ​ໝົດ. ​ອັນ​ນັ້ນ ກໍ​ໝາຍ​ຄວາມ​ວ່າ ການ​ມີຊີ​ວິດ​ຢູ່ລອດ ຈາກ​ການ​ເປັນ​ໂຣກ​ມະ​ເຮັງອາດເຮັດ​ໃຫ້​ບັນ​ຊີ​ທະ​ນາ​ຄານ​ຂອງ​ຄົນ​ປ່ວຍ​ບົກລົງ​ໝົດ​ເລີຍໄດ້.

ເມື່ອ​ນາງ ໂທ​ຣີ ກາຍບ໌ (Tori Geib) ໄດ້​ຮັບ​ການ​ວິ​ໄຈ​ວ່າ ​ເປັນ​ໂຣກ​ມະເຮັງ ລາວ​ຄິດ​ວ່າ ລາວ​ຈະ​ບໍ່​ມີ​ບັນ​ຫາ​ຫຍັງ​ຫລາຍ​ໃນ​ເລື້ອງ​ການເງິນ.

ນາງກາຍບ໌ (Geib), ຄົນ​ປ່ວຍ​ໂຣກ​ມະ​ເຮັງເວົ້າ​ວ່າ:
"​ຂ້ອ​ຍ​ກໍ​ພຽງ​ແຕ່​ເຮັດ​ຕາມ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ບອກ​ໃຫ້​ເຮັດ ແລະ​ໃນ​ຕອນນັ້ນ ຂ້ອຍ​ມີ​ປະ​ກັນ​ໄພ​ສຸ​ຂະ​ພາບເອ​ກະ​ຊົ​ນ​ທີ່ດີ​ຫລາຍອີ່​ຫລີເລີຍລະ.”

ສາມ​ອາ​ທິດ​ຕໍ່​ມາ, "ປະ​ກັນ​ໄພ​ສຸ​ຂະ​ພາບເອ​ກະ​ຊົ​ນ​ທີ່ດີ​ຫລາຍຂອງ​ນາງ" ຢຸດໃຫ້​ການ​ຄຸ້ມ​ຄອງຄ່າ​ຢາ​ຂອງ​ນາງ.

ນາງ ກາຍບ໌ (Geib) ກ່າວ​ຕໍ່​ໄປ​ວ່າ:
"ແລະ​ຂ້ອຍ​ໄດ້​ເວົ້າ​ວ່າ, ເອີ່, ເບິ່ງມັນ​ຈະ​ຕົກເປັນ​ເງິນເທົ່າ​ໃດພຽງ​ແຕ່​ໃຫ້​ໝົດ​ເດືອນນີ້?' ແລະ​ເຂົາ​ເຈົ້າ​ກໍເວົ້າ​ວ່າ ສຳ​ລັບ​ການ​ສະ​ໜອງ​ຢາໃຫ້ພໍ​ນຶ່ງ​ເດືອນ ແມ່ນ 11,000 ໂດ​ລາ.'"

ຄ່າ​ໃຊ້​ຈ່າຍ​ອັນນັ້ນ ເທົ່າ​ກັບ​ປະ​ມານ​ຄ່າ​ໃຊ້​ຈ່າຍ​ສະ​ເລ່ຍໃນການ​ປິ່ນ​ປົວ​ຄົນ​ປ່ວຍ ເປັນໂຣກ​ມະ​ເຮັງ​ລາຍ​ໃໝ່ ຢູ່​ໃນ​ສະ​ຫະ​ລັດ ແຕ່​ວ່າ ມັນ​ເຮັດ​ໃຫ້​ສະ​ຖາ​ນະ​ການ ຮ້າຍ​ແຮງ​ຂຶ້ນ​ໄປ​ອີກ ເມື່ອມັນ​ເປັນ​ພຽງ​ຄ່າ​ໃຊ້​ຈ່າຍ​ສຳ​ລັບ​ຢາຊະ​ນິດ​ດຽວ​ໃນ​ທັງ​ໝົດ 13 ຊະ​ນິດ ທີ່​ນາງ​ກາຍ​ບ໌ ຕ້ອງ​ການ.

ຄ່າ​ໃຊ້​ຈ່າຍ​ໃນ​ການ​ປິ່ນ​ປົວ​ໂຣກ​ມະ​ເຮັງ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ທີ່​ສູງໜ້າ​ເຫລືອ​ເຊື່ອ ຢູ່​ໃນ​ສະ​ຫະ​ລັດ ເຮັດ​ໃຫ້​ຄົນ​ປ່ວຍ​ຫລາຍ​ຄົນ​ພະ​ຍາ​ຍາມ​ທີ່​ຈະ​ປະ​ຢັດ​ເງິນ​ໃນ​ການ​ໃຊ້​ຈ່າຍສຳ​ລັບປິ່ນ​ປົວ​ສຸ​ຂະ​ພາບ​ຂອງ​ຕົນໄວ້.

ທ່ານ​ນາງ ຈູ​ເລຍ ເຄັນ​ເນີ​ລີ-ຊາ (Julie Kennerly-Shah) ຈາກ​ສູນ​ກາງ​ດ້ານ​ໂຣກ​ມະ​ເຮັງ​ຮອບ​ດ້ານ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ໂອ​ຮາຍ​ໂອ (Ohio) ໃຫ້​ຄຳ​ເຫັນ​ວ່າ:
"ຄົນ​ປ່ວຍ 1 ໃນ 4 ຄົນ​ໃດ ທີ່​ຈິງ​ແລ້ວ​ລາຍ​ງານ​ວ່າ ແມ່ນ​ໄດ້ມີ​ການປະ​ພຶດທີ່​ເປັນ​ການ​ສ່ຽງ​ໄພ​ແບບ​ໃດ​ແບບ​ນຶ່ງ ເພື່ອ​ພະ​ຍາ​ຍາມຈະ​ປະ​ຢັດ​ຄ່າ​ໃຊ້​ຈ່າຍ ໂດຍ​ການບໍ່ຕໍ່​ຢາ​ ໃນ​ບາງ​ຄັ້ງ​ຄາວ ຫລືບໍ່​ກໍເຖິງ​ຂັ້ນຫລຸດ​ຂະ​ໜາດແຮງ​ຂອງ​ຢາ​ລົງ​ເຄິ່ງ​ນຶ່ງ."

ທີ່​ປຶກ​ສາ​ດ້ານ​ການ​ເງິນ​ຢູ່​ສູນ​ກາງ​ດ້ານ​ໂຣກ​ມະ​ເຮັງ ໄດ້​ຊ່ວຍ​ນາງ​ກາຍ​ບ໌ (Geib) ເພື່ອ​ຫາ​ທາງ​ຈ່າຍ​ຄ່າ​ປິ່ນ​ປົວ​ຂອງ​ນາງ.

ທ່ານ​ນາງ ເຄັນ​ເນີ​ລີ-ຊາ (Kennerly-Shah) ກ່າວ​ຕໍ່​ໄປ​ວ່າ:
"ພ​ວກ​ເຮົາ​ໄດ້​ຊ່ວຍ​ເຫລືອຄົນ​ປ່ວຍ​ຫລາຍກວ່າ 30,000 ຄົນ ​ເພື່ອ​ໃຫ້​ເຂົ້າ​ເຖິງ ໂຄງ​ການໃຫ້ເງິນ​ຊ່ວຍ​ເຫລືອ ຫລື ໂຄງ​ການ​ຊ່ວຍ​ເຫລືອ​ຂອງ​ໂຮງ​ງານ​ຜະ​ລິດ​ຢາ ທີ່​ມີ​ມູນ​ຄ່າຫລາຍກວ່າ 500 ລ້ານ​ໂດ​ລາ."

ໂຮງ​ໝໍ​ດັ່ງ​ກ່າວ ​ຍັງ​ໄດ້​ນຳ​ເອົາ​ໂຄງ​ການ​ໃໝ່ທີ່​ເຮັດ​ໃຫ້​ຢາ​ທີ່​ມີ​ລາ​ຄາແພງ​ເຫລົ່າ​ນີ້ ບໍ່​ໃຫ້​ຖິ້ມ​ໄປຊື່ໆມາ​ສະ​ເໜີ​ໃຫ້ຄົນ. ຄົນ​ປ່ວຍ ​ບັດ​ນີ້ ​ສາ​ມາດ​ທີ່​ຈະ​ເອົາ​ຢາ​ທີ່​ເຂົາ​ເຈົ້າ​ບໍ່​ຕ້ອງ​ການນັ້ນ​ກັບຄືນມາສົ່ງໄດ້.

ທ່ານ​ນາງ ເຄັນ​ເນີ​ລີ-ຊາ (Kennerly-Shah) ອະ​ທິ​ບາຍ​ເພີ້ມ​ວ່າ:
"ພວກ​ເຮົາ​ເອົາ​ຢານັ້ນ​ມາ​ໄວ້​ໃນບ່ອນ​ເກັບ​ຢາ​ທີ່ຕ້ອງ​ມີ ຊຶ່ງ​ເປັນ​ບ່ອນ​ພວກ​ເຮົາ​ລໍ​ຖ້າຄົນປ່ວຍ​ທີ່​ມີ​ຄວາມ​ຕ້ອງ​ການທາງ​ການ​ເງິນຄົນຕໍ່​ໄປ​ ເພື່ອ​ວ່າ​ພວກ​ເຮົາ​ຈະສາມາດ ແຈກຈ່າຍ​ຢານັ້ນໃຫ້​ຜູ້ປ່ວຍ​ເປັນໂຣກ​ມະ​ເຮັງຄົນ​ຕໍ່​ໄປໄດ້​ອີກ."

ໂຄງ​ການ​ດັ່ງ​ກ່າວ​ຊ່ວຍ​ຄົນປ່ວຍສຸມ​ຈິດ​ໃຈ​ໃສ່​ເຮັດ​ໃຫ້​ຕົນ​ເອງ​ແຂງ​ແຮງ​ຂຶ້ນ ແລະ​ບໍ່​ໄດ້ເນັ້ນ​ໜັກກ່ຽວ​ກັບ​ເລື້ອງ​ການ​ເງິນ​ຂອງ​ຕົນ​ຫລາຍ.

ນາງກາຍ​ບ໌ ກ່າວ​ມ້ວນ​ທ້າຍ​ວ່າ:
"ມີ​ຄວາມ​ຮູ້​ສຶກ​ເຄັ່ງ​ຄຽດ​ຫລາຍ​ ທີ່ເກີດ​ຂຶ້​ນ​ມາ​ຈາກ​ການ​ວິ​ໄຈ​ອັນ​ນີ້, ແລະ​ເຈົ້າກໍ​ຢາກ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ຄວາມ​ຮູ້​ສຶກ​ເຄັ່ງ​ຄຽດນັ້ນ ພ້ອມ​ກັບ​ໂຣກ​ມະ​ເຮັງ​ຫລຸດ​ລົງຫລາຍ​ອີ່​ຫລີ ແລະ​ອັນ​ນີ້​ກໍຄືສິ່ງນຶ່ງທີ່ໄດ້ມອບ​ໃຫ້​ແກ່​ຂ້ອຍທີ່​ຂ້ອຍ​ຮູ້​ສຶກ​ຂອບ ໝົກ​ຂອບ​ໃຈ ແລະ​ຮູ້ເຖິງ​ບຸນ​ຄຸນ​ຢ່າງ​ຫລວງ​ຫລາຍ.”

ທ່ານ​ນາງ ເຄັນ​ເນີ​ລີ-ຊາ (Kennerly-Shah) ເວົ້າ​ວ່າ ເປົ້າ​ໝາຍ​ກໍ​ຄື​ເລີ້ມ​ເຮັດ​ໃນ​ລະ​ດັບ​ນ້ອຍ ແລະ​ຫລັງ​ຈາກນັ້ນ ກໍ​ຂະ​ຫຍາຍ​ໂຄງ​ການ​ໃຫ້​ກວາມ​ເອົາຢາ​ສຳ​ລັບ​ພະ​ຍາດ​ອື່ນໆ​ອີກ. ເປົ້າ​ໝາຍ​ອີກ​ອັນ​ນຶ່ງ​ກໍ​ຄື ສະ​ໜອງ​ຕົ້ນ​ແບບທີ່​ສະ​ຖາ​ບັນ​ອື່ນ ສາ​ມາດ​ນຳເອົາ​ໄປ​ໃຊ້​ໄດ້ ເພື່ອ​ເຮັດ​ໃຫ້​ຄົນ​ປ່ວຍ​ສາ​ມາດ​ຈ່າຍ​ຄ່າ​ປິ່ນ​ປົວ​ຂອງ​ເຂົາ​ເຈົ້າ​ໄດ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ລາຍ​ງານນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

A lot of people are surviving cancer because new treatments are so effective. But there's one thing that stands in the way for many people, and that's having the money to pay for the drugs to fight their cancer. This includes people in the U.S. VOA's Carol Pearson reports that at least one hospital is working to make cancer treatment more affordable.

Medical care in the U.S. costs more than it does in any other developed country. That means surviving cancer can empty a patient's bank account.

When Tori Geib ((guyb)) got her cancer diagnosis, she thought she would be OK financially.

Tori Geib, Cancer Patient:
"I just went on what they said to do, and at the time I had really great, private insurance."

Three weeks later, her "great, private insurance" stopped covering her medication.

Tori Geib, Cancer Patient:

"And I said, Well, how much will this be just to get through for the month?' And they said, For the one month supply, it's $11,000.'"

That's about average for new cancer therapy in the U.S., but to make the situation even worse, it was only one of 13 drugs Geib needed.

The astronomical cost of cancer treatment causes many patients in the U.S. to try to save money at the expense of their health.

Julie Kennerly-Shah, Ohio State University Comprehensive Cancer Center:
"One in four cancer patients actually report engaging in some risky behavior to try to save costs ((by)) either skipping refills of medications or even splitting doses."

A financial counselor at the cancer center helped Geib find a way to pay for her treatment.))

Julie Kennerly-Shah, Ohio State University Comprehensive Cancer Center:
"We've helped over 30,000 patients gain access to grant funding or manufacturer assistance programs with a total value of over $500 million."

The hospital also introduced a new program that keeps these expensive medications from going to waste. Patients can now return pills they don't need.

Julie Kennerly-Shah, Ohio State University Comprehensive Cancer Center:
"We put that medication into essentially a repository where we wait for the next patient that has a financial need so that we can re-dispense that medication to another cancer patient."

The program helps patients focus on getting well and and not stressing about their finances.

Tori Geib:
"There's so much stress that goes along with this diagnosis, and you really want to try to minimize that stress along with the cancer, and this is one thing that's been given to me that I'm so thankful and grateful for."

Kennerly-Shah says the goal is to start out small, and then expand the program to cover medications for other diseases. Another goal is to provide a model that other institutions can copy so more patients can afford their treatments.

XS
SM
MD
LG