ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ສະແດງຄວາມເສຍໃຈ ຕໍ່ຜູ້ເຄາະຮ້າຍ ໃນອຸບັດຕິເຫດ ລົດບັສ ນັກກິລາ ການາດາ ຕຳກັນ


ລົດສຸກເສີນຕັນຫົນທາງ ຫຼັງຈາກລົດບັສທີ່ຂົນສົ່ງນັກກິລາ
ຮັອກກີລຸ້ນນ້ອຍຂອງທີມ ຮຳໂບລທ໌ ບຣັອງໂກສ (Humboldt Broncos) ຕຳກັບລົດພວງໃກ້ກັບເມືອງ ທິສແດລ "Tisdale," ແຂວງ ຊາສເກຈວານ (Saskatchewan,) 7 ເມສາ, 2018.
ລົດສຸກເສີນຕັນຫົນທາງ ຫຼັງຈາກລົດບັສທີ່ຂົນສົ່ງນັກກິລາ ຮັອກກີລຸ້ນນ້ອຍຂອງທີມ ຮຳໂບລທ໌ ບຣັອງໂກສ (Humboldt Broncos) ຕຳກັບລົດພວງໃກ້ກັບເມືອງ ທິສແດລ "Tisdale," ແຂວງ ຊາສເກຈວານ (Saskatchewan,) 7 ເມສາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນເສົາວານນີ້ ໄດ້ສະແດງຄວາມ
ເສົ້າສະຫຼົດໃຈ ສຳລັບຜູ້ເຄາະຮ້າຍໃນອຸບັດຕິເຫດລົດຕຳກັນ ອັນປະກອບມີລົດບັສ
ທີ່ນຳພານັກກິລາຮັອກກີລຸ້ນນ້ອຍຂອງປະເທດ ການາດາ ເຊິ່ງມີຜູ້ເສຍຊີິວິດ 15 ຄົນ.

ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ການສົນທະນາຂອງທ່ານກັບນາຍົກ ລັດຖະມົນຕີ ການາ
ດາ ວ່າ “ຫາກໍໄດ້ລົມກັບທ່ານ ຈັສຕິນ ທຣູໂດ (Justin Trudeau) ເພື່ອສະແດງຄວາມ
ເຄົາລົບເປັນຢ່າງສູງ ແລະ ຄວາມເສຍໃຈຕໍ່ຄອບ ຄົວຂອງຜູ້ທີ່ປະສົບໂສກນາດຕະກຳ
ທີ່ໂຫດຮ້າຍຂອງທີມ ຮຳໂບລທ໌ Humboldt. “ຂໍໃຫ້ພະເຈົ້າຄຸ້ມຄອງເຂົາເຈົ້າທັງໝົດ.”

ທິີມ ຮຳໂບລທ໌ ບຣັອງໂກສ (Humboldt Broncos) ຈາກທີມກິລາຮັອກກີລຸ້ນນ້ອຍ
ຊາສເກຈວານ (Saskatchewan) ໄດ້ເດີນທາງໄປເມືອງ Nipawin ເພື່ອການແຂ່ງ
ຂັນຮອບຕັດສິນທີ່ມີກຳນົດຈັດຂຶ້ນໃນວັນສຸກທີ່ຜ່ານມາ ເມື່ອລົດບັສຂອງເຂົາເຈົ້າໄດ້
ຕຳກັບລົດພວງ ໃນເວລາປະມານ 5 ໂມງແລງ ຢູ່ທາງຫຼວງປະມານ 30 ກິໂລແມັດ
ທາງພາກເໜືອຂອງເມືອງ ທິສແດລ (Tisdale,) ໃນພາກຕາເວັນອອກສຽງເໜືອຂອງ
ແຂວງ ຊາສເກຈວານ.

ຕຳຫຼວດ​ລັດຖະບານ​ກາງ ກາ​ນາ​ດາ ກ່າວ​ວ່າ ອີກ 14 ຄົນ​ໄດ້​ຮັບ​ບາດ​ເຈັບ, ສາມ​ຄົນ​ຢູ່
ໃນອາການສາຫັດ.

ໃນ​ລົດ​ບັສ​ເວລາເກີດ​ອຸປະຕິ​ເຫດນັ້ນ ຜູ້ເຄະຮ້າຍທັງໝົດແມ່ນມີ​ 28 ຄົນ, ລວມທັງບັນ
ດາຄູຝຶກ ແລະ ຄົນຂັບລົດ.

ຕຳຫຼວດ ​ກາ​ນາ​ດາ​ ຍັງທຳການພິສູດ​ເພື່ອ​ໃຫ້ການ​ຢັ້ງ​ຢືນ​ເຖິງ​ຜູ້​ເຄາະ​ຮ້າຍ​ໃນ​ຕອນ​
ເຊົ້າວັນເສົາວານນີ້.

ໃນຂໍ້ຄວາມ​ທີ່ຂຽນຢູ່​ທວິດ​ເຕີນັ້ນ ນາຍົກລັດຖະມົນ​ຕີ​ທ່ານ ​ຈັ​ສຕິນ ທຣູ​ໂດ ກ່າວ​ວ່າ
ທ່ານບໍ່ສາມາດວາດພາບໄດ້ວ່າ ບັນດາພໍ່ແມ່ຂອງພວກນັກກິລາໄດ້ຜ່ານຄວາມທຸກ
ໂສກຢ່າງໃດ. “ຂໍສະແດງຄວາມເສຍໃຈຕໍ່ທຸກໆຄົນທີ່ໄດ້ຮັບຜົນກະທົບຈາກໂສກ
ນາດຕະກຳທີ່ຮ້າຍແຮງຄັ້ງນີ້.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG