ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການາດາ ແລະເມັກຊິໂກ ໄດ້ຮັບການຍົກເວັ້ນ ຊົ່ວຄາວ ຈາກມາດຕະການ ຂຶ້ນພາສີ ເຫຼັກກ້າ ຂອງ ສຫລ


ປະທານາທິບໍດີ ດໍໂນລ ທຣຳ ປະກາດວ່າ ສະຫະລັດ ຈະວາງມາດຕະການ ຂຶ້ນພາສີຂາເຂົ້າ 25 ເປີເຊັນ ຕໍ່ເຫຼັກກ້າ ແລະ 10 ເປີເຊັນ ຕໍ່ອາລູມີນຽມ ໃນລະຫວ່າງ ການປະຊຸມ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 1 ມີນາ 2018.
ປະທານາທິບໍດີ ດໍໂນລ ທຣຳ ປະກາດວ່າ ສະຫະລັດ ຈະວາງມາດຕະການ ຂຶ້ນພາສີຂາເຂົ້າ 25 ເປີເຊັນ ຕໍ່ເຫຼັກກ້າ ແລະ 10 ເປີເຊັນ ຕໍ່ອາລູມີນຽມ ໃນລະຫວ່າງ ການປະຊຸມ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 1 ມີນາ 2018.

ການາດາ ແລະ ເມັກຊິໂກ ອາດຈະຖືກຍົກເວັ້ນ ເປັນການຊົ່ວຄາວ ຈາກພາສີຂາເຂົ້າ ກ່ຽວກັບໂລຫະບາງຊະນິດ ທີ່ຈະເປັນພາກສ່ວນນຶ່ງ ຂອງການປະກາດ ໂດຍປະທານາ
ທິບໍດີ ດໍໂນລ ທຣຳ ທີ່ຄາດວ່າ ທ່ານຈະລົງນາມ ອາດຈະໃນວັນພະຫັດມື້ນີ້.

ໜັງສືພິມ ວໍຊິງຕັນ ໂພສ ລາຍງານວ່າ ສອງປະເທດໃນອາເມຣິກາເໜືອ ຈະໄດ້ຮັບການ
ຍົກເວັ້ນ ເປັນເວລາ 30 ວັນ ແລະ ວ່າ ປະເທດອື່ນໆ ອາດຍັງຈະໄດ້ຮັບການຍົກເວັ້ນ
ຈາກພາສີນຳເຂົ້າຜະລິດຕະພັນ ເຫຼັກກ້າ ແລະອາລູມີນຽມ ທີ່ໄດ້ຖືກນຳສະເໜີໄປນັ້ນ.

ແຫລ່ງຂ່າວຢູ່ທີ່ທຳນຽບຂາວ ຍັງໄດ້ກ່າວອີກວ່າ ແຜນການພາສີຂາເຂົ້າ ທີ່ເປັນເລື່ອງ
ຖົກຖຽງກັນ ຂອງທ່ານທຣຳ ນັ້ນ ອາດຈະຖືກນຳມາປະຕິບັດ ຢູ່ໃນພິທີລົງນາມ ໃນວັນ
ພະຫັດມື້ນີ້ ເວລາຕອນບ່າຍ 3 ໂມງເຄິ່ງ ຕາມເວລາໃນທ້ອງຖິ່ນ.

ອົງການຂ່າວຣອຍເຕີ ໄດ້ອ້າງເຖິງຄຳເວົ້າຂອງເຈົ້າໜ້າທີ່ອາວຸໂສ ສະຫະລັດ ທ່ານນຶ່ງ
ທີ່ກ່າວວ່າ ມາດຕະການທັງຫຼາຍ ຈະມີຂຶ້ນປະມານສອງສັບປະດາ ຫຼັງຈາກທ່ານທຣຳ
ໄດ້ລົງນາມໃນແຈ້ງການສະບັບນັ້ນ.

ໃນຂະນະດຽວກັນ ເມື່ອວັນພຸດວານນີ້ ບັນດາສະມາຊິກສະພາຕ່ຳ ຈຳນວນນຶ່ງ ໄດ້ສົ່ງ
ໜັງສືສະບັບນຶ່ງ ໄປຫາທ່ານປະທານາທິບໍດີ ເພື່ອຊຸກຍູ້ທ່ານ ເຮັດໃຫ້ມີຜົນກະທົບໃນ
ທາງລົບທີ່ອາດຈະຕິດຕາມມາ ໜ້ອຍທີ່ສຸດ ຖ້າທ່ານຍັງຈະດຳເນີນຕໍ່ໄປ ກັບແຜນການ
ເກັບພາສີຂາເຂົ້ານີ້.

ໜັງສືສະບັບນີ້ ໄດ້ກ່າວວ່າ “ພາສີຂາເຂົ້າ ແມ່ນພາສີ ທີ່ເຮັດໃຫ້ຄວາມສາມາດ ໃນການ ແຂ່ງຂັນ ຂອງບໍລິສັດ ສະຫະລັດ ຫລຸດລົງ ແລະ ເຮັດໃຫ້ພວກຜູ້ບໍລິໂພກ ທຸກຍາກຂຶ້ນ
ກວ່າເກົ່າ”
ແລະ “ພາສີຂາເຂົ້າໃດໆ ທີ່ນຳມາໃຊ້ ຄວນຖືກອອກແບບມາເພື່ອຮັບມືກັບ
ສາເຫດອັນສະເພາະເຈາະຈົງ ທີ່ເກີດຈາກການເຮັດການຄ້າທີ່ບໍ່ເປັນທຳ ໃນທາງທີ່ກົງ
ກັບເປົ້າໝາຍ ໃນຂະນະທີ່ ມີຜົນກະທົບໃນທາງລົບ ທີ່ຕິດຕາມມາ ໜ້ອຍທີ່ສຸດ ຢູ່ໃນ
ບໍລິສັດ ຂອງອາເມຣິກາ ແລະ ພວກຜູ້ບໍລິໂພກ.”

ທ່ານແກຣີ ໂຄນ (Gary Cohn) ລາອອກຈາກຕຳແໜ່ງ ຫົວໜ້າທີ່ປຶກສາ ດ້ານເສດຖະກິດ ຂອງທຳນຽບຂາວ, ວັນທີ 25 ມັງກອນ 2018.
ທ່ານແກຣີ ໂຄນ (Gary Cohn) ລາອອກຈາກຕຳແໜ່ງ ຫົວໜ້າທີ່ປຶກສາ ດ້ານເສດຖະກິດ ຂອງທຳນຽບຂາວ, ວັນທີ 25 ມັງກອນ 2018.

ບັນດາສະມາຊິກສະພາ ໄດ້ແນະນຳທ່ານທຣຳ ຕໍ່ໄປອີກວ່າ ໃຫ້ຍົກເວັ້ນ ພວກສິນຄ້າທີ່
ແລກປ່ຽນກັນຢ່າງເປັນທຳ ແລະພວກຜະລິດຕະພັນ ທີ່ເຫັນວ່າ ຈະບໍ່ເປັນໄພຂົ່ມຂູ່ຕໍ່
ຄວາມໝັ້ນຄົງ ປະກາດຂັ້ນຕອນສຳລັບ ບໍລິສັດຂອງສະຫະລັດທັງຫຼາຍ ໃນການຍື່ນ
ຄຳຮອງ ຂໍການຍົກເວັ້ນພາສີນຳເຂົ້າ ຊັບພະຍາກອນທີ່ບໍ່ມີຢູ່ໃນສະຫະລັດ ແລະ
ອະນຸຍາດໃຫ້ຍົກເວັ້ນ ພວກສັນຍາຊື້ ສຳລັບເຫຼັກກ້າ ແລະອາລູມີນຽມທີ່ມີຢູ່ແລ້ວນັ້ນ.
ພວກເພິ່ນຍັງໄດ້ແນະນຳໃຫ້ເຮັດການທົບທວນຄືນ ຂອງຜົນກະທົບ ໄລຍະສັ້ນ ຂອງ
ການກຳນົດພາສີຂາເຂົ້າ ຕໍ່ເສດຖະກິດ ເພື່ອທີ່ຈະຕັດສິນໃຈໄດ້ວ່າ ແນວທາງທີ່ເຮັດ
ໄປນັ້ນ ເປັນຜົນດີຫຼືບໍ່.

US Trade Sactions
please wait
Embed

No media source currently available

0:00 0:00:47 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG