ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄມ້ທ່ອນ ທີ່ນຳເຂົ້າ ຈາກການາດາ ຖືກ ປ. ທຣຳ ຂຶ້ນພາສີ ຂາເຂົ້າ


ລັດຖະມົນຕີ ກະຊວງການຄ້າ ທ່ານ Wilbur Ross ກ່າວຖະແຫລງ ຢູ່ຄຽງຂ້າງ ໂຄສົກທຳນຽບຂາວ ທ່ານ Sean Spicer ກ່ຽວກັບ ພາສີອາກອນໃໝ່ ຕໍ່ໄມ້ທ່ອນ ເນື້ອອ່ອນຂອງການາດາ ຈາກທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ເມສາ 2017.
ລັດຖະມົນຕີ ກະຊວງການຄ້າ ທ່ານ Wilbur Ross ກ່າວຖະແຫລງ ຢູ່ຄຽງຂ້າງ ໂຄສົກທຳນຽບຂາວ ທ່ານ Sean Spicer ກ່ຽວກັບ ພາສີອາກອນໃໝ່ ຕໍ່ໄມ້ທ່ອນ ເນື້ອອ່ອນຂອງການາດາ ຈາກທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ເມສາ 2017.

ໃນວັນອັງຄານວານນີ້ ປະທານາທິບໍດີ ດໍໂນລ ທຣຳ ແລະ ລັດຖະມົນຕີ ກະຊວງ
ການຄ້າ ທ່ານ Wilbur Ross ໄດ້ກ່າວວ່າ ພວກເພິ່ນ ບໍ່ໄດ້ຢ້ານ ສົງຄາມການຄ້າ
ກັບ ປະເທດ ການາດາ ເລີຍ ຫຼັງຈາກ ມີມາດຕະການລົງໂທດຂອງອາເມຣິກາ ຕໍ່
ໄມ້ທ່ອນ ແລະ ນ້ຳນົມ ຂອງການາດາ.

“ພວກເຂົາເຈົ້າ ​ໄດ້​ປຽບການຄ້າກັບສະຫະລັດ ຫຼາຍທີ່ສຸດ” ນັ້ນແມ່ນຄຳເວົ້າຂອງ
ທ່ານທຣຳ ແລະທ່ານກ່າວຕື່ມວ່າ “ພວກຄົນບໍ່ຮູ້ເລີຍວ່າ ການາດາ ເອົາລັດເອົາປຽບ
ສະຫະລັດ ..... ພວກນັກການເມືອງຂອງພວກເຮົາ ໄດ້ເສຍຫລ່ຽມໃຫ້ພວກເຂົາເຈົ້າ
ມາໄດ້ຫຼາຍປີແລ້ວ.”

ທ່ານທຣຳ ກ່າວອີກວ່າ ທ່ານຢາກໃຫ້ “ເກັບພາສີ​ເພິ່ມຂຶ້ນຢ່າງ​ຫຼວງຫຼາຍ” ຕໍ່ໄມ້ທ່ອນ
ແລະ ໄມ້ ຂອງການາດາ.

ທ່ານໄດ້ໃຫ້ຄຳເຫັນດັ່ງກ່າວ ຢູ່ທີ່ກອງປະຊຸມ ກັບບັນດາກະສິກອນ ອາເມຣິກັນ ບ່ອນ
ທີ່ທ່ານໄດ້ລົງນາມ ໃນດຳລັດຝ່າຍບໍລິຫານ ວ່າດ້ວຍ ພື້ນທີ່ການກະສິກຳ ແລະ ພື້ນທີ່
ຊົນນະບົດ.

ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ຕ້ອນຮັບໂດຍ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ກ່ອນໜ້າການເຈລະຈາ ຢູ່ທີ່ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2017.
ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ຕ້ອນຮັບໂດຍ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ກ່ອນໜ້າການເຈລະຈາ ຢູ່ທີ່ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2017.

ທ່ານທຣຳ ຍັງໄດ້ໂອ້ລົມ ກັບນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau
ໃນວັນອັງຄານວານນີ້. ທ່ານ Trudeau “ໄດ້ປະຕິເສດຕໍ່ການກ່າວຫາທີ່ບໍ່ມີມູນ
ຄວາມຈິງ ໂດຍກະຊວງການຄ້າຂອງ ສະຫະລັດ ແລະ ການຕັດສິນໃຈ ກຳນົດ ພາສີທີ່ບໍ່ເປັນທຳຕ່າງໆ”
ອີງຕາມ​ໃຈຄວາມ ການສົນທະນາທາງໂທ ລະສັບ ທີ່ໄດ້
ຖືກເປີດເຜີຍ ໂດຍສຳນັກງານຂອງທ່ານ Trudeau.

ຖະແຫລງການໄດ້ກ່າວວ່າ “ນາຍົກລັດຖະມົນຕີ ໄດ້ເນັ້ນຢ້ຳວ່າ ລັດຖະບານຂອງ
ການາດາ ຈະປົກປ້ອງຢ່າງແຂ່ງຂັນ ຜົນປະໂຫຍດຕ່າງໆດ້ານອຸດສາຫະກຳ ໄມ້
ເນື້ອອ່ອນ ຂອງການາດາ ໃນຂະນະທີ່ ພວກເຮົາໄດ້ປະສົບຜົນສຳເລັດມາແລ້ວ
ໃນຂໍ້ຂັດແຍ້ງດ້ານໄມ້ທ່ອນທີ່ຜ່ານມາທັງໝົດ ກັບ ສະຫະລັດ.”

ລົດບັນທຸກຂົນໄມ້ທ່ອນ ມຸ້ງໜ້າໄປຫາເຂດຊາຍແດນ ຂອງການາດາ ໃນເມືອງ Champlain ລັດ ນິວຢອກ, ວັນທີ 25 ເມສາ 2017.
ລົດບັນທຸກຂົນໄມ້ທ່ອນ ມຸ້ງໜ້າໄປຫາເຂດຊາຍແດນ ຂອງການາດາ ໃນເມືອງ Champlain ລັດ ນິວຢອກ, ວັນທີ 25 ເມສາ 2017.

ທຳນຽບຂາວ ​ໃນ​ເວລາ​ຕໍ່​ມາ ກໍໄດ້ອອກຖະແຫລງການຂອງຕົນເອງ ທີ່ອ່ານສາມ
ປະໂຫຍກຂອງຂໍ້ຄວາມໃນການສົນທະນາທາງໂທລະສັບ ທີ່ໄດ້ເອີ້ນວ່າ
“​ເປັນມິດຫຼາຍ.”

ເງິນໂດລາຂອງການາດາ ໄດ້ຕົກຕ່ຳລົງໃນຮອບ 14 ເດືອນ ​ໃນ​ການ​ແລກປ່ຽນ ກັບ
ເງິນໂດລາ ສະຫະລັດ ຫຼັງຈາກສະຫະລັດ ໄດ້ວາງມາດຕະການ​ເກັບພາສີ ໃນເບື້ອງ
ຕົ້ນ ສະເລ່ຍ 20 ເປີເຊັນ ທີ່ມີມູນຄ່າຫຼາຍກວ່າ 1 ຕື້ໂດລາ ເພື່ອການຊົດເຊີຍ.......
ຕໍ່ພາສີການນຳເຂົ້າ ໄມ້ເນື້ອອ່ອນຂອງ ການາດາ.

Trump Trade Canada
please wait
Embed

No media source currently available

0:00 0:00:57 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG