ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຄຳຖາມວ່າ ສະຫະລັດ ສາມາດຊ່ວຍຢູເຄຣນ ໄດ້ຫຼາຍຂື້ນຫຼືບໍ່?


ແຟ້ມພາບ - ທະຫານຢູເຄຣນ ກຽມຍິງໃສ່ຖານທີ່ໝັ້ນຂອງຣັດເຊຍ ຈາກປືນໃຫຍ່ M777 ທີ່ສະຫະລັດສະໜອງໃຫ້, ໃກ້ກັບເມືອງຄາກິຟ,​ ຢູເຄຣນ ວັນທີ 14 ກໍລະກົດ 2022. ບາງຄົນກ່າວວ່າ ຝ່າຍບໍລິຫານຂອງທ່ານ ໄບເດັນ ສາມາດເຮັດໄດ້ຫຼາຍກວ່ານີ້ ເພື່ອສະໜອງອາວຸດໃຫ້ຢູເຄຣນຕື່ມ ໂດຍບໍ່ຕ້ອງລໍຖ້າການອະນຸມັດຈາກລັດຖະສະພາ.
ແຟ້ມພາບ - ທະຫານຢູເຄຣນ ກຽມຍິງໃສ່ຖານທີ່ໝັ້ນຂອງຣັດເຊຍ ຈາກປືນໃຫຍ່ M777 ທີ່ສະຫະລັດສະໜອງໃຫ້, ໃກ້ກັບເມືອງຄາກິຟ,​ ຢູເຄຣນ ວັນທີ 14 ກໍລະກົດ 2022. ບາງຄົນກ່າວວ່າ ຝ່າຍບໍລິຫານຂອງທ່ານ ໄບເດັນ ສາມາດເຮັດໄດ້ຫຼາຍກວ່ານີ້ ເພື່ອສະໜອງອາວຸດໃຫ້ຢູເຄຣນຕື່ມ ໂດຍບໍ່ຕ້ອງລໍຖ້າການອະນຸມັດຈາກລັດຖະສະພາ.

ໃນຂະນະທີ່ກອງກໍາລັງຂອງຢູເຄຣນ ມີບັນຫາ ໃນການຕໍ່ສູ້ຕ້ານການຮຸກຮານຂອງຣັດເຊຍ ເນື່ອງຈາກການສະຫນອງລູກສອນໄຟ ແລະອາວຸດຍຸດໂທປະກອນອື່ນໆ ທີ່ຫຼຸດໜ້ອຍລົງ, ຜູ້ສະຫນັບສະຫນູນບາງຄົນ ໂຕ້ແຍ້ງວ່າ ຝ່າຍບໍລິຫານຂອງທ່ານໄບເດັນ ສາມາດດຳເນີນການໄດ້ຫຼາຍກວ່ານີ້ ເພື່ອສະໜອງອາວຸດໃຫ້ພວກເຂົາອີກຄັ້ງ ໂດຍບໍ່ຕ້ອງລໍຖ້າການອະນຸມັດ ຈາກລັດຖະສະພາທີ່ຊັກຊ້າ.

ການຮ້ອງຂໍຂອງຝ່າຍບໍລິຫານສໍາລັບຄວາມຊ່ວຍເຫຼືອທາງທະຫານຄັ້ງໃໝ່ ທີ່ມີມູນຄ່າ 61.4 ຕື້ໂດລານັ້ນ ແມ່ນຕິດພັນກັບການຕໍ່ສູ້ລະ​ຫວ່າງພັກການເມືອງໃນລັດຖະສະພາ ເຊິ່ງພັກຣີພັບບລີກັນ ໄດ້ເຊື່ອມໂຍງຂໍ້ຮຽກຮ້ອງດັ່ງກ່າວ ກັບການຮຽກຮ້ອງໃຫ້ມີການຈໍາກັດຊຸດໃຫມ່ ທີ່ເຄັ່ງຄັດຕໍ່ຜູ້ຍົກ​ຍ້າຍ​ຖິ່ນ​ຖານ ແລະຜູ້ຂໍລີ້ໄພ ຢູ່ຊາຍແດນທາງພາກໃຕ້ຂອງອາເມຣິກາ.

​ແຕ່​ຜູ້​ສະໜັບສະໜູນຢູເຄຣນບາງ​ຄົນ ​ຊີ້ໃຫ້ເຫັນ​ວ່າ ກ່ອນໜ້ານີ້, ຝ່າຍບໍລິຫານ ​ຍັງ​ໄດ້​ຮັບອະນຸມັດ ​ໃຫ້​ສົ່ງ​ອາວຸດ ​ທີ່​ມີ​ມູນ​ຄ່າ 4.2 ຕື້ ໂດລາ ​ໄປ​ໃຫ້​ຢູ​ເຄຣນ ຈາກຄັງອາວຸດ​ຂອງ​ຕົນ.

ການຈັບໄດ້: ຖ້າບໍ່ມີຮ່າງກົດໝາຍໃໝ່ ຜ່ານສະພາ, ກໍບໍ່ມີເງິນມາເພີ້ມໃສ່ຄັງສະສົມອາວຸດຂອງອາເມຣິກາ, ເຊິ່ງເຮັດໃຫ້ເກີດມີຄຳຖາມ ກ່ຽວກັບຄວາມພ້ອມທາງທະຫານຂອງສະຫະລັດ ແລະຄວາມສາມາດຂອງປະເທດ ໃນການຮັບ​ມື​ກັບວິກິດການຢູ່ບ່ອນອື່ນ, ເຊັ່ນໄຕ້ຫວັນ.

ທ່ານ ມາກ ແຄນຊຽນ (Mark Cancian), ອະດີດຜູ້ຊ່ຽວຊານດ້ານການຄຸ້ມຄອງ ແລະງົບປະມານດ້ານປ້ອງກັນປະເທດ, ບອກກັບອົງການຂ່າວບລູມເບີກ (Bloomberg) ວ່າ "ບໍ່ມີຂໍ້ກໍານົດທາງກົດຫມາຍທີ່ຈະປ່ຽນແທນອຸປະກອນທີ່ຖືກສົ່ງໄປໃຫ້ພັນທະມິດ" ພາຍໃຕ້ອໍານາດການເບີກຈ່າຍເງິນຂອງປະທານາທິບໍດີ ທີ່ໄດ້ຮັບການອະນຸມັດ ຈາກສະພາ ໃນເດືອນທັນວາ 2022.

ທ່ານ​ໄດ້ແນະນຳວ່າ, ​ໃນ​ທາງທິດ​ສະ​ດີແລ້ວ, ກະຊວງ​ປ້ອງ​ກັນ​ປະ​ເທດ​ ສາມາດ​ສົ່ງ​ອາວຸດ ​ແລະ​ຢຸດໂທປະກອນ ​ໄປ​ໃຫ້ຢູເຄຣນໄດ້ ​ໂດຍ​ບໍ່ຕ້ອງ ມີເງິນທຶນສຳ ຮອງ.

ໂຄສົກທຳນຽບຫ້າແຈ ທ່ານ ແພັດ ຣາຍເດີ (Pat Ryder) ກ່າວວ່າ ກອງທັບສະຫະລັດ ເຂົ້າໃຈເຖິງຄວາມຮ້າຍແຮງໃນຄວາມຕ້ອງການຂອງຢູເຄຣນ, ແລະນັ້ນແມ່ນເຫດຜົນວ່າເປັນຫຍັງ ຈຶ່ງຕ້ອງໄດ້ເຮັດວຽກຮ່ວມກັບລັດຖະສະພາ ເພື່ອໃຫ້ໄດ້ຮັບການອະນຸມັດເງິນທຶນເສີມດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG