ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງ Clinton ໃກ້ຈະຖືກແຕ່ງຕັ້ງ ເປັນຕົວ​ແທນພັກ ລົງແຂ່ງຂັນ ​ປະທານາທິບໍດີ


ທ່ານນາງ Hillary Clinton, ສັງກັດພັກເດໂມແຄຣັດ ຜູ້ສະມັກ
ເປັນຕົວ​ແທນ​ຂອງພັກ ໃນ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ກ່າວຢູ່ ມະຫາວິທະຍາໄລ Transylvania University ທີ່ Lexington, ລັດ Kentucky, 16 ພຶດສະພາ, 2016.
ທ່ານນາງ Hillary Clinton, ສັງກັດພັກເດໂມແຄຣັດ ຜູ້ສະມັກ ເປັນຕົວ​ແທນ​ຂອງພັກ ໃນ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ກ່າວຢູ່ ມະຫາວິທະຍາໄລ Transylvania University ທີ່ Lexington, ລັດ Kentucky, 16 ພຶດສະພາ, 2016.

ອະດີດລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ​ແລະ​ຄູ່​ແຂ່ງເພື່ອເປັນ​ຕົວ​ແທນ​ຂອງພັກ ໃນ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ຄົນສຳຄັນ​ຂອງ​ທ່ານ​ນາງ ທີ່ສັງກັດ​ພັກ Democratic ດຽວ​ກັນນັ້ນ ກໍ​ແມ່ນ​ທ່ານ Bernie Sanders ສະມາ​ຊິກ​ສະພາ​ສູງສະຫະລັດ ໄດ້ແບ່ງກັນ​ ​ໃນ​ການເລືອກ​ຕັ້ງຢູ່​ໃນ​ສອງ​ລັດ ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ທີ່​ພາ​ໃຫ້​ທ່ານ​ນາງ​ຫຍັບ​ໃກ້​ເຂົ້າ​ໄປຕື່ມ​ອີກ ​ໃນ​ການ​ທີ່​ຈະ​ໄດ້​ຮັບ​ການສະ​ເໜີ​ຊື່​ແຕ່ງຕັ້ງ ໃຫ້​ເປັນຕົວ​ແທນ​ຂອງພັກ ​ໃນ​ອີກ​ສາມສັບປະດາ​ຂ້າງ​ໜ້າ​ນີ້.

ທ່ານ​ນາງ Clinton ໄດ້​ຄະ​ແນນລື່ນ​ທ່ານທ່ານ Sanders ​ໃນ​ລັດ Kentcky ​ຊຶ່ງ​ເປັນ​ລັດ​ທີ່​ຜະລິດ​ຖ່ານ​ຫີນ ປະມານ 2 ພັນ​ຄະ​ແນນ​ເທົ່າ​ນັ້ນ ຊຶ່ງ​ເປັນໄຊ​ຊະນະ​ທີ່​ໜິ່ນ​ສຸດ ທີ່​ພາ​ໃຫ້​ເຈົ້າ​ໜ້າທີ່ເລືອກ​ຕັ້ງກ່າວ​ວ່າ ​ເຂົາ​ເຈົ້າບໍ່​ສາມາດ​ປະກາດ​ຢ່າງ​ເປັນ​ທາງ​ການ​ເທື່ອວ່າ ​ຜູ້​ໃດ​ແມ່ນ​ຜູ້​ທີ່​ຊະນະ ​ແຕ່​ວ່າທ່ານ​ນາງ Hillary ​ໄດ້​ອອກ​ມາ​ອ້າງ​ເອົາ​ໄຊຊະນະ​ແລ້ວຊຶ່ງ​ເປັນໄຊຊະນະ​ຄັ້ງ​ທຳ​ອິດໃນ​ເດືອນພຶດສະພາ​ຂອງ​ທ່ານ​ນາງ. ​ໃນ​ຂະນະດຽວ​ກັນ​ນັ້ນ ທ່ານ Sanders ກໍ​ໄດ້​ຊະນະ ​ທ່ານ​ນາງ ​ໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ​ທີ່ລັດ Oregon ທາ​ງຝັ່ງ​ທະ​ເລ​ ພາກຕາ​ເວັນ​ຕົກ ຂອງ​ປະ​ເທດ.

ຜູ້ສະມັກພັກເດໂມແຄຣັດ ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont, ຖະແຫຼງຕໍ່ກອງປະຊຸມນຸມ ວັນທີ 17 ພຶດສະພາ, 2016, ໃນເມືອງ Carson, Calif.
ຜູ້ສະມັກພັກເດໂມແຄຣັດ ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont, ຖະແຫຼງຕໍ່ກອງປະຊຸມນຸມ ວັນທີ 17 ພຶດສະພາ, 2016, ໃນເມືອງ Carson, Calif.

​ໃນ​ຜົນ​ສະຫຼຸບ​ຂອງ​ສອງ​ລັດ ທ່ານ​ນາງ Clinton ພະຍາຍາມຊອກ​ຫາ​ທາງ​ໃຫ້​ໄດ້​ຮັບ​ເລື​ອກ​ ເປັນປະທານາທິບໍດີ​ສະຕີ​ຜູ້​ທຳ​ອິດ ອາດ​ສາມາດໄດ້​ຮັບ​ການສະ​ເໜີ​ແຕ່ງຕັ້ງ​ໃຫ້​ເປັນ​ຕົວແທນ​ຂອງ​ພັກ ​ໃນ​ວັນ​ທີ 7 ມິ​ຖຸ​ນາ ​ທີ່​ຈະ​ມາ​ເຖິງ​ນີ້ ​ເວລາ 6 ລັດ ຈັດການ​ລົງ​ຄະ​ແນນ​ເລືອກ​ຕັ້ງ​ນັ້ນ. ພໍ​ເຖິງ​ຕອນ​ນັ້ນ ພັກ Democratic ຈະປະກາດ​ໃຫ້​ທ່ານ​ນາງ​ເປັນ​ຕົວ​ແທນ​ຂອງ​ພັກ ​ໃນ​ກອງ​ປະຊຸມ​ໃຫຍ່ຂອງ​ພັກ ​ໃນ​ເດືອນ​ກໍລະກົດ.

ພັກ Democratic ຈະແບ່ງ​ຄະ​ແນນໃຫ້ທັງ​ສອງ​ຜູ້​ສະ​ໜັກ ​ໃນ​ກອງ​ກະ​ຊຸມ​ພັກ​ແ​ຫ່ງຊາດ ​ເທົ່າໆ​ກັນ ອີງ​ຕາມ​ຜົນຂອງ​ການ​ລົງຄະ​ແນນໃນແຕ່​ລະ​ລັດ. ທ່ານ Sanders ​ໄດ້​ຊະນະ​ພຽງ​ແຕ່ 4 ຜູ້ຕາງໜ້າ ລື່ນ​ທ່ານ​ນາງ Clinton ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້. ຮວມທັງ​ໝົດ ​ແລ້​ວ ທ່ານ​ນາງ Clinton ມີ​ 2 ພັນ 291 ​ຜູ້​ຕາງໜ້າ ​ຂອງ​ຈຳນວນ​ຜູ້ຕາງໜ້າ​ທັງ​ໝົດ 2 ພັນ 383 ຄົນທີ່​ຕ້ອງການ​ເພື່ອ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ ​ຕໍ່ຈຳນວນ 1 ພັນ 528 ຜູ້​ຕາງໜ້າ ທີ່ທ່ານ Sanders ​ໄດ້​ຮັບ​ໃນ​ເວລາ​ນີ້.

ທ່ານ Donald Trump ສັງກັດພັກຣີພັບບລິກັນ ຜູ້ລົງສະມັກເປັນຕົວແທນຂອງພັກ ໃນການແຂງຂັນເປັນປະທານາທິບໍດີສະຫະລັດ ຖະແຫຼງຕໍ່ການຊຸມນຸມ ທີ່ເມືອງ Charleston, ລັດ West Va., 5 ພຶດສະພາ, 2016.
ທ່ານ Donald Trump ສັງກັດພັກຣີພັບບລິກັນ ຜູ້ລົງສະມັກເປັນຕົວແທນຂອງພັກ ໃນການແຂງຂັນເປັນປະທານາທິບໍດີສະຫະລັດ ຖະແຫຼງຕໍ່ການຊຸມນຸມ ທີ່ເມືອງ Charleston, ລັດ West Va., 5 ພຶດສະພາ, 2016.

ທ່ານ Sanders ຜູ້​ຊຶ່ງ​ມອງ​ຕົວ​ເອງ​ວ່າ​ເປັນນັກ​ການ​ເມືອງ​ສັງກັດ​ພັກ Democratic ທີ່ນິຍົມ​ລະບອບສັງຄົມ​ນິຍົມ ຜູ້​ຊຶ່ງ​ໂຈມ​ຕີ​ທ່ານ​ນາງ Clinton ​ໃນ​ການທີ່​ທ່ານ​ນາງ​ສະໜັບສະໜຸນ​ການ​ຄ້າ​ເສລີ ​ໃນ​ອະດີດ ​ແລະ​ພົວພັນ​ກັບ​ພວກ​ຜູ້ນຳຕະຫຼາດ​ຮຸ້ນ Wall Street ຊຶ່ງ​ທ່ານ​ເອງ​ ກໍ​ຮູ້​ດີ​ວ່າ ທ່ານ​ມີ​ພຽງ​ແຕ່​ເສັ້ນທາງ​ນ້ອຍໆ​ເທົ່າ​ນັ້ນທີ່ຈະ​ຊະນະ​ທ່ານ​ນາງ Clinton ​ແລະ​ຮັບ​ເລືອກ​ໃຫ້​ເປັນ​ຕົວ​ແທນ​ຂອງ​ພັກ ​ແຕ່​ທ່ານໄດ້​ປະຕິຍານ​ໄວ້​ແລ້ວ​ວ່າ ທີ່​ຈະ​ຢືນ​ຢັດ​ຢູ່​ໃນ​ການ​ແຂ່ງຂັນ ​ໃນ​ຫຼາຍໆ​ລັດ​ທີ່​ຍັງ​ເຫຼືອ​ຢູ່​ນັ້ນ.

ທ່ານ Sanders ​ໄດ້ກ່າວ​ຕໍ່​ການ​ໂຮມ​ຊຸມນຸມ​ຫາ​ສຽງ​ທີ່​ລັດ California ຊຶ່ງ​ເປັນ​ລັດທີ່ໃຫຍ່ ​ທີ່​ຍັງບໍ່​ທັນ​ເລືອກ​ຕັ້ງ​ເທື່ອ​ນັ້ນວ່າ “ປ່ອຍ​ໃຫ້​ຂະ​ພະ​ເຈົ້າ ​ໄດ້​ເປັນ​ໃນ​ອັນ​ທີ່ ​ແຈ້ງ​ຂາວ​ເທົ່າ​ທີ ​ຂ້າ ພະ​ເຈົ້າ​ສາມາດ​ທີ່​ຈະເປັນ... ພວກ​ເຮົາ​ຈະ​ຍັງ​ຢູ່​ໃນ​ການ​ແຂ່ງຂັນ ຈົນ​ເຖິງ​ການ​ປ່ອນ​ບັດ​ໃບສຸດ​ທ້າຍ​”

​ໃນກ້າວ​ໄປ​ຂ້າງໜ້າ ທ່ານ Sanders ຈຳ​ເປັນ​ທີ່​ຈະ​ໃຫ້​ຊະນະ 85 ​ເປີ​ເຊັນ ຂອງ​ຈຳນວນ ​ຜູ້ຕາງໜ້າ ​ທີ່​ຍັງ​ເຫຼືອ​ຢູ່ ກ່ອນ​ກອງ​ປະຊຸມ​ພັກ ຈຶ່ງຈະ​ຊະນະ​ທ່ານ​ນາງ Clinton. ທ່ານ​ໄດ້​ຮັບ​ໄຊຊະນະ​ພຽງ​ແຕ່ລັດ​ດຽວ​ເທົ່າ​ນັ້ນ ​ໂດຍ​ຄະ​ແນນ​ສຽງ​ແບບ​ນີ້ ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ ​ແລະ​ນັ້ນ ກໍ​ແມ່ນ​ລັດ Vermont ຊຶ່ງ​ເປັນ​ລັດ​ຂອງ​ທ່ານ​ເອງ​ນັ້ນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG