ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເດີນທາງໄປ ຈີນ ຂອງທ່ານບລິງເກັນ ຈະສາມາດຟື້ນຟູສາຍສໍາພັນໄດ້ບໍ?


Can Blinken's China Trip Reset Fraught Relations?
please wait

No media source currently available

0:00 0:02:04 0:00

ລາຍງານກ່ຽວກັບ ການເດີນທາງໄປ ຈີນ ຂອງ ທ່ານບລິງເກັນ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ກໍາລັງເດີນທາງໄປຈີນໃນທ້າຍອາທິດນີ້, ເຊິ່ງການເດີນທາງ ໄດ້ກໍານົດຄືນໃໝ່ ຫຼັງ​ຈາກ​ໄດ້​ມີ​ການ​ຍົກ​ເລີກໃນເດືອນກຸມພາທີ່ຜ່ານມາ ລຸນຫຼັງບາລ ລູລຂອງຈີນ ທີ່ມີ​ການສົງໄສວ່າເປັນບາລລູນສອດແນມ ໄດ້ລອຍຜ່ານເຂົ້າ​ມານ່ານຟ້າຂອງສະຫະລັດ. ຫົວໜ້ານັກຂ່າວ VOA ປະຈໍາກະຊວງການຕ່າງປະ ເທດ ໄນກີ້ ຊິງ ມີລາຍງານກ່ຽວກັບຄວາມຄາດຫວັງຕໍ່າທີ່ການເດີນທາງຂອງ ທ່ານບລິງເກັນ ຈະສາມາດແກ້ໄຂສາຍສໍາພັນອັນຫຍຸ້ງຍາກ ຂອງປະເທດທັງສອງ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນຶ່ງມື້ກ່ອນກອງທັບສະຫະລັດ ຍິງບາລລູນສອດແນມຂອງຈີນຕົກ, ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ເລື່ອນການປະຊຸມຂອງທ່ານ ໃນນະຄອນຫຼວງປັກກິ່ງ ແລະຄວາມສໍາພັນລະຫວ່າງສະ ຫະລັດ ແລະ ຈີນ ໄດ້​ຕົກ​ສູ່​ລະ​ດັບຕໍ່າ​ສຸດ ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ທ່ານບລິງເກັນ ກ່າວວ່າ:

“ການຕັດສິນໃຈຂອງຈີນ ເພື່ອສົ່ງບາລລູລສັງ​ເກດ​ການ​ມາ​ຍັງທະວີບອາເມຣິກາ ແມ່ນເປັນ​ທີ່ຮັບເອົາບໍ່ໄດ້ແລະຂາດຄວາມຮັບຜິດຊອບ ໃນທັງສອງກໍລະນີ. ນັ້ນ ແມ່ນສິ່ງທີ່ຈະເວົ້າເຖິງ. ມັນເປັນການລະເມີດຕໍ່ອະທິປະໄຕຂອງພວກເຮົາ, ແລະມັນກໍເປັນການລະເມີດຕໍ່ກົດໝາຍສາກົນ.”

ຫຼັງຈາກນັ້ນບໍ່ເທົ່າໃດເດືອນ, ນັກການທູດຂັ້ນສູງຂອງສະຫະລັດກ່າວວ່າ ມັນມີຄວາມຈໍາເປັນທີ່ທັງສອງປະເທດ ຈະຍັງຄົງຮັກສາການຕິດຕໍ່ສື່ສານຢ່າງສະໝໍ່າສະເໝີ.

ທ່ານບລິງເກັນ ກ່າວວ່າ

“ມັນແຈ່ມແຈ້ງສໍາລັບຜົນປະໂຫຍດຂອງທັງສອງປະເທດ, ສິ່ງທີ່ເປັນອັນຕະລາຍສ່ວນໃຫຍ່ແມ່ນການບໍ່ຕິດຕໍ່ສື່ສານກັນ ແລະໃນທີ່ສຸດກໍສົ່ງຜົນຕໍ່ຄວາມບໍ່ເຂົ້າໃຈກັນ, ສົ່ງຜົນຕໍ່ການສື່ສານທີ່ຜິດພາດ.”

ທໍານຽບ 5 ແຈ ກໍຕ້ອງການໃຫ້ປັກກິ່ງຕອບສາຍດ່ວນໂທລະສັບຂອງກອງທັບ ເຊັ່ນກັນ, ດັ່ງນັ້ນ ພວກ​ນາຍ​ພົນ ຈຶ່ງສາມາດໂອ້ລົມກັນໄດ້ ໃນລະຫວ່າງເກີດເຫດການ ​ດັ່ງທີ່ໄດ້ເກີດຂຶ້ນ​ໃນການປະເຊີນໜ້າກັນຢ່າງໃກ້ຊິດທີ່ສຸດ ລະຫວ່າງກໍາປັ່ນຂອງສະຫະລັດ ແລະກໍາປັ່ນ ຈີນ ຢູ່ໃນຊ່ອງແຄບໄຕ້ຫວັນ.

ຜູ້ສັງເກດການກ່າວວ່າ ເຖິງແມ່ນມີຄວາມເຄັ່ງຕຶງເກີດຂຶ້ນ, ແຕ່ລັດຖະບານຂອງທັງສອງປະເທດ ກໍຍັງຄົງພະຍາຍາມທີ່ຈະຈັດການປະຊຸມຂື້ນ ໃນທ້າຍປີນີ້.

ທ່ານນາງບອນນີ ກລາສເຊີ (Bonnie Glaser), ຫົວໜ້າຜູ້ບໍລິຫານໂຄງການ ອິນໂດ-ປາຊີຟິກຢູ່ທີ່ກອງທຶນມາ​ໂຊ​ລ​ຂອງ​ສະ​ຫະ​ລັດ​ໃນເຢຍ​ຣະ​ມັນ (German Marshall) ກ່າວຕໍ່ VOA ຜ່ານຊູມວ່າ:

“ທັງສອງປະເທດ ກໍາລັງດໍາເນີນງານໄປສູ່ຄວາມເປັນໄປໄດ້ ສໍາລັບການປະຊຸມກັນລະຫວ່າງ ທ່ານໄບເດັນ ແລະ ທ່ານສີ ຈິ້ງຜິງ ຢູ່ທີ່ກອງປະຊຸມ APEC ເຊິ່ງຈະໄດ້ຈັດຂຶ້ນຢູ່ນະ​ຄອນຊານຟຣານຊິສໂກໃນເດືອນພະຈິກທີ່ຈະມາເຖິງນີ້, ແລະເພື່ອໃຫ້ມີການປະຊຸມສຸດຍອດທີ່ປະສົບຜົນສໍາເລັດ, ຖ້ານັ້ນຄືວາລະການປະຊຸມທີ່ແທ້ຈິງ ກໍຈໍາເປັນທີ່ຈະຕ້ອງມີການຕຽມການຕ່າງໆຢ່າງຫຼວງຫຼາຍ.”

ໃນຂະນະທີ່ວໍຊິງຕັນ ພະຍາຍາມທີ່ຈະ​ທຳ​ການພົວພັນຄືນໃໝ່ກັບປັກກິ່ງ ກ່ຽວກັບບັນຫາ​ໃນການປະເຊີນໜ້າທາງດ້ານຢາເສບຕິດ ແລະການປ່ຽນແປງຂອງສະພາບອາກາດ, ແຕ່ພວກ​ຕ້ອງ​ຕິ​ໃນສະ​ພາ​ສະ​ຫະ​ລັດ​ຍັງ​ມີ​ຄວາມ​ສົງ​ໄສ​ກ່ຽວ​
ກັບ​ວ່າ ທັງສອງປະເທດຈະສາມາດມີການປ່ຽນແປງທີ່ເປັນຮູບປະທໍາໃນຖານະຄວາມສໍາພັນຂອງພວກເຂົາເຈົ້າທັງສອງໄດ້.

U.S. Secretary of State Antony Blinken is heading to China later this week, a trip that was rescheduled from February after a suspected Chinese spy balloon flew through U.S. airspace. VOA State Department Bureau Chief Nike Ching reports expectations are low that Blinken’s trip will be able to reset the two countries’ fraught relationship.]]

A day before the U.S. military shot down a Chinese surveillance balloon . Secretary of State Antony Blinken postponed his meetings in Beijing and U.S.-China ties hit a new low.

Antony Blinken, US Secretary of State

"China's decision to fly a surveillance balloon over the continental United States is both unacceptable and irresponsible. That's what this is about. It's a violation of our sovereignty, it's a violation of international law."

After a few months, the top U.S. diplomat said it is essential for the two countries to maintain regular lines of communication.

Antony Blinken, U.S. Secretary of State

''It’s clearly in the interest of both countries - the most dangerous thing is not to communicate and as a result to have a misunderstanding, a miscommunication.''

The Pentagon also wants Beijing to answer a military hotline so generals can talk during incidents like last week’s close encounter involving U.S. and Chinese ships in the Taiwan Strait.

Observers say despite the tensions, both governments are trying to set up a summit later this year.

Bonnie Glaser, German Marshall Fund of the United States

“Both countries are working toward a possible meeting between Biden and Xi Jinping at the APEC meeting which will take place in San Francisco in November, and in order to have a successful summit, if that is indeed on the agenda, there needs to be a lot of preparation.”

While Washington is seeking to re-engage Beijing on the issues of counternarcotics and climate change, congressional critics are skeptical the two countries can have a substantial change in the status of their relationship.

XS
SM
MD
LG