ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ ທີ່​ແຄ້ມ​ເດ​ວິດ ແມ່ນ​ເພີ້ມ 'ຄວາມ​ໝັ້ນ​ໝາຍ​ ໃນ​ການ​ຫາ​ລື' ເວ​ລາ​ເກີດ​ວິ​ກິດ​ການ ສ​ຫລ ຍີ່​ປຸ່ນ ເກົາ​ຫຼີ​ໃຕ້


ປະ​ທາ​ນາ​ທິ​ບໍ​ດິ​ໂຈ ໄບ​ເດັນ, ຊ້າຍ, ໂອ້​ລົມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟູ​ມິ​ໂອະ ກິ​ຊິ​ດະ ຂອງ​ຍີ່​ປຸ່ນ ປະ​ທາ​ນາ​ທິ​ບໍ​ດີ​ຢຸນ ຊຸກ ໂຢ​ລ ແຫ່ງ​ເກົາ​ຫຼີ​ໃຕ້, ຂວາ, ກ່ອນ​ໜ້າ​ກອງ​ປະ​ຊຸມ​ສາມ​ຝ່າຍ ຢູ່ນອກກອງ​ປະ​ຊຸມ​​ກຸ່ມ G7 ທີ່​ຮິ​ໂຣ​ຊິ​ມະ ປະ​ເທດ​ຍີ່​ປຸ່ນ ເມື່ອ​ວັນ​ທີ 21 ພຶດ​ສະ​ພາ 2023.
ປະ​ທາ​ນາ​ທິ​ບໍ​ດິ​ໂຈ ໄບ​ເດັນ, ຊ້າຍ, ໂອ້​ລົມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟູ​ມິ​ໂອະ ກິ​ຊິ​ດະ ຂອງ​ຍີ່​ປຸ່ນ ປະ​ທາ​ນາ​ທິ​ບໍ​ດີ​ຢຸນ ຊຸກ ໂຢ​ລ ແຫ່ງ​ເກົາ​ຫຼີ​ໃຕ້, ຂວາ, ກ່ອນ​ໜ້າ​ກອງ​ປະ​ຊຸມ​ສາມ​ຝ່າຍ ຢູ່ນອກກອງ​ປະ​ຊຸມ​​ກຸ່ມ G7 ທີ່​ຮິ​ໂຣ​ຊິ​ມະ ປະ​ເທດ​ຍີ່​ປຸ່ນ ເມື່ອ​ວັນ​ທີ 21 ພຶດ​ສະ​ພາ 2023.

ທ່າມ​ກາງ​ຄວາມ​ງາມ​ທີ່​ຂຽວ​ສະ​ອຸ່ມ​ຂອງ​ທຳ​ມະ​ຊາດ​ ທີ່​ສວນ​ສາ​ທາ​ລະ​ນະ​ພູ​ຄາ​ທອກ​ທິນ ບ່ອນ​ພັກ​ຜ່ອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ທີ່​ແຄ້ມ​ເດ​ວິດ ອີກ​ເທື່ອ​ຈະ​ກາຍ​ເປັນ​ບ່ອນ​ຈາ​ລຶກ​ປະ​ຫວັດ​ສາດ​ທີ່​ມີ​ຄວາມ​ສຳ​ຄັນ​ທາງ​ດ້ານ​ການ​ທູດ​ລະ​ຫວ່າງ​ປະ​ເທດ ເພື່ອ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ແກ່​ການ​ເປັນ​ພັນ​ທະ​ມິດ​ສາມ​ຝ່າຍ ລະ​ຫວ່າງ​ສະ​ຫະ​ລັດແລະ​ສອງ​ປະ​ເທດ​ພັນ​ທະ​ມິດ​ໃນ​ເອ​ເຊຍ ຄື​ຍີ່​ປຸ່ນ​ແລະ​ເກົາ​ຫຼີ​ໃຕ້ ເພື່ອ​ເສີມ​ຂະ​ຫຍາຍ​ການ​ສະ​ກັດ​ກັ້ນ​ຕໍ່​ເກົາ​ຫຼີ​ເໜືອ​ແລະ​ຈີນ.

ເປົ້າ​ໝາຍ​ຂອງກອງ​ປະ​ຊຸມ​ສຸດຍອດ​ໃນ​ວັນ​ສຸກມື້ນີ້ ຊຶ່ງ​ເປັນ​ເຈົ້າ​ພາບ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແມ່ນ​ເພື່ອ “ຮັດ​ແໜ້ນ​ໃນ​ການ​ພົວ​ພັນ​ສາມ​ຝ່າຍ” ທີ່​ຮວມ​ທັງ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງວໍ​ຊິງ​ຕັນ ໂຕ​ກຽວ ແລະ​ໂຊ​ລ ເພື່ອ​ສ້າງ​ຕັ້ງ​ສາຍ​ດ່ວນ​ສາມ​ຝ່າຍ ແລະ​ການ​ປຶກ​ສາ​ຫາ​ລື​ຊຶ່ງ​ກັນ​ແລະ​ກັນ ໃນ​ລະ​ຫວ່າງ​ທີ່​ເກີດ​ວິ​ກິດ​ການ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ລັດ​ຖະ​ບານກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພະ​ຫັດ​ວານນີ້. ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ໂດຍ​ຂໍ​ສະ​ຫງວນ​ຊື່​ດັ່ງ​ທີ່​ເຄີຍ​ປະ​ຕິ​ບັດ​ການ​ມາ​ເມື່ອ​ເວົ້າ​ເຖິງ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ບັນ​ຫາ​ດ້ານ​ຄວາມ​ໝັ້​ນ​ຄົງ.

ປະ​ເທດ​ທັງ​ສ​າມ​ຈະ​ໃຫ້​ຄວາມ​ໝັ້ນ​ໝາຍ​ວ່າ ເວ​ລາ​ປະ​ເຊີນ​ໜ້າ​ກັບ​ບັນ​ຫາ​ສຸກ​ເສີນຫຼື​ໄພ​ຂົ່ມ​ຂູ່ ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຂົງ​ເຂ​ດ ປະ​ເທດ​ທັງ​ສາມ​ຈະ​ປຶກ​ສາ​ຫາ​ລື​ກັນ​ໃນ​ທັນ​ທີ​ ແບ່ງ​ປັນ​ຂໍ້​ມູນ​ສືບ​ລັບ ແລະ​ວາງ​ນະ​ໂຍ​ບາຍ ​ໃນ​ການ​ເອົາ​ມາດ​ຕະ​ການໃຫ້​ສອດ​ຄ່ອງ​ກັນ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ຄົນ​ທີ​ສອງ​ກ່າວ​ຢູ່​ໃນ​ການ​ຖະ​ແຫຼງ​ຂ່າວ​ດຽວ​ກັນ​ນັ້ນ.

“ສິ່ງ​ທີ່​ຕ້ອງ​ຮັບ​ຮູ້​ແລະ​ເສີມ​ສ້າງ​ເປັນ​ຈຸດ​ໃຈ​ກາງ​ກໍ​ຄື​ຄວາມ​ຈິງ​ທີ່​ວ່າ ພວກ​ເຮົາ​ແບ່ງ​ປັນ​ການ​ເຊື່ອມ​ໂຍງ​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ສ​ະ​ພາບ​ແວດ​ລ້ອມ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ” ທ່ານ​ນາງ​ກ່າວ​ວ່າ. “ສິ່ງ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ໃດ​ປະ​ເທດ​ນຶ່ງຂອງ​ພວກ​ເຮົາ ໂດຍ​ພື້ນ​ຖານ​ແລ້ວ​ກໍ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ພວກ​ເຮົາ​ທັງ​ໝົດ.”

ເຈົ້າ​ໜ້າ​ທີ່​ຄົນ​ທີ​ສອງ​ຢືນ​ຢັດ​ວ່າ​ຄຳ​ໝັ້ນ​ສັນ​ຍານີ້ ບໍ່​ແມ່ນ​ການ​ເປັນ​ພັນ​ທະ​ມິດ​ທາງ​ທະ​ຫານ​ຢ່າງ​ເປັນ​ທາງ​ການຫຼື​ຄວາມ​ໝັ້ນ​ໝາຍ​ໃນ​ການ​ປ້ອງ​ກັນ​ຮ່ວມ - ດັ່ງ​ທີ່​ຈີນ​ແລະ​ເກົາ​ຫຼີ​ເໜືອ​ເອີ້ນນັ້ນ. ທັງ​ພຽງ​ຢາງ ແລະ​ປັກ​ກິ່ງ​ໄດ້​ກ່າວ​ເຖິງກອງ​ປະ​ຊຸມ​ສຸດຍອດ​ທີ່​ແຄ້ມ​ເດ​ວິດ​ນັ້ນ​ວ່າ ເປັນ​ຍຸດ​ທະ​ວິ​ທີ​ຂອງວໍ​ຊິງ​ຕັນ​ເພື່ອ​ສ້າງ “ອົງ​ການ​ເນ​ໂຕ້​ນ້ອຍ” ຢູ່​ໃນ​ເອ​ເຊຍ.

ໜ້າ​ທີ່​ຂອງ​ການ​ປຶກ​ສາ​ຫາ​ລື​ໃນ​ລະ​ຫວ່າງ​ທີ່​ເກີດ​ວິ​ກິດ​ການ ກຳ​ນົດການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ສາມ​ຝ່າຍ ຮວມ​ທັງ​ການ​ຊ້ອມ​ລົບ​ຮ່ວມ​ທີ່​ມີ​ຂຶ້ນ​ເປັນ​ປະ​ຈຳ ແລະ​ການ​ຝຶກ​ຊ້ອມ​ກ່ຽວ​ກັບ​ລູກ​ສອນ​ໄຟ ຕະ​ຫລອດ​ເຖິ​ການ​ຮ່ວມ​ມື​ໃໝ່​ທາງ​ດ້ານ​ເສດ​ຖະ​ກິດ​ແລະ​ຄວາມ​ໝັ້ນ​ຄົງ ໂດຍ​ເສີມ​ຂະ​ຫຍາຍ​ຕ່ອງ​ໂສ້​ອຸບ​ປະ​ທານ​ເຊ​ມີ​ຄອນ​ດັກ​ເຕີ້ ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ໄຊ​ເບີ້​ແລະ​ປັນ​ຍາ​ປະ​ດິດ. ປະ​ເທດ​ທັງ​ສາມ​ຍັງ​ໄດ້​ກຳ​ນົດ​ທີ່​ຈະ​ຮັບ​ຮອງ​ເອົາ “ຫຼັກ​ການ​ແຄ້ມ​ເດ​ວິດ” ກ່ຽວ​ກັບ​ຄຸນ​ຄ່າ​ຫຼາຍໆ​ຢ່າງ​ແລະ​ບັນ​ທັດ​ຖານ​ຂອງ​ສັນ​ຕິ​ພາບ​ແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ​ພາຍ​ໃນ​ເຂດ​ອິນ​ໂດ​ປາ​ຊີ​ຟິກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG