ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນາຍົກອັງກິດ ກ່າວວ່າ ຢ່າປະໝາດ ກໍາລັງທະຫານ ອັຟການິສຖານ


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກ່າວວ່າ ກຸ່ມທາລິບານ ບໍ່ຄວນຈະມີຄວາມສົງໄສໄດໆເລີຍ ກັບ ການຮັກສາຄວາມປອດໄພຂອງທະຫານອັຟການິສຖານ.
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກ່າວວ່າ ກຸ່ມທາລິບານ ບໍ່ຄວນຈະມີຄວາມສົງໄສໄດໆເລີຍ ກັບ ການຮັກສາຄວາມປອດໄພຂອງທະຫານອັຟການິສຖານ.

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ກ່າວວ່າ ກຸ່ມທາ​ລິ​ບານບໍ່​ຄວນ​ຈະ​ມີ
ຄວາມສົງໄສ​ໃດ​ໆເລີຍ ທີ່ກໍາລັງ​ທະ​ຫານ​ນາໆ​ຊາດຈະ​ມອບໂອນຄວາມຮັບຜິດຊອບກ່ຽວ​
ກັບ​ການຮັກສາ​ຄວາມ​ປອດ​ໄພ ​ໃຫ້​ແກ່ທະ​ຫານອັຟກາ​ນິສຖານ ທີ່​ມີ​ຄວາມ​ສາມາດ​ເອົາ​ຊະ
ນະພວກ​ກະບົດໄດ້ນັ້ນ.

ທ່ານ Cameron ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວຮ່ວມ​ກັບ​ປະທານາທິບໍດີ​ອັຟ ກາ​ນິສຖານ
ທ່ານ Hamid Kazai ທີ່​ກຸງ​ກາບູລ ໃນ​ວັນ​ພະຫັດມື້ນີ້ວ່າ ບັນດາ ປະ​ເທດ​ພາຄີ​ໃນ​ໂລກ ​ໄດ້​
ມີ​ຄວາມ​ໝາຍ​ໝັ້ນ ທີ່​ຈະປົກປ້ອງອັຟກາ​ນິສຖານ ດົນ​ໄປ​ກວ່າ​ການ​ຖອນກໍາລັງ​ສູ້​ລົບຂອງຕ່າງ
ປະ​ເທດອອກ​ໄປ ​ໃນ​ປີ 2014.

ທ່ານ Cameron ກ່າວ​ວ່າ ອັຟກາ​ນິສຖານ​ຈະ​ປະສົບ​ກັບ​ຄວາມ​ກ້າວໜ້າ​ຕື່ມ​ຖ້າການ​ກໍ່​ກະບົດ​
ຫາກ​ຍຸຕິ​ລົງ ​ໂດຍ​ຜ່ານ​ການ​ເຈລະຈາ​ທາງ​ດ້ານ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ກັນ ລະຫວ່າງ​
ອັຟກາ​ນິສຖານ​ແລະ​ປາກິສຖານ ​ແຕ່​ການ​ປ່ຽນ​ແປງ​ດັ່ງກ່າວ​ບໍ່​ໄດ້​ກາງ​ຕໍ່​ອົງ​ປະກອບ​ເຫຼົ່ານີ້.

ທ່ານ Kazai ກ່າວ​ວ່າ ຂັ້ນຕອນ​ການ​ສ້າງສັນຕິພາບ ແມ່ນ​ບູລິ​ມະ​ສິດ​ສຳຄັນ​ສຸດ​ສຳ​ຫຼັບ​ປະ​ເທດ​
ຂອງ​ທ່ານ.

ພວກຜູ້​ນໍາ​ທັງ​ສອງຍັງ​ໄດ້ສົນທະນາຫາລື​ກັນໃນ​ວັນ​ພະຫັດມື້ນີ້ ກັບນາຍົກລັດ ຖະມົນຕີ
ປາ​ກິ​ສຖານ ທ່ານ Raja Pervez Ashraf.

ອັງກິດ ມີກໍາລັງ​ທະຫານປະມານ​ 9,500 ຄົນປະຈໍາ​ການ​ຢູ່​ໃນອັຟກາ​ນິສຖານ.​

XS
SM
MD
LG