PHONM PENH —
ກຳປູເຈຍມີ ກຸ່ມຜູ້ຄົນເຮັດວຽກທີ່ບໍ່ຫາຜົນ
ກຳໄລ ປະມານ 3 ພັນກຸ່ມ ທີ່ລົງທະບຽນ. ບາງກຸ່ມເຮັດວຽກທີ່ຫລໍ່
ແຫຼມຫລາຍ ເຊັ່ນເລື້ອງຄວາມຮຸນແຮງຕໍ່ພວກແມ່ຍິງ ແລະເລື້ອງ
ຄ້າມະນຸດເປັນຕົ້ນ. ແຕ່ມີພະນັກງານກຳປູເຈຍ ໃນຈຳນວນໜ້ອຍ
ຫລາຍທີ່ໄດ້ຮັບ ການຝຶກອົບຮົມຢ່າງເປັນທາງການ ກ່ຽວກັບວຽກ
ການດັ່ງກ່າວ. ບັດນີ້ ເລື້ອງດັ່ງກ່າວກຳລັງຈະປ່ຽນແປງໄປ ຍ້ອນ
ມີໂຄງການສິດສອນລະດັບປະລິນຍາມະຫາວິທະຍາໄລເທື່ອ
ທຳອິດຂອງປະເທດ ສຳລັບພວກພະນັກງານສັງຄົນສົງເຄາະ.
ສິງຈະນຳເອົາລາຍງານກ່ຽວກັບເລື້ອງນີ້ ຈາກນາຍ Irwin Loy
ນັກຂ່າວວີໂອເອ ທີ່ ນະຄອນຫລວງພະນົມເປັນ ມາສະເໜີ
ທ່ານ.
ເວລາທ້າວ Yoeung Kimheng ເຕີບໂຕຂຶ້ນມາ ຢູ່ໃນເຂດຊົນນະບົດແຫ່ງນຶ່ງນອກກຸງ
ພະນົມເປັນນັ້ນ ລາວຈະເຫັນບັນຫາຕ່າງໆໃນດ້ານສັງຄົມ ໂດຍບໍ່ຕ້ອງໄດ້ເບິ່ງໄປໄກ
ຈາກບ້ານເຮືອນຂອງລາວ ແຕ່ລາວກໍໄດ້ເຫັນຜູ້ຄົນໃນຈຳນວນບໍ່ເທົ່າໃດຄົນ ທີ່ຢູ່ໃນ
ຕຳແໜ່ງທີ່ຈະຊ່ອຍແກ້ບັນຫານັ້ນໄດ້.
ທ້າວກິມເຮັງກ່າວວ່າ “ຢູ່ ໃກ້ໆກັບບ້ານຂ້ອຍ ມັນເປັນປະຊາຄົມທີ່ທຸກຈົນຫລາຍ.
ຂ້ອຍຄຶດວ່າ ມັນເປັນສະຖານະການທີ່ລໍາບາກທີ່ສຸດ ເພາະວ່າມີເດັກນ້ອຍຫຼາຍ
ຄົນ ພາກັນອອກໂຮງຮຽນ ແລະກິນເຫຼົ້າ ແລະບາງຄົນພາກັນເສບຢາ. ຂ້ອຍບໍ່
ເຄີຍເຫັນເຈົ້າໜ້າທີ່ດ້ານສັງຄົມສົງເຄາະ ຫຼືຄົນອື່ນໆ ມາຊ່ອຍເຂົາເຈົ້າຈັກເທື່ອ.
ບັດນີ້ ຍ້ອນໂຄງການມະຫາວິທະຍາໄລໂຄງການນຶ່ງ ທີ່ກຳລັງໂຜ່ໂຕຂຶ້ນມາ ທ້າວກິມເຮັງ
ເອງ ກໍອາດຈະຢູ່ໃນຖານະທີ່ຈະຊ່ອຍເຫຼືອໃນເລື້ອງນີ້ໄດ້ ໃນໄວໆນີ້. ລາວກໍາລັງຈະຮຽນ
ສໍາເລັດ ໂຄງການ 4 ປີ ໃນພະແນກສັງຄົມສົງເຄາະ ຂອງມະຫາວິທະຍາໄລ Royal
University of Phnom Penh ຫຼື RUPP ຊຶ່ງຫ້ອງຂອງທ້າວກິມເຮັງ ມີກຳນົດຈະຮຽນ
ຈົບໃນທ້າຍປີນີ້ ຊຶ່ງເປັນຫ້ອງທີສອງທີ່ຈະຮຽນຈົບໃນວິຊາດັ່ງກ່າວ.
ທ້າວກິມເຮັງ ຈະເຂົ້າຮ່ວມໃນ ໜ່ວຍແຮງງານ ເຮັດວຽກປະເພດນີ້ ຮ່ວມກັບ ທ້າວ Heng Puthika ໄວ 23 ປີ ທີ່ເປັນຜູ້ນຶ່ງໃນນັກສຶກສາລຸ້ນທໍາອິດ ທີ່ຮຽນຈົບວິຊາສັງຄົມສົງເຄາະ
ໃນປີແລ້ວນີ້. ເວລານີ້ ລາວໄດ້ວຽກຢູ່ນຳອົງການ Transitions Global ຊຶ່ງເປັນກຸ່ມທີ່ບໍ່
ຂຶ້ນກັບລັດຖະບານ ທີ່ເຮັດວຽກຊ່ວຍເຫລືອພວກທີ່ລອດຊີວິດມາໄດ້ຈາກການຄ້າມະນຸດ.
ທ້າວ Puthika ເວົ້າວ່າ: “ຂ້ອຍເຮັດວຽກ ປະເມີນເບິ່ງສະພາບການຂອງຄອບຄົວ.
ຂ້ອຍ ເດີນທາງໄປຫາປະຊາຄົມເພື່ອພົບປະກັບຄອບຄົວ ເພື່ອຊັ່ງຊາຕີ ລາຄາເບິ່ງ
ວ່າ ພວກເຂົາເຈົ້າກຳລັງປະເຊີນໜ້າກັບບັນຫາອັນໃດຢູ່ໃນເວລານີ້ ເບິ່ງຄວາມຕ້ອງການຂອງຄອບຄົວແລະບັນຫາຕ່າງໆຂອງຄອບຄົວ ແລະພະຍາຍາມຊອກ
ເບິ່ງຊັບພະຍາກອນຕ່າງໆທີ່ເຮົາມີຢູ່ໃນປະຊາຄົມ ເພື່ອເຊື່ອມໂຍງຊັບພະຍາກອນເຫລົ່ານັ້ນກັບພວກຄອບຄົວທີ່ຕ້ອງການ. ຂ້ອຍພະຍາຍາມເຮັດວຽກກັບຄອບຄົວ
ເພື່ອຊ່ອຍເຫຼືອເຂົາເຈົ້າ.”
ມັນເປັນວຽກທີ່ມີຄວາມສໍາຄັນຢ່າງໃຫຍ່ຫຼວງ ຢູ່ໃນປະເທດທີ່ກຳລັງສ້າງສາຄືນໃໝ່ ຫຼັງ
ຈາກປະເຊີນກັບສົງຄາມມາໄດ້ຫຼາຍປີແລ້ວນັ້ນ.
ພວກພະນັກງານດ້ານສັງຄົມສົງເຄາະໃນກໍາປູເຈຍ ຕ້ອງໄດ້ພົວພັນກັບພວກປະຊາຊົນທີ່
ອ່ອນແອທີ່ສຸດຂອງປະເທດ ຊຶ່ງຫຼາຍຄົນໄດ້ຮັບຄວາມຊອກຊ້ຳທາງດ້ານຈິດໃຈຍ້ອນສົງຄາມ.
ບໍ່ມີໂຄງການຝຶກອົບຮົມດ້ານສັງຄົມສົງເຄາະ ໃນຂັ້ນປະລິນຍາມະຫາວິທະຍາໄລ ໃນກຳປູ
ເຈຍມາກ່ອນ ຈົນກະທັ່ງມະຫາວິທະຍາໄລ RUPP ໄດ້ຈັດຕັ້ງພະແນກສຶກສາດັ່ງກ່າວນີ້
ຂຶ້ນມາໃນປີ 2008.
ຕາມທຳມະດານັ້ນ ພວກກຸ່ມທີ່ເຮັດວຽກກັບປະຊາຊົນໃນເຂດຊົນນະບົດນັ້ນ ແມ່ນອາໄສພວກນັກຊ່ຽວຊານຕ່າງປະເທດ ຫຼື ອາໄສພວກພະນັກງານໃນທ້ອງຖິ່ນ ທີ່ສ່ວນໃຫຍ່ແມ່ນ
ບໍ່ໄດ້ຜ່ານການຝຶກອົບຮົມ ແຕ່ຮຽນໄປນຳ ຂະນະທີ່ເຮັດວຽກ.
ທ່ານນາງ Ung Kimkanika ເປັນອາຈານຄົນນຶ່ງໃນພະແໜກການສຶກສາໃໝ່ດັ່ງກ່າວ
ຂອງມະຫາວິທະຍາໄລ RUPP:
ທ່ານນາງ Ung ກ່າວວ່າ: “ທ່ານສາມາດເຫັນໄດ້ວ່າ ຫຼັງຈາກໄລຍະການຊ່ວຍເຫຼືອ
ຂອງ ອົງການສະຫະປະຊາຊາດແລ້ວ ມີອົງການຊ່ອຍເຫຼືອຫຼາຍໆອົງການເຂົ້າມາ
ຍັງກຳປູເຈຍ. ມີພວກຊາວຕ່າງປະເທດຫຼາຍຄົນ ທີ່ເຂົາເຈົ້າເອີ້ນວ່າ ນັກຊ່ຽວຊານ
ເຂົ້າມາຊ່ອຍກໍາປູເຈຍ ຄືກັນ. ແຕ່ພວກນັກຊ່ຽວຊານເຫຼົ່ານັ້ນ ບໍ່ແມ່ນຄົນກຳປູເຈຍ.
ສະນັ້ນ ຂ້າພະເຈົ້າຈຶ່ງຄຶດວ່າ ການມີພະນັກງານກຳປູເຈຍທີ່ໄດ້ຮັບການຝຶກອົບຮົມ
ເປັນພະນັກງານດ້ານສັງຄົມສົງເຄາະ ເປັນພະນັກງານສົງເຄາະໂດຍເຮົາເອງນັ້ນ
ແມ່ນສຳຄັນຫຼາຍ. ເພາະວ່າມັນແມ່ນສະຖານະການຂອງຄົນກຳປູເຈຍ ແລະມີແຕ່
ຄົນກຳປູເຈຍຫູຂະເໝັນເທົ່ານັ້ນ ທີ່ຈະເຂົ້າໃຈສະຖານະການໄດ້ດີ. “
ແລະດ້ວຍເຫດນີ້ເອງ ພະແນກດັ່ງກ່າວໄດ້ຖືກຈັດຕັ້ງຂຶ້ນມາ. ໃນການເປັນພາຄີຮ່ວມມືກັນ
ກັບສະຖາບັນວຽກງານສັງຄົມສົງເຄາະຂອງ ມະຫາວິທະຍາໄລວໍຊິງຕັນ ນັກສຶກສາກຳປູ
ເຈຍຈໍານວນນຶ່ງ ຮວມທັງທ້າວ Kimkanika ຈຶ່ງໄດ້ຖືກສົ່ງມາສຶກສາຕໍ່ທີ່ສະຫະລັດ ເພື່ອ
ຮຽນເອົາປະລິນຍາໂທ ໃນວິຊາດັ່ງກ່າວ.
ບັດນີ້ ພວກນັກສຶກສາເຫຼົ່ານີ້ໄດ້ກັບຄືນໄປຍັງປະເທດແລ້ວ ແລະປະກອບເປັນກະດູກສັນ
ຫຼັງ ຂອງຄະນະອາຈານສອນປະຈໍາພະແນກສັງຄົມສາດຂອງມະຫາວິທະຍາໄລກຸງພະນົມ
ເປັນ ຫຼື RUPP ນັ້ນ.
ວຽກສັງຄົມສົງເຄາະ ເປັນອາຊີບທີ່ຜູ້ຄົນມັກບໍ່ເຂົ້າໃຈດີປານໃດໃນກຳປູເຈຍ. ໃນຕອນຈັດ
ຕັ້ງຂຶ້ນມາໃໝ່ນັ້ນ ພວກທີ່ຮຽນຈົບໃນວິຊານີ້ບາງຄົນ ກໍຍັງບໍ່ທັນແນ່ໃຈວ່າ ວຽກສັງຄົມນີ້
ແມ່ນຫຍັງ.
ນາງ Kim Chanravey ຈື່ຈຳໄດ້ ໃນເວລາສອງສາມມື້ທຳອິດ ທີ່ນາງເຂົ້າໄປສຶກສາໃນ ມະຫາວິທະຍາໄລດັ່ງກ່າວ.
ນາງເວົ້າວ່າ: “ຂ້ອຍຄຶດວ່າ ວຽກສັງຄົມສົງເຄາະ ສາມາດຊ່ອຍຄົນໄດ້ ໂດຍການ
ເອົາເງິນ ຫຼືຂອງຂວັນໃຫ້ພວກຜູ້ຄົນທີ່ທຸກຍາກ ກໍຄືການໃຫ້ທານນັ້ນເອງ ແຕ່
ເວລາຂ້າພະເຈົ້າເລີ້ມສຶກສາວຽກສັງຄົມນີ້ ຈຶ່ງຮູ້ວ່າມັນຕ່າງກັນ. ”
ນາງ Chanravey ຮຽນຮູ້ໄດ້ໄວ ແລະເປັນຜູ້ນຶ່ງໃນບັນດານັກສຶກສາຫ້ອງທຳອິດທີ່ໄດ້ຮຽນ
ຈົບໃນປີ ແລ້ວນີ້ ແລະເວລານີ້ ນາງເຮັດວຽກນຳອົງການ Hagar International ທີ່ຊ່ອຍ
ເຫຼືອພວກແມ່ຍິງແລະເດັກນ້ອຍແມ່ຍິງ ທີ່ຖືກລະເມີດສິດ ຫຼື ຖືກຂົ່ມເຫັງນັ້ນ.
ນາງ Chanravey ເວົ້າວ່າ “ການໃຫ້ທານ ໝາຍຄວາມວ່າ ໃຫ້ຂອງຂວັນໂດຍກົງ
ແກ່ຜູ້ຄົນ ແຕ່ວຽກສັງຄົມສົງເຄາະ ບໍ່ໄດ້ໃຫ້ຂອງຂວັນແບບດັ່ງກ່າວ. ວຽກສັງຄົມ
ສົງເຄາະ ແມ່ນພະຍາຍາມຊອກຫາຊ່ອງທາງ ຊອກຫາທາງເລືອກສຳລັບພວກຜູ້
ຄົນເພື່ອໃຫ້ເຂົາເຈົ້າ ພະຍາຍາມຕັດສິນໃຈດ້ວຍຕົນເອງ ເຮັດທຸກສິ່ງທຸກຢ່າງ
ດ້ວຍຕົນເອງ.”