ສານກຳປູເຈຍໄດ້ຕັດສິນວ່າ ນັກການເມືອງຝ່າຍຄ້ານ ທ່ານ ທີບ ວານນົນ (Teav Vannol) ມີຄວາມຜິດໃນຂໍ້ຫາໝິ່ນປະໝາດ ແລະໄດ້ປັບໃໝຄ່າເສຍຫາຍເປັນຈໍານວນເງິນ 1.5 ລ້ານໂດລາ ສໍາລັບການສະແດງຄວາມຄິດເຫັນຂອງທ່ານຕໍ່ສື່ມວນຊົນຕ່າງປະເທດ ກ່ຽວກັບສະຖານະການປະຊາທິປະໄຕຂອງປະເທດ.
ໃນການໃຫ້ສໍາພາດກັບອົງການຂ່າວ ນິກເຄອິ (Nikkei) ລະຫວ່າງເດືອນກຸມພາທີ່ຜ່ານມາ, ທ່ານ ວານນົນ ເຊິ່ງເປັນປະທານຂອງພັກ ແຄນໂດລໄລທ໌ (Candlelight) ກ່າວວ່າ ປະຊາທິປະໄຕໃນປະເທດເອເຊຍຕາເວັນອອກສ່ຽງໃຕ້ແຫ່ງນີ້ຊຸດໂຊມລົງພາຍໃຕ້ການບໍລິຫານງານຂອງ ທ່ານ ຮຸນ ມາເນດ ເຊິ່ງທ່ານເປັນລູກຊາຍຂອງ ທ່ານ ຮຸນ ເຊັນ ຜູ້ທີ່ເປັນຜູ້ນຳຂອງປະເທດມາດົນນານ ແລະໄດ້ເຂົ້າມາກໍາອໍານາດໃນປີແລ້ວນີ້.
ພັກ ແຄນໂດລໄລທ໌ ຖືກຫ້າມບໍ່ໃຫ້ເຂົ້າຮ່ວມໃນການເລືອກຕັ້ງທົ່ວໄປໃນປີແລ້ວນີ້, ເຊິ່ງເປັນພັກທີ່ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນຕໍ່ພັກປະຊາຊົນກໍາປູເຈຍຂອງ ທ່ານ ຮຸນ ມາເນດ.
ໃນວັນພະຫັດມື້ນີ້ ສານໃນນະຄອນຫຼວງພະນົມເປັນພົບເຫັນວ່າ ທ່ານ ວານນົນ ມີຄວາມຜິດໃນຂໍ້ຫາລະເມີດມາດຕາ 305 ໃນຂໍ້ຫາໝິ່ນປະໝາດ ແລະໄດ້ສັ່ງໃຫ້ທ່ານຈ່າຍຄ່າເສຍຫາຍເປັນເງິນຈໍານວນ 6 ຕື້ຮຽລ ຫຼືປະມານ 1.5 ລ້ານໂດລາ, ອີງຕາມການກ່າວຕໍ່ອົງການຂ່າວ Reuters ຂອງກຸ່ມປົກປ້ອງສິດທິມະນຸດ LICADHO ແລະອົງການກວດກາສິດທິອິດສະຫຼະ, ເຊິ່ງທັງສອງມີຕົວແທນເຂົ້າຮ່ວມຟັງການດໍາເນີນຄະດີຢູ່ໃນສານ.
ໂຄສົກຂອງສານ ແລະລັດຖະບານຍັງບໍ່ສາມາດຕິດຕໍ່ໄດ້ໃນທັນທີ. ປັດຈຸບັນ, ທ່ານ ວັນນົນ ອາໄສຢູ່ນອກປະເທດ, ແລະທະນາຍຄວາມຂອງທ່ານ ກໍບໍ່ໄດ້ຮັບໂທລະສັບຈາກ Reuters.
ລັດຖະບານກໍາປູເຈຍທີ່ສືບທອດຕໍາແໜ່ງກັນມາເລື້ອຍໆ ໄດ້ອອກມາປະຕິເສດການປາບປາມຝ່າຍຄ້ານ ແລະໄດ້ກ່າວວ່າ ນັກການເມືອງ ແລະນັກເຄື່ອນໄຫວທັງຫຼາຍ ຈະຖືກດໍາເນີນຄະດີ ຖ້າພົບວ່າພວກເຂົາເຈົ້າກະທຳຜິດເທົ່ານັ້ນ.
ຄວາມກັງວົນກ່ຽວກັບສິດເສລີທາງດ້ານການເມືອງຢູ່ກຳປູເຈຍ ຍັງຄົງມີຢູ່ຢ່າງເລິກເຊິ່ງ. ບັນດານັກວິເຄາະກ່າວວ່າ ການປົກຄອງຂອງ ທ່ານ ຮຸນ ເຊັນ ໄດ້ຖືກກໍານົດໄວ້ໂດຍການປາບປາມຝ່າຍຄ້ານ, ການປິດສື່ມວນຊົນອິດສະຫຼະ ແລະການຈັບບັນດານັກເຄື່ອນໄຫວເຂົ້າຄຸກ.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາລອັງກິດ
PHNOM PENH, July 25 (Reuters) - A Cambodian court has found opposition politician Teav Vannol guilty of defamation and fined him $1.5 million in damages for comments he made to a foreign media outlet about the state of the country's democracy, rights monitors said.
In an interview with the Nikkei this February, Vannol, the president of the Candlelight Party, said democracy in the Southeast Asian nation had worsened under the administration of Hun Manet. He is the son of the country's long-time leader Hun Sen and assumed power last year.
The Candlelight Party was barred from participating in last year's general election that saw a landslide win for Hun's ruling Cambodian People's Party.
The court in Phnom Penh on Thursday found Vannol guilty of violating article 305 on defamation and ordered him to pay 6 billion riel (about $1.5 million) in damages, rights group LICADHO, and an independent rights monitor, told Reuters. Both had representatives in the court.
A spokesperson for the court and government could not immediately be reached. Vannol is currently out of the country, and his lawyer did not answer calls from Reuters.
Successive Cambodian governments have repeatedly denied cracking down on opponents and say politicians and activists are only prosecuted if they have committed offences.
Concerns about political freedom in Cambodia have continued to deepen. Analysts say Hun Sen's rule was marked by the suppression of the opposition, shuttering of independent media and the jailing of activists.
ຟໍຣັມສະແດງຄວາມຄິດເຫັນ