ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ກຳ​ປູ​ເຈຍ ປິດ​ເວັບ​ໄຊ​ທ໌ ອົງ​ການ​ຂ່າວ​ຕ່າງໆ ກ່ອນໜ້າການເລືອກຕັ້ງແຫ່ງຊາດ ທີ່ບໍ່ມີການແຂ່ງຂັນກັນ


(ພາບ​ໃນ​ແຟມ) ທ່ານ​ຮຸນ ເຊນ, ນາ​ຍົກ​ກຳ​ປູ​ເຈຍ ກ່າວ​ຄຳ​ປາ​ໄສ​ຂະນະ​ທີ່​ລົງ​ຫາ​ສຽງ​ໃຫ້​ພັກ​ຂອງ​ທ່ານ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ, ວັນ​ທີ 1 ກໍ​ລະ​ກົດ, 2023. ລັດ​ຖະ​ບານກຳ​ປູ​ເຈຍ ​ອອກ​ຄຳ​ສັ່ງ​ໃຫ້​ປິດເວັບ​ໄຊ​ທ໌​ ແລະ​ບັນ​ຊີ​ສື່​ສັງ​ຄົມ​ອອນ​ລາຍຂອງ​ອົງ​ການ​ຂ່າວ​ຕ່າງໆ​.
(ພາບ​ໃນ​ແຟມ) ທ່ານ​ຮຸນ ເຊນ, ນາ​ຍົກ​ກຳ​ປູ​ເຈຍ ກ່າວ​ຄຳ​ປາ​ໄສ​ຂະນະ​ທີ່​ລົງ​ຫາ​ສຽງ​ໃຫ້​ພັກ​ຂອງ​ທ່ານ​ໃນ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ, ວັນ​ທີ 1 ກໍ​ລະ​ກົດ, 2023. ລັດ​ຖະ​ບານກຳ​ປູ​ເຈຍ ​ອອກ​ຄຳ​ສັ່ງ​ໃຫ້​ປິດເວັບ​ໄຊ​ທ໌​ ແລະ​ບັນ​ຊີ​ສື່​ສັງ​ຄົມ​ອອນ​ລາຍຂອງ​ອົງ​ການ​ຂ່າວ​ຕ່າງໆ​.

ລັດຖະບານກຳປູເຈຍໄດ້ສັ່ງໃຫ້ບໍລິສັດສະໜອງການບໍລິການອິນເຕີແນັດ ຫລື ISP ປິດເວັບໄຊທ໌ ແລະບັນຊີສື່ສັງຄົມຂອງ 9 ໂດເມນ ທີ່ເປັນຂອງຢ່າງໜ້ອຍ 3 ສຳນັກ ຂ່າວສານ ລວມທັງໜັງສືພິມ Cambodia Daily ແລະວິທະຍຸເອເຊຍເສລີ ໃນເວລາພຽງນຶ່ງອາທິດ ກ່ອນໜ້າການເລືອກຕັ້ງແຫ່ງຊາດທີ່ບໍ່ມີການແຂ່ງຂັນທີ່ຈະຈັດຂຶ້ນ ໃນວັນທີ 23 ກໍລະກົດ, ອີງຕາມຈົດໝາຍທາງການທີ່ວີໂອເອພາກພາສາຂະແມໄດ້ມາ.

ຈົດໝາຍສະບັບວັນທີ 12 ກໍລະກົດທີ່ມາອອກໂດຍກົມຄຸ້ມຄອງໂທລະຄົມມະນາຄົມ ຂອງກຳປູເຈຍ, ເຊິ່ງເປັນໜ່ວຍງານນຶ່ງທີ່ຢູ່ພາຍໃຕ້ກະຊວງໄປສະນີ ແລະໂທລະຄົມ ມະນາຄົມລະບຸວ່າລັດຖະບານໄດ້ສັ່ງໃຫ້ບໍລິສັດ ISP ປິດໂດເມນຕ່າງໆ ລວມທັງບັນ ຊີທວີດເຕີ (Twitter), ອິນຕາແກຣມ (Instagram) ແລະຢູທູບ (YouTube) ຂອງໜັງສືພິມ Cambodia Daily Khmer ແລະວິທະຍຸເອເຊຍເສລີ ຊຶ່ງຄືກັນກັບວີໂອເອ ທີ່ເປັນອົງການອິດສະຫລະດຳເນີນງານຢູ່ພາຍໃຕ້ອົງການສື່ມວນຊົນໂລກຂອງສະຫະລັດ ຫລື USAGM. ທັງສອງອົງການນີ້ ກະຈາຍຂ່າວເປັນພາສາຂະແມ ແລະພາສາອັງກິດ, ແລະທັງສອງອົງການແມ່ນມີສໍານັກງານໃຫຍ່ ຕັ້ງຢູ່ນອກປະເທດກໍາປູເຈຍ.

ລັດຖະບານຍັງໄດ້ປິດບັນຊີທວີດເຕີ (Twitter) ແລະເວັບໄຊທ໌ຂອງອົງການກົໂນດ ຣາ (Komnotra), ຖານຂໍ້ມູນໃຫມ່ຂອງວິທະຍຸ Voice of Democracy ຫລື ສຽງຂອງປະຊາທິປະໄຕ, ເຊິ່ງລັດຖະບານໄດ້ປິດໄວ້. ກົໂນດຣາ (Komnotra) ຍັງອອກອາກາດສົດ ຜ່ານທາງເຟັບຸກ (Facebook) ໄດ້.

ກົໂນດຣາ (Komnotra) ແມ່ນຖານຂໍ້ມູນສາທາລະນະທີ່ຫາກໍ່ເປີດຕົວໃຫມ່ ທີ່ດໍາເນີນງານໂດຍສູນສື່ມວນຊົນອິດສະຫລະຂອງກໍາປູເຈຍ (CCIM) ທີ່ເປັນອົງການດໍາເນີນງານວິທະຍຸ ສຽງຂອງປະຊາທິປະໄຕ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG