ລິ້ງ ສຳຫລັບເຂົ້າຫາ

ບໍລິສັດເສື້ອຜ້າ ຈະຂຶ້ນຄ່າແຮງ ແກ່ພວກຄົນງານຕັດຫຍິບ ໃນກໍາປູເຈຍ

  • ທອງປານ ເທບວົງສາ

ໂຮງງານຕັດຫຍິບແຫ່ງນຶ່ງ ໃນກໍາປູເຈຍ
​ເມື່ອ​ບໍ່​ດົນ​ມາ​ນີ້ ບໍ​ລິ​ສັດເສື້ອ​ຜ້າ​ຍັກ​ໃຫຍ່ H&M ຂອງ​ສະ​ວີ​ເດັນ
ໄດ້ປະກາດ ໂຄງການ​ນຶ່ງ ​ເພື່ອ​ຂຶ້ນ​ເງິນ​ເດືອນ​ ໃຫ້​ແກ່​ພວກ​ຄົນ​
ງານ​ຕັດຫຍິບ​ເສື້ອຜ້າ ​ໃນ​ບັນດາ​ໂຮງງານ​ຮັບ​ເໝົາ​ຜະລິດ​ເສື້ອ​
ຜ້າໃຫ້​ຕົນ​ຢູ່ໃນ​ທົ່ວ​ໂລກ​ ​ໂຮ​ມທັງ​ຢູ່​ໃນ​ກໍາປູເຈຍ ບ່ອນ​ທີ່​ບໍລິສັດ
H&M ​ເປັນ​ຜູ້​ຮັບ​ຊື້​ລະດັບນໍາໜ້ານັ້ນ. ຄໍາປະກາດ ​ຂອງ​ບໍລິສັດ
H&M ມີ​ຂຶ້ນ ​ໃນ​ຕອນທ້າຍ​ຂອງປີທີ່​ປັ່ນ​ປ່ວນ​ສໍາລັບ​ວົງ​ການ​ຕັດ
ຫຍິບ​ເສື້ອ​ຜ້າ​ ຢູ່ໃນ​ກໍາປູ​ເຈຍ ​ແລະ​ແຫ່ງ​ອື່ນ​ໆ. ຜູ້​ສື່​ຂ່າວ​ວີ​ໂອ​ເອ
Robert Carmichael ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ທອງ​
ປານ ຈະ​ນໍາມາສະ​ເໜີ​ທ່ານ​ໃນອັນ​ດັບ​ຕໍ່​ໄປ


ໃນ​ອີກ​ບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້​ ລັດຖະບານ​ກໍາປູ​ເຈຍ ຈະປະ
ກາດ​ການຂຶ້ນ​ເງິນ​ເດືອນອັດຕາຕໍ່າ​ສຸດ ຈາກ 75 ​ໂດ​ລ່າຕໍ່​ເດືອນ
​ໃນປັດ​ຈຸ​ບັນ ສໍາລັບ​ພວກ​ຄົນ​ງານ​ຕັດຫຍິບ ​ຊຶ່ງຈະ​ຂຶ້ນ​ເປັນ​ຈໍານວນ​ເທົ່າໃດ​ນັ້ນ ຍັງ​ບໍ່​ຮູ້ເທື່ອ​
ໃນ​ເວລາ​ນີ້ ​ແຕ່​ທາງ​ການ​ກໍາປູ​ເຈຍ​ ແມ່ນກໍາລັງ​ຖືກ​ກົດ​ດັນຢ່າງ​ໜັກ​ໃຫ້ປັບປຸງ​ຄ່າ​ແຮງງານ​
​ແລະ​ສະພາບການ​ທໍາ​ງານ​ໃຫ້​ດີ​ຂຶ້ນ ຢູ່​ໃນ​ພາກສ່ວນ​ອຸດສາຫະກໍາ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ປະ​ເທດ​ນັ້ນ.

ຄວາມ​ກົດ​ດັນ​ສ່ວນ​ນຶ່ງ ແມ່ນ​ທາງ​ການ​ເມືອງ. ຄືພັກ​ຝ່າຍ​ຄ້ານ​ໄດ້​ຮັບ​ຄະ​ແນນເກີນ​ຄາດ
ໝາຍ ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ​ນັ້ນ ສ່ວນ​ນຶ່ງແມ່ນເປັນ​ຍ້ອນ​ພັກ​
ຝ່າຍ​ຄ້ານ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນ​ຍາ​ວ່າ​ ຈະ​ປັບ​ຄ່າ​ແຮງງານ​ຕໍ່າ​ສຸດ​ປະ​ຈໍາ​ເດືອນ​ ຂຶ້ນ​ເປັນ​ສອງ​
ເທົ່າ ຊຶ່ງ​ຄໍາ​ສັນຍາ​ດັ່ງກ່າວ​ໄດ້ໂນ້ມນ້າວ​ຈິດ​ໃຈ​ຂອງຫຼາຍໆ​ຄົນ ​ໃນພວກ​ຄົນ​ງານ​ຕັດຫຍິບ
ສີ່​ແສນ​ຄົນ​ຂອງ​ກໍາປູ​ເຈຍ ສ່ວນ​ຫຼາຍເປັນພວກ​ຍິງ​ໜຸ່ມ​ທີ່​ຫາ​ເງິນ​ລ້ຽງ​ດູ​ຄອບຄົວ​ຢູ່​ໃນເຂດ
ຊົນນະບົດ​ທີ່​ຍາກຈົນຂອງ​ປະ​ເທດ.
ພາບໂຮງງານຕັດຫຍິບແຫ່ງນຶ່ງ ພັງໃນກໍາປູເຈຍ, ວັນທີ 16 ພຶດສະພາ 2013. ມີຄົນຕາຍ 2 ຄົນ ແລະບາດເຈັບ 7 ຄົນ.
ພາບໂຮງງານຕັດຫຍິບແຫ່ງນຶ່ງ ພັງໃນກໍາປູເຈຍ, ວັນທີ 16 ພຶດສະພາ 2013. ມີຄົນຕາຍ 2 ຄົນ ແລະບາດເຈັບ 7 ຄົນ.

​ແຕ່​ຂະນະ​ດຽວ​ກັບ ກໍ​ມີ​ປັດ​ໃຈ​ອື່ນໆ​ອີກແຊກ​ຢູ່ນໍາ. ຄື​ປີ​ນີ້ປ​ະກົດ
​ວ່າ ເປັນ​ປີ​ທີ່ມີ​ຄວາມ​ປັ່ນ​ປ່ວນ​ທີ່​ສຸດ​ຢູ່​ໃນ​ວົງ​ການ​ເສື້ອ​ຜ້າ​ຂອງ
​ກໍາປູ​ເຈຍທີ່​ໄດ້​ເຫັນການ​ນັດຢຸດ​ງານ​ຫລາຍໆ​ຄັ້ງ ​ແລະ​ບາງ​ຄັ້ງ
​ກໍ​ມີ​ການ​ປະທ້ວງ​ຂັ້ນ​ຮຸນ​ແຮງ​ກ່ຽວ​ກັບ​ຄ່າ​ແຮງ​ງານ ທີ່​ໃນ​ມູນ​ຄ່າ​
ໂຕ​ຈິງ​ແລ້ວ ​ແມ່ນ​ບໍ່​ໄດ້​ມີ​ການ​ເພິ່ມຂຶ້ນ​ເລີຍ ​ໃນ​ໄລຍະ​ຫຼັງໆ​ນີ້.

​ເມື່ອ​ເດືອນ​ຕຸລາ​ຜ່ານ​ມາ ທ່ານ Karl-Johan Persson ຫົວໜ້າ
​ບໍລິຫານ ຫຼື​ຊີ​ອີ​ໂອ​ຂອງ​ບໍ​ລິ​ສັດ H&M ​ໄດ້​ປຶກສາ​ຫາລື​ກັບ​ນາຍົກ
ລັດຖະມົນຕີຮຸນເຊ​ນ ຢູ່ກໍາປູ​ເຈຍ ​ແລະ​ກໍ​ໄດ້​ພົບ​ປະ​ກັບ​ສະຫະພັນ
​ກໍາ​ມະ​ບານ​ທ້ອງ​ຖິ່ນ. ບໍ່​ດົນຫຼັງ​ຈາກ​ການ​ຢ້ຽມຢາມ​ ບໍລິສັດ H&M
ກໍ​ໄດ້​ເປີດ​ເຜີຍ​ແຜນການ​ຫ້າ​ປີ ຊຶ່ງ​ເປົ້າ​ໝາຍ​ສ່ວນນຶ່ງ​ ​ກໍ​ແມ່ນ​ຕັ້ງ​ໃຈ​ທີ່​ຈະ​ຮັບປະກັນ​ຄ່າ​ແຮງ​ງານທີ່​ພຽງພໍ​ສໍາລັບ​ການ​ຄອງ​ຊີບ​ທີ່ຍຸຕິ​ທໍາ​ແກ່​ພວກ​ຄົນ​ງານ ​ແລະ​ພ້ອມກັນກໍ​ໃຫ້ມີ​ການ​ທົບທວນ​ກວດກາ​ຄ່າ​ແຮງ​ງານປະ​ຈໍາປີ​ຂອງພວກ​ຄົນ​ງານ​ອີກ​ດ້ວຍ.

​ແຜນການ​ດັ່ງກ່າວ​ ຈະມີການຈັດ​ຕັ້ງ​ປະຕິບັດ​ໃນ​ປີໜ້າ​ນີ້ ຢູ່​ໃນ​ໂຮງງານ​ແຫ່ງ​ນຶ່ງ​ໃນກໍາປູ​ເຈຍ ​ແລະ​ສອງ​ແຫ່ງ​ໃນ​ປະ​ເທດ​ບັງ​ກລາ​ແດັສ.

ທ່ານ​ນາງ Anna Gedda ຜູ້​ຈັດການ​ຝ່າ​ນຮັບຜິດຊອບຄວາມ​ຍືນ​ຍົງທາງ​ສັງຄົມ ຊີ້​ແຈງວ່າ ​
ໃນ​ຖານະ​ເປັນ​ຜູ້​ຮັບ​ຊື້ໃຫຍ່ລາຍ​ນຶ່ງ​ນັ້ນ ທາງ​ບໍລິສັດ H&M ​ແມ່ນ​ມີ​ຄວາມ​ສາມາດທີ່​ຈະກົດ​
ດັນ​ຜູ້​ຜະລິດ​ທັງຫຼາຍ​ໄດ້.

ທ່ານ​ນາງ ​ແອນ​ນາ ​ເວົ້າ​ວ່າ: “ພວກ​ເຮົາ​ເປັນ​ນຶ່ງ​ໃນບໍລິສັດ​ຍີ່​ຫໍ້​ລາຍ​ໃຫຍ່​ທີ່​ສຸດ​ຢູ່​ໃນ​
ວົງ​ການ​ອຸດສາຫະກໍາ​ນີ້ ​ແລະ​ແນ່ນອນ​ວ່າ ຄວາ​ມຮັບຜິດຊອບແມ່ນມາພ້ອມ​ກັບ
ຄວາມ​ໃຫຍ່​ດັ່ງ​ກ່າວນີ້​. ແລະ​ພວກ​ເຮົາ​ກໍຮູ້ສຶກ​ວ່າ ​ແທ້ໆ​ແລ້ວ ພວກ​ເຮົາຄວນ​
ຈະນໍາພາ​ໃນ​ບັນຫາ​ນີ້ ​ແລະເພາະສະ​ນັ້ນ ພວກ​ເຮົາ​ຈຶ່ງໄດ້​ພັດທະນາແຜນການ
ແບບ​ຄົບ​ຖ້ວນນີ້ ​ໄປ​ສູ່​ການ​ຊຸກຍູ້​ໃຫ້​ມີ​ຄ່າແຮງ​ງານທີ່​ຍຸຕິ​ທໍາ ຢູ່​ໃນ​ໂຮງ​ຈັກ​ໂຮງ
ງານ​ຂອງ​ພວກຜະລິດເສື້ອ​ຜ້າ​ ໃຫ້​ພວກ​ເຮົາ.”


ພາຍ​ໃຕ້​ແຜນ​ງານ​ດັ່ງກ່າວ ບໍລິສັດ H&M ຈະ​ຈ່າຍ​ເງິນ​ໃຫ້​ແກ່​ບໍລິສັດ​ຜູ້ຮັບ​ເໝົາ​ຜະລິດເສື້ອ​ຜ້າ​ໃຫ້​ຕົນ​ຢ່າງພຽງພໍ ​ເພື່ອ​ຮັບປະກັນ​ວ່າ​ ພວກ​ຄົນ​ງານ​ໄດ້​ຮັບ​ເງິນ​ຄ່າ​ແຮງງານ​ພຽງພໍ​ ກັບ​ຄວາມ​ຕ້ອງການ​ພື້ນຖານ​ຂອງ​ພວກເຂົາ​ເຈົ້າ. ນອກ​ນີ້​ ທາງ​ບໍລິສັດ​ຍັງ​ຈະ​ເອົາ​ຫຼາຍໆ​ບາດກ້າວ ​ເພື່ອ​ປັບປຸງ​ຄວາມສໍາພັນ​ດ້ານ​ອຸດສາຫະກໍາ ພ້ອມ​ກັບ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະຫະພັນກໍາມະບານ ​ແລະ​ປະຕິບັດ​ງານ​ກັບ​ລັດຖະບານ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ສິດທິ ຂອງ​ພວກ​ແຮງ​ງານ​ໃຫ້​ດີ​ຂຶ້ນ.

ພວກຄົນງານຕັດຫຍິບຂະເໝັນພາກັນຂີ່ລົດ ເມືອບ້ານ ຫລັງຈາກເລີກການ ຢູ່ບ້ານ Sala Lek Pram ແຂວງ Kampong Chhnang.
ພວກຄົນງານຕັດຫຍິບຂະເໝັນພາກັນຂີ່ລົດ ເມືອບ້ານ ຫລັງຈາກເລີກການ ຢູ່ບ້ານ Sala Lek Pram ແຂວງ Kampong Chhnang.

ຂໍ້​ຂັດ​ແຍ້​ງກັນ​ດ້ານ​ອຸດສາ​ຫະກໍາ ບໍ່​ແມ່ນ​ເລື່ອງ​ໃໝ່ຫຼື​ເລຶ່ອງ
​ແປກແຕ່ຢ່າງ​ໃດສໍາລັບວົງການອຸດສາຫະ​ກໍາຜະລິດ​ເສື້ອ​ຜ້າ
ຂອງ​ກໍາປູ​ເຈຍ​ທີ່​ໃນໄລຍະ 2 ປີຜ່ານ​ມານີ້ ​ໄດ້​ເຕີບ​ໃຫຍ່ຈາກ
ເກືອບ​ວ່າ​ບໍ່​ມີ​ຫຍັງ​ເລີຍຂຶ້ນມາເປັນທຸລະ​ກິດ ສົ່ງ​ອອກ ​ມູນ​ຄ່າ
ສີ່​ພັນ​ລ້ານ​ໂດ​ລ່າຕໍ່​ປີ. ມັນ​ເປັນເສົາ​ຫຼັກ​ຂອງ​ເສດຖະກິດກໍ​ວ່າ​
ໄດ້ ​ແລະ​ເປັນ​ຕົວນໍາ​ເອົາ​ເງິນຕາຕ່າງປະເທດ​ທີ່ສໍາຄັນມາ​ໃຫ້​
ກໍ​ປູ​ເຈຍ. ຜະລິດຕະພັນເສື້ອ​ຜ້າສ່ວນ​ໃຫຍ່​ຂອງ​ກໍາປູ​ເຈຍ ແມ່ນ​ສົ່ງ​ໄປ​ຍັງສະຫະລັດ ແລະ​
ສະຫະພາບ​ຢູ​ໂຣບ.

ເຖິງ​ແມ່ນ​ສະພາບ​ການ​ທໍາ​ງານ​ມີ​ຄວາມ​ລໍາບາກ​ຫຼາຍ​ຢູ່​ໃນ​ກໍາປູ​ເຈຍ​ກໍ​ຕາມ ​ແຕ່​ມັນ​ອາດ​
ຂີ້ ​ຮ້າຍໄປ​ກວ່າ​ນັ້ນ​ອີກ ຢູ່​ໃນປະ​ເທດຜະລິດ​ເສື້ອ​ຜ້າບາງ​ແຫ່ງ ຊຶ່ງ​ໄດ້​ເນ້ນ​ໜັກ​ໃຫ້​ເຫັນໃນ​ເດືອນ​ເມສາ​ຜ່ານ​ມາ ​ເວລາພວກ​ຄົນ​ງານ​ຫຼາຍ​ກວ່າ 1,100 ຄົນ ​ເສຍ​ຊີວິດ​ ​ເວລາຕຶກ Rana Plaza ທີ່​ມີ​ໂຮງງານ​ຕັດຫຍິບຂອງ​ບັງ​ກລາ​ແດັສ ຕັ້ງ​ຢູ່​ຫຼາຍໆ​ໂຮງງານ​ນັ້ນ ພັງ​ລົງ. ​ເຫດ​ຮ້າຍ​ຄັ້ງ​ນັ້ນ ​ໄດ້​ສ້າງ​ຄວາມ​ສົນໃຈ​ໄປ​ທົ່ວ​ໂລກ ​ແລະ​ກໍ​ໄດ້ເກ້​ຍກ່ອມ​ໃຫ້​ພວກເຈົ້າ
ຂອງ​ເສື້ອ​ຜ້າ​ບາງ​ຍີ່​ຫໍ້​ ​ແລ​ເຫັນ​ເຖິງຄວາມຈໍາເປັນ ທີ່​ຈະຕ້ອງທໍາ​ການປ່ຽນ​ແປງສະພາບ​ການ​ທໍ​າງານ​ ໃຫ້​ດີ​ແລະ​ປອດ​ໄພ​ຂຶ້ນ.

ພາບຕຶກ Rana Plaza ທີ່​ຕັ້ງຂອງ​ໂຮງງານ​ຕັດຫຍິບ ຂອງ​ບັງ​ກລາ​ແດັສ ພັງ:


Dave Welsh ຜູ້ຕາງໜ້າ​ ສູນ​ກາງ​ເອກ​ກະພາບ ປະ​ຈໍາກໍາປູ​ເຈຍ ຊຶ່ງ​ເປັນ​ອົງການ​ບໍ່​ຫວັງ​
ຜົນ​ກໍາ​ໄລ ທີ່​ເປັນ​ສາຂາ​ຮ່ວມ​ງານ​ກັບ​ຂະ​ບວນການ​ເຄຶ່ອນໄຫວ​ດ້ານ​ແຮງ​ງານສະຫະລັດ ​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ການ​ຕັດສິນ​ໃຈ​ຂອງ ບໍລິສັດ H&M ​ໃນ​ຄັ້ງ​ນີ້ ຊຶ່ງ​ທ່ານ Welsh ​ເວົ້າ​ວ່າ ມັນ​ບໍ່​ແມ່ນ​ຄວາມ​ລັບ​ຫຍັງ​ເລີຍ ທີ່​ວ່າລັດຖະບານ​ກໍາປູ​ເຈຍຢ້ານ​ກົວ​ວ່າ ​ພວກ​ບໍລິ
ສັດ
​ຮັບ​ຊື້​ເສື້ອ​ຜ້າ ​ຢູ່​ໃນ​ວົງ​ການ​ການ​ຄ້າ​ເສື້ອ​ຜ້າທີ່​ມີ​ການ​ແຂ່ງຂັນ​ກັນ​ຢ່າງ​ຮຸນ​ແຮງ​ນັ້ນ ຈະ​ປະ​ຖິ້ມ
ກໍາປູ​ເຈຍ​ໄປ ​ຖ້າ​ຫາກ​ຄ່າແຮງ​ງານຖີບ​ຕົວ​ສູງ​ຂຶ້ນໄວເກີນ​ໄປ. ​ແຕ່​ວ່າ ​ແຜນ​ງານ​ທີ່​ວາງ​ອອກ
ໂດຍບໍລິສັດ H&M ຊຶ່ງ​ເປັນຜູ້​ມີ​ບົດບາດ​ສໍາຄັນ​ໃນ​ວົງ​ການ​ເສື້ອ​ຜ້າຢູ່​ໃນ​ກໍາປູ​ເຈຍນັ້ນ​ ຄວນ
​ຈະ​ຊ່ວຍຜ່ອນ​ເບົາ​ຄວາມ​ຢ້ານກົວ​ນັ້ນ​ລົງ​ໄປ​ໄດ້.

​ໃນ​ລະຫວ່າງ​ນີ້ ​ພວກ​ຄົນງານ​ຕັດຫຍິບ​ຂອງ​ກໍາປູ​ເຈຍ ກໍແມ່ນກໍາລັງ​ພາກັນ​ລໍຖ້າ​ຟັງ​ເບິ່ງ​ວ່າ ​ພວກ​ເຂົາ​ເຈົ້າ​ຈະໄດ້​ຂຶ້ນ​ເງິນ​ຄ່າ​ແຮງງານ​ຫຼາຍ​ປານ​ໃດ​ໃນ​ປີໜ້າ​ນີ້ ຊຶ່ງ​ເວລາ​ນີ້​ກໍ​ປະ ກົດ​ວ່າ ​ມີສະຫະພັນແຮງ​ງານອິດສະຫຼະ​ບາງ​ກຸ່ມ​ໄດ້ກ່າວ​ຄໍາຂູ່​ແລ້ວ​ວ່າ ​ຈະດໍາ​ເນີນການ​ຢ່າງ​ໃດ​ຢ່າງ​ນຶ່ງ​ຕື່ມອີກ​ ຖ້າ​ຫາກວ່າ ​ຄ່າ​ແຮງ​ງານຕໍ່າ​ສຸດ​ ບໍ່​ປັບຂຶ້ນ​ເປັນສອງ​ເທົ່າ​ຕົວ ຫຼື 150 ​ໂດ​ລ່າຕໍ່​ເດືອນ​ນັ້ນ
XS
SM
MD
LG