ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂບຈັນ ຮຸຍ ທົດລອງເອົາ ທໍານອງຣ໊ອກອາເມຣິກັນ ມາໃສ່ເພງອະມະຕະ ຂອງກໍາປູເຈຍ (ເບິ່ງວີດີໂອລາວ/ອັງກິດ)


ນັກຮ້ອງນັກແຕ່ງເພງ Bochan Huy ຊາວອາເມຣິກັນເຊື້ອຊາດກໍາປູເຈຍ ຮ້ອງເພງອະມະກໍາປູເຈຍໃນຈັງຫວະ Twist ຂອງອາເມຣິກັນ ໃນ
ອາລບໍ້າ Full Monday Moon ຊຸດທໍາອິດຂອງນາງ.
ນັກຮ້ອງນັກແຕ່ງເພງ Bochan Huy ຊາວອາເມຣິກັນເຊື້ອຊາດກໍາປູເຈຍ ຮ້ອງເພງອະມະກໍາປູເຈຍໃນຈັງຫວະ Twist ຂອງອາເມຣິກັນ ໃນ ອາລບໍ້າ Full Monday Moon ຊຸດທໍາອິດຂອງນາງ.

ໃນ​ປັດຈຸບັນ​ນີ້ ປາກົດ​ວ່າ​ມີ​ຊາວ​ອາ​ເມຣິກັນເຊື້ອ​ສາຍກໍ​າປູ​ເຈຍຫລາຍ​ຂຶ້ນນັບ​ມື້​ ທີ່​ສະແຫວ​ງ ຫາຊື່ສຽງ​​ໃນ​ດ້ານ​ສິນລະປະ​ແລະ​ດົນຕີ. ​ໃນຈໍານວນ​ນັກ​ສິນລະປິນ​ດັ່ງກ່າວ ກໍ​ມີນັກ​ ຮ້ອງ​ນັກ​ດົນຕີ Bochan Huy ທີ່​ເຕີບ​ໃຫຍ່​ທີ່​ເມືອງໂອ໊ກ​ແລນ​ດ໌ ລັດ​ແຄ​ລິ​ຟໍ​ເນຍ ​ແລະ​ຫາ​ກໍ​ນໍາ​ອອກ​ຈໍາ​ໜ່າຍອັລລະບໍ້າ​ເພງ​ຊຸດ​ທໍາ​ອິດ​ຂອງ​ນາງ ທີ່​ຊື່ Full Monday Moon ຫລື ​ເດືອນເຕັມ​ດວງ​ວັນ​ຈັນ. ຜູ້​ສື່​ຂ່າວວີ​ໂອ​ເອ Brian Calvert ມີ​ໂອກາດ​ໄດ້​ພົບ​ກັບ​ນັກ​ຮ້ອງ​ນັກ​ແຕ່ງ​ເພງ​ຍິງ​ຄົນ​ນີ້ ທີ່​ບ້ານ​ພັກ​ຂອງ​ນາງ​​ໃນ​ເມືອງ​ໂອ໊ກແລນ​ດ໌ ຊຶ່ງ​ທອງ​ປານ​ຈະ​ນໍາ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດີໂດພາສາລາວ:

ນາງ Bochan Huy ນັກ​ຮ້ອງ​ນັກ​ແຕ່ງ​ເພງ ກໍາລັງ​ນໍາ​ເອົາ​ທໍານອງເພງ​ຣ໊ອກອາ​ເມຣິກັນ​ ​ມາໃສ່​ເພງອະມະ​ຕະ​ຂອງກໍາປູ​ເຈຍ​ເພງ​ນຶ່ງ ຊຶ່ງ​ເພງ​ເດີມ ນັ້ນມີ​ທີ່​ຊື່ວ່າ I am 16 ຫລື​ຂ້ອຍ​ມີ​ອາຍຸ​ 16 ​ປີ ທີ່​ໂດ່​ງດັງ​ສະ​ໄໝ​ຣ໊ອກ ກໍາປູ​ເຈຍ ​ໃນ​ຊຸມ​ປີ 1960 ​ແລະ 1970 ກ່ອນ​ສະ​ໄໝ​ການປົກຄອງ​ພວກ​ຂະ​ເໝນ​ແດງ.

ແຕ່ເພງ​ທີ່ນັກ​ຮ້ອງ Huy ​ເອົາ​ມາ​ remix ນັ້ນ ​ແມ່ນ​ເປັນ​ແບບ​ໃໝ່​ທັງ​ໝົດ. ນາງ Huy ​ເວົ້າ​ວ່າ:

“ຂ້ອຍ​ຢາກ​ອະທິບາຍກ່ຽວກັບ​ເພງ Chnam Oun Dop Pram Mouy ວ່າ
ຄ້າຍໆ​ກັບ​ວັດ​ທະ​ທໍາ​ຍຸກ​ໃໝ່​ກໍ​ແມ່ນ. ມັນລວມ​ເອົາ​ທຸກໆ​ສິ່ງທີ່​ຂ້ອຍ​ໄດ້​ຄຸກ​ຄີ
ຢູ່​ກັບມັນມາ ບໍ່​ວ່າຈະ​ແມ່ນ​ຈາກ​ການອາ​ໃສ​ຢູ່​ໃນ​ເມືອງ​ໂອ໊ກ​ແລນ​ດ໌ ​ການ​ມີ​
ເຊື້ອ​ສາຍກໍາປູ​ເຈຍ ​ແລະເປັນ​ສັນຊາດ​ອາ​ເມຣິກັນ ຊຶ່ງມັນ​ກໍ​ຄືເປັນຊາວ​ອາ​ເມ
ຣິກັນ​ເຊື້ອ​ສາຍ
ກໍາປູ​ເຈຍ ​ນັ້ນ​ເອງ.”

ເພງດັ່ງກ່າວ​ເປັນ​ເພງ​ຢູ່​ໃນ​ອາລລະບໍ້າ​ Full Monday Moon ຊຸດ​ທໍາ​ອິດ​ຂອງ​ນາງ ທີ່
ນາງ​ຫາ​ກໍເຮັດ​ແລ້ວ. Huy ກ່າວ​ວ່າ ນາງ​ແຕ່ງ​ອາ​ລລະບໍ້າຊຸດ​ທໍາ​ອິດ​ນີ້ຂຶ້ນ ​ຫລັງ​ຈາກ
ພໍ່​ຂອງ​ນາງ​ເສຍ​ຊີວິດ. ພໍ່​ຂອງ​ລາວ​ເປັນ​ອົພຍົບ ​ແລະເປັນນັກດົນຕີ​ ທີ່​ມັກ​ເພງ​ປະ​ເພດ
ອະມະຕະ. ລາວ​ເວົ້າ​ວ່າ

“ວິທີ​ດຽວ​ເທົ່າ​ນັ້ນ​ທີ່​ຂ້ອຍ​ຈະ​ຮູ້ສຶກວ່າ​ພໍ່​ຂອງ​ຂ້ອຍ​ຍັງ​ຢູ່ໃກ້​ຂ້ອຍ ​ກໍ​ຄືເຮັດ​ດົນຕີ ​
ແລະ​ນັ້ນ​ແມ່ນ​ສິ່ງ​ນຶ່ງ​ທີ່​ພວກ​ຂະ​ເໝນ​ແດງ​ບໍ່​ໄດ້​ເອົາ​ໄປຈາກ​ພໍ່​ຂ້ອຍ ​ແລະລາວ​
ກໍ​ສາມາດ​ນໍາ​ເອົາ​ສິ່ງ​ນັ້ນ​ຈາກ​ກໍາປູ​ເຈຍ​ມາ​ຮອດ​ທີ່​ນີ້.”

ນາງ Huy ​ຜະລິດ​ເພງ​ຊຸດ​ນີ້​ພາຍ​ໃຕ້​ຍີ່​ຫໍ້​ອິດສະຫລະ​ທີ່​ຫ້ອງ​ອັດ​ສຽງ​ແຫ່ງ​ນຶ່ງ​ໃນນະຄອນ​
ນີວຢ໊ອກ ຊຶ່ງເປັນ​ການ​ຫັນ​ເຫ​ອອກ​ໄປ​ຈາກ​ສິ່ງ​ທີ່​ປະຕິບັດ​ກັນ​ເປັນ​ສ່ວນ​ໃຫຍ່​ຢູ່​ໃນວົງ​ການ
ດົນຕີ​ຂອງ​ກໍາປູ​ເຈຍ​ເອງ ທີ່​ມັກເພງ​ໃນ​ແນວອະ​ມະຕະ ​ແລະ​ບໍ່ມັກ​ທົດ​ລອງ​ແບບ​ໃໝ່ໆ​ ຊຶ່ງ
ນາງ​ອະທິບາຍ​ວ່າ:

“ຂ້ອຍ​ຄິດ​ວ່າ ມັນ​ເປັນ​ຍ້ອນ​ວ່າ​ ຊາວ​ກໍາປູ​ເຈຍ​ໃນ​ຈໍານວນ​ຫລວງ​ຫລາຍພາກັນ​
ຍຶດໝັ້ນ​ຢູ່​ກັບ​ຄົນຍຸກ​ນັ້ນເນາະ ​ເວລາ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ຍັງ​ດີແລະ​ຮຸ່ງ​ເຮືອ​ງ
ຢູ່ ກ່ອນ​ສົງຄາມຂະ​ເໜນ​ແດງ. ດັ່ງ​ນັ້ນ​ ມັນ​ຈະ​ເປັນ​ສິ່ງ​ທ້າ​ທາຍຢູ່ທີ່ຈະເຮັດ​ໃຫ້​
ຜູ້​ຄົນລືມ​ມັນ​ໄປ ​ແລະເວົ້າ​ວ່າ ມາ​ພາກັນກ້າວ​ໄປ​ຂ້າງ​ໜ້າເຖາະ. ແຕ່ຂ້ອຍ​ຄິດ​
ວ່າ ​ເຂົາ​ເຈົ້າ​ພ້ອມ​ແລ້ວ. ​ເພາະສະ​ນັ້ນ​ຫລະ ​ຂ້ອຍຈຶ່ງ​ຫວັງ​ວ່າ​ພວກ​ຄົນ​ຈະ​ລອງ
ຟັງ​ເພງຊຸດ Full Monday Moon ນີ້​ເບິ່ງ​ເນາະ. ​ອາລະບໍ້າ​ເພງ​ຊຸດ​ນີ້​ ​ບໍ່ແມ່ນ
ເພງ​ຂະ​ເໝນທັງ​ໝົດ. ມີ​ບາງ​ເພງທີ່​ແມ່ນ ​ແລະຂ້ອຍ​ຮ້ອງ​ກ່ຽວ​ກັບ​ການ​ດິ້ນຮົນ​
ຂົນຂວາຍ​ຕ່າງໆ ​ທີ່ພົວພັນ​ກັບ​ການ​ເປັນຊາວ​ກໍາປູ​ເຈຍ ​ແລະ​ສູ່​ມື້​ນີ້​ເນາະ ​ແມ່ນ​
ໃຜ​ຈະ​ບອກ​ໄດ້​ວ່າ ອັນ​ໃດ​ເປັນ​ກໍາປູ​ເຈຍແລະ​ອັນ​ໃດ ບໍ່​ແມ່ນ? ຂ້ອຍ​ໝາຍ​
ຄວາມ​ວ່າ ​ພວກ​ເຮົາ​ຕ່າງ​ກໍ​ໄປຕົກ​ຢູ່​ຄດົນ​ລະ​ທິດ​ລະ​ທາງ ຢູ່ໃນ​ທຸກໆ​ເຂດ​ຂອງ
ໂລກ ​ແລະຂ້ອຍ​ຄິດເນາະວ່າ ສິ່ງ​ທີ່​ຊາວ​ກໍາປູ​ເຈຍ​ເປັນ​ນັ້ນ ກໍ​ຄື​ ພວກ​ເຮົາ​ໄດ້
ມາ​ຕົກຢູ່​ໃນທຸກໆ​ເຂດ​ຂອງ​ໂລກ ​ແລະພວກ​ເຮົາ​ກໍສາມາດ​ປັບ​ຕົວ ປັບ​ປ່ຽນ ​
ແລະ​ສ້າງສາ​ຄືນ​ໃໝ່​ໄດ້ ແລະ​ພວກ​ເຮົາ​ກໍ​ຫລໍ່​ຫລອມ​ສິ່ງໃໝ່ໆ​ໃຫ້​ພວກ​ເຮົາ​
ເອງ ແລະສໍາລັບ​ຂ້ອຍ​ແລ້ວ ນັ້ນ​ແຫລະ​ຄື​ຄວາມ​ໝາຍ​ຂອງ​ການ​ເປັນ​ຊາວ​ກໍາ
ປູ​ເຈຍ”

ເວລາ​ນີ້ ນາງ Huy ​ໄດ້​ກັບ​ຄືນ​ເມື່ອ​ຢູ່ກໍາ​ປູ​ເຈຍແລ້ວ ຊຶ່ງເທື່ອ​ທໍາ​ອິດ​ນັບ​ຕັ້ງ​ແຕ່​ປີ 1999​ ​
ເພື່​ອ​ໂຄສະ​ນາ​ສົ່ງ​ເສີມອາລລະບໍ້າ​ຊຸດ​ທໍາ​ອິດຂອງ​ລາວ ​ແລະ​ຊອກ​ຫາ​ສິ່ງ​ດົນ​ໃຈ​ໃໝ່ໆ. ມັນ
ເປັນ​ການສິ້ນ​ສຸດ​ລົງ​ຂອງ​ການ​ເດີນທາງ​ບັ້ນ​ນຶ່ງ ​ແລະ​ກໍ​ບໍ່​ແນ່​ບາງທີ​ ມັນອາດ​ເປັນຈຸດ​ເລິ່ມຕົ້ນ
ຂອງການ​ເດີນທາງ​ອີກ​ບັ້ນ​ນຶ່ງກໍ​ເປັນ​ໄດ້.

ເບິ່ງວີດີໂອລາຍງານພາສາອັງກິດ:

XS
SM
MD
LG