ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ​ຜູ້​ນໍາ​ຂະ​ເໝນ​ແດງ ຢືນຢັນວ່າ ຜູ້ກ່ຽວແລະ​ສະຫາຍ​ຂອງຕົນ ເປັນຄົນດີ


ຜູ້ຄົນເຂົ້າຮ່ວມການພິຈາລະນາຄະດີ ມນຂະນະທີ່ດໍາເນີນຄະດີອາຊະຍາກໍາສົງຄາມຂອງກໍາປູເຈຍ ທີ່ຫ້ອງ
ພິເສດຂອງສານກໍາປູເຈຍ (ECCC) ໃນຊານເມືອງຂອງນະຄອນພະນົມເປັນ ໃນວັນທີ 21 ພະຈິກ, 2011.
ຜູ້ຄົນເຂົ້າຮ່ວມການພິຈາລະນາຄະດີ ມນຂະນະທີ່ດໍາເນີນຄະດີອາຊະຍາກໍາສົງຄາມຂອງກໍາປູເຈຍ ທີ່ຫ້ອງ ພິເສດຂອງສານກໍາປູເຈຍ (ECCC) ໃນຊານເມືອງຂອງນະຄອນພະນົມເປັນ ໃນວັນທີ 21 ພະຈິກ, 2011.

ອະດີດ​ຜູ້​ນໍາອັນດັບສອງ​ ຂອງລະ​ບອບ​ຂະ​ເໝນ​ແດງທີ່ໂຫດຮ້າຍຂອງ​ກໍາປູ​ເຈຍ ​ເວົ້າວ່າ ຜູ້ກ່ຽວ​ແລະ​ບັນດາສະຫາຍ​ຂອງຕົນ ບໍ່​ແມ່ນ "ພວກ​ຄົນ​ບໍ່ດີ.”

ທ່ານ Nuon Chea ​ໄດ້​ກ່າວໃນ​ວັນ​ຈັນ​ມື້ນີ້ ​ຕໍ່ຜູ້ດໍາ​ເນີນ​ຄະດີ​ອາຊະ​ຍາ​ກໍາ​ສົງຄາມຂອງ​ກໍາ​ປູ​ເຈຍ ທີ່ໄດ້​ຮັບການ​ໜຸນຫລັງຈາກ​ສະຫະ​ປະຊາ​ຊາດ ​ວ່າ ທ່ານ​ບໍ່ຢາກ​ໃຫ້ “ຄົນຮຸ້ນ​ຕໍ່​ໄປ” ​“ເຂົ້າ​ໃຈປະຫວັດສາດ​ຢ່າງຜິດໆ” ​ແລະ ເຊື່ອວ່າ ຂະ​ເໝນ​ແດງ​ເປັນອາຊະຍາ​ກອນ.

ຫົວໜ້າ​ນັກ​ທິດ​ສະ​ດີ Nuon Chea ທີ່​ມີ​ຊື່ສຽງ, ຫົວໜ້າກຸ່ມ​ຂະ​ເໝນ​ແດງ ​ຂຽວ ສໍາພັນ ແລະ​ອະດີດ​ລັດຖະມົນຕີການ​ຕ່າງປະ​ເທດ​ຂະ​ເໝນ​ແດງ ອ່ຽງຊາຣີ ​ກໍາລັງຖືກ​ດໍາ​ເນີນ​ຄະດີ ​ໃນ​ຂໍ້​ຫາ​ມີ​ສ່ວນ​ພົວພັນ​ນໍາການ​ປົກຄອງ​ ຂອງ​ຂະ​ເໝນ​ແດງ ແຕ່​ປີ 1975 ຫາ 1979 ຊຶ່ງ​ໄລຍະດັ່ງກ່າວນັ້ນ ປະຊາຊົນ​ຂະ​ເໝນ​ຈໍານວນ 1 ສ່ວນ 4 ຂອງພົນລະ​ເມືອງ​ທັງ​ໝົດ ​ໄດ້​ຖືກ​ຂ້າ​ຕາຍ.

ທ່ານ Nuon Chea ​ໄດ້​ຖິ້ມ​ໂທດ​ໃສ່​ຫວຽດນາມວ່າ ​ເປັນ​ຜູ້​ເຂ່ນ​ຂ້າ​ປະຊາຊົນ​ເຫລົ່ານີ້ ໃນ​ຄໍາ​ໃຫ້ການ​ຢູ່​ສານ​ນັ້ນ.

ຈໍາ​ເລີຍ​ທັງ​ສາມ​ຄົນ​ນັ້ນ ລ້ວນ​ແລ້ວ​ແຕ່​ມີ​ອາຍຸ​ໄດ້​ຫລາຍ​ກວ່າ 80 ປີ.

ຄາດ​ວ່າ ບັນດາ​ໄອ​ຍະ​ການ ຈະຮ້ອງ​ຂໍ​ໃຫ້​ລົງ​ໂທດຕໍ່ພວກ​ຈໍາ​ເລີຍ​ເຫລົ່ານັ້ນ ​ໃນຂັ້ນ​ສູງ​ສຸດ ​ຄືຈໍາ​ຄຸກ​ຕະຫລອດ​ຊີ​ວິດ ແຕ່​ຫລາຍ​ຄົນ​ຄິດ​ວ່າພວກ​ຈໍາເລີຍ​ ​ເຫລົ່ານີ້ ຈະ​ບໍ່ມີ​ອາຍຸ​ຍືນ​ພໍ​ທີ່​ຈະ​ໄດ້ຖືກ​ນໍາ​ມາ​ຮັບ​ໂທດກໍາ.

ການ​ດໍາ​ເນີນ​ຄະດີ ຄາດ​ວ່າ​ ຈະ​ດໍາ​ເນີນ​ໄປ​ເປັນ​ເວລາສອງ​ປີ.

XS
SM
MD
LG