ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມປົກປ້ອງສິດທິມະນຸດ ເປີດເຜີຍບົດລາຍງານກ່ຽວກັບ ການຂັດຂວາງສະຫະພັນແຮງ​ງານຂອງລັດຖະບານ


ແຟ້ມ-ເຈົ້າໜ້າທີ່ຕໍາຫຼວດຄົນນຶ່ງ ຢືນຂັດຂວາງບັນດາພະນັກງານທີ່ມາຈາກພາກສ່ວນຄາສິໂນ NagaWorld ເຊິ່ງໄດ້ຍົກປ້າຍຂຶ້ນໃນລະຫວ່າງການປະທ້ວງ ຢູ່ທີ່ຕຶກສະພາແຫ່ງຊາດ, ລຸນຫຼັງສະມາຊິກຂອງສະຫະພ​ັນແຮງງານຫຼາຍຄົນຖືກຈັບ, ໃນນະຄອນຫຼວງພະນົມເປັນ, ວັນທີ 4 ມັງກອນ 2022.
ແຟ້ມ-ເຈົ້າໜ້າທີ່ຕໍາຫຼວດຄົນນຶ່ງ ຢືນຂັດຂວາງບັນດາພະນັກງານທີ່ມາຈາກພາກສ່ວນຄາສິໂນ NagaWorld ເຊິ່ງໄດ້ຍົກປ້າຍຂຶ້ນໃນລະຫວ່າງການປະທ້ວງ ຢູ່ທີ່ຕຶກສະພາແຫ່ງຊາດ, ລຸນຫຼັງສະມາຊິກຂອງສະຫະພ​ັນແຮງງານຫຼາຍຄົນຖືກຈັບ, ໃນນະຄອນຫຼວງພະນົມເປັນ, ວັນທີ 4 ມັງກອນ 2022.

ລາຍງານສະບັບໃໝ່ຂອງ​ກຸ່ມ​ປົກ​ປ້ອງສິດທິມະນຸດ ​ທີ່​ນຳ​ອອກເຜີຍ​ແຜ່ໃນວັນຈັນວານນີ້ ກ່າວວ່າເຈົ້າໜ້າທີ່ໃນກໍາປູເຈຍໄດ້ໃຊ້ສະຖານະການ ການລະບາດໃຫຍ່ຂອງພະຍາດໂຄວິດ-19 ເປັນສິ່ງຂັດຂວາງ ຕໍ່ການປາບປາມບັນດາສະຫະພາບແຮງງານອິດສະຫຼະ ແລະພະນັກງານ​ທີ່​ທຳການເຄື່ອນໄຫວ.

ຢູ່ໃນບົດລາຍງານ 97 ໜ້າ ຂອງກຸ່ມ​ປົກ​ປ້ອງສິດທິມະນຸດ Human Rights Watch (HRW) ທີ່​ມີ​ຊື່ວ່າ “ມີພຽງສະຫະພາບທີ່ ‘ຖືກສ້າງຂຶ້ນມາແບບເສັ້ນໝີ່ສໍາເລັດ’ ເທົ່ານັ້ນ ທີ່ຢູ່ລອດໄດ້,” ຢູ່ໃນເອກະສານ ທີ່ໄດ້ອະທິບາຍກ່ຽວກັບວິທີການຂອງເຈົ້າໜ້າທີ່ກໍາປູເຈຍ ທີ່ໄດ້ອະນຸຍາດໃຫ້ບັນດານາຍຈ້າງທັງຫຼາຍຂ້າມຜ່ານລະບຽບຂໍ້ບັງຄັບດ້ານແຮງງານຕ່າງໆ ພ້ອມທັງດໍາເນີນການປະຕິບັດແບບບໍ່ເປັນທໍາແນວໃດ ເຊິ່ງຜິດຕໍ່ກົດໝາຍພາຍໃນປະເທດກໍາປູເຈຍ ແລະຜິດຕໍ່ກົດໝາຍສາກົນນໍາອີກດ້ວຍ. ກຸ່ມປົກ​ປ້ອງ​ສິດ​ທິ​ມະ​ນຸດ ເຊິ່ງມີສໍານັກງານໃຫຍ່ ຢູ່ນະຄອນ ນິວຢອກ ໄດ້ດໍາເນີນການສໍາພາດບັນຜູ້ນໍາສະຫະພັນ 30 ຄົນ ແລະບັນດາສະມາຊິກການທໍຂອງປະເທດກໍາປູເຈຍ ພ້ອມທັງການທ່ອງທ່ຽວເພື່ອຮວບ ຮວມໃສ່ບົດລາຍງານດັ່ງກ່າວ.

ແຟ້ມ-ຮອງຜູ້ອໍານວຍການຂອງອົງການ HRW ຮັບຜິດຊອບເຂດເອເຊຍ ທ່ານຟີລ ໂຣເບີດສັນ ກ່າວກັບບັນດານັກຂ່າວຢູ່ໃນບາງກອກ, ປະເທດໄທ, ວັນທີ 18 ຕຸລາ 2017.
ແຟ້ມ-ຮອງຜູ້ອໍານວຍການຂອງອົງການ HRW ຮັບຜິດຊອບເຂດເອເຊຍ ທ່ານຟີລ ໂຣເບີດສັນ ກ່າວກັບບັນດານັກຂ່າວຢູ່ໃນບາງກອກ, ປະເທດໄທ, ວັນທີ 18 ຕຸລາ 2017.

ທ່ານຟີລ ໂຣເບີດ​ສັນ (Phil Robertson), ຮອງຜູ້ອໍານວຍການຂອງອົງການ HRW ຮັບ​ຜິດ​ຊອບເຂດເອເຊຍ ກ່າວຢູ່ໃນການຖະແຫຼງຂ່າວທີ່ສົ່ງໃຫ້ VOA ວ່າ “ລັດຖະບານ ແລະນາຍຈ້າງພາກສ່ວນຕ່າງໆທີ່ບໍ່ມີສິນທໍາໃນປະເທດກໍາປູເຈຍ ໄດ້ໃຊ້ມາດຕະການ ການລະບາດໃຫຍ່ຂອງພະຍາດໂຄວິດ-19 ເປັນຂໍ້ອ້າງໃນການຈໍາກັດສະຫະພາບແຮງງານອິດສະຫຼະ ແທນທີ່ທີ່ຈະປົກປ້ອງ ສະ ຫວັດດີການ ແລະສິດທິຕ່າງໆຂອງພະນັກງານ ຢູ່ໃນຊ່ວງເວລາທີ່ຫຍຸ້ງຍາກລໍາບາກດັ່ງກ່າວນັ້ນ.”

ຢູ່ໃນບົດລາຍງານກ່າວວ່າ ໃນຊ່ວງການລະບາດໃຫຍ່, ພະນັກງານຈາກພາກ ສ່ວນການຕັດ​ຫຍິບ ແລະການທ່ອງທ່ຽວຫຼາຍແສນຄົນຂອງປະເທດກໍາປູເຈຍໄດ້ຖືກອອກຈາກວຽກ, ເຊິ່ງໄດ້ນໍາໄປສູ່ຊ່ວງເວລາທີ່ຫຍຸ້ງຍາກລໍາບາກທີ່ສຸດ ລວມມີ ຄວາມບໍ່ແນ່ນອນທາງດ້ານການເງິນ, ການຍົກຍ້າຍຖິ່ນຖານເປັນຈໍານວນຫຼາຍ ແລະປະເຊີນກັບຄວາມຫຍຸ້ງຍາກຕໍ່ສິ່ງຈໍາເປັນຕ່າງໆໃນຊີວິດປະຈໍາວັນເຊັ່ນວ່າ ອາຫານ.

ຢູ່ ບົດລາຍງານຍັງໄດ້ກ່າວເພີ້ມອີກວ່າ ແຕ່ມີການດໍາເນີນງານພຽງເລັກນ້ອຍເພື່ອຊ່ວຍເຫຼືອບັນດາພະນັກ ງານທັງຫຼາຍເຫຼົ່ານີ້ ໂດຍສະຫະພັນແຮງງານທີ່ໄດ້ຈົດທະບຽນພາຍໃຕ້ກົດໝາຍສະຫະພັນແຮງງານຂອງກໍາປູເຈຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG