ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຂໍລີ້ໄພ ໄດ້ໄປຮອດ ກຳປູເຈຍ ພາຍໃຕ້ຂໍ້ຕົກລົງ ທີ່ກໍ່ ໃຫ້ເກີດ ການໂຕ້ແຍ້ງ


ລົດຕູ້ນຳພາຜູ້ຂໍລີ້ໄພຈາກ ອອສເຕຣເລຍອອກຈາກ ສະໜາມບິນສາກົນ ພະນົມເປັນ, ກຳປູເຈຍ, 4 ມິຖຸນາ 2015
ລົດຕູ້ນຳພາຜູ້ຂໍລີ້ໄພຈາກ ອອສເຕຣເລຍອອກຈາກ ສະໜາມບິນສາກົນ ພະນົມເປັນ, ກຳປູເຈຍ, 4 ມິຖຸນາ 2015

ປະ​ເທດ ​ກຳປູ​ເຈຍ ​ໄດ້​ຮັບ​ເອົາກຸ່ມທຳ​ອິດ​ ຂອງ​ຜູ້​ຂໍ​ລີ້​ໄພ ​ຈາກ​
ປະ​ເທດອອສ​ເຕຣ​ເລຍ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ຂໍ້ຕົກລົງ​ກ່ຽວ​ກັບ
​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ ຂອງ​ພວກ​ອົບ​ພະຍົບ ທີ່​ໄດ້​ຖືກ​ວິພາກ​ວິ
ຈານ​ຢ່າງ​ກວ້າງຂວາງ​ໂດຍ​ກຸ່ມປົກປ້ອງ​ສິດທິ​ມະນຸດ.

ເຈົ້າໜ້າ​ທີ່​ຢູ່ສະໜາມ​ບິນ​ພະນົມ​ເປັນ​ໄດ້​ຢືນຢັນ​ວ່າ​ ພວກ​ອົບ​ພະ​ຍົບ​ໄດ້ໄປຮອດ​ກຳປູເຈຍ ​ໃນວັນ​ພະຫັດ​ມື້​ນີ້ ​ແລະ ໄດ້​ຖືກ​ນຳສົ່ງ​ໄປ​ອົງການ​ເພື່ອຜູ້​ເຄື່ອນ​ຍ້າຍ​ຖິ່ນ​ຖານ​ສາກົນ ຫຼື IOM, ​ເຊິ່ງ​ເປັນ​ຜູ້​ຊ່ວຍ​ກ່ຽວ​ກັບ​ການ​ຕັ້ງ​ຖິ່ນ​ຖານ​ໃໝ່​ໃຫ້​ແກ່​ພວກ​ເຂົາ.

​ໃນຖະ​ແຫຼ​ງການ​ສະບັບນຶ່ງ ອົງການ IOM ​ໄດ້​ກ່າວ​ວ່າ ພວກ​ເຂົາ​ຈະ “​ເລີ່ມ​ສະໜອງ​ການ​ສະໜັບສະໜູນ​ທີ່​ສຳຄັນ, ລວ​ມມີ ການ​ຝຶກ​ສອນ​ພາສາ, ວັດທະນະ​ທຳ ​ແລະ ການ​ປັບ​ຕົວ​ເຂົ້າ​ສັງຄົມ, ການ​ບໍລິການ​ການ​ສຶກສາ, ການ​ບໍລິ​ການ​ສາທາ​ລະນະ​ສຸກ, ​ແລະ ການ​ບໍລິການ​ວຽກ​ເຮັດ​ງານ​ທຳ” ສຳລັບ​ຜູ້​ຂໍ​ລີ້​ໄພ. ຖະແຫຼງການກ່າວຕື່ມວ່າ ພວກເຂົາ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນແລະ​ ສົ່ງ​ເສີມ​ໃຫ້​ລວມກັນ​ເຂົ້າ​ກັບ​ສັງຄົມ​ກຳປູ​ເຈຍ ​ແລະ ​ໃຫ້ກາຍ​ເປັນ​ຄົນ​ທີ່​ສາມາ​ດ​ເບິ່ງ​ແຍງຕົນ​ເອງ​ໄດ້ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ໃນປີ​ກາຍນີ້ ກຳ​ປູ​ເຈຍ​ໄດ້ບັນລຸຂໍ້​ຕົກລົງ ມູນຄ່າ 32 ລ້ານ​ໂດ​ລາເພື່ອ​ຕັ້ງ​ຖິ່ນ​ຖານໃໝ່ໃຫ້​ແກ່​ພວກ​ອົບ​ພະຍົບທີ່​ໄດ້​ຖືກ​ປະຕິ​ເສດ​ໂດຍ ອອສ​ເຕຣ​ເລຍ ​ແລະ ປະຈຸ​ບັນ​ນີ້​ໄດ້​ຮັບການເບິ່ງ​ແຍງ​ທີ່ສູນ ຄວບ​ຄຸມ​ຕົວ​ໃນ​ ປະ​ເທດເກາະປາຊີ​ຟິກ Nauru.

ນັກວິຈານ​ກ່າວ​ວ່າ ​ຂໍ້​ຕົກລົງ​ດັ່ງກ່າວ​ ແມ່ນ​ຖືກ​ຕີ​ລາຄາວ່າ ​ປະ​ເທດອອສ​ເຕຣ​ເລຍ, ເຊິ່ງເປັນ​
ປະ​ເທດ​ໜຶ່ງທີ່​ມີ​ເສດຖະກິດ​ໃຫຍ່ທີ່​ສຸດໃນ​ໂລກ, ​ລະ​ເລີ​ຍຄວາມ​ຮັບຜິ​ດຊອບຕໍ່ພັນທະສາກົນ​ຂອງ
​ພວກ​ເຂົາ ​ແລະ ປະ​ຖິ້ມ​ພວກ​ອົບ​ພະຍົບ​ໃຫ້ກຳປູ​ເຈຍ ​ເຊິ່ງ​ເປັນໜຶ່ງ​ໃນ​ປະ​ເທດ​ທີ່ທຸກຍາກທີ່​ສຸດ​ໃນ​ໂລກ ເປັນຜູ້ຮັບຜິດຊອບ.

ຜູ້ລີ້ໄພ ອອສເຕຣເລຍ ກຳປູເຈຍ
please wait

No media source currently available

0:00 0:00:22 0:00

XS
SM
MD
LG