ຜູ້ນໍາຝ່າຍຄ້ານກໍາປູເຈຍ ທ່ານ Sam Rainsy ໄດ້ຖືກຕ້ອນຮັບ
ຈາກຜູ້ສະ ໜັບສະໜູນຫລາຍພັນຄົນ ໃນວັນສຸກມື້ນີ້ ໃນຂະນະ
ທີ່ທ່ານເດີນທາງກັບຄືນມາຈາກການໄປຢ້ຽມຢາມ ຕ່າງປະເທດ
ໂດຍໃຫ້ຄໍາໝັ້ນສັນຍາທີ່ຈະນໍາພາການປຸກລະດົມເພື່ອທ້າທາຍ
ຕໍ່ການເລືອກຕັ້ງ ໃນເດືອນແລ້ວນີ້.
ຜູ້ນໍາພັກກູ້ຊາດກໍາປູເຈຍ ໄດ້ກ່າວຕໍ່ຝູງຊົນທີ່ສະໜາມບິນກຸງພະ
ນົມເປັນ ວ່າ ທ່ານຍັງບໍ່ຮັບຮູ້ຜົນການເລືອກຕັ້ງ ຊຶ່ງທ່ານກ່າວວ່າ
ມີການກະທຳຜິດກົດລະບຽບໃນຂອບເຂດທີ່ກວ້າງຂວາງ.
ທ່ານ Rainsy “ພວກເຮົາຕ້ອງຈັດຕັ້ງທຸກໆມາດຕະການ ທຸກໆ
ການລິເລີ້ມ ເພື່ອຊອກຫາຄວາມຍຸຕິທໍາ ສຳລັບປະຊາຊົນກໍາ
ປູເຈຍ.”
ທ່ານ Rainsy ທີ່ໄດ້ກັບຄືນຈາກການໄປລີ້ໄພຢູ່ຕ່າງປະເທດ ໃນ
ເດືອນແລ້ວນີ ໄດ້ມາຢ້ຽມຢາມສະຫະລັດເປັນເວລານຶ່ງອາທິດ
ເພື່ອເຂົ້າຮ່ວມພິທີແຕ່ງງານລູກສາວຂອງທ່ານ. ທ່ານຍັງໄດ້ພົບ
ປະກັບບັນດາເຈົ້າໜ້າທີ່ສະຫະລັດ ແລະອົງ ການສະຫະປະຊາຊາດນຳດ້ວຍ.
ພັກຂອງທ່ານ ໄດ້ຮຽກຮ້ອງໃຫ້ມີການສືບສວນຢ່າງເປັນອິດສະຫຼະທີ່ໄດ້ຮັບການສະໜັບສະ ໜູນຈາກຄະນະກໍາມະການສະຫະປະຊາຊາດ ເພື່ອສືບສວນ ເບິ່ງລາຍງານການສໍ້ໂກງຄະແນນ ໃນລະຫວ່າງການເລືອກຕັ້ງ ທີ່ເຮັດໃຫ້ນາ ຍົກລັດຖະມົນຕີ Hun Sen ທີ່ປົກຄອງປະເທດມາເປັນເວລາດົນນານແລ້ວນັ້ນ ໄດ້ກັບຄືນເຂົ້າກໍາອໍານາດອີກ.