ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານ ກຳປູເຈຍ ຈະໂຮມກຳລັງ ກ່ອນເລືອກຕັ້ງ ປີ 2013


ທ່ານແຊມຣັງສີ ຜູ້ນຳຝ່າຍຄ້ານກຳປູເຈຍ ທີ່ລີ້ໄພຢູ່ຝຣັ່ງ
ທ່ານແຊມຣັງສີ ຜູ້ນຳຝ່າຍຄ້ານກຳປູເຈຍ ທີ່ລີ້ໄພຢູ່ຝຣັ່ງ

ພັກ​ຝ່າຍ​ຄ້ານ​ທີ່​ສຳຄັນ 2 ພັກ​ຂອງ​ກຳປູ​ເຈຍ ​ໄດ້​ຕັດສິນ​ໃຈ​ທີ່​ຈະເຕົ້າໂຮມ​ກຳລັງ​ກັນກ່ອນ​ການ
​ເລືອກ​ຕັ້ງ​ໃນ​ປີໜ້າ ​ເພື່ອ​ໃຫ້​ມີ​ໂອກາດ​ຫຼາຍຂຶ້ນ​ໃນ​ການ​ທີ່​ຈະ​ເອົາ​ຊະນະ​ພັກ​ປະຊາຊົນ​ກຳປູ​ເຈຍ
ຊຶ່ງ​ເປັນ​ພັກ​ລັດຖະບານ​ປົກຄອງ​ປະ​ເທດ​ໃນ​ເວລາ​ນີ້.

ພັກ​ແຊມຣັງສີ​ຈະ​ໂຮມ​ເຂົ້າກັນ​ກັບ​ພັກ​ສິດທິ​ມະນຸດພາຍ​ໃຕ້ການ​ນຳພາ​ຂອງ​ທ່ານ​ແຊມຣັງສີຜູ້​
ຊຶ່ງ​ໃນ​ປັດຈຸບັນ ​ພວມ​ລີ້​ໄພ​ຢູ່​ທີ່​ປະ​ເທດ​ຝຣັ່ງ. ພັກ​ການ​ເມືອງ​ໃໝ່​ທີ່ມີ​ຊື່ວ່າ ​ຊ່ອຍກອບ​ກູ້​ໃຫ້​ພົ້ນ​
ໄພ​ແຫ່ງ​ຊາດ​ຫຼື National Salvation ຈະ​ຈົດ​ທະບຽນຢ່າງເປັນ​ທາງ​ການ​ໃນ​ເດືອນ​ໜ້ານີ້.

​ໃນ​ລະຫວ່າງເດີນທາງ​ມາ​ຢ້ຽມຢາມ​ນະຄອນ​ວໍ​ຊິງ​ຕັນ​ໃນສັບປະດາ​ນີ້ ທ່ານ​ແຊມ ຣັງສີ​ກ່າວ​ຕໍ່​ວີ​
ໂອ​ເອພະ​ແນ​ກພາສາ​ຂະ​ແມ​ວ່າສະມາຊິກ​ຂອງ​ພັກ​ການ​ເມືອງ​ໃໝ່ຈະ​ພາກັນ​ຕໍ່ສູ້​ເພື່ອ​ໃຫ້​ມີ​ການ
​ປະຕິ​ຮູບ​ລະບົບ​ການ​ເລືອກ​ຕັ້ງຂອງ​ກຳປູ​ເຈຍ ກ່ອນການ​ເລືອກ​ຕັ້ງ​ໃນ​ປີ 2013.

ທ່ານ​ແຊມຣັງສີ​ເວົ້າວ່າ ການ​ໂຮມ​ກຳລັງ​ຂອງ​ພັກ​ຝ່າຍ​ຄ້ານ​ຈະ​ອຳນວຍ​ໃຫ້​ມີ​ການ​ແກ້​ໄຂ​ຕໍ່ຫຼາຍ
​ບັນຫາ​ຂອງ​ກຳປູ​ເຈຍທີ່​ທ່ານ​ກ່າວ​ວ່າ ຍັງ​ຂາດ​ສິດ​ເສລີພາບ​ທາງ ດ້ານ​ການ​ເມືອງ ປະຊາຊົນ​ຍັງ
ທຸກ​ຍາກ ມີການ​ຍາດ​ແຍ່ງ​ເອົາ​ດິນ ມີລະບົບການ​ປິ່ນປົວ​ສຸຂະພາບ​ ແລະ​ການ​ສຶກສາ​ທີ່​ບໍ່​ດີ.
ທ່ານ​ເວົ້າວ່າ ພັກ​ການ​ເມືອງ​ໃໝ່​ ທີ່​ຫາ​ກໍຕັ້ງຂຶ້ນນີ້ ຈະ​ທຳ​ການ​ຕໍ່ສູ້​ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງທີ່
​ທ່ານ​ກ່າວ​ວ່າ ​ເຮັດ​ໃຫ້​ເສດຖະກິດ​ຂອງ​ກຳປູ​ເຈຍ​ເປັນ​ອຳມະພາດ​ໄປ​ນັ້ນ.

ຂະນະ​ທີ່​ຫຼາຍໆ​ປະ​ເທດ​ໃນ​ເອ​ເຊຍ ຮວມທັງ​ມຽນມາ​ຊຶ່ງ​ເປັນ​ເພື່ອນ​ບ້ານ​ຂອງ​ກຳປູ​ເຈຍໄດ້​ປະ
ສົບ​ກັບ​ຄວາມ​ກ້າວໜ້າ​ ໃ​ນການ​ເຄື່ອນ​ໄຫວ​ໄປ​ສູ່​ປະຊາທິປະ​ໄຕ ທ່ານແຊມຣັງສີ​ເວົ້າວ່າ ກຳປູ​
ເຈຍ​ຊໍ້າພັດ​ກາຍ​ເປັນ​ປະ​ເທດ​ຜະ​ເດັດ​ການຫຼາຍຂຶ້ນ.

ພັກ​ປະຊາຊົນ​ກຳປູ​ເຈຍ ​ໄດ້​ຊະນະ​ສຽງ​ສ່ວນ​ຫຼາຍ ​ໃນ​ການ​ເລືອກຕັ້ງສະພາ​ແຫ່ງ ຊາດ ​ໃນ​ປີ
2008.

XS
SM
MD
LG