ງົວຄູ່ນຶ່ງ ກຳລັງແກ່ກວຽນໄປຫາທົ່ງນາ ຢູ່ທາງພາກເໜືອຂອງກຳປູເຈຍ ບ່ອນທີ່ຊີວິດ ຊາວຊົນນະບົດໝາຍເຖິງວ່າ ໂອກາດຈະມີວຽກເຮັດງານທໍານັ້ນ ແມ່ນມີໜ້ອຍຫລາຍ.
ດຽວນີ້ ພວກຍິງສາວໃນແຂວງ Preah Vihear ພາກັນເວົ້າວ່າ ພວກເຂົາເຈົ້າ ພົບໂອກາດ ທີ່ຈະໄດ້ໄປເຮັດວຽກເປັນຄົນຮັບໃຊ້ໃນບ້ານເຮືອນຂອງຄົນ ຢູ່ໃນ ມາເລເຊຍ. ແຕ່ວ່າບາງ ຄົນທີ່ໄດ້ພົບໂອກາດອັນນັ້ນ ກັບໄດ້ພົບກັບບັນຫາຫລາຍ ກວ່າການໄດ້ເງິນມາ.
ສາວອອນ ແລະ ສາມີຂອງນາງ, ນາຍ ໂຣສ ຈະເຮືອນ,
ແຕ່ລະຄັ້ງ ທີ່ໄດ້ອອກມາເຮັດວຽກຢູ່ທົ່ງນາແຫ່ງນີ້ ກໍໄດ້
ໃຊ້ເວລາເປັນຫລາຍອາທິດ ເພື່ອເກັບກ່ຽວເອົາຜົນຜະ
ຫລິດເຂົ້າທີ່ມີໜ້ອຍຫລາຍຈາກດິນທີ່ແຂັງແກ່ນນີ້. ເມື່ອ
ນາງຈຳປີ ລູກສາວຂອງພວກເຂົາເຈົ້າມາຫາພວກເຂົາເຈົ້າ ແລະບອກວ່າຢາກໄປເຮັດ
ວຽກຢູ່ມະເລເຊຍ ພວກເຂົາເຈົ້າກໍມີຄວາມຫວາດຫວັ່ນວິຕົກ ແບບໃດແບບນຶ່ງ.
ສາວອອນເວົ້າວ່າລາວ ຂໍຮ້ອງບໍ່ໃຫ້ລູກສາວລາວໄປ ເຖິງແມ່ນວ່າຄອບຄົວຂອງລາວຈະ
ທຸກຍາກປານໃດກໍຕາມ. ແຕ່ວ່ານາງຈຳປີຍັງດື້ດຶງຢາກໄປຢູ່.
ຄວາມຢ້ານກົວຕໍ່ສິ່ງເລວຮ້າຍຂອງສາວອອນນັ້ນ ໄດ້ເກີດເປັນຈິງເມື່ອນາງຈຳປີ ກັບຄືນ
ມາບ້ານໃນເຈັດເດືອນຕໍ່ມາ ດ້ວຍຄວາມລະທົມຂົມຂື່ນຈາກການຖືກທາລຸນທາງເພດ
ແລະທຳຮ້າຍຮ່າງກາຍ. ລູກສາວຂອງລາວໃນຕອນກັບຄືນມານີ້ ບໍ່ເໝືອນເດີມຄືແຕ່ກ່ອນ ໃນຕອນທີ່ນາງອອກຈາກບ້ານໄປນັ້ນ.
ທຸກວັນນີ້ ຈຳປີ ຢູ່ບ້ານ ແລະ ດູແລລ້ຽງໝູໃຫ້ຄອບຄົວ, ນາງບໍ່ສາມາດໄປເຮັດວຽກໄດ້. ແລະ ກໍບໍ່ເຊື່ອໃຜໄດ້ອີກ.
ນາງຈົ່ມວ່າ “ດຽວນີ້ ຜູ້ຄົນບໍ່ດີຫລາຍ. ຄົນຊົ່ວຫລາຍ, ພວກເຂົາສາມາດຕີຂ້ອຍ ແລະ ບໍ່ດີນໍາຄືກັນ”
ຄືກັນກັບຫລາຍໆປະເທດທີ່ກຳລັງພັດທະນາ ກຳປູເຈຍຕ້ອງການວຽກເຮັດງານ ທຳໃຫ້ ແກ່ປະຊາຊົນຂອງຕົນ ທີ່ນັບມື້ນັບມີເພີ້ມຫລາຍຂຶ້ນນັ້ນ. ແລະມາເລເຊຍເອງກໍຕ້ອງ ການຄົນໃຊ້ ໄປຮັບໃຊ້ພວກຊົນຊັ້ນປັນຍາຊົນຂອງຕົນ ທີ່ນັບມື້ນັບ ເຕີບໃຫຍ່ຂຶ້ນນັ້ນ ເຊ່ນກັນ.
ຈຳນວນຄົນກຳປູເຈຍ ທີ່ຖືກ
ສົ່ງໄປທຳງານ ທີ່ມະເລເຊຍ
ເພີ້ມຂຶ້ນເກືອບຮອດ 4 ເທົ່າ
ໃນໄລຍະປີຜ່ານມານີ້ຕົກ
ເປັນເກືອບຮອດ 20 ພັນຄົນ
ຊຶ່ງການເພີ້ມຂຶ້ນຢ່າງໄວວານີ້
ແມ່ນມີຂຶ້ນພາຍຫລັງທີ່ອິນ
ໂດເນເຊຍ ໄດ້ເກືອດຫ້າມບໍ່
ໃຫ້ຄົນງານຂອງພວກເຂົາເຈົ້າ
ໄປເຮັດວຽກໃນມາເລເຊຍ
ຍ້ອນການຖືກຂົ່ມເຫັງທາລຸນ.
ຍ້ອນຖືກລໍ້ໃຈໂດຍຄຳສັນຍາ
ວ່າຈະໄດ້ເງິນດີ, ພວກຜູ້ຍິງ
ກໍາປູເຈຍກໍພາກັນໄປຈົດຊື່
ນຳ ພວກທີ່ມາຂົນຂວາຍ
ຕິດຕໍ່ເອົາຄົນ ແຕ່ວ່າມີມາດ
ຕະການປ້ອງກັນໄວ້ຮອງຮັບ
ພວກເຂົາເຈົ້າ ໜ້ອຍຫລາຍ
ແລະ ການຕິດຕໍ່ສື່ສານກັບ
ທາງບ້ານກໍເກືອບວ່າບໍ່ມີເລີຍ.
ທ່ານ E Saro ຜູ້ປົກຄອງເມືອງ ໂຣວຽງ ບ້ານເກີດຂອງຈຳປີເວົ້າວ່າ ລັດຖະບານຍັງບໍ່
ທັນມີລະບົບປ້ອງກັນໄວ້ຮອງຮັບເທື່ອ.
ລັດຖະບານແຫ່ງຊາດກໍາປູເຈຍ ກຳລັງຮ່າງກົດໝາຍໃໝ່ ທີ່ແນໃສ່ປົກປ້ອງ ພວກຍິງສາວ
ບໍ່ໃຫ້ຖືກຕົວະຍົວະ ໂດຍພວກຂົນຂວາຍເອົາຄົນ ທີ່ຂາດຄວາມ ຊື່ສັດນັ້ນ ແລະໄດ້ຕັ້ງ
ກອງທຶນຂຶ້ນກອງນຶ່ງ ເພື່ອຊ່ວຍພວກເຂົາເຈົ້າ ຖ້າຫາກວ່າ ພວກເຂົາເຈົ້າປະສົບກັບບັນ
ຫາຢູ່ໃນມາເລເຊຍ.
ແຕ່ວ່າສິ່ງເຫລ່ົານີ້ເປັນການປອບຂວັນແກ່ພໍ່ແມ່ຂອງຈຳປີ ໄດ້ໜ້ອຍຫລາຍ ເພາະວ່າດຽວ
ນີ້ ນອກຈາກຈະຕ້ອງໄດ້ສູ້ຊົນຫາຢູ່ຫາກິນຕາມປະສາຊາວໄຮ່ຊາວນາເພື່ອລ້ຽງຕົນເອງແລ້ວ
ເຂົາເຈົ້າຍັງຈະຕ້ອງໄດ້ດູແລເບິ່ງແຍງ ລູກສາວຂອງພວກເຂົາເຈົ້າອີກ.
ນາຍ ໂຣສ ຈະເຮືອນ, ພໍ່ຂອງຈຳປີ ກ່າວວ່າ ລາວຍັງໃຈຮ້າຍໃຫ້ພວກທີ່ມາຊັກຊວນເອົາ
ລູກລາວໄປນັ້ນຢູ່ ພວກນັ້ນໄດ້ໃຫ້ຄຳໝັ້ນສັນຍາວ່າຈະເຮັດໃຫ້ລູກສາວຂອງລາວ ຮັ່ງມີ
ແຕ່ສຸດທ້າຍແລ້ວ ກໍປະຖິ້ມລູກຂອງລາວ ເມື່ອນາງມີຄວາມຕ້ອງການ ການຊ່ວຍເຫລືອ.
ລາວເວົ້າວ່າ “ຖ້າຫາກວ່າຂ້ອຍເຫັນພວກນັ້ນອີກ ຂ້ອຍຈະປາດຄໍພວກເຂົາ.”