ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກຳ​ປູ​ເຈຍ ແລະ​ຝ​ຣັ່ງ ເສີມ​ຂະ​ຫຍາຍ​ສາຍ​ສຳ​ພັນ ໃນ​ການ​ຢ້ຽມ​ຢາມ​ປະ​ເທດ​ຕາ​ເວັນ​ຕົກ ເທື່ອ​ທຳ​ອິດ ຂອງ​ນາ​ຍົກ ​ຮຸນ ມາ​ເນດ


ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ທ່ານ​ຮຸນ ມາ​ເນດ ໄດ້​ອອກ​ຖະ​ແຫູງ​ການ​ຮ່ວມ ໃນ​ລະ​ຫວ່າງ​ການ​ພົບ​ປະ​ ທີ່​ທຳ​ນຽບ​ເອ​ລີ​ເຊ ນະ​ຄອນ​ຫຼວງ​ປາ​ຣີ ວັນ​ທີ 18 ມັງ​ກອນ 2024.
ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ທ່ານ​ຮຸນ ມາ​ເນດ ໄດ້​ອອກ​ຖະ​ແຫູງ​ການ​ຮ່ວມ ໃນ​ລະ​ຫວ່າງ​ການ​ພົບ​ປະ​ ທີ່​ທຳ​ນຽບ​ເອ​ລີ​ເຊ ນະ​ຄອນ​ຫຼວງ​ປາ​ຣີ ວັນ​ທີ 18 ມັງ​ກອນ 2024.

ຝ​ຣັ່ງ ແລະ​ກຳ​ປູ​ເຈຍ ເຊັນ​ຂໍ້​ຕົກ​ລົງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ​ມູນ​ຄ່າ 235 ລ້ານ​ໂດ​ລາ ເພື່ອ​ພັດ​ທະ​ນາ​ນ້ຳ​ດື່ມ​ທີ່​ສະ​ອາດ​ ແລະ​ພື້ນ​ຖານ​ໂຄງ​ລ່າງ​ດ້ານພະ​ລັງ​ງານ ຕະ​ຫຼອດ​ທັງ​ສູນ​ຝຶກວິ​ຊາ​ຊີບ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ ​ແມ່ນ​ສ່ວນ​ນຶ່ງ​ໃນ​ການ​ເສີມ​ຂະ​ຫຍາຍ ​ສາຍ​ສຳ​ພັນ​ສອງ​ຝ່າຍລະ​ຫວ່າງ​ປະ​ເທດ​ທັງ​ສອງ ທີ່​ຍັງ​ສືບ​ຕໍ່​ຮັກ​ສາ​ການ​ສົນ​ທະ​ນາ​ຫາ​ລື ໃນ​ຍຸກ​ຫຼັງ​ອາ​ນາ​ນິ​ຄົມ ນັບ​ແຕ່​ກຳ​ປູ​ເຈຍ​ໄດ້​ຮັບ​ເອກ​ກະ​ລາດ​ໃນ​ປີ 1953.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງກຳ​ປູ​ເຈຍ ທ່ານ​ຮຸນ ມາ​ເນດ ໄດ້​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ທີ່​ທຳ​ນຽບ​ເອ​ລີ​ເຊ ແລະ​ໄດ້​ປະ​ກາດ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ​ໃນ​ອາ​ທິດ​ແລ້ວ. ນີ້​ແມ່ນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມປະ​ເທດມະ​ຫາ​ອຳ​ນາດ​ຕາ​ເວັນ​ຕົກ ຢ່າງ​ເປັນ​ທາງ​ການເທື່ອ​ທຳ​ອິດ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຮຽນ​ຈົບ​ຈາກ​ເວັ​ສ​ພອຍ​ທ໌ ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ກຳ​ອຳ​ນາດ​ແທນ​ບິ​ດາ​ຂອງ​ທ່ານ ຄື​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຸນ​ເຊນ ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ.

“ກຳ​ປູ​ເຈຍ​ຈະ​ຈົດ​ຈຳ​ສະ​ເໝີ​ໃນ​ບົດ​ບາດ​ຂອງ​ຝ​ຣັ່ງ​ທີ່​ໄດ້​ປະ​ກອບ​ສ່ວນ​ໃນ​ການ​ຟື້ນ​ໂຕ​ຄືນທາງ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ພັດ​ທະ​ນາຂອງ​ປະເທດ ໂດຍ​ຜ່ານ​ອົງ​ການ​ພັດ​ທະ​ນາ​ຂອງ​ຝ​ຣັ່ງ” ທ່ານ​ຮຸນ ມາ​ເນດ ກ່າວ​ທີ່ກອງ​ປະ​ຊຸມ​ນັກ​ຂ່າວ ຄຽງ​ຂ້າງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ມາກ​ຣົງ.

“ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ຢ້ຽມ​ຢາມ​ຝ​ຣັ່ງ ​ຂອງ​ຂ້າ​ພະ​ເຈົ້າ ໂດຍ​ສະ​ເພາະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ມີ​ການ​ເສີມ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ ລະ​ຫວ່າງ​ກຳ​ປູ​ເຈຍ​ກັບ​ຝ​ຣັ່ງ​” ທ່ານ​ຮຸນ ມາ​ເນດ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ.

ການ​ຢ້ຽມ​ຢາມ​ທ່ານ​ມາ​ກ​ຣົງ ມີ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ເດືອນ ​ຫຼັງ​ຈາກ​ຝ​ຣັ່ງ​ໄດ້​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອື່ນໆ ​ໃນ​ສະ​ຫະ​ພາບ​ຢູ​ໂຣບ ໃນ​ການ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຂອງ​ກຳ​ປູ​ເຈຍ ຊຶ່ງ​ພັກ​ຝ່າຍ​ທີ່​ສຳ​ຄັນ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ຮ່ວມ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG