ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍົກ ກຳປູເຈຍ ກັບເຂົ້າສູ່ການເມືອງແຖວໜ້າ ເພື່ອດຳລົງຕຳແໜ່ງ ໃນສະພາສູງ


ສະມາຊິກສະພາ ແລະ ອະດີດນາຍົກ ຂອງກຳປູເຈຍ ທ່ານ ຮຸນ ເຊນ (ຊ້າຍ) ທັກທາຍສະມາຊິກສະມາຂອງເທດສະບານ ຫຼັງຈາກທ່ານໄດ້ລົງຄະແນນສຽງ ຢູ່ບ່ອນປ່ອນບັດ ໃນການເລືອກຕັ້ງສະພາສູງ ຢູ່ເມືອງ ຕາກຄະມາວ, ແຂວງກັນດາວ ໃນວັນທີ 25 ກຸມພາ 2024.
ສະມາຊິກສະພາ ແລະ ອະດີດນາຍົກ ຂອງກຳປູເຈຍ ທ່ານ ຮຸນ ເຊນ (ຊ້າຍ) ທັກທາຍສະມາຊິກສະມາຂອງເທດສະບານ ຫຼັງຈາກທ່ານໄດ້ລົງຄະແນນສຽງ ຢູ່ບ່ອນປ່ອນບັດ ໃນການເລືອກຕັ້ງສະພາສູງ ຢູ່ເມືອງ ຕາກຄະມາວ, ແຂວງກັນດາວ ໃນວັນທີ 25 ກຸມພາ 2024.

ພັກ​ລັດຖະບານ​ຂອງ​ກຳປູ​ເຈຍ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​ໃນ​ການ​ເລືອກ​ຕັ້ງ​ສະມາຊິກສະພາ​ສູງ​ ໃນ​ວັນ​ອາທິດ​ວານ​ນີ້, ​ເຮັດ​ໃຫ້​ອະດີດ​ນາຍົກລັດຖະມົນຕີ ຮຸນ ເຊນ (Hun Sen) ​ໄດ້​ກັບ​ຄືນ​ສູ່​ການ​ເມືອງ​ຢ່າງ​ເປັນ​ທາງ​ການ ຫລັງ​ຈາກ​ທີ່ທ່ານ​ໄດ້ກ້າວລົງ​ຈາກ​ຕຳ​ແໜ່​ງ​ໃນ​ປີ​ກາຍ​ນີ້, ອີງຕາມອົງການຂ່າວ AFP.

ຫຼັງ​ຈາກ​ການ​ປົກຄອງ​ແບບເຂັ້ມງວດ​ມາ​ເປັນ​ເວລາ​ເກືອບ 4 ທົດ​ສະ​ວັດ, ທ່ານ ຮຸນ ເຊນ (Hun Sen) ໄດ້​ມອບ​ອຳນາດ​ໃຫ້​ລູກ​ຊາຍ​ກົກ​ຂອງ​ທ່ານ ທ່ານ ຮຸນ ມາເນດ (Hun Manet), ຫຼັງ​ຈາກ​ການ​ປ່ອນ​ບັດເລືອກຕັ້ງຂອງປະເທດ​ໃນ​ເດືອນ​ກໍລະກົດທີ່​ຜ່ານ​ມາ​ ໂດຍ​ບໍ່​ມີ​ການ​ຄັດຄ້ານທີ່ສຳຄັນ​ໃດໆເກີດຂຶ້ນ.

​ທ່ານ ຮຸນ ເຊນ (Hun Sen) ໃນ​ເວລາ​ນັ້ນ ໄດ້ສະແດງໃຫ້ເຫັນຢ່າງ​ຈະ​ແຈ້ງ​ວ່າ ​ເຖິງ​ແມ່ນວ່າ​ ທ່ານຈະ​ລາ​ອອກ​ຈາກ​ຕຳ​ແໜ່​ງ, ​ແຕ່​ທ່ານ​ກໍ​ຍັງ​ມີຄວາມຕັ້ງ​ໃຈ​ທີ່ຈະໃຊ້​ອິດ​ທິພົນ.

ຫຼັງ​ຈາກ​ການ​ປ່ອນ​ບັດໄດ້​ປິດ​ລົງ​ໃນ​ຕອນ​ບ່າຍ​ວັນ​ອາທິດ​ວານ​ນີ້ ພັກ​ປະຊາຊົນ​ກຳປູ​ເຈຍ ຫຼື CPP ທີ່ເປັນພັກລັດຖະບານ ​ໄດ້​ອ້າງ​ວ່າພວກ​ເຂົາ​ເຈົ້າ​ໄດ້​ກວາດ​ເອົາ​ບ່ອນນັ່ງຂອງສະພາ​ສູງ ເຊິ່ງເປັນສະພາຂັ້ນສູງ​ຂອງ​ປະ​ເທດ.

ໂຄສົກ ທ່ານ ໂຊກ ອີສານ (Sok Eysan) ກ່າວ​ວ່າ ຜົນ​ໃນ​ເບື້ອງ​ຕົ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ “ ພັກ CPP ຊະນະ​ຢ່າງນ້ອຍ 50” ຈາກທັງໝົດ 58 ບ່ອນນັ່ງ, ​ແລະ​ກ່າວ​ຕື່ມ​ວ່າ, “ເຫັນໄດ້ຢ່າງຈະແຈ້ງວ່າ, ທ່ານ [ຮຸນ ເຊນ] ​ໄດ້ຊະນະບ່ອນ​ນັ່ງ.”

ທ່ານ​ຢືນຢັນ​ວ່າ ພັກ​ຈະສະເໜີຊື່ອະດີດ​ນາຍົກລັດຖະມົນຕີ ​ເປັນ​ປະທານ​ສະພາ​ສູງ ​ໂດຍ​ໃຫ້​ທ່ານ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະມຸກ​ລັດ ​ເມື່ອ​ກະສັດສະເດດໄປ​ຕ່າງປະ​ເທດ ​ເຊິ່ງຄາດການວ່າ​ ຈະມີການ​ປະຊຸມ​ໃນ​ເດືອນ​ເມສານີ້.

ຄະນະ​ກຳມະການການ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ຄາດ​ວ່າ​ຈະ​ໃຊ້​ເວລາ​ຫຼາຍ​ອາທິດ​ໃນການປະກາດ​ຜົນການເລືອກຕັ້ງ​ຢ່າງ​ເປັນ​ທາງ​ການ.

ກ່ອນໜ້ານີ້ ສະມາຊິກ ສະພາ ອາຍຸ 71 ປີ ແລະ ຫົວໜ້າ ພັກລັດຖະບານ ໄດ້ໄປປ່ອນບັດເລືອກຕັ້ງ ຢູ່ໃກ້ໆກັບບ້ານຂອງທ່ານ ໃນເມືອງ ຕາກຄະເມົາ.

ພັກການເມືອງ 4 ພັກ, ​ເຊິ່ງລວມມີ​ພັກລັດຖະບານ CPP ​ຂອງ​ທ່ານ ຮູຸນ ເຊນ , ພັກ​ຣາຊານິຍົມ ຝຸ່ນຊິນເປັກ (Funcinpec) ​ແລະ ພັກ​ຝ່າຍ​ຄ້ານ​ນ້ອຍໆ 2 ພັກ​ ໄດ້​ເຂົ້າ​ຮ່ວມ​ໃນການເລືອກຕັ້ງຄັ້ງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG