ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ຍຸຕິການສືບສວນຄະດີລັກພາໂຕ ນັກເຄື່ອນໄຫວຊາວໄທ


ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງ​ຖື​ຮູບ​ຂອງ​ນັກ​ເຄື່ອນ​ໄຫວ​ໄທ​ທີ່​ຖືກ​ລັກ​ພາ​ຕົວ​ ທ້າວວັນສະເຫຼີມ ສັດສັກສິດ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ເພື່ອ​ສະ​ໜັບ​ສະ​ໜູນ​ລາວ ​ລະ​ຫວ່າງ​ການ​ປະ​ທ້ວງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສືບ​ສວນ ​ໜ້າ​ທຳ​ນຽບ​ລັດ​ຖະ​ບານ ໃນ​ບາງກອກ ປະ​ເທດ​ໄທ ວັນ​ທີ 12 ມິ​ຖຸ​ນາ 2020
ນັກ​ເຄື່ອນ​ໄຫວ​ຄົນ​ນຶ່ງ​ຖື​ຮູບ​ຂອງ​ນັກ​ເຄື່ອນ​ໄຫວ​ໄທ​ທີ່​ຖືກ​ລັກ​ພາ​ຕົວ​ ທ້າວວັນສະເຫຼີມ ສັດສັກສິດ ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ເຕົ້າ​ໂຮມ​ກັນ​ເພື່ອ​ສະ​ໜັບ​ສະ​ໜູນ​ລາວ ​ລະ​ຫວ່າງ​ການ​ປະ​ທ້ວງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສືບ​ສວນ ​ໜ້າ​ທຳ​ນຽບ​ລັດ​ຖະ​ບານ ໃນ​ບາງກອກ ປະ​ເທດ​ໄທ ວັນ​ທີ 12 ມິ​ຖຸ​ນາ 2020

4 ປີກ່ອນ,​ ທ່ານ ວັນສະເຫຼີມ ສັດສັກສິດ, ນຶື່ງໃນນັກເຄື່ອນໄຫວເພື່ອປະຊາທິປະໄຕຊາວໄທ ໄດ້ຫາຍສາບສູນ ໃນລະຫວ່າງທີ່ລີ້ໄພຢູ່ໃນນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ.​ ໂດຍໃນມໍໆມານີ້,​ ເຈົ້າໜ້າທີ່ກຳປູເຈຍ ກ່າວວ່າ ພວກເຂົາເຈົ້າ ​ໄດ້​ປິດ​ການ​ສືບສວນ​ສອບ​ສວນ ​ກ່ຽວ​ກັບ​ການ​ຫາຍ​ສາບ​ສູນ​ຂອງ​ລາວ. ຊັນ ນາຣິນ ແລະ ຢ້ຽມຢຸດ ສຸດທິຊະຍາ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງອາດນະສັກ ມີລາຍລະອຽດມາສະເໜີທ່ານ.

ທ້າວ ວັນສະເຫຼີມ ​ໄດ້​ຖືກ​ບັງຄັບໃຫ້​ເຂົ້າ​ໄປ​ໃນ​ລົດ ເອສຢູວີ ໂຕໂຢຕ້າ ໄຮແລນເດີ ສີ​ດຳ​ ໃນ​ວັນ​ທີ 4 ມິຖຸນາ 2020 ໃກ້​ກັບ​ຄອນ​ໂດ​ມິ​ນຽມ Mekong Gardens ບ່ອນ​ທີ່​ລາວ​ອາ​ໄສ​ຢູ່, ຜູ້​ເຫັນ​ເຫດການ​ກ່າວ​ຕໍ່​ນັກ​ຂ່າວ VOA ​ໃນ​ເວລາ​ນັ້ນ.

ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ​ກ່າວ​ໃນ​ອາ​ທິດ​ຜ່ານ​ມາ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ຢືນ​ຢັນ​ວ່າ​ລາວ​ເຄີຍ​ອາ​ໄສ​ຢູ່​ໃນອາຄານດັ່ງກ່າວ ຫຼື​ພົບ​ເຫັນລາຍ​ລະ​ອຽດ​ກ່ຽວ​ກັບ​ຍານ​ພາ​ຫະ​ນະ​ທີ່​ລາວຖືກພາໂຕໄປ.

"ພວກ​ເຮົາ​ໄດ້​ຍື່ນ​ລາຍ​ງານ​ໄປຫາ​ສານ​ແລ້ວ ແລະ​ການ​ສືບ​ສວນ​ກໍ​ສຳ​ເລັດ​ແລ້ວ," ທ່ານ​ຂຽວ ໂສພຽກ, ລັດຖະມົນຕີການຕ່າງປະເທດ ແລະ ​ໂຄສົກ​ກະຊວງ​ພາຍ​ໃນ ກ່າວ​ຕໍ່ VOA ​ໃນ​ວັນ​ທີ 27 ກຸມພາ​ນີ້.

​ເຖິງແມ່ນ​ວ່າ​ຈະມີ​ຄຳ​ເຫັນ​ຂອງ​ກະຊວງ​ດັ່ງກ່າວ​ກໍ່ຕາມ, ​ແຕ່ກໍ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ​ສານ​ຂອງ​ນະຄອນຫຼວງ​ພະນົມ​ເປັນ​ ໄດ້​ປິດ​ຄະດີ​ດັ່ງກ່າວແລ້ວ ​ຫຼື​ບໍ່. ທ່ານ ແຊມ ຈຳເຣີນ (Sam Chamroeun), ທະນາຍຄວາມຄົນກຳປູເຈຍຂອງຄອບຄົວທ້າວ ວັນສະເຫຼີມ ກ່າວຕໍ່ວີໂອເອ ໃນອາທິດແລ້ວນີ້ວ່າ ທ່ານບໍ່ໄດ້ຖືກແຈ້ງໃຫ້ຮູ້ກ່ຽວກັບວ່າຄະດີດັ່ງກ່າວຖືກ ປິດລົງ.

ວີ​ໂອ​ເອ​ພາກພາສາຂະ​ເໝນ​ ໄດ້​ຂໍ​ຄວາມ​ເຫັນ​ຈາກໂຄສົກຂອງ​ສານ​ ແຕ່​ບໍ່​ໄດ້​ຮັບ​ການ​ຕອບ​ກັບ.

ຄອບຄົວ ແລະກຸ່ມຜູ້ສະໜັບສະໜຸນຂອງທ້າວ ວັນສະເຫຼີມ ໄດ້ພິພາກວິຈານ ກ່ຽວກັບຄວາມ ບໍ່ໂປ່ງໃສໃນການສືບສວນ ແລະຮຽກຮ້ອງໃຫ້ລັດຖະບານຂອງໄທ ກົດດັນກຳປູເຈຍ ກ່ຽວກັບ ສາເຫດທີ່ການສືບສວນຖືກຢຸດຕິ.

ນາງ ສິຕານັນ ສັດສັກສິດ (Sitanun Satsaksit), ເອື້ອຍຂອງ ວັນສະເຫຼີມ ກ່າວຕໍ່ວີໂອເອພາກພາສາໄທ ທາງໂທລະສັບໃນວັນທີ 28 ກຸມພາ ວ່າ "ມັນໄດ້ສີ່ປີແລ້ວ. ຂ້ອຍຕ້ອງການໃຫ້ພວກເຂົາບອກສະມາຊິກຂອງຄອບຄົວວ່າເກີດຫຍັງຂຶ້ນ, ການສືບສວນ ເປັນແນວໃດ, ມັນບໍ່ຄວນເປັນຄວາມລັບອີກຕໍ່ໄປ."

ໃນວັນ​ທີ 5 ມີນາ​, ຄະນະ​ກຳມະການ​ວ່າດ້ວຍການບັງຄັບ​ຫາຍ​ສາບ​ສູນ ​ຂອງ​ອົງການສະຫະ​ປະຊາ​ຊາດ ​ໄດ້​ຮຽກຮ້ອງ​ໃຫ້​ກຳປູ​ເຈຍ​ຮັບປະກັນ​ວ່າ​ຂໍ້​ກ່າວ​ຫາ​ເລື້ອງການບັງຄັບໃຫ້​ຫາຍ​ສາບ​ສູນ​ຂອງ​ທ້າວ ວັນສະເຫຼີມ "ໄດ້ຮັບການ​ສືບສວນ​ຢ່າງ​ທັນທີ, ລະອຽດຖີ່ຖ້ວນ, ມີ​ປະສິດທິ​ຜົນ ​ແລະ ຍຸດຕິ​ທຳ." ນອກ​ນີ້ ​ຍັງ​ຮຽກຮ້ອງ​ໃຫ້​ລັດຖະບານ​ກຳປູ​ເຈຍ​ ແຈ້ງໃຫ້​ຄອບຄົວ​ຂອງ​ທ້າວ ວັນສະເຫຼີມ ຊາບ​ຕະຫຼອດ​ການ​ສືບສວນ.

ທ່ານ ນາງ ພອນ​ເພັນ ຄົງ​ຂະຈອນ​ກຽດ, ຜູ້​ອຳ​ນວຍ​ການ​ອົງ​ການປະສົມປະສານ​ວັດ​ທະ​ນະ​ທຳ ​ທີ່​ໄດ້​ມອບ​ໝາຍ​ໃຫ້​ທະ​ນາຍ​ຄວາມ​ເປັນ​ຕົວ​ແທນ​ຂອງ​ຄອບ​ຄົວ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ, ກຳ​ປູ​ເຈຍ​ຄວນ​ເປີດ​ກວ້າງຫຼາຍຂຶ້ນ ​ກ່ຽວ​ກັບ​ສິ່ງ​ທີ່​ຕົນ​ຮູ້, ແລະ​ພິ​ສູດ​ການ​ກ່າວ​ອ້າງ​ຂອງ​ຕົນ​ທີ່​ວ່າບໍ່​ມີ​ເຈົ້າໜ້າທີ່ຂອງ​ລັດ​ເຂົ້າ​ມາກ່ຽວຂ້ອງ.

ທ່ານ ນາງ ກ່າວຕໍ່ວີໂອເອພາສາຂະເໝນໃນວັນຈັນວ່າ "ການສືບສວນຄະດີການລະເມີດສິດ ທິມະນຸດ ບໍ່ສາມາດຮັກສາໄວ້ເປັນຄວາມລັບໄດ້".

ທ້າວ ວັນ​ສະເຫຼີມ ເຊິ່ງຮຽນຈົບການສຶກສາດ້ານ​ວິ​ທະ​ຍາ​ສາດ​ການ​ເມືອງ ທີ່​ໄດ້ເຮັດ​ວຽກ​ຢູ່​ອົງກອນ​ບໍ່​ຫວັງ​ຜົນ​ກຳ​ໄລ ກ່ອນ​ທີ່​ຈະ​ກ້າວ​ເຂົ້າ​ສູ່​ການ​ເມືອງ ແລະ​ເຮັດ​ວຽກ​ຮ່ວມກັບ​ພັກ​ເພື່ອ​ໄທ ໃນ​ຫຼາຍໆ​ຕຳ​ແໜ່ງ ອີງ​ຕາມການກ່າວຂອງບັນດາ​ໝູ່​ເພື່ອນ ແລະ​ຍາດພີ່​ນ້ອງ.

ຫຼັງ​ຈາກ​ການ​ກໍ່​ລັດຖະປະຫານ​ຂອງ​ທະຫານ​ ໃນປີ 2014, ທ້າວ ວັນສະເຫຼີມ ​ເປັນນຶ່ງ​ໃນ​ບັນດາ​ນັກ​ເຄື່ອນ​ໄຫວ​ໄທ​ທີ່​ໄດ້​ຫຼົບໜີ​ໄປ​ກຳປູ​ເຈຍ, ​ເຖິງ​ວ່າຈະຍັງ​ບໍ່​ຈະ​ແຈ້ງ​ວ່າ​ເວລາ​ໃດ.

ກະ​ຊວງ​ພາຍ​ໃນ​ກຳ​ປູ​ເຈຍ​ຢືນ​ຢັນ​ວ່າ ລາວໄດ້​ຮັບ​ວີ​ຊ່າເພື່ອ​ຢູ່​ໃນ​ປະ​ເທດ​ໃນ​ປີ 2017.

​ແຕ່​ກະຊວງ​ດັ່ງກ່າວ​ກ່າວ​ວ່າ ມັນ​ບໍ່​ມີ​ການ​ບັນທຶກ​ວ່າ​ລາວ​ອາ​ໄສ​ຢູ່ບ່ອນໃດ​ໃນ​ຊຸມ​ປີ​ຕໍ່​ມາ, ຫລື​ເກີດ​ຫຍັງ​ຂຶ້ນ​ໃນ​ວັນ​ທີ 4 ມິຖຸນາ 2020 ​ເຊິ່ງ​ເປັນ​ມື້ຂອງການກ່າວຫາວ່າລາວຖືກລັກ​ພາ​ຕົວ.

​ໃນ​ເວລາ​ທີ່​ທ້າວ ວັນສະເຫຼີມ ຫາຍ​ສາບ​ສູນ​ໄປ, ພັກ​ເພື່ອ​ໄທ ​ໄດ້​ຢືນຂຶ້ນ​ຄັດຄ້ານ​ລັດຖະບານ​ທະຫານ​ຂອງ​ໄທ.

ໃນເດືອນທັນວາ ປີ 2020, ທີມງານກົດໝາຍຂອງ ທ້າວ ວັນສະເຫຼີມ ແລະເອື້ອຍຂອງ ລາວ, ນາງ ສິຕານັນ, ໄດ້ໄປປາກົດຕົວຢູ່ສານພະນົມເປັນ ແລະ ໄດ້ຍື່ນຫຼັກຖານເພື່ອ ສະໜັບສະໜູນການກ່າວຫາວ່າລາວຖືກລັກພາຕົວໄປ, ລວມທັງສຳເນົາໜັງສືເດີນທາງ ກຳປູເຈຍຂອງລາວ.

ໄອຍະການຄົນນຶ່ງ ໄດ້ຈົດບັນທຶກຄຳຮ້ອງທຸກດັ່ງກ່າວ ແລະ ພວກເຂົາເຈົ້າ ໄດ້ຖືກຮຽກຕົວ ໂດຍຜູ້ພິພາກສາການສືບສວນຂອງກຳປູເຈຍ, ຊຶ່ງເປັນການເຄື່ອນໄຫວທີ່ບົ່ງບອກວ່າມີການ ເປີດຄະດີອາຍາ, ອີງຕາມການກ່າວຂອງ ທ່ານ ແຊມ ຈຳເຣີນ (Sam Chamroeun).

ແນວໃດກໍ່ຕາມ, ທ່ານ ນາງ ພອນ​ເພັນ ຄົງ​ຂະຈອນ​ກຽດ, ທະນາຍຄວາມຊາວໄທ ຂອງ ນາງ ສີຕານັນ ກ່າວວ່າ ທີມງານກົດໝາຍ ບໍ່ເຄີຍໄດ້ຍິນຂ່າວຈາກສານຂອງກຳປູເຈຍ ຫລັງຈາກນັ້ນ ຫຼື ການເຂົ້າໄປສານຄັ້ງຕໍ່ໄປ.

ທ່ານ ນາງກ່າວຕໍ່ວີໂອເອ ພາກພາສາຂະເໝນ ຜ່ານທາງອີເມວ ໃນວັນອັງຄານ ວ່າ “ຕຳຫຼວດກຳປູເຈຍໄດ້ບອກພວກເຮົາວ່າ ພວກເຂົາບໍ່ພົບຫຍັງເລີຍ."

​ໂຄສົກ​ຕຳຫຼວດ​ແຫ່ງ​ຊາດ ທ່ານ ຊາຍ ກິມຄູນ (Chhay Kimkhoeun) ຍັງ​ບໍ່​ໄດ້​ຕອບ​ຄຳ​ຖາມ​ຂອງ​ວີ​ໂອ​ເອ ​ສຳລັບການ​ຂໍ​ຄວາມ​ເຫັນ.

ນາງ ສີຕານັນ ພະຍາຍາມ​ດຶງ​ຄວາມ​ສົນ​ໃຈ​ໄປທີ່ຄະດີ​ດັ່ງກ່າວອີກ​ຄັ້ງ ໃນ​ວັນ​ທີ 22 ກຸມພາ​ນີ້, ​ເວລາ​ທ່ານ​ຮຸນ​ ເຊນ ອະດີດ​ນາຍົກລັດຖະມົນຕີກຳປູ​ເຈຍ​ ໄດ້​ພົບ​ປະ​ກັບ ​ທ່ານ​ທັກສິນ ຊິນນະ​ວັດ, ເຊິ່ງຄັ້ງນຶ່ງເຄີຍເປັນຄູ່ຮ່ວມງານຂອງທ່ານ. ​ແນວ​ໃດ​ກໍ​ດີ, ນາງ​ບໍ່​ສາມາດ ສົ່ງ​ຄຳ​ຮ້ອງ​ຂໍ ໄປໃຫ້ກັບ​ອະດີດ​ຜູ້ນຳຂອງ​ກຳປູ​ເຈຍ ໄດ້.

ລູກ​ສາວ​ຂອງ​ທ່ານ​ທັກສິນ ຄື​ທ່ານນາງ ​ແພ​ທອງທານ ຊິນ​ນະ​ວັດ ຜູ້​ນຳ​ພັກເພື່ອ​ໄທ​ ໄດ້​ຮັບ​ຄຳ​ເຊີນໃຫ້​ໄປ​ຢ້ຽມ​ຢາມ​ກຳ​ປູ​ເຈຍ ​ລະຫວ່າງ​ວັນ​ທີ 18-19 ມີ​ນາ​ນີ້.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 27 ກຸມ​ພາ​, ທ່ານ ດາ​ນຸ​ພອນ ປຸນນະກັນ, ໂຄ​ສົກ​ພັກ​ ເພື່ອໄທ ​ໄດ້​ຖືກ​ຖາມ​ວ່າ ຈະມີການປຶກສາຫາລືກັນ ກ່ຽວກັບ ການ​ຫາຍ​ສາບ​ສູນ​ຂອງທ້າວ ວັນສະເຫຼີມ ໃນລະຫວ່າງການ​ຢ້ຽມ​ຢາມ ຫຼືບໍ່.

ໂຄສົກກ່າວວ່າ ບັນດາເຈົ້າຫນ້າທີ່ ຈະ" ປຶກສາຫາລື ກ່ຽວກັບເສດຖະກິດ ແລະສັງຄົມ ຫຼາຍກວ່າທີ່ຈະຍົກເອົາບັນຫາສ່ວນຕົວຂອງໃຜຄົນນຶ່ງມາປຶກສາຫາລືກັນ. ແຕ່ຖ້າບັນຫານີ້ໄດ້ຮັບຄວາມສົນໃຈຈາກປະຊາຊົນ, ຄະນະກຳມະການບໍລິຫານງານຂອງພັກ ຈະພິຈາລະນາ ເລື່ອງນີ້ ໃນກອງປະຊຸມຂອງພວກເຂົາ."

ທ່ານ ນາງ ສີຕານັນ ເວົ້າວ່າ ທ່ານ ນາງ ຮູ້ສຶກຜິດຫວັງກັບຄຳຕອບດັ່ງກ່າວ, ໂດຍບອກເຈົ້າຫນ້າທີ່ວ່າ "ຢ່າລືມວ່າ [ວັນສະເຫຼີມ] ແມ່ນຄົນໄທ."

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Authorities in Cambodia say they have closed a probe into missing Thai pro-democracy activist Wanchalearm Satsaksit, who was allegedly abducted in Phnom Penh four years ago.

Wanchalearm was pushed into a black Toyota Highlander SUV on June 4, 2020, near the Mekong Gardens condominium, where he lived, eyewitnesses told VOA Khmer reporters at the time.

Cambodian authorities said last week that they were unable to confirm he ever lived in the building, or find details about the vehicle he was allegedly taken away in.

"We have filed the report to court and the investigation is finished," Khieu Sopheak, secretary of state and spokesman for the Interior Ministry, told VOA Khmer on February 27.

Despite the ministry's remarks, it is unclear if the Phnom Penh Municipal Court has closed the case. Sam Chamroeun, the Cambodian lawyer for Wanchalearm's family, told VOA Khmer last week that he had not been given notice of the case being closed.

VOA Khmer asked a court spokesman for comment but received no reply.

Wanchalearm's family and advocacy groups criticized the lack of transparency in the investigation and called on Thailand's government to press Cambodia on why it appears to have ended the inquiry.

"It has been four years. I want them to tell the family members what happened, how the investigation is. It should not be secret anymore," Sitanun Satsaksit, Wanchalearm's sister, told VOA Thai by phone on February 28.

On March 5, The U.N. Committee on Enforced Disappearances called on Cambodia to ensure that allegations of Wanchalearm's forced disappearance "are investigated promptly, thoroughly, effectively and impartially." It also called on Cambodia's government to keep Wanchalearm's family informed throughout the probe.

Pornpen Khongkachonkiet, director of the Cross Cultural Foundation, which has assigned lawyers to represent the activist's family, said Cambodia should be more open about what it knows, and prove its claims that no state agents were involved.

"The investigation of a case of human rights violation cannot be treated with confidentiality," she said to VOA Khmer on Monday.

Wanchalearm was a political science graduate who worked at a series of nonprofits before moving into politics and working with the Pheu Thai Party in various positions, according to friends and relatives.

After the 2014 military coup, Wanchalearm was among the Thai activists who fled to Cambodia, although it's unclear when. Cambodia's Interior Ministry confirmed he received a visa to stay in the country in 2017.

But the ministry said it has no record of where he lived in the ensuing years, or what happened on June 4, 2020, the date of his alleged abduction.

At the time of Wanchalearm's disappearance, the Pheu Thai Party stood in opposition to Thailand's military government.

In December 2020, Wanchalearm's legal team and his sister, Sitanun, appeared at the Phnom Penh court and submitted evidence to support their allegation that he had been abducted, including a copy of his purported Cambodian passport.

A prosecutor took note of the complaint, and they were summoned by a Cambodian investigative judge, a move that suggests a criminal case was opened, according to Sam Chamroeun.

However, Pornpen Khongkachonkiet, Sitanun's Thai lawyer, said the legal team had not heard from Cambodia's court after that or subsequent visits.

"Cambodia police told us they could not find anything," she told VOA Khmer via email on Tuesday.

National Police spokesperson Chhay Kimkhoeun has not responded to VOA Khmer's inquiries for comments.

Sitanun again tried to bring attention to the case on February 22, when former Cambodian Prime Minister Hun Sen met with his onetime counterpart, Thaksin Shinawatra, in Bangkok. However, she was unable to pass a request for the former Cambodian leader.

Thaksin's daughter, Paethongtharn Shinawatra, the Pheu Thai Party leader, has accepted an invitation to visit Cambodia March 18-19.

In a press conference on February 27, Danuporn Punnakan, a Pheu Thai Party spokesperson, was asked if Wanchalearm's disappearance would be discussed during the visit.

The spokesman said officials would "rather discuss economy and society than bringing up anyone's personal issue to the table. But if this issue receives public attention, the [party's] executive committees would consider this in their meeting."

Sitanun said she was disappointed by the response, telling the officials, "Do not forget that [Wanchalearm] is a Thai person."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG