ກໍາປູເຈຍໄດ້ມີການເຕີບໂຕທາງເສດຖະກິດທີ່ເຂັ້ມແຂງໃນໄລຍະສອງປີ ນັບຕັ້ງແຕ່ເກີດ
ວິກິດການການເງິນໂລກ ເມື່ອປີ 2008 ເປັນຕົ້ນມາ. ການລົງທຶນຂອງຕ່າງປະເທດ
ອຸດສາຫະກໍາການທ່ອງທ່ຽວທີ່ຈະເຣີນເຕີບໂຕຂື້ນໄປເລື້ອຍໆ ພ້ອມກັບພາກສ່ວນ
ການກະເສດທີ່ເຂັ້ມແຂງ ໄດ້ເປັນປັດໄຈສໍາຄັນຂອງການເຕີບໂຕນີ້.
ພວກສ່ວນອຸດສາຫະກໍາຕັດຫຍິບ ແລະແຜ່ນແພ ກໍກໍາລັງຈະເຣີນເຕີບໂຕດີເຊັ່ນກັນ
ໂດຍທີ່ຄາດວ່າອັດຕາການສົ່ງອອກຈະຖີບຕົວສູງຂື້ນ ເຖິງ 40 ເປີເຊັນ ສໍາລັບປີນີ້.
ທ່ານ ສຕີເວິ່ນ ຮິກກິນສ໌ ເຈົ້າໜ້າທີ່ຫົວໜ້າບໍລິຫານທະນາຄານ ANZ Royal Bank
ໃນນະຄອນຫລວງພະນົມເປັນ ສະແດງຄວາມເຫັນວ່າ:
“ເວລານີ້ເສດຖະກິດຂອງກໍາປູເຈຍ
ອາດຈະຖືວ່າຢູ່ໃນເກນດີທີ່ສຸດເທົ່າທີ່
ເຄີຍເປັນມາ ໂດຍບໍ່ມີບັນຫາຕ່າງໆ
ທີ່ກໍາລັງຄຸກຄາມຢູ່ໃນເຂດອື່ນໆຂອງ
ໂລກ. ພວກເຮົາຄິດວ່າ ການເຕີບໂຕ
ຂອງເສດຖະກິດໃນປີນີ້ ຈະຢູ່ອັດຕາ
ເຈັດຫາແປດເປີເຊັນ ແລະຖ້າຫາກ
ສະພາບການໃນທົ່ວໂລກຍັງເປັນປົກ
ກະຕິ ຢູ່ຕໍ່ໄປແລ້ວ ພວກເຮົາກໍຢາກ
ຈະຄາດຫວັງວ່າ ອັດຕາການເຕີບໂຕ
ຄົງຈະຢູ່ໃນລະດັບແປດຫາສິບເປີເຊັນ
ໃນບໍ່ເທົ່າໃດປີຕໍ່ໜ້ານີ້.”
ແຕ່ທ່ານ ຮິກກິ້ນສ໌ ກ່າວວ່າ ອັດຕາເງິນເຟີ້
ຈະຕ້ອງຖືກຄວບຄຸມໄວ້ ໂດຍສະເພາະກ່ຽວກັບລາຄາອາຫານທີ່ກໍາລັງຖີບຕົວສູງຂຶ້ນນັບມື້ນັ້ນ.
ເຖິງແມ່ນວ່າມີສະພາວະທີ່ບໍ່ແນ່ນອນທາງເສດຖະກິດ ຢູ່ໃນພາກພື້ນຢູໂຣບແລະສະຫະລັດ
ໃນເວລານີ້ກໍຕາມ ທະນາຄານພັດທະນາເອເຊຍກໍປະເມີນວ່າ ອັດຕາການເຕີບໂຕຂອງກໍາປູ
ເຈຍໃນປີນີ້ ຈະຕົກຢູ່ໃນລະດັບ 6.8 ເປີເຊັນ ແລະຄາດຄະເນວ່າ ອັດຕາຈະຕໍ່າລົງພຽງແຕ່
ໜ້ອຍດຽວ ໃນປີໜ້າ.
ພວກນັກວິເຄາະກ່າວວ່າ ພວກນັກລົງທຶນຊາວຕ່າງປະເທດຈາກຍີ່ປຸ່ນ ກໍາລັງພາກັນຊອກ
ຫາທາງເລືອກອື່ນ ແທນປະເທດຈີນແລະໄທ ແລະໄປສົມທົບກັບພວກປະເທດໃນຂົງເຂດ
ທີ່ໄດ້ໄປລົງທຶນຢູ່ໃນກໍາປູເຈຍມາເປັນເວລາດົນນານແລ້ວ ເຊັ່ນຫວຽດນາມ ແລະເກົາຫລີ
ໃຕ້ນັ້ນ.
ແຕ່ຈີນຍັງຄົງເປັນປະເທດທີ່ລົງທຶນຫລາຍກ່ວາໝູ່ຢູ່ໃນກໍາປູເຈຍ. ສື່ທາງການຂອງຈີນ
ລາຍງານວ່າ ພວກນັກລົງທຶນຈີນໄດ້ທຸ່ມເທເງິນຈໍານວນມະຫາສານ ຄືປະມານ 5,500
ລ້ານໂດລາ ໃສ່ການລົງທຶນໃນກໍາປູເຈຍໃນຊ່ວງເຈັດເດືອນທໍາອິດຂອງປີນີ້.
ໃນບັນດາໂຄງການລົງທຶນທີ່ໃຫຍ່ໂຕທັງ
ຫລາຍຂອງຈີນ ກໍມີໂຄງການພັດທະນາ
ທີ່ດິນຫລູຫລາແຫ່ງນຶ່ງ ມູນຄ່າສາມພັນ
ລ້ານໂດລາ. ນອກນີ້ແລ້ວຈີນຍັງໄດ້ສະ
ໜອງເງິນໃຫ້ ສໍາລັບການກໍ່ສ້າງຖະໜົນ
ຫົນທາງແລະເຂື່ອນໄຟຟ້ານໍ້າຕົກອີກ.
ແລະສອງທະນາຄານຊັ້ນນໍາຂອງຈີນ ຄື
ທະນາຄານອຸດສາຫະກໍາແລະການຄ້າຂອງຈີນ ແລະທະນາຄານຈີນ ກໍໄດ້ເປີດສາຂາຢູ່ໃນ
ກໍາປູເຈຍ ປີນີ້.
ທ່ານ ພີເຕີ້ ບຣິມເບິລ (Peter Brimble) ນັກເສດຖະສາດອາວຸໂສປະຈໍາທະນາຄານພັດ
ທະນາເອເຊຍ ຫລື ເອດີບີ ກ່າວວ່າ ເຖິງແມ່ນກໍາປູເຈຍມີຄວາມຍິນດີຮັບເອົາເງິນລົງທຶນ
ຈາກຈີນກໍຈິງ ແຕ່ການຊ່ວຍເຫລືອຈາກຈີນກໍອາດສາມາດ ມີຂໍ້ຈໍາກັດຮັດແຄບໄດ້.
ທ່ານ ບຣິມເບິລ ເວົ້າວ່າ: “ການຊ່ວຍເຫລືອຂອງຈີນນັ້ນແມ່ນມີການຜູກມັດຫລາຍ
ທີ່ສຸດ ຄືບໍ່ມີການປະມູນໃດໆ. ມີທາງເປັນໄປໄດ້ວ່າ ຄືໂດຍສະເພາະ ຖ້າວ່າເປັນ
ເງິນແບບໃຫ້ຢືມ ແທນທີ່ຈະແມ່ນເງິນໃຫ້ລ້ານັ້ນ ທ່ານກໍອາດຈະຕ້ອງໃຊ້ຈ່າຍຄືນໄປ
ຫລາຍກວ່າຈໍານວນທີ່ໄດ້ຮັບ ເພາະວ່າຈີນບໍ່ເຊື່ອໃນວິທີການປະມູນແຂ່ງກັນ ຊຶ່ງ
ຂ້າພະເຈົ້າຄິດວ່າລັດຖະບານກໍາປູເຈຍ ກໍຮູ້ດີໃນເລຶ່ອງນີ້.”
ພວກນັກວິຈານກ່າວວ່າ ອິດທິພົນທາງ
ເສດຖະກິດຂອງຈີນນັ້ນແມ່ນເຊື່ອມໂຍງ
ກັບຄວາມເປັນຫ່ວງໃນດ້ານການເມືອງ
ຊຶ່ງເຂົາເຈົ້າຊີ້ໄປໃສ່ ເຫດການນຶ່ງໃນປີ
2009 ເວລາກໍາປູເຈຍເນລະເທດພວກ
ຊົນເຜົ່າມຸສລິມວີເກີ້ ທີ່ເຂົ້າໄປຂໍລີ້ໄພ
ການເມືອງ ຫລັງຈາກໄດ້ພາກັນຫລົບ
ໜີຈາກຄວາມຮຸນແຮງຢູ່ໃນຈີນ. ບໍ່ດົນ
ຫລັງຈາກພວກຊາວວີເກີ້ໄດ້ເດີນທາງ
ອອກຈາກກໍາປູເຈຍໄປ ເຈົ້າໜ້າທີ່ອາວຸ
ໂສຈີນຄົນນຶ່ງກໍໄດ້ເດີນທາງໄປກໍາປູເຈຍ
ເພື່ອເຊັນສັນ ຍາການຄ້າ 14 ສະບັບ
ກັບກໍາປູເຈຍ ມູນຄ່າ 850 ລ້ານໂດລາ.
ທ່ານ ເດວິດ ຄາເທີ ປະທານສະມາຄົມທຸລະກິດອອສເຕຣເລຍແຫ່ງກໍາປູເຈຍກ່າວວ່າ ກໍາປູເຈຍແມ່ນຍິນດີຕ້ອນຮັບການລົງທຶນຂອງຈີນ.
ທ່ານ ຄາເທີ ເວົ້າວ່າ:“ແນ່ນອນຢູ່ແລ້ວວ່າ ຈີນມີອິດທະພົນໃຫຍ່ຫລວງ ຢູ່ໃນກໍາປູເຈຍ
ຄືສະພານແລະຖະໜົນຫົນທາງ ກໍາລັງທະຍອຍຖືກສ້າງຂຶ້ນມາ ສະນັ້ນຈຶ່ງມີຄວາມຮູ້ສຶກ
ກັນວ່າ ມີເງິນຂອງຈີນເປັນຈໍານວນຫລວງຫລາຍຢູ່ໃນກໍາປູເຈຍ ແຕ່ຂ້າພະເຈົ້າຄິດວ່າ
ຄົນສ່ວນຫລາຍຮູ້ດີວ່າມັນມີເງື່ອນໄຂພັນທະຕິດມານໍາ. ມັນກໍດີຢູ່ ແຕ່ກໍຢ່າລືມວ່າເຮົາ
ຕ້ອງໄດ້ຊໍາລະຄືນໃນເວລາໃດເວລານຶ່ງ.”
ໂຄງການພັດທະນາຕ່າງທີ່ໄດ້ເງິນມາຈາກການລົງທຶນຂອງຈີນນັ້ນ ອາດສາມາດມີຜົນກະທົບອັນໃຫຍ່ຫລວງຕໍ່ກໍາປູເຈຍ ຊຶ່ງເປັນນຶ່ງໃນປະເທດທຸກຈົນທີ່ສຸດຂອງຂົງເຂດເອເຊຍນັ້ນ. ໃນຂະນະທີ່ພວກເຈົ້າໜ້າທີ່ກໍາປູເຈຍ ສະແດງຄວາມຍິນດີກັບການລົງທຶນຕ່າງໆໃນການຍົກລະ ດັບໂຄງລ່າງພື້ນຖານຂອງກໍາປູເຈຍນັ້ນ ກໍໄດ້ມີປະຊາຊົນຫລາຍພັນຄົນຖືກບັງຄັບໃຫ້ຍ້າຍໜີຈາກຖິ່ນຢູ່ອາໃສ ເພື່ອຫລີກທາງໃຫ້ໂຄງການສ້າງສາໃໝ່ຕ່າງໆ. ໃນປີ 2010 ພວກກຸ່ມສິດທິປະເມີນວ່າ ມີປະຊາຊົນ 30,000 ຄົນຖືກບັງຄັບໃຫ້ຍົກຍ້າຍໜີອອກຈາກເຮືອນຊານຂອງພວກເຂົາເຈົ້າ ຍ້ອນໂຄງ ການຂຸດຄົ້ນບໍ່ແຮ່ ການກະເສດ ແລະເຂຶ່ອນໄຟຟ້ານໍ້າຕົກ ດັ່ງນີ້ເປັນຕົ້ນ.
ໜ່ວຍສະເພາະກິດດ້ານສິດທິໃນເຄຫະສະ
ຖານ ຊຶ່ງເປັນກຸ່ມສິດທິກຸ່ມນຶ່ງ ທີ່ໂຈມຕີນະ
ໂຍບາຍການຕັ້ງຖິ່ນຖານໃໝ່ຂອງລັດຖະ
ບານກໍາປູເຈຍ ກ່າວວ່າ ອາດມີປະຊາຊົນ
ຫລາຍເຖິງ 150,000 ຄົນ ຖືກບັງຄັບໃຫ້
ຍົກຍ້າຍ ໜີອອກຈາກບ້ານຢູ່ອາໃສໃນ
ຫລາຍປີຕໍ່ໜ້ານີ້ ຊຶ່ງໃນນັ້ນ ອາດຈະມີ
ຢ່າງໜ້ອຍ 80,000 ຄົນ ໃນນະຄອນ
ຫລວງພະນົມເປັນ.
ທ່ານ ຮັງ ໄຊຢາ ຜູ້ອໍານວຍການສະຖາບັນ
ເພື່ອປະຊາທິປະໄຕຂະແມ ກ່າວວ່າ ພວກ
ນັກລົງທຶນຊາວຕ່າງປະເທດຈະຕ້ອງເຄົາລົບ
ນັບຖືສິດທິ ມະນຸດ ເພື່ອທີ່ຈະຮັກສາຄວາມ
ສໍາພັນໃນໄລຍະຍາວໃນກໍາປູເຈຍ.
ທ່ານ ຮັງ ໄຊຍາ ເວົ້າວ່າ: “ການມີຄວາມສໍາພັນແບບສອງຝ່າຍໃດໆກັບຈີນນັ້ນ ແມ່ນຈະຕ້ອງເປັນຄວາມສໍາພັນທີ່ເຄົາລົບສິດທິມະນຸດແລະປະຊາທິປະໄຕໃນປະເທດ. ແລະນີ້ຫລະ ຄືສິ່ງທີ່ບໍ່ກໍາລັງເກີດຂຶ້ນໃນວົງການລັດຖະບານ ໃນການເລືອກວິທີປະຕິບັດຕໍ່ຈີນນັ້ນ.”
ຜົນງານທາງເສດຖະກິດຂອງກໍາປູເຈຍຈະຖືກຍົກຂຶ້ນມາເນ້ນຍໍ້າໃຫ້ເຫັນ ໃນປີ 2012 ເວລານະຄອນຫລວງພະນົມເປັນ ເປັນເຈົ້າພາບຈັດກອງປະ ຊຸມປະຈໍາປີຂອງສະມາຄົມອາຊ່ຽນ.
ພວກນັກວິເຄາະກ່າວວ່າ ອະນາຄົດທາງດ້ານເສດຖະກິດຂອງກໍາປູເຈຍນັ້ນ ແມ່ນພົວພັນກັນຫລາຍຂຶ້ນນັບມື້ ກັບໂຊກລາບ ຫລືຄວາມຈະເລີນດ້ານເສດຖະກິດຂອງພວກປະເທດເພື່ອນບ້ານທີ່ໃກ້ຊິດ ຄືໄທ ຫວຽດນາມ ແລະລາວນັ້ນ ແລະອີກເພື່ອນບ້ານນຶ່ງ ທີ່ຢູ່ຫ່າງໄກຂຶ້ນໄປທາງທິດເໜືອ ກໍຄື ຈີນ ນັ້ນເອງ.