ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ປະຕິເສດຕໍ່ບົດລາຍງານຂອງ ອົງການນິຣະໂທດກຳສາກົນ ກ່ຽວກັບການຂັບໄລ່ຜູ້​ຄົນ ຢູ່ສະຖານທີ່ມໍລະດົກໂລກ


ແຟ້ມພາບ - ຊາວບ້ານຜູ້ນຶ່ງ ນາງ ເຊຍ ສເຣ ຊາຣ (Chea Srey Sar) ຖືເຄື່ອງຂອງໆລາວໄປຍັງລົດບັນທຸກຂອງທະຫານຢູ່ໃນບໍລິເວນ ວັດອັງກໍ ທີ່ແຂວງ ສຽມຣຽບ ຂອງກຳປູເຈຍ, ວັນທີ 16 ມັງກອນ 2023.
ແຟ້ມພາບ - ຊາວບ້ານຜູ້ນຶ່ງ ນາງ ເຊຍ ສເຣ ຊາຣ (Chea Srey Sar) ຖືເຄື່ອງຂອງໆລາວໄປຍັງລົດບັນທຸກຂອງທະຫານຢູ່ໃນບໍລິເວນ ວັດອັງກໍ ທີ່ແຂວງ ສຽມຣຽບ ຂອງກຳປູເຈຍ, ວັນທີ 16 ມັງກອນ 2023.

ລັດຖະບານຂອງກຳປູເຈຍ ໄດ້ປະຕິເສດຕໍ່ບົດລາຍງານຂອງອົງການນິຣະໂທດກຳສາກົນ ຫຼື Amnesty International ກ່ຽວກັບຄວາມພະຍາຍາມຂອງຕົນເພື່ອຂັບໄລ່ພວກຄົນທີ່ອາໄສຢູ່ໃກ້ອັງກໍວັດຢ່າງໃຫຍ່ນັ້ນ ວ່າ “ບໍ່ມີມູນຄວາມຈິງ” ເຖິງແມ່ນວ່າ ອົງການສະຫະປະຊາຊາດ ຮຽກຮ້ອງຕໍ່ລັດຖະບານ ໃຫ້ປະຕິບັດ “ມາດຕະການແກ້ໄຂຕ່າງໆ” ແລະໃຫ້ຕອບຢ່າງເປັນທາງການຕໍ່ຂໍ້ກ່າວຫາດັ່ງ ກ່າວ.

ໃນການສືບສວນສອບສວນ ທີ່ໄດ້ຖືກເປີດເຜີຍເມື່ອວັນທີ 14 ພະຈິກ, ອົງການ ນິຣະໂທດກຳ ໄດ້ກ່າວຫາລັດຖະບານຂອງກຳປູເຈຍວ່າ ໄດ້ຂັບໄລ່ຫຼາຍພັນຄອບຄົວດ້ວຍກຳລັງຢູ່ສະຖານທີ່ມໍລິດົກໂລກ. ບົດສືບສວນຍັງໄດ້ກ່າວຫາ ອົງການເພື່ອການສຶກສາ ວິທະຍາສາດ ແລະວັດທະນະທຳຂອງສະຫະປະຊາຊາດ ຫຼື UNESCO ຊຶ່ງກຳນົດສະຖານທີ່ມໍລະດົກໂລກແຫ່ງຕ່າງໆ ຂອງການບໍ່ປະຕິບັດຕາມພາລະກິດ ໃນການສົ່ງເສີມສິດທິມະນຸດ.

“ບົດລາຍງານມີເນື້ອຫາທີ່ຂາດມູນຄວາມຈິງຫຼວງຫຼາຍ” ນັ້ນແມ່ນຂໍ້ຄວາມທີ່ຂຽນລົງໃນອີເມລໂດຍ ທ່ານລອງ ໂຄຊາລ ໂຄສົກປະຈຳໜ່ວຍງານແຫ່ງຊາດ ອັບຊາຣາ ຂອງກຳປູເຈຍ (Cambodia’s Apsara National Authority) ທີ່ກຳກັບນຳສວນສາທາລະນະດັ່ງກ່າວ. ທ່ານບໍ່ໄດ້ຕອບຕໍ່ຄຳຖາມຕ່າງໆຕາມທີຫຼັງ ແຕ່ບັນດາເຈົ້າໜ້າທີ່ ກໍໄດ້ເອົາເລື້ອງດັ່ງກ່າວໄປໃຫ້ ໜັງສືພິມທີ່ສະໜັບສະໜຸນລັດຖະບານ Khmer Times ເພື່ອຕໍ່ຕ້ານບົດລາຍງານນັ້ນ ພ້ອມເຈົ້າໜ້າທີ່ບໍລິຫານໃນເຂດສຽມຣຽບ ທີ່ກ່າວວ່າ ການສືບສວນຂອງອົງການນິຣະໂທກຳ ແມ່ນ “ໃນລັກສະນະທາງດ້ານການເມືອງ.”

“ຂ້າພະເຈົ້າບໍ່ຄິດວ່າ ພວກເຂົາເຈົ້າ ທຸກທໍລະມານ” ເຈົ້າໜ້າທີ່ກ່າວກ່ຽວກັບການຂັບໄລ່ນັ້ນ ໂດຍກ່າວຕື່ມອີກວ່າ ອົງການນິຣະໂທດກຳ “ເວົ້າເກີນຄວາມເປັນຈິງສິ່ງຕ່າງໆທີ່ເກີດຂຶ້ນ.”

The Cambodian government has rejected an Amnesty International report into its mass eviction campaign near the Angkor Wat temple complex as “baseless,” even as a U.N. agency calls on the government to perform “corrective measures” and formally respond to the allegations.

In an investigation released November 14, Amnesty accused the Cambodian government of forcibly evicting thousands of families at the World Heritage site. It also accused the U.N. Educational, Scientific and Cultural Organization, UNESCO, which designates World Heritage sites, of falling short in its mission to uphold human rights.

“The report has so much baseless content,” wrote Long Kosal, spokesperson for Cambodia's Apsara National Authority that oversees the park, in an email. He did not respond to follow-up questions, but officials took to the government-aligned Khmer Times to rail against the report, with a Siem Reap administrator saying that Amnesty’s investigation was “political in nature.”

“I don’t think they are suffering,” he said of the evictees, adding that Amnesty “exaggerates what’s actually happening.”

XS
SM
MD
LG