ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Nuon Chea ສົມຄວນ ຈະຖືກ ດໍາ​ເນີນ​ຄະ​ດີ ຕໍ່ໄປ


ທ່ານ Nuan Chea ອະດີດຜູ້ຮອງຂອງທ່ານ Pol Pot ຫົວໜ້າຂະເໜນແດງ ສາມາດປ້ອງກັນໂຕເອງໄດ້ຢູ່ໃນສານ.
ທ່ານ Nuan Chea ອະດີດຜູ້ຮອງຂອງທ່ານ Pol Pot ຫົວໜ້າຂະເໜນແດງ ສາມາດປ້ອງກັນໂຕເອງໄດ້ຢູ່ໃນສານ.
ສານອາດຊະ​ຍາ​ກໍາສົງຄາມຂອງ​ກຳປູ​ເຈຍ ​ໄດ້​ຕັດສິນວ່າອະດີດ
​ຜູ້​ຮອງ ທ່ານ Pol Pot ​ຄື​ທ່ານ Nuon Chea ຍັງ​ມີ​ສຸຂະພາບ
ເຂັ້ມແຂງເໝາະ​ສົມ​ທີ່​ຈະຖືກດໍາ​ເນີນ​ຄະ​ດີຕໍ່​ໄປ ​ໃນຂໍ້​ຫາ​ຂ້າ​ລ້າງ​
ເຊື້ອຊາດ​ເຜົ່າ​ພັນ ຫລັງ​ຈາກ​ການ​ເສຍ​ຊີວິດ ​ໃນຕົ້ນ​ເດືອນ​ນີ້
ຂອງ​ທ່ານ Ieng Sary ທີ່​ເປັນຈຳ​ເລີຍຮ່ວມ​ກັບ​ຜູ້ກ່ຽວ​ໃນ​ຄະດີ​ນີ້.

ຫລັງ​ຈາກ​ໄດ້ໂອ້​ລົມ​ກັບບັນດາຜູ້​ຊ່ຽວຊານ​ດ້ານ​ການແພດ​ ຜູ້ພິພາກສາ​ທີ່​ກໍ​າກັບ​ນໍາຄະ​ດີນີ້ ​ກ່າວໃນ​ວັນ​ສຸກ ​ມື້​ນີ້​ວ່າ ​ເຖິງ​ແມ່ນຜູ້ກ່ຽວມີ​ຄວາມ ອ່ອນ​ເພຍແລະ​ອາຍຸເຖົ້າ​ແກ່ 86 ປີ​ແລ້ວກໍ​ຕາມ ​ແຕ່ຜູ້ກ່ຽວ​ກໍ​ຍັງ​ສາມາດເຂົ້າຮ່ວມ​ການ​ຕໍ່ສູ້​ຄະດີໄດ້.

​ໃນ​ການ​ເສຍຊີວິດ​ເມື່ອ​ຕົ້ນ​ເດືອນ​ນີ້ ຂອງທ່ານ Ieng Sary ອາຍຸ 87 ປີ ຊຶ່ງ​ເປັນ​ບຸກຄົນ​ໝາຍ​ເລກ​ສາມ ​ໃນພັກ​ຄອມ​ມິ​ວນິສກໍາ​ຢູ​ເຈຍນັ້ນ ຍັງ​ເຫລືອ​ແຕ່ທ່ານ Nuon Chea ຜູ້​ທີ່​ຮູ້​ກັນ​ໃນອີກຊື່​ນຶ່ງ​ວ່າ “ອ້າຍນໍ້າ​ເບີ​ສອງ” ​ແລະ​ອະດີດ​ປະທານ​ປະ​ເທດ Kieu Samphan ທໍ່​ນັ້ນ ຍັງ​ຖືກ ດໍາ​ເນີນ​ຄະດີ​ຢູ່​ໃນ​ເວລາ​ນີ້.

ທ່ານ Nuon Chea ​ໄດ້​ເຂົ້າ​ໂຮງໝໍ​ໃນ​ເດືອນມັງ​ກອນປີນີ້ ຍ້ອນ​ປອດ​ບວມ​ ແຕ່​ໃນ​ປັດຈຸບັນ​ຜູ້ກ່ຽວຫາຍດີແລ້ວ. ທ່ານ Kieu Samphan ຜູ້​ທີ່​ມີ​ອາຍຸ​ 81 ປີ​ແລ້ວນັ້ນ ຍັງມີ​ສຸຂະພາບ​ດີ​ສົມຄວນ.

ພາຍ​ໃຕ້​ການນໍາພາ​ຂອງ “ອ້າຍນໍ້າ​ເບີ​ນຶ່ງ” ຄື​ທ່ານ Pol Pot ທີ່​ເສຍ​ຊີວິດ​ໃນ​ປີ 1998 ນັ້ນ ພວກ​ຂະ​ເໝນ​ແດງ ​ແຕ່​ປີ 1975 ຫາ​ປີ 1979 ​ໄດ້​ສັງຫານ​ເກືອບ​ນຶ່ງ​ສ່ວນ​ສີ່ ຂອງປະຊາກອນ​ກໍ​າປູ​ເຈຍທັງ​ໝົດ ດ້ວຍ​ການ​ເຮັດ​ໃຫ້​ພວກ​ເຂົາ​ອຶດຫິວ ຖືກ​ທໍລະມານ ຖືກ​ບັງ​ຄັບ​ໃຫ້ເຮັດ​ວຽກ​ຫລາຍ​ເກີນຂອບ​ເຂດ ຫລື​ບໍ່​ກໍຖືກ​ປະຫານ​ຊີວິດ.
XS
SM
MD
LG