ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳປູເຈຍ ຕ້ອງການໃຫ້ ຈີນຊ່ວຍຢຸດ ການຄ້າທາງເພດ (ລາຍງານພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ)


ລັດຖະມົນຕີຕ່າງປະເທດສະຫະລັດຄົນກ່ອນ ທ່ານນາງ Hillary Clinton ຢ້ຽມຢາມສູນ AFSEIP ບ່ອນຟື້ນຟູສະຖານະພາບ ພວກໄດ້ຮັບເຄາະ ຈາກາກນຄ້າທາງເພດ ຢູ່ກຳປູເຈຍ, ວັນທີ 31 ຕຸລາ 2010ທີ່ເມືອງ Siem Reap. (AP Photo/Evan Vucci, Pool)
ລັດຖະມົນຕີຕ່າງປະເທດສະຫະລັດຄົນກ່ອນ ທ່ານນາງ Hillary Clinton ຢ້ຽມຢາມສູນ AFSEIP ບ່ອນຟື້ນຟູສະຖານະພາບ ພວກໄດ້ຮັບເຄາະ ຈາກາກນຄ້າທາງເພດ ຢູ່ກຳປູເຈຍ, ວັນທີ 31 ຕຸລາ 2010ທີ່ເມືອງ Siem Reap. (AP Photo/Evan Vucci, Pool)

ກຳປູ​ເຈຍ​ໄດ້ຂໍຮ້ອງຄວາມຊ່ວຍ​ເຫລືອ ຈາກ​ລັດຖະບານ​ຈີນ​
ໂດຍ​ຂໍ​ໃຫ້​ຈຳກັດ​ການ​ອອກ​ວີ​ຊ່າ​ເຂົ້າປະ​ເທດ ​ໃຫ້ພວກ​ແມ່ຍິງ​
ກໍ​າປູ​ເຈຍ​ນັ້ນ ເພື່ອ​ຍຸດຕິ​ກາ​ນຄ້າ​ທາງເພດ. ຄຳຂໍ​ຮ້ອງ​ຂອງ​ລັດ
ຖະບານ​ພະນົມ​ເປັນໄດ້ມີ​ຂື້ນ ​ໃນ​ຂະນະທີ່ຜູ້ຍິງ​ກຳປູ​ເຈຍ​ໃນຈຳ
ນວນ​ຫລາຍ​ຂຶ້ນເລື້ອຍໆ ​ໄດ້ຖືກ​ຫລອກ​ໃຫ້​ໄປ​ແຕ່ງງານ​ປອມໆ
ກັບ​ຜູ້​ຊາຍ​ຈີນ ​ແລະ​ກາຍ​ເປັນ ເຫຍື່ອ​ຂອງການ​ຄ້າ​ມະນຸດ.
Marsha James ມີລາຍລະອຽດ ຈາກລາຍງານຂອງ Thida
Win ທີ່ສົ່ງມາຈາກນະຄອນຫລວງພະນົມເປັນ ຊຶ່ງດາຣາຈະນຳ
ມາສະເໜີທ່ານ.

ທ່ານນາງ Chu Bun Eng ​ເປັນລັດຖະມົນຕີປະຈຳກະຊວງ​ພາຍ
​ໃນຂອງ​ກຳປູ​ເຈຍ ​ແລະ​ເປັນ​ຫົວໜ້າ ອົງການ​ຕໍ່ຕ້ານ​ການ​ຄ້າ​ມະນຸດ
​ແຫ່ງ​ຊາດ.

ທ່ານ​ນາງກ່າວວ່າ ການ​ຈໍ​າກັດວິຊ່າ ຈະ​ຊ່ວຍ​ເຮັດ​ໃຫ້ຈຳນວນ​ໂຕເລກ​
ຂອງ​ຜູ້ຍິງ​ ທີ່ໄດ້​ຮັບ​ເຄາະ​ຈາກ​ການ​ຄ້າ​ມະນຸດນັ້ນ​ຕ່ຳລົງ. ທ່ານ​ນາງ ​
ເວົ້າວ່າ ລັດຖະບານໄດ້​ສົ່ງ​ໜັງ​ສືສະບັບ​ນຶ່ງໄປ​ຍັງສະຖານທູດຈີນ ບອກ​ໃຫ້ເຂົາ​ເຈົ້າຊາບ​ວ່າ ຜູ້​ຍິງ​ກຳປູ​ເຈຍ​ຫລາຍໆ​ຄົນ ​ໄດ້​ຮັບ​ຄວາມທຸກທໍລະມານ ຫລັງ​ຈາກ​ຖືກ​ຫລອກ​ ​ໃຫ້​ໄປ​ແຕ່ງງານ​ປອມ.

ໂຄສົກ​ກະຊວງ​ຕ່າງປະ​ເທດກຳປູ​ເຈຍທ່ານ​ນຶ່ງກ່າວ​ວ່າ ລັດຖະບານໄດ້​ຮ້ອງ​ຂໍການ​ຮ່ວມ​ມື​ຈາກ​ຈີນ. ໂຄສົກ Koy Kuong ​ກ່າວ​ວ່າ ຄຳ​ຮ້ອງ​ຂໍ​ນັ້ນ​ຍັງ​ໄດ້​ສົ່ງ​ໄປ​ຍັງ ສະຖານທູດ​ຈີນ ​ຢູ່ໃນ ປະ​ເທດລາວ ຫວຽດນາມ ​ແລະ​ໄທ ບ່ອນ​ທີ່ບັນດາ​ຜູ້ຍິງ​ກຳປູ​ເຈຍ ອາດ​ຈະ​ໄປຂໍວິ​ຊ່າ​ນັ້ນ.

ທ່ານ​ກ່າວ​ວ່າ ທາງຈີນກໍໄດ້​ເລີ້ມ​ວາງ​ ຂໍ້ຈຳກັດຮັດ​ແຄບທີ່​ເຄັ່ງ​ຄັດ​ຂຶ້ນ ​ຕໍ່​ການ​ອອກວິຊ່ານັ້ນ​ແລ້ວ ​ເພາະວ່າບັນຫານີ້​ສືບ​ຕໍ່​ຂະຫຍາຍ​ໃຫຍ່​ຂື້ນ​ໄປ​ເລື້ອຍໆ.

ແຕ່​ວ່າ ​ໂຄສົກສະຖານທູດ​ຈີນ ທ່ານ Cheng Hong Bo ກ່າ​ວວ່າ ທ່ານບອກ​ບໍ່​ໄດ້​ວ່າ ປັກ​ກິ່ງ​ຕຽ​ມພ້ອມ​ແລ້ວ​ທີ່​ຈະຈຳກັດ ການ​ອອກວິຊ່າ​ ຫລື​ຍັງ. ທ່ານກ່າວພຽງ​ແຕ່​ວ່າ ຈີນ​ພ້ອມ​ທີ່​ຈະທຳງານ​ຢ່າງ​ໃກ້ຊິດ​ກັບ ກຳປູ​ເຈຍ ກ່ຽວ​ກັບ​ເລື້ອງ​ນີ້.

ທ່ານ Chen ​ເວົ້າ​ວ່າ: “​ໃນລະຫວ່າງ​ທັງ​ສອງ​ປະ​ເທດ ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຄວນ​ເນັ້ນ​ໜັກ​ຫລາຍ​ຂື້ນ ​ໃສ່​ເລື້ອງການ​ຄ້າ​ມະນຸດ. ຂ້າພະ​ເຈົ້າໝາຍ​ຄວາມວ່າ ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ຫລາຍ​ຂື້ນ ​ເພື່ອ​ຫາ​ທາງ​ແກ້​ໄຂບັນຫາ​ນີ້.

ກຸ່ມສິດທິ​ມະນຸດ Adhoc ກ່າວ​ວ່າ ​ຕົນ​ໄ​ດ້ຮັບ​ລາຍ​ງານ​ການ​ຮ້ອງທຸກ​ 108 ​ສະບັບ ກ່ຽວ​ກັບ​ການ​ຄ້າ​ມະນຸດ​ຂ້າມ​ຊາຍ​ແດນ ໃນໄລຍະຫົກ​ເດືອນຕົ້ນ​ຂອງປີ​ນີ້ ຊຶ່ງ​ລາຍ​ງານ​ເວົ້າ​ວ່າ ພົວພັນ​ກັບຜູ້​ເຄາະ​ຮ້າຍເກືອບ 300 ຄົນ. ​ໃນ​ນັ້ນ 29 ຄົນ ຖືກ​ສົ່ງ​ເຂົ້າ​ໄປ​ໃນ​ຈີນ.

ທ່ານ​ນາງ Lim Mony ຈາກກຸ່ມສິດທິ​ມະນຸດ Adhoc ກ່າວ​ວ່າ ພວກ​ຜູ້ຍິງທີ່​ຕົກເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດ ​ແລະລັກ​ໜີອອກມາ​ຈາກ​ຈີນ​ໄດ້​ນັ້ນ ລາຍ​ງານວ່າ ພວກເຂົາ​ເຈົ້າ​ຖືກ​ລະ​ເມີດ​ທາງ​ເພດ ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ເກີນ​ກຳນົດ ​ແລະ​ຖືກ​ປ່ອຍ​ໃຫ້​ອຶດ​ຫີ​ວ.

ທ່ານ​ນາງ Lim ​ເວົ້າ​ວ່າ ຜູ້​ເຄາະ​ຮ້າ​ຍຈຳນວນ​ນຶ່ງ​ໄດ້​ກິນ​ຢາ ​ເພື່ອພະ ຍາຍາມຂ້າ​ໂຕ​ຕາຍ ​ໃນ​ຂະນະ​ທີ່​ຄົນອື່ນໆພາກັນ​ໜີ​ໄປ​ລີ້​ຊ່ອນ​ໂຕ​ຢູ່. ບາງ​ຄົນ​ໄດ້​ຖືກ​ກັກ​ໄວ້ ​ເປັນ​ຂ້າ​ທາດ.

ທ່ານ​ນາງກ່າວ​ຕື່ມ​ວ່າ ພວກ​ຄ້າ​ມະນຸດທີ່ເຮັດ​ວຽກ​ຫລອກ​ຕົ້ມ​ແມ່ຍິງໃຫ້ໄປແຕ່ງງານ​ປອມນັ້ນ ​ແມ່ນ​ມີ​ຕາໜ່າງປະ​ຕິ​ບັດ​ງານທີ່​ເລິກ​ແລບ ຢູ່​ໃນ ທັງກຳປູ​ເຈຍ​ແລະ​ຈີນ.

ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງ ຄື Chan Rumduol ຊຶ່ງ​ບໍ່​ແມ່ນຊື່​ແທ້ຂອງນາງ. ​ ນາງ​ບອກ​ວີ​ໂອ​ເອວ່າ ຄອບຄົວ​ຂອງ​ນາງ ​ໄດ້​ຖືກນາຍ​ໜ້າ​ຄົນ​ນຶ່ງເກ້​ຍ ກ່ອມ ໃຫ້ສົ່ງ​ນາງໄປ​ແຕ່ງງານ​ກັບຜູ້​ຊາຍ​ຄົນ​ນຶ່ງ ຢູ່ປະ​ເທດຈີນ​. ແລະ ເພື່ອ​ເປັນ​ການ​ແລກປ່ຽນຄອບ​ຄົວ​ຂອງນາງ ຈະ​ໄດ້​ຮັບ​ເງິນ​ທຸກ​ໆ​ເດືອນ.

ນາງ​ກ່າວວ່າ ແທນ​ທີ່ຈະ​ເປັນ​ເຊັ່ນ​ນັ້ນ ນາງ​ໄດ້​ຖືກ​ພາ​ໂຕ​ໄປໃຫ້ພໍ່ຄ້າ​ມະນຸດຄົນ​ນຶ່ງ ​ທີ່ຂົ່ມຂືນ​ຊໍາ​ເລົານາງ ​ແລ້​ວ​ນາງກໍ​ຖືກ​ສົ່ງ​ຕໍ່ໄປໃຫ້​ຜູ້​ຊາຍ​ຈີນຄົນ​ນຶ່ງ ທີ່​ໃຫ້​ນາງອາ​ໄສ​ຢູ່​ນຳ​ ໃນ​ເຂດ​ບ້ານນອກ​ຂອງ​ຈີນ.

ນາງ Chan Rumduol ກ່າວ​ວ່າ ນາງ​ຄິດ​ວ່າ​ ນາງ​ຈະ​ມີ​ແຕ່ຜົວ​ຄົນ​ດຽວ​ ຄືຜູ້​ຊາຍ​ຈີນ​ຄົນ​ນັ້ນ​ ​ແຕ່ກັບ​ໄດ້ຖືກ​ບັງຄັບໃຫ້​ປ່ຽນ​ຈາກຜູ້​ຊາຍ​ຈີນ​ຄົນ​ນຶ່ງ ​ໄປ​ຫາ​ອີກຄົນນຶ່ງ.

ນາງ​ສາມາດ​ລັກໜີມາ​ໄດ້​ໃນ​ທີ່​ສຸດ ​ແລະໂທລະສັບໄປຫາ​ແມ່​ຂອງນາງ ທີ່​ໄດ້​ໄປ​ຂໍ​ຄວາມ
ຊ່ວຍ​ເຫລືອຈາກກຸ່ມ Adhoc. ໃນ​ທີ່​ສຸດ ນາງ​ Chan ກໍໄດ້​ກັບຄືນ​ມາບ້ານ ​ແລະ​ໄດ້ຍື່ນ​ຄຳ
ຟ້ອງ​ຮ້ອງຕໍ່​ທາງ​ການ ​ໃຫ້​ຈັບ​ນັກ​ຄ້າ​ມະນຸດ ຜູ້​ທີ່​ໄດ້​ຫລອກໃຫ້ຄອບ​ຄົວ​ຂອງ​ນາງ​ ສົ່ງ​ນາງ
​ໄປ​ແຕ່ງງານ​ຢູ່​ຈີນ​ໃນ​ເບື້ອງ​ຕົ້ນ​ນັ້ນ. ແຕ່​ມາ​ຮອດ​ດຽວ​ນີ້ຜູ້​ຊາຍ​ຄົນ​ນັ້ນ ຍັງ​ບໍ່​ໄດ້​ຖືກ​ຈັບ​.

ທ່ານ​ນາງ Chu Bun Eng ກ່າວ​ວ່າ ຫ້ອງການຂອງທ່ານນາງ ຈະ​ເຄື່ອນ​ໄຫວ ກ່ຽວ​ກັບ
ທຸກໆ​ຄຳ​ຮ້ອງທຸກ ທີ່​ເຂົ້າ​ມາ​ເຖິງ​ຫ້ອງການ​ຂອງ ທ່ານ​ນາງ.

​ແຕ່ກຸ່ມ​ສິດທິ​ມະນຸດ Adhoc ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ຫລາຍໆຄົນ ​ໄດ້​ພາກັນ​ຍື່ນ​ຄຳຮ້ອງທຸກ ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບາ​ນ ​ໄດ້​ປະຕິ​ເສດ​ທີ່​ຈະ​ເອົາ​ບາດກ້າວ​ໃດໆ.

ຟັງລາຍງານນີ້ ເປັນພາສາອັງກິດຊ້າໆ ເພື່ອຮຽນໄປພ້ອມ:

Words in the News

restrict - v. to limit; to prevent from increasing or becoming larger

visa - n. the official permission given to a person to enter a country where he or she is not a citizen

trick - v. to cheat; to fool a person so as to get something or make him or her do something

escape - v. to get free; to get away from; to get out of

persuade - v. to cause someone to do something by explaining or urging

Now it's your turn to use these words in the news. In the comment section, write a sentence using one of these words and we will provide feedback on the use of vocabulary and grammar. .


XS
SM
MD
LG