ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຳປູເຈຍ ຮ້ອງຂໍໃຫ້ ຈີນຈຳກັດ ການອອກວິຊາ ໃຫ້ແກ່ຍິງສາວ ເພື່ອປ້ອງກັນ ການຄ້າມະນຸດ


ຄຳຂໍ​ຮ້ອງ​ຂອງ​ລັດຖະບານ​ກຳປູ​ເຈຍໄດ້ມີ​ຂື້ນ ​ໃນ​ຂະນະ​ທີ່​ມີ​ຜູ້
ຍິງ​ກຳປູ​ເຈຍ ​ໃນ ຈຳນວນ​ຫລາຍ​ຂຶ້ນ​ເລື້ອຍໆ ພົບ​ວ່າ​ ຕົນ​ເອງ
ຖືກ​ຫລອກ​ໃຫ້​ໄປ​ແຕ່ງງານ​ປອມ ​ແລະ​ກາຍ​ເປັນ​ເຫຍື່ອ​ຂອງ
ການ​ຄ້າ​ມະນຸດ.

ທ່ານນາງ Chu Bun Eng ລັດຖະມົນຕີປະຈຳກະຊວງ​ພາຍ
​ໃນ ​ແລະ​ຫົວໜ້າ ​ອົງການ​ຕໍ່ຕ້ານ​ການ​ຄ້າ​ມະນຸດ​ແຫ່ງ​ຊາດ
ກ່າວວ່າ ການ​ຈໍ​າກັດວິຊ່າ ຈະ​ຊ່ວຍ​ເຮັດ​ໃຫ້ຈຳນວນ​ໂຕເລກ​
ຂອງ​ຜູ້ຍິງ​ ທີ່ໄດ້​ຮັບ​ເຄາະ​ຈາກ​ການ​ຄ້າ​ມະນຸດນັ້ນ​ຕຳ່ລົງ.

ທ່ານ​ນາງ Chu ​ເວົ້າວ່າ "ລັດຖະບານໄດ້​ສົ່ງ​ໜັງ​ສືໄປ​ຍັງ
ສະຖານທູດ​ຈີນ ບອກ​ໃຫ້ເຂົາ​ເຈົ້າຊາບ​ວ່າ ຜູ້​ຍິງ​ກຳປູ​ເຈຍ​ຫລາຍໆ​ຄົນ ​ໄດ້​ຮັບ​ຄວາມທຸກທໍລະມານ ຫລັງ​ຈາກ​ຖືກ​ຫລອກ​ ​ໃຫ້​ໄປ​ແຕ່ງງານ​ປອມ."

ທາງທ່ານ​ Koy Kuong ​ໂຄສົກ​ກະຊວງ​ຕ່າງປະ​ເທດ ກໍກ່າວ​ວ່າ ກຳປູ​ເຈຍ ໄດ້​ຮ້ອງ​ຂໍ
ການ​ຮ່ວມ​ມື​ຈາກ​ຈີນ ຮວມ​ທັງ​ສະຖານທູດ​ຈີນ ​ຢູ່ໃນ ປະ​ເທດລາວ ຫວຽດນາມ ​ແລະ​ໄທ
ບ່ອນ​ທີ່ບັນດາ​ຜູ້ຍິງ​ກຳປູ​ເຈຍ ອາດ​ຈະ​ໄປຂໍວິ​ຊ່າ​ນັ້ນ.

ທ່ານ​ Koy ກ່າວ​ວ່າ "ທາງຈີນກໍໄດ້​ເລີ້ມ​ວາງ​ ຂໍ້ຈຳກັດຮັດ​ແຄບທີ່​ເຄັ່ງ​ຄັດ​ຂຶ້ນ ​ຕໍ່​ການ​
ອອກວິຊ່ານັ້ນ​ແລ້ວ ​ເພາະວ່າບັນຫາ​ສືບ​ຕໍ່​ຂະຫຍາຍ​ໃຫຍ່​ຂື້ນ​ເລື້ອຍໆ."

​ແຕ່​ວ່າ ​ໂຄສົກສະຖານທູດ​ຈີນ ທ່ານ Cheng Hong Bo ກ່າ​ວຕໍ່ ວີ​ໂອ​ເອ ວ່າ ທ່ານບໍ່​
ສາມາດ​ຢືນ​ຢັນ ຫລືປະຕິ​ເສດ​ໄດ້​ວ່າ ປັກ​ກິ່ງ​ຕຽ​ມພ້ອມ​ແລ້ວ​ທີ່​ຈະຈຳກັດ ການ​ອອກວິຊ່າ​. ທ່ານກ່າວພຽງ​ແຕ່​ວ່າ ຈີນ​ພ້ອມ​ທີ່​ຈະທຳງານ​ຢ່າງ​ໃກ້ຊິດ​ກັບ ກຳປູ​ເຈຍ ກ່ຽວ​ກັບ​ເລື້ອງ​ນີ້.

ທ່ານ Chen ​ເວົ້າ​ວ່າ: “​ໃນລະຫວ່າງ​ທັງ​ສອງ​ປະ​ເທດ ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​
ຄວນ​ເນັ້ນ​ໜັກ​ຫລາຍ​ຂື້ນ ​ໃສ່​ເລື້ອງການ​ຄ້າ​ມະນຸດ. ຂ້າພະ​ເຈົ້າໝາຍ​ຄວາມ ວ່າ
ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ຫລາຍ​ຂື້ນ ​ເພື່ອ​ຫາ​ທາງ​ແກ້​ໄຂບັນຫາ​ນີ້.”

ກຸ່ມສິດທິ​ມະນຸດ Adhoc ກ່າວ​ວ່າ ​ໃນໄລຍະຫົກ​ເດືອນຕົ້ນ​ຂອງປີ​ນີ້ ຕົນ​ໄ​ດ້ຮັບ​ຄຳ​ຮ້ອງ
ທຸກ​ 108 ​ເທື່ອ ກ່ຽວ​ກັບ​ການ​ຄ້າ​ມະນຸດ​ຂ້າມ​ຊາຍ​ແດນ ຊຶ່ງ​ພົວພັນ​ກັບຜູ້​ເຄາະ​ຮ້າຍ 295
ຄົນ ຊຶ່ງ​ມີລາຍ​ງານວ່າ ​29 ຄົນ​ໃນ​ນັ້ນ​ ຖືກ​ສົ່ງ​ເຂົ້າ​ໄປ​ໃນ​ຈີນ.

ທ່ານ​ນາງ Lim Mony ຮອງ​ຫົວໜ້າກຸ່ມສິດທິ​ມະນຸດ Adhoc ກ່າວ​ວ່າ ພວກ​ຜູ້ຍິງທີ່​ຕົກ
​ເປັນ​ເຫຍື່ອ​ຂອງ​ການ​ຄ້າ​ມະນຸດ ​ແລະລັກ​ໜີອອກມາ​ຈາກ​ຈີນ​ໄດ້​ນັ້ນ ລາຍ​ງານວ່າ ພວກ
​ເຂົາ​ເຈົ້າ​ຖືກ​ລະ​ເມີດ​ທາງ​ເພດ ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ເກີນ​ກຳນົດ ​ແລະ​ຖືກ​ປ່ອຍ​ໃຫ້​
ອຶດ​ຫີ​ວ.

ທ່ານ​ນາງ Lim ​ເວົ້າ​ວ່າ ຜູ້​ເຄາະ​ຮ້າ​ຍຈຳນວນ​ນຶ່ງ ​ໄດ້​ກິນ​ຢາຂ້າ​ໂຕ​ຕາຍ ​ໃນ​ຂະນະ​ທີ່​ຄົນ
ອື່ນໆພາກັນ​ໜີ​ໄປ​ລີ້​ຊ່ອນ​ໂຕ​ຢູ່ ຫລື​ບໍ່​ກໍ​ຖືກ​ກັກ​ໄວ້​ເປັນ​ຂ້າ​ທາດ.

ທ່ານ​ນາງກ່າວ​ຕື່ມ​ວ່າ ພວກ​ຄ້າ​ມະນຸດທີ່​ໃຊ້​ວິທີ​ຫລອກ​ໃຫ້​ແຕ່ງງານ​ປອມນັ້ນ ​ແມ່ນ​ມີ​ຕາ
ໜ່າງປະ​ຕິ​ບັດ​ງານທີ່​ເລິກ​ແລບ ຢູ່​ໃນທັງກຳປູ​ເຈຍ​ແລະ​ຈີນ.

ຜູ້​ເຄາະ​ຮ້າຍ​ຄົນ​ນຶ່ງ ​ທີ່​ຖືກ​ຫລອກໃຫ້​ໄປ​ແຕ່​ງງານ​ປອມ ​ກໍ​ຄື Chan Rumduol ຊຶ່ງ​ບໍ່​ແມ່ນ
​ຊື່​ແທ້ຂອງນາງ. ​ໃນ​ການ​ໃຫ້​ສຳພາ​ດ ຢູ່​ເຮືອນ​ຫລັງ​ນ້ອຍໆ​ທີ່​ທຸກ​ຈົນຂອງ​ນາງ ທີ່​ແຂວງກຳ
​ປົງຈາ​ມນັ້ນ ນາງ Chan ​ເລົ່າ​ວ່າ ຄອບຄົວ​ຂອງ​ນາງ ​ໄດ້​ຖືກນາຍ​ໜ້າ​ຄົນ​ນຶ່ງເກ້​ຍກ່ອມ ໃຫ້
ສົ່ງ​ນາງໄປ​ແຕ່ງງານ​ກັບຜູ້​ຊາຍ​ຄົນ​ນຶ່ງ ຢູ່ ໃນປະ​ເທດຈີນ​. ແລະເພື່ອ​ເປັນ​ການ​ແລກປ່ຽນ
ຄອບ​ຄົວ​ຂອງນາງຈະ​ໄດ້​ຮັບ​ເງິນ​ທຸກ​ໆ​ເດືອນ.

​ນາງ​ເລົ່າ​ຕໍ່​ໄປ​ວ່າ ແທນ​ທີ່ຈະ​ເປັນ​ເຊັ່ນ​ນັ້ນ ນາງ​ໄດ້​ຖືກ​ພາ​ໂຕ​ໄປໃຫ້ພໍ່ຄ້າ​ມະນຸດຄົນ​ນຶ່ງ ​ທີ່
​ນາງ​ກ່າວ​ວ່າ ຂົ່ມຂືນ​ຊໍາ​ເລົານາງ ກ່ອນ​ຈະ​ສົ່ງ​ນາງ​ຕໍ່ໄປໃຫ້​ຜູ້​ຊາຍ​ຈີນຄົນ​ນຶ່ງ ທີ່​ໃຫ້​ນາງ
​ອາ​ໄສ​ຢູ່​ນຳ​ ໃນ​ເຂດ​ບ້ານນອກ​ຂອງ​ຈີນ.

ນາງ Chan ກ່າວ​ວ່າ ນາງ​ຄິດ​ວ່າ​ ນາງ​ຈະ​ມີ​ແຕ່ຜົວ​ຄົນ​ດຽວ​ ຄືຜູ້​ຊາຍ​ຈີນ​ຄົນ​ນັ້ນ​ ​ແຕ່ກັບ​
ໄດ້ຖືກ​ບັງຄັບໃຫ້​ປ່ຽນ​ຈາກຜູ້​ຊາຍ​ຈີນ​ຄົນ​ນຶ່ງ ​ໄປ​ຫາ​ອີກຄົນນຶ່ງ ຢູ່​ເລີຍໆ.

ນາງ​ເລົ່າ​ຕໍ່​ໄປ​ວ່າ "ນາງ​ສາມາດ​ລັກໜີມາ​ໄດ້​ໃນ​ທີ່​ສຸດ ​ແລະໂທລະສັບໄປຫາ​ແມ່​ຂອງ
​ນາງທີ່​ໄດ້​ໄປ​ຂໍ​ຄວາມຊ່ວຍ​ເຫລືອຈາກກຸ່ມ Adhoc. ໃນ​ທີ່​ສຸດ ນາງ​ Chan ກໍໄດ້​ກັບ
​ຄືນ​ມາບ້ານ ​ແລະ​ໄດ້ຍື່ນ​ຄຳຟ້ອງ​ຮ້ອງຕໍ່​ທາງ​ການ ​ໃຫ້​ຈັບ​ນັກ​ຄ້າ​ມະນຸດ ຜູ້​ທີ່​ໄດ້​ຫລອກ
ໃຫ້ຄອບ​ຄົວ​ຂອງ​ນາງ​ ສົ່ງ​ນາງ​ໄປ​ແຕ່ງງານ​ຢູ່​ຈີນ​ໃນ​ເບື້ອງ​ຕົ້ນ​ນັ້ນ. ແຕ່​ມາ​ຮອດ​ດຽວ​ນີ້
ຜູ້​ຊາຍ​ຄົນ​ນັ້ນຍັງ​ບໍ່​ໄດ້​ຖືກ​ຈັບ​ແຕ່​ປະການ​ໃດ."

ທ່ານ​ນາງ Chu Bun Eng ກ່າວ​ວ່າ ກະຊວງ​ຂອງທ່ານນາງ ຈະເອົາ​ບົດບາດ ກ່ຽວ​ກັບ
​ທຸກໆ​ຄຳ​ຮ້ອງທຸກ ທີ່​ເຂົ້າ​ມາ​ເຖິງ​ຫ້ອງການ​ຂອງທ່ານ​ນາງ.

​ແຕ່ກຸ່ມ​ສິດທິ​ມະນຸດ Adhoc ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ຫລາຍໆຄົນ ​ໄດ້​ພາກັນ​ຍືນ​ຄຳຟ້ອງ
ຮ້ອງ ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບາ​ນ ​ໄດ້​ປະຕິ​ເສດ​ທີ່​ຈະ​ເອົາ​ບາດກ້າວ​ໃດໆ.

XS
SM
MD
LG