ສະພາບການທີ່ສະຫງົບງຽບເກີດຂຶ້ນໃນສະຫະລັດ ຂະນະ ວ່າທີ່ປະທານາທິບໍດີ ດໍໂນລ ທຣຳ ກຽມພ້ອມຈະເຂົ້າດຳລົງຕຳແໜ່ງ ໃນວັນຈັນມື້ນີ້. ເຖິງແມ່ນການແຂ່ງຂັນປະທານາທິບໍດີ ຈະໂດດເດັ່ນສຳລັບວາທະສິນທີ່ຮ້ອນແຮງກໍຕາມ ແຕ່ຄົນບາງສ່ວນຜູ້ທີ່ຄາດໝາຍວ່າ ທ່ານທຣຳ ຄວນປັບນ້ຳສຽງທີ່ປະນີປະນອມກັນໃນຄຳປາໄສເຂົ້າຮັບຕຳແໜ່ງຂອງທ່ານ. ເວີຣໍນິກາ ບອລເດີລາສ ອີເກຣສຽດ ນັກຂ່າວວີໂອເອ ລາຍງານ.
ຕາຕະລາງທີ່ເຕັມ ສຳລັບວ່າທີ່ປະທານາທິບໍດີ ດໍໂນລ ທຣຳ ໃນວັນກ່ອນການສາບານຕົວເຂົ້າຮັບຕຳແໜ່ງຂອງທ່ານ. ວາລະຂອງທ່ານ ທີ່ລວມມີ ພິທີການວາງພວງມາລາ ຢູ່ທີ່ຂຸມສົບຂອງທະຫານນິລະນາມ ໃນສຸສານແຫ່ງຊາດອາຣລິງຕັນ (Arlington National Cemetery).
ແລະການໂຮມຊຸມນຸມ ຢູ່ທີ່ ສະໜາມກິລາ Capitol One ໃນໃຈກາງນະຄອນຫຼວງ ວໍຊິງຕັນ. ອັນເປັນງານດຽວກັນ ບ່ອນທີ່ການແຫ່ຂະບວນ inaugural ທີ່ຄາດໝາຍກັນວ່າ ຜູ້ຄົນທົ່ວສະຫະລັດທັງຫຼາຍທີ່ມາຮ່ວມ ຈະເກີດຂຶ້ນ ໃນວັນຈັນມື້ນີ້ເຊັ່ນກັນ.
ເພື່ອປົກປ້ອງຜູ້ຄົນທີ່ມາຮ່ວມທັງຫຼາຍ ຈາກສະພາບອຸນຫະພູມທີ່ໜາວເຢັນຫຼາຍຕາມທີ່ໄດ້ພະຍາກອນນັ້ນ.
ຢູ່ນະຄອນຫຼວງຂອງສະຫະລັດ ກໍ່ໄດ້ເຫັນພວກປະທ້ວງຈຳນວນນຶ່ງ ໃນວັນເສົາຜ່ານມານີ້ ແຕ່ໂດຍລວມແລ້ວ ບັນຍາກາດໃນຊ່ວງການປ່ຽນລັດຖະບານຊຸດໃໝ່ນີ້ ຍັງຄົງງຽບສະຫງົບຢູ່.
ອະດີດນັກຍຸດທະສາດຂອງທ່ານທຣຳ, ສະຕີບ ແບນນອນ ຄາດການໄວ້ວ່າ ວ່າທີ່ປະທານາທິບໍດີ ຈະປັບນ້ຳສຽງແບບປະນີປະນອມ ຫຼັງຈາກທ່ານສາບານຕົວ ໃນວັນຈັນ ສຳລັບຕຳແໜ່ງສະໄໝທີສອງ.
ທ່ານສະຕີບ ແບນນອນ ອະດີດນັກຍຸດທະສາດຂອງທ່ານທຣຳ ໃນການໃຫ້ສຳພາດກັບ ລາຍການ “This Week” ຂອງໂທລະພາບ ABC ກ່າວວ່າ “ຂ້ອຍຄິດວ່າ ທ່ານຈະວາງລາຍລະອຽດຂອງຄວາມທ້າທ້າຍຕ່າງໆ ແລະທ່ານ ຈະວາງລາຍລະອຽດການເລີ້ມຕົ້ນໃນລະດັບ 60,000 ຟຸດແບບໃດແບບນຶ່ງ; ສິ່ງທີ່ເປັນນະໂຍບາຍ ແລະ ຂໍ້ສະເໜີທັງຫຼາຍຂອງທ່ານ ແຕ່ຂ້ອຍຄິດວ່າ ທັງໝົດ ມັນຈະກ່ຽວກັບການປ້ອງດອງປະເທດ ແລະການເດີນໜ້າໄປພ້ອມກັນ.”
ສ່ວນພັກເດໂມແຄຣັດ ຢູ່ໃນຈຸດຢືນກຽມພ້ອມທີ່ຈະຮ່ວມມືກັບ ວ່າທີ່ຄະນະລັດຖະບານ, ສະມາຊິກສະພາສູງຈາກພັກເດໂມແຄຣັດ ທ່ານອາແລັກສ໌ ພາດີລລາ ໄດ້ກ່າວຕໍ່ ລາຍການຂອງໂທລະພາບ ABC.
ທ່ານພາດີລລາ ສະມາຊິກສະພາສູງຈາກພັກເດໂມແຄຣັດ ກ່າວວ່າ “ຖ້າພວກເຮົາຢາກສ້າງຕໍ່ໄປໃນຄວາມກ້າວໜ້າຂອງພວກເຮົາ ຈາກສີ່ປີກ່ອນໃນການສ້າງວຽກເຮັດງານທຳທີ່ເປັນສະຖິຕິ, ຄ່າຈ້າງທີ່ສູງຂຶ້ນ, ສະຖິຕິຄົນຫວ່າງງານທີ່ຕ່ຳຢ່າງຍືນຍົງ ແລະການລົງທຶນໃນພື້ນຖານໂຄງລ່າງຂອງປະເທດພວກເຮົາທີ່ເປັນປະຫວັດການ, ຈາກຈຸດຢືນດ້ານເສດຖະກິດ ແລະຄວາມໝັ້ນຄົງ, ອັນນັ້ນແມ່ນດີຍິ່ງ.”
ປະທານາທິບໍດີ ໂຈ ໄບເດັນ ໄດ້ເດີນທາງຢ່າງເປັນທາງການເປັນຄັ້ງສຸດທ້າຍໄປຍັງເມືອງ ຊອຣສຕັນ ລັດຄາໂຣໄລນາ ໃຕ້ ໃນວັນອາທິດວານນີ້ ບ່ອນທີ່ທ່ານຈະກ່າວປາໄສລຳລຶກເຖິງ ວັນ ມາຣຕິນ ລູເທີ ຄິງ ຈູເນຍ, ທີ່ເປັນວັນພັກແຫ່ງຊາດ, ເຊິ່ງຍັງຕົກຖືກວັນຈັນມື້ນີ້ ໃນການໃຫ້ກຽດແກ່ຜູ້ນຳດ້ານສິດທິພົນລະເຮືອນທ່ານນີ້.
ເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ ຢ່າງໜ້ອຍ 25,000 ຄົນ ຄາດໝາຍວ່າ ຈະຖືກສົ່ງໄປປະຈຳການເພື່ອປ້ອງກັນໃຫ້ການໂອນອຳນາດຈາກທ່ານໄບເດັນ ໄປໃຫ້ທ່ານທຣຳ ເປັນໄປຢ່າງຮຽບຮ້ອຍ ໃນວັນສາບານຕົວເຂົ້າຮັບຕຳແໜ່ງ.
ອ່ານລາຍງານໃນພາສາອັງກິດ
A calm environment prevails in the United States as President-elect Donald Trump prepares to take office Monday. Even though the presidential race stood out for the heated rhetoric, there are some who expect Trump will adopt a conciliatory tone in his inaugural speech. VOA’s Veronica Balderas Iglesias reports.
A busy schedule for President-elect Donald Trump on the eve of his inauguration. His agenda included a wreath-laying ceremony at the Tomb of Unknown Soldier in Arlington National Cemetery.
And a rally at the Capitol One Arena in downtown Washington. The same venue where the inaugural parade is expected to take place Monday
to protect attendees from the freezing temperatures that are forecast.
The U.S. capital saw some protests Saturday, but overall, the atmosphere in this government transition period remains calm.
Former Trump strategist Steve Bannon anticipates the president-elect will adopt a conciliatory tone after he is sworn in Monday for a second term in office.
((Steve Bannon, Former Trump Strategist))
“I think he will lay out the challenges, and he'll lay out the beginning in some sort of 60,000 foot level, what his policies and proposals are, but I think it will all be about unifying the country and going forward together.”
Democrats stand ready to work with the incoming administration, Democratic Senator Alex Padilla told ABC.
((Sen. Alex Padilla, Democrat))
“If we want to build on our progress from the last four years in record job creation, wage increases, record sustained low unemployment and historic investments in our nation's infrastructure, from an economic and security standpoint, that's great.”
President Joe Biden made his last official trip Sunday to Charleston, South Carolina, where he marked Martin Luther King Jr. Day, the federal holiday, which also falls on Monday, in honor of the civil rights leader.
At least 25,000 law enforcement personnel are expected to be deployed to protect a smooth transfer of power from Biden to Trump, on Inauguration Day.
ຟໍຣັມສະແດງຄວາມຄິດເຫັນ